ແບ່ງປັນຂໍ້ມູນເຖິງທ່ານຜູ້ຟັງກ່ຽວກັບ ການເຄື່ອນໄຫວສິລະປະລະຫວ່າງ ຫວຽດນາມ - ລາວ

(vovworld) - ໃນ​ອາ​ທິດ​ຜ່ານ​ມາ, ລະ​ບົບ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ຕ່າງ​ປະ​ເທດ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ໄດ້​ຮັບຈົດ​ໝາຍ, ອີ​ແມວ ໂທ​ລະ​ສັບ​ 170 ສະ​ບັບຈາກທ່ານ​ຜູ້​ຝັງຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ໃນ​ນັ້ນ​ລາຍ​ກະ​ຈາຍ​ສ​ຽງ​ພາກ​ພາ​ສາ​ລາວ ໄດ້​ຮັບອີ​ແມວ, ໂທ​ລະ​ສັບ 4 ສະ​ບັບຈາກ​ທ່ານ​ຜູ້​ຟັງ​ລາວ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍແບ່ງ​ປັນ​ຂໍ້​ມູນ​ເຖິງ​ທ່ານ​ຜູ້​ຟັງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສິ​ລະ​ປະ​ລະ​ຫວ່າງ​ຫວຽດ​ນາມ - ລ​າວ, ກໍ​ຄື​ຕອບ​ບາງ​ຄຳ​ຖາມ​ເຊິ່ງ​ທ່າ​ນ​ຜູ້​ຟັງ​​ໄດ້ຝ​າກ​ມາ​ລາຍ​ການ.


ແບ່ງປັນຂໍ້ມູນເຖິງທ່ານຜູ້ຟັງກ່ຽວກັບ ການເຄື່ອນໄຫວສິລະປະລະຫວ່າງ ຫວຽດນາມ - ລາວ - ảnh 1
(ງານ​ມະ​ໂຫລານ​ທຳ​ນອງ​ເພງສັນ​ຕິ​ພາບ, ມິດ​ຕະ​ພາບ​ຫວຽດ​ນາມ - ລ​າວ ປີ 2016)

ໃນ​ຕອນ​ບ່າຍ​ວັນ​ທີ 16/10, ຢູ່​ຮ່າ​ໂນ້ຍ, ໄດ​້​ຈັດ​ງານ​ມະ​ໂຫລານ​ທຳ​ນອງ​ເພງສັນ​ຕິ​ພາບ, ມິດ​ຕະ​ພາບ​ຫວຽດ​ນາມ - ລ​າວ ປີ 2016, ໂດຍ​ສະ​ມາ​ຄົມ​ມິ​ຕະ​ພາບ​ຫວຽດ​ນາມ - ລາວ ນະ​ຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ. ລາຍ​ການ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ຂອງ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ດ້ວຍ​ຈຸດ​ປະ​ສົງ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຄວາມສາ​ມັກ​ຄີ​ທີ່​ສະ​ໜິດ​ຕິ​ດ​ພັນ​ລະ​ຫວ່າງ 2 ຊາດ​ຫວຽດ​ນາມ - ລາວ, ​ທັງ​ແມ່ນ​ການ​ເຄື່ອນ​ໄຫວຂ່ຳ​ນັບ​ຮັບ​ຕ້ອນ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 41 ປີ​ແຫ່ງວັນ​ຊາດ​ປະ​ເທດ​ສ​ປ​ປລາວ (02/12/1975 – 02/12/2016). ມຸ່ງ​ໄປ​ເຖິງ​ປີ 2017, ຫວຽດ​ນາມ ແລະ ລາວ ຈະ​ພ້ອມ​ກັນ​ສະ​ເຫຼີມ​ສະ​ຫຼອງ 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ຍັ​ນ​ຍາ​ມິດ​ຕະ​ພາບ ແລະ ຮ່ວມ​ມື (18/07/1977 – 18/07/2017) ແລະ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ - ລ​າວ (05/09/1962 – 05/09/2017). ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສະ​ມາ​ຄົ​ມ​ມິ​ດ​ຕະ​ພາບ​ຫວຽດ​ນາມ - ລາວ ນະ​ຄອນ​ຮ່າ​ໂນ້ຍ ຈັດ​ຕ​ັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງກວ່າ​ອີກໃນ​ໝູ່​ປະ​ຊາ​ຊົນ​, ພິ​ເສ​ດ​ແມ່ນ​ໄວ​ໜຸ່ມ​ນະ​ຄອນ​ຫຼວງ.

