ແນະ​ນຳສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ເຂດ​ພູ​ພຽງ​ທາງ​ພາກ​ເໜືອ ຫວຽດ​ນາມ

(VOVWORLD) -

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 309 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 30 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ.


ຜູ້ຟັງ ບົວລະພາ ຈັນທະວົງ ໄດ້ສົ່ງອີແມວມາຍັງລາຍການ ດ້ວຍເນື້ອໃນວ່າ: “ໃນ 2 3 ອາທິດມານີ້, ຂ້າພະເຈົ້າໄດ້ອ່ານຫຼາຍບົດໃນແວບໄຊຂອງ VOV5 ໃນຄໍລຳ Make in Vietnam. ຜ່ານຄໍລຳນີ້, ຂ້າພະເຈົ້າເຫັນໄດ້ວ່າຊາວ ຫວຽດ ເກັ່ງຫຼາຍ, ໄດ້ຜະລິດ, ປະດິດຄິດສ້າງຫຼາຍຜະລິດຕະພັນ. ໃນນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈຫຼາຍກ່ຽວກັບບັນດາຜະລິດຕະພັນລົດໂອໂຕ, ລົດຈັກຂອງກຸ່ມບໍລິສັດ Vingroup ແລະ ເຄື່ອງມືຄົ້ນຫາ ກົກໆ. ມີເທື່ອໜຶ່ງຂ້ອຍໄດ້ໄປປະຕິບັດງານຢູ່ ຫວຽດນາມ, ແລະ ເຫັນວ່າໃນຖະໜົນຫົນທາງມີລົດຈັກ, ລົດໃຫຍ່ຂອງ Vingoup ຫຼາຍຄັນ, ແນ່ນອນວ່າລົດມີຄຸນນະພາບດີຈຶ່ງໄດ້ຮັບຄວາມນິຍົມຊົມຊອບຄືແນວນັ້ນ. ບໍ່ມີການໂຄສະນາໃດທີ່ດີກ່ວາຄວາມໄວ້ເນື້ອເຊື່ອໃຈຂອງຜູ້ໃຊ້ສອຍ, ຜະລິດຕະພັນມີຄຸນນະພາບດີຈະໄດ້ຮັບການແນະນຳຈາກປາກຕໍ່ປາກຂອງປະຊາຊົນ, ຜູ້ໃຊ້ສອຍ ແລະ ຂ້ອຍເຫັນໄດ້ວ່າ Vingroup ສ້າງເຄື່ອງໝາຍການຄ້າໄດ້ດີແລ້ວ. ສ່ວນສຳລັບເຄື່ອງມືຄົ້ນຫາ ກົກໆ, ຂ້າພະເຈົ້າບໍ່ໄດ້ນຳໃຊ້ຈັກເທື່ອ ແຕ່ແນ່ນອນວ່າມັນໄດ້ສ້າງຄວາມສະດວກໃຫ້ແກ່ຊາວ ຫວຽດນາມ ຫຼາຍ ຍ້ອນວ່າເປັນໂປຼແກຼມ ສ້າງຂຶ້ນເພື່ອຮັບໃຊ້ໃຫ້ແກ່ຄົນ ຫວຽດນາມ. ດ້ວຍຕົວອັກສອນ ແລະ ວັນນະຍຸດທີ່ສັບສົນ, ຂ້າພະເຈົ້າເຊື່ອໝັ້ນຢ່າງແນ່ນອນວ່າ ກົກໆ ແມ່ນມາດຕະການດີເລີດສຳລັບຊາວ ຫວຽດນາມ ແລະ ທັງຊາວຕ່າງປະເທດຮູ້ຈັກພາສາ ຫວຽດ”

ແນະ​ນຳສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ເຂດ​ພູ​ພຽງ​ທາງ​ພາກ​ເໜືອ ຫວຽດ​ນາມ - ảnh 1
ໝາກອິນທະຜາລຳ


