ຄວາມງາມໜອງບາເບ

(vovworld) - ໜອງ​​ບາ​ເບ ​ແມ່ນ​ໜອງ​ນຳ້​ຈືດ​ທຳ​ມະ​ຊາດ​ເຊິ່ງນອນ​ໃນ​ບໍລິ​ເວນ​ແຂວງ​ບັກ​ກ້ານ. ໜອງ​ມີ​ຄວາມ​ສູງ 150ມ ​ເມື່ອ​ທຽບ​ໃສ່​ໜ້າ​ນຳ້​ທະ​ເລ, ​ມີ​ຄວາມ​ເລິກ​ແຕ່ 17 – 23 ມ, ​​ສາ​ມາດເກັບ​ນ້ຳ​ໄດ້​ປະມານ 90 ລ້ານ​​ແມັດ​ກ້ອນ. ​ໃນ​ໜອງມີ​​ເກາະຫຼາຍ​ແຫ່ງ, ຢູ່​ອ້ອມ​​ໜອງແມ່ນ​ປ່າ​ເຂດ​ຮ້ອນ. ໜອງ​ບາ​ເບ ມີ​ຄວາມ​​ສຳ​ຄັນ​ລະ​ດັບ​ສາກົນ​ກ່ຽວ​ກັບ​ການ​ເປັນຫຼາຍຮູບ​ຫຼາຍ​ແບບ​ດ້ານ​ຊີວະ​ນາໆ​ພັນ, ດ້ວຍ​ສັດ​ຫາ​ຍາກ​ຫຼາຍ​​ຊະ​ນິ​ດ. ໜອງ​ບາ​ເບ ​ແມ່ນ​ໝາກຫົວ​ໃຈ​ຂອງປ່າ​ສະຫງວນ​ແຫ່ງ​ຊາດ​ບາ​ເບ, ​ເຊິ່ງຕັ້ງ​ຢູ່​​ທາງທິດຕາ​ເວັນ​ຕົກ​​ສ່ຽງ​ເໜືອ, ​ເມືອງ​ບາ​ເບ, ຫ່າງ​ຈາກ​ເທດສະບານ ​ບັກ​ກ້ານ 68 ກ.ມ ​ແລະ ຮ່າງ​ຈາກ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ 250 ກ.ມ ​ໄປ​ທາງ​ທິດ​ເໜືອ.

ຄວາມງາມໜອງບາເບ - ảnh 1
ເຮືອໄມ້ເປັນເອກະລັກສະເພາະ, ເຊິ່ງຍາມໃດກໍ່ເພີ່ມຄວາມງາມໃຫ້ໜອງບາເບ
ຄວາມງາມໜອງບາເບ - ảnh 2
ທ່າເຮືອ, ເຊິ່ງແມ່ນແຫ່ງນັກທີ່ທ່ອງທ່ຽວເລີ່ມຕົ້ນການຢ້ຽມຢາມໜອງບາເບ
ຄວາມງາມໜອງບາເບ - ảnh 3
ເຮືອພານັກທ່ອງທ່ຽວຢ້ຽມຢາມໜອງ
ຄວາມງາມໜອງບາເບ - ảnh 4
ຄວາມງາມໜອງບາເບ - ảnh 5
ນັກທ່ອງທ່ຽວກໍຄືປະຊາຊົນມັກຈອດຢູ່ໃກ້ຝັ່ງເພື່ອຕຶກເບັດ
ຄວາມງາມໜອງບາເບ - ảnh 6
ນັກທ່ອງທ່ຽວກໍຄືປະຊາຊົນມັກຈອດຢູ່ໃກ້ຝັ່ງເພື່ອຕຶກເບັດ
ຄວາມງາມໜອງບາເບ - ảnh 7
ໜອງບາເບ ກ່ອນຕາເວັນຕົກດິນ
ຂ່າວ/ບົດ​ອື່ນ