        ເພື່ອນ​ສຸ​ຂະ​ວົງ ແຂວງ ຄຳ​ມ່ວນ, ໄດ້​ສົ່ງ​ອີ​ແມວ​ເຖິງ​ລາຍ​ການ ຢາກ​ຮູ້​ແຈ​້ງ​ກວ່າກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສູນ​ກາງ​ສະ​ຫະພັນ​ຊາວ​ໜຸ່ມ​ຫວຽດ​ນາມ (15/10/1956 – 15/10/2016) ແລະ ພິ​ທີ​ມອບ​ລາງວັນ “15 ເດືອນ 10” ໃຫ້​ພະ​ນັກ​ງານ, ສະ​ມາ​ຊິກ​ຊາວ​ໜຸ່ມ​ຮ່າ​ໂນ້ຍ.

        ເພື່ອນ​ສຸ​ຂະ​ວົງ ທີ່​ຮັກ​ແພງ, ວັນ​ທີ 13/10 ຜ່ານ​ມາ, ຢູ່​ຮ່າ​ໂນ້ຍ, ສະ​ຫະພັນ​ຊາວ​ໜຸ່ມ​ຫວຽດ​ນາມ ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສູນ​ກາງ​ສະ​ຫະພັນ​ຊາວ​ໜຸ່ມ​ຫວຽດ​ນາມ (15/10/1956 – 15/10/2016) ແລະ ພິ​ທີ​ມອບ​ລາງວັນ “15 ເດືອນ 10”. ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງນີ້​ມີ​ບັນ​ດາ​ການ​ນຳ​ພັກ, ລັດ, ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ ແລະ ທ້ອ​ງ​ຖິ່​ນ​ຕ່າງໆ, ການ​ນຳ​ສູນ​ກາງ​ຊ​າວ​ໜຸ່ມ, ສູນ​ກາງ​ສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ແລະ ສະ​ມາ​ຊິກ, ຊາວ​ໜຸ່ມ​ນະ​ຄອນ​ຫຼວງ 3000 ຄົນ. ດ້ວຍ​ບົດ​ບາດ​ເປັນ​ແກ່ນ​ສານ​ການ​ເມືອງ​ຂອງ​ຄະ​ນ​ະ​ຊ​າວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ, ສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ໄດ້ ໄດ້​ເຕີ​ບ​ໂຫຍ່​ຂະ​ຫຍາຍອ​ອກຢ່າງບໍ່​ຢຸດຢັ້ງ, ​ນັບ​ທັງ​ຂອບ​ຂະ​ໜາດ ແລະ ຄຸນ​ນະ​ພາບ. ປະ​ຈຸ​ບັນ, ສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ມີລະ​ບົບ​ 4 ຂັ້ນ​ຈາກ​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອ​ງ​ຖິ່ນ ດ້ວຍ​ສະ​ມາ​ຊິກກວ່າ 7,3 ລ້ານ​ຄົນ. ບັນ​ດາ​ສະ​ມາ​ຊິກ​​ລວມ​ໝູ່ຂອງ​ກຸ່ມ​ຄື: ສະ​ມາ​ຄົມ​ທ່ານ​ໝ​ໍ​ໜຸ່ມ, ສະ​ມາ​ຄົນ​ນັກ​ທຸ​ລະ​ກິດ​ໜຸ່ມ… ໄດ້​ຮັບ​ການກໍ່​ສ້າງປັບ​ປຸ່ງ​ ແລະ ຂະ​ຫາຍ​ຕົວຢ່າງບໍ່​ຢຸ​ດ​ຢັ້ງ. ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຍັງ​ມີ​ສະ​ໂມ​ສອນ​ເລ​ີ່ມ​ດຳ​ເນີນ​ອາ​ຊີບ, ຊາວ​ໜຸ່ມ​ອາ​ສາ​ສະ​ໝັກ, ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ, ປົກ​ປັ​ກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ, ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ: ບັນ​ດາ​ສະ​ໂມ​ສອນ, ກອງ, ກຸ່ມ​ຕາມ​ອາ​ຊີບ​​ຄວາມ​ນິ​ຍົມ, ສ້າງ​​ເປັນຄວາມ​ອຸ​ດົ​ມ​ສົມ​ບຸນ​ໃ​ນ​ວຽກ​ງານ​​ສະ​ມາ​ຄົມ ແລະ ຂະ​ບວນ​ການ​ຊາວ​ໜຸ່ມ… ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ, ສູນ​ກາງ​ສະ​ຫະ​ພັນ​ຊາວ​ນຸ່ມ​ຫວຽດ​ນາມ ໄດ້​ຍ້ອງ​ຍໍມອບ​ລາງວັນ “15 ເດືອນ 10” ໃຫ້​ພະ​ນັກ​ງານ​ສະ​ມາ​ຄົມ, ສະ​ມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ ທີ່ມີ​ຜົນ​ງານດີ​ເດັ່ນ ​ໃນ​​ການ​ປະ​ຕິ​ບັດ​ງານ​ຂອງສະ​ມາ​ຄົມ ແລະ ຂະ​ບວນ​ການ​ຊາວ​ໜຸ່ມ 80 ຄົນ. ໃນ​ນັ້ນ​ມີ​ຊາວ​ໜຸ່ມ 15 ຄົນ​​ເຊິ​່ງ​ແມ່ນ​ບັນ​ດາ​ພະ​ນັກ​ງານ, ສະ​ມາ​ຊິກ, ຊ​າວ​ໜຸ່ມ​ທ​ີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ບັນ​ດາ​ຂົງ​ເຂດ​ເຄື່ອນ​ໄຫວ ແລະ ມີ​ການ​ປະ​ກອບ​ສ່ວນ​ຫຼ​າຍ​ຢ່າງ​ເຂ​ົ້າ​ໃນວຽກ​ງານ​ສະ​ມາ​ຄົມ, ຂະ​ບວນ​ການ​ຊາວ​ໜຸ່ມ.