ໃນອີແມວ ສົ່ງເຖິງລາຍການ, ຜູ້ຟັງ ມີໄຊ ອິນທະວົງສາ, ແຂວງ ຫົວພັນ ໃຫ້ຮູ້ວ່າ: “ອາທິດແລ້ວນີ້, ຂ້ອຍໄດ້ໄປທ່ຽວແຂວງ ບໍລິຄຳໄຊ ແລະ ຕອນນັ້ນຈຶ່ງຮູ້ວ່າແຂວງນີ້ໄດ້ປູກອິນທະຜາລຳເປັນຈຳນວນຫຼາຍ. ຂ້ອຍມີຄວາມປະທັບໃຈກ່ຽວກັບຕົ້ນໄມ້ກິນໝາກປະເພດນີ້, ໃນເມື່ອກ່ອນໄດ້ກິນແຕ່ໝາກອົບແຫ້ງເທົ່ານັ້ນ. ຂ້ອຍບໍ່ມີຂໍ້ມູນກ່ຽວກັບຕົ້ນໄມ້ປະເພດນີ້ເທື່ອ, ຫວັງວ່າ ບັນນາທິການພາກພາສາລາວ ຈະແນະນຳຂໍ້ມູນກ່ຽວກັບໝາກໄມ້ປະເພດນີ້ໄດ້ບໍ່?”

ຜູ້ຟັງ ມີໄຊ ອິນທະວົງສາ ທີ່ເຄົາລົບ, ຕົ້ນອິນທະຜາລຳແມ່ນຕົ້ນໄມ້ປະເພດໜຶ່ງ ຂຶ້ນກັບສາຍພັນຕົ້ນໝາກໄດ້ປູກຫຼາຍທີ່ສຸດຢູ່ເຂດ ເມດິເຕີຣາແນ, ພິເສດແມ່ນບັນດາປະເທດໃກ້ກັບ ອີຢິບ. ເມື່ອຮອດເວລາເກັບກູ້, ໝາກນີ້ຄ້າຍຄືໝາກລະແຊງໜ່ວຍໃຫຍ່. ໝາກອິນທະຜາລຳມີແກ່ນໃຫຍ່ໃຈກາງ ແລະ ແກ່ນນີ້ກິນບໍ່ໄດ້. ຕົ້ນໄມ້ປະເພດນີ້ເປັນໝາກທຸກປີ ແຕ່ໝາກມີລົດຊາດແຊບທີ່ສຸດແມ່ນແຕ່ເດືອນ ພະຈິກ ຫາ ເດືອນ ມັງກອນ. ໝາກອີນທະຜາລຳທີ່ໄດ້ວາງຂາຍຢູ່ຕະຫຼາດເອີລົບ ເກືອບທັງໝົດແມ່ນໄດ້ອົບແຫ້ງ. ໝາກໄມ້ປະເພດນີ້ດີຕໍ່ສຸຂະພາບແຕ່ດ້ວຍປະລິມານນ້ຳຕານ ແລະ calorie ສູງດັ່ງນັ້ນເພື່ອນບໍ່ຄວນກິນຫຼາຍ. ນອກຈາກນັ້ນ, ຕົ້ນອິນທະຜາລຳກໍ່ໄດ້ນຳມາປູກຢູ່ບັນດາປະເທດ ອາຊີ ນັບມື້ນັບຫຼາຍ. ຢູ່ ຫວຽດນາມ, ຕົ້ນໄມ້ປະເພດນີ້ເຄີຍໄດ້ປູກຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ແນະ​ນຳສະ​ຖານ​ທີ່​ທ່ອງ​ທ່ຽວ​ຢູ່​ເຂດ​ພູ​ພຽງ​ທາງ​ພາກ​ເໜືອ ຫວຽດ​ນາມ - ảnh 2ຊາປາ - ແຂວງລາວກາຍ

ຜູ້ຟັງ ຄຳຫຼ້າ ແສງພະຈັນ, ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ເດືອນ ກັນຍາ ນີ້, ຂ້ອຍກັບໝູ່ເພື່ອນຫຼາຍຄົນໄດ້ໄປທ່ຽວຢູ່ ຫວຽດນາມ, ແຕ່ຕາມຂໍ້ມູນທີ່ຂ້າພະເຈົ້າຮັບຮູ້ ໃນຊ່ວງເວລານີ້ຢູ່ ຫວຽດນາມ ມັກເກີດຝົນຕົກ, ພາຍຸ. ຂ້າພະເຈົ້າຢາກໃຫ້ລາຍການແນະນຳບາງສະຖານທີ່ທ່ອງທ່ຽວສວຍງາມ, ຈັບໃຈ, ບໍ່ຖືກຜົນສະທ້ອນຈາກພາຍຸຂອງ ຫວຽດນາມ ໄດ້ບໍ່?”