ແບ່ງປັນຂໍ້ມູນເຖິງທ່ານຜູ້ຟັງກ່ຽວກັບ ການເຄື່ອນໄຫວສິລະປະລະຫວ່າງ ຫວຽດນາມ - ລາວ - ảnh 2
​(ພິ​ທີ​ມອບ​​ໃບ​ຕົກ​ລົງ​ມອບ​ທຶນ​ສຶກ​ສາ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ
 ໃຫ້​ລູກ​ຫຼານ​ພໍ່​ແມ່​ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​ລາວ)

ເພື່ອນ​ວັນ​ວິ​ໄລ ວິ​ໄລ​ວົງ, ຢູ່​ແຂວງ ຫົວ​ພັນ ໄດ້​ໄທ​ລະ​ສັບ​​ເຖິງ​ລາຍ​ການ​ແບ່ງ​ປັນ​ວ່າ: ໃນ​ອາ​ທິດ​ຜ່ານ​ມາ, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ໄດ້​ດຳ​ເນີນ​ພິ​ທີ​ມອບ​​ໃບ​ຕົກ​ລົງ​ມອບ​ທຶນ​ສຶກ​ສາ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ໃຫ້​ລູກ​ຫຼານ​ພໍ່​ແມ່​ຊາວ​ຫວຽດ​ນາມ ອາ​ໄສ​ຢ​ູ່​ລາວ. ຜ່ານ​ລາຍ​ການ, ຂ້າ​ພະ​ເຈົ້າ​ຢາກ​ຮູ້​ເປົ້າ​ໝາຍໄດ້​ຮັບ​ທຶນ​ສຶກ​ສາ? ມີ​ນັກ​ຮຽນ​ຈັກ​ຄົນ​ໄດ້​ຮັບ​ທຶນ​ສຶກ​ສາ​ມາ​ຮ່ຳ​ຮຽ​ນ​ຢູ່​ຫວຽດ​ນາມ ໃນ​ຄັ້ງ​ນີ້?.