ຊົມເຊີຍຜູ້ຟັງ ຄຳຫຼ້າ ພ້ອມກັບໝູ່ເພື່ອນໄດ້ເລືອກ ຫວຽດນາມ ແມ່ນສະຖານທີ່ທ່ຽວຊົມໃນໄລຍະຈະມາເຖິງ. ແຕ່ເດືອນ ສິງຫາ - ຕຸລາ ແມ່ນຊ່ວງເວລາທີ່ ຫວຽດນາມ ມັກເກີດພາຍຸລົມແຮງ, ແນ່ນອນວ່າຈະຖືກຜົນສະທ້ອນບໍ່ຫຼາຍກໍ່ໜ້ອຍ. ແທນທີການໄປອາບນ້ຳທະເລ ທາງລາຍການຂໍແນະນຳໃຫ້ທ່ານ ແລະ ເພື່ອນໄປທ່ຽວເຂດພູດອຍ?

+ ສະຖານທີ່ທີໜຶ່ງຢູ່ ຊາປາ - ແຂວງລາວກາຍ, ສະຖານທີ່ແຫ່ງນີ້ໄດ້ຮັບການຮູ້ຈັກເຖິງຄືດັ່ງແດນສະຫວັນຂອງເຂດໝອກເມກ, ເຕັມໄປດ້ວຍສິ່ງມະຫັດສະຈັນຂອງເຂດພູພຽງ, ມີເຂດນາຂັ້ນໄດງາມດັ່ງໃນຝັນ. ມາທ່ຽວຢູ່ແຫ່ງນີ້, ແນ່ນອນວ່າທ່ານຈະສູບອາກາດທີ່ປອດໂປ່ງ ແລະ ຮູ້ສຶກຄວາມສະຫງົບສຸກ, ລຽບງ່າຍຂອງບັນດາໝູ່ບ້ານທີ່ລີ້ຊ້ອນໃນເມກໝອກ.

+ ສະຖານທີ່ທີສອງແມ່ນ: ຕາຊົ່ວ, ແຂວງ ເຊີນລາ - ສະຖານທີ່ແຫ່ງນີ້ຕັ້ງຢູ່ລະຫວ່າງເມືອງ ບັກອຽນ (ແຂວງ ເຊີນລາ) ແລະ ຈ້າມເຕົ໊າ (ແຂວງ ອຽນບ໋າຍ). ທີ່ນີ້ໄດ້ຮັບຂະໜານນາມວ່າ: “ແດນສະຫວັນຂອງເມກໝອກ” ຍ້ອນວ່າມັນຕັ້ງຢູ່ເຂດພູສູງ, ດັ່ງນັ້ນຈະມີເມກປົກຄຸມຕະຫຼອດປີ. ບັນດາເສັ້ນທາງສວຍງາມທີ່ລະອິດລະອ້ຽວ, ເຂດພູຜາປ່າໄມ້ຂຽວອຸ່ມທຸມ, “ທະເລເມກ” ຂາວຈ່ານຜ່ານ… ແມ່ນສິ່ງຄວາມປະທັບໃຈທີ່ສຸດເມື່ອເຮົາຈະໄດ້ພົບເຫັນໃນເວລາໄປຢ້ຽມຊົມ ຕາຊົ່ວ.

+ ໝູ່ກັງຈ໋າຍ (ແຂວງ ອຽນບ໊າຍ) - ໂດຍແມ່ນເທດສະບານນ້ອຍແຫ່ງໜຶ່ງຢູ່ແຂວງ ອຽນບ໊າຍ. ໃນລະຫວ່າງເດືອນ ກັນຍາ ຫາ ເດືອນ ຕຸລາແມ່ນຊ່ວງເວລາທີ່ສະດວກທີ່ສຸດເພື່ອໄປຢາມ, ທ່ຽວຊົມ ໝູ່ກັງຈ໋າຍ ຍ້ອນຊ່ວງເວລານີ້ເຂົ້າສຸກເຫຼືອງໃນບັນເຕັມທົ່ງນາຂັ້ນໄດ ອຽນບ໊າຍ. ເມື່ອມາຢາມ ອຽນບ໊າຍ ທຸກຄົນຈະຖືກດຶງດູດໃຈຍ້ອນສີສັນຂອງແສງແດດ, ສາຍລົມ ແລະ ກິ່ນຫອມຂອງເຂົ້າສຸກເຫຼືອງ, ທັງໝົດເຫຼົ່ານັ້ນ ໄດ້ສ້າງເປັນສີສັນຂອງໝູ່ກັງຈ໋າຍ ທີ່ສວຍງາມດັ່ງໃນຝັນ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