        ເພື່ອນ​ວັນ​ວິ​ໄລ ວິ​ໄລ​ວົງ ທີ່​ຮັກ​ແພງ, ຕອນ​ບ່າຍ​ວັນ​ທີ 14/10 ຜ່ານ​ມາ, ຢູ່​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດ​ລາວ, ໄດ້​ດຳ​ເນີ​ນ​ພິ​ທີ​ມອບໃບ​ຕົ​ກ​ລົງມອບ​ທຶນ​ສຶກ​ສາ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ໃຫ້​ລູກ​ຫຼານ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ. ເຂົ້າ​ຮ່ວມ​ພິ​ທີ​ມີ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ ປະ​ຈຳ​ລາວ, ຜ​ູ້​ຕາງ​ໜ້າ​ສ​ະ​ມາ​ຄົມ​ໃຫຍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ແລະ ສະ​ມາ​ຄົມ​ນະ​ຄອນ​ຫຼວງວຽງ​ຈັນ, ພ້ອມ​ກັບ​ພໍ່​ແມ່​ນັກ​ຮຽນ​ທີ່​ໄດ້​ຮັບ​ທຶນ​ສຶກ​ສາ​. ຜູ້​ຕາງ​ໜ້າ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ ໃຫ້​ຮູ້​ວ່າ, ຄະ​ນະ​ຈັດ​ຕັ້ງ​ໄດ້ເລ​ືອກ​​ເອົາສຳ​ເນົາຈົດ​ທະ​ບ​ຽນ​ 35 ໃນ​ຈຳ​ນວນ 66 ​ສຳ​ເນົາ​ໄດ້​ຮັບບຸ​ລິມ​ະ​ສິດ​ຄື: ເປັນ​ລູກ​ຫຼານ​ຂອງ​ຜູ້​ທີ່​ມີ​ຄຸນ​ງາມ​ຄວາມ​ດີ​ຕ​ໍ່​ການ​ປະ​ຕິ​ວັດ, ຄອບ​ຄົວ​ມີ​ການ​ປະ​ກອບ​ສ່ວນ​ຫຼາຍ​ຢ່າງ​ໃຫ້​ປະ​ຊາ​ຄົມ, ບັນ​ດາ​ນັກ​ຮຽນ​ໄດ້​ຮັບ​ຄະ​ແນນ​ສູງ​ໃນ​ການ​ເສັງ​ຈົບໂຮງ​ຮຽນ​ມັດ​ທະ​ຍົມ​ຕອ​ນ​ປາຍ… ຢູ່​ທົ່ວ​ທຸກ​ແຂວງ, ນະ​ຄອນ​ຂອງ​ລາວ ເພື່ອມອບ​ຂໍ້​ຕົກ​ລົງ​​ໃຫ້ໄປ​ຮຽນ​ຢູ່​ບັນ​ດາ​ໂຮງ​ຮຽ​ນ​ຂອງ​ຫວຽດ​ນາມ​ຄື: ການ​ເງິນ, ທະ​ນາ​ຄານ, ການ​ແພດ, ການ​ຄ້າ​ຕ່າງ​ປະ​ເທ​ດ, ການ​ຢາ, ສ້າງຄູ​… ເລື່ອງ​ຜັນ​ຂະ​ຫຍາຍ​ທຶນ​ສຶກ​ສາ​ຂອງ​ລັດ​ຖະ​ບານ ທີ່​ສະ​ຫງວນ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດຢ່າງ​ແທດ​ຈິງ​ສຳ​ລັບ​ພໍ່​ແມ່ປະ​ຊາ​ຊົນ, ນ​ີ້​ແມ່ນ​ຂອງ​ຂວັນ​ທີ່​ມີ​ມູນ​ຄ່າ​ນັບ​ທັງ​ດ້ານ​ການ​ເງິນ ແລະ ຈິດ​ໃຈ​ຢ່າງ​ແທ​້​ຈິງ, ເພື່ອ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ມີ​ຄວາມ​ອຸ່ນ​ອ່ຽງ​ໃຈ​ທຳ​ມາ​ຫາ​ກິນ, ​ດຳ​ລົງ​ຊີ​ວິດ​ຢູ່​ລາວ ແລະ ຍາມ​ໃດ​ກໍ່​ອ​ວ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ.

ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນຂອງ​ທ່ານ​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ, ຫວັງ​ວ່າ ທ່ານ​ຜູ້​ຝັງ​ຈະ​ສືບ​ຕໍ່​​ຝາກ​ຈົດໝາຍ, ອີ​ແມວ ຫຼື ​ໂທລະສັບມາ​ຫາ​ລາຍການ ເພື່ອ​ປະກອບ​ຄຳ​ເຫັນ​ຊ່ວຍ​ລາຍການ​ຂອງ​ພວກ​ເຮົາ​​ໃຫ້ນັບ​ມື​້​ນັບ​ດີ​ກວ່າ​​ເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