(ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ ທີ 02 ກັນຍາ) |
ໃນຊຸມມື້ຜ່ານມາ, ມີຜູ້ຟັງ ລາວ ຫຼາຍທ່ານໄດ້ສົ່ງຄຳຄິດເຫັນໃນຂ່າວ “ກອງທັບ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ ທີ 02 ກັນຍາ”. ບັນດາທ່ານຜູ້ຟັງໄດ້ສະແດງຄວາມປະທັບໃຈຕໍ່ບັນຍາກາດຂ່ຳນັບຊົມເຊີຍ 2 ວັນບຸນໃຫຍ່ຂອງ ຫວຽດນາມ. ໃນນັ້ນ, ເພື່ອນ ສຸລິວົງ, ໄດ້ແບ່ງປັນວ່າ: “ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ ທີ 02 ກັນຍາ ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່, ປະຊາຊົນ ຫວຽດນາມ ໄດ້ນຸ່ງເສື້ອ ແລະ ມັດຄ້ອງແພໃສ່ຄໍມີຮູບທຸງແດງດາວຄຳ ເຮັດໃຫ້ເຂດຖະໜົນຕ່າງໆມີສີສັນຫຼາຍຫຼາຍ. ນອກນັ້ນ, ພິທີເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງໃນໂອກາດນີ້ກໍ່ໄດ້ພິສູດໃຫ້ເຫັນເລື່ອງ ຫວຽດນາມ ບັນລຸຄວາມຄືບໜ້າທີ່ໜ້າຮັບຮູ້ໃນວິວັດການພັດທະນາປະເທດຊາດ”.
ສ່ວນເພື່ອນ ວິໄລພົງ ໄດ້ສົ່ງຂໍ້ຄວາມທາງສື່ສັງຄົມ Facebook ດ້ວຍເນື້ອໃນທີ່ວ່າ: “ຕາມທ່າອ່ຽງທົ່ວໂລກ, ຂ້າພະເຈົ້າຄິດວ່າ ການເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງຄືແນວນີ້ ແມ່ນມີຄວາມຈຳເປັນ. ຂ້າພະເຈົ້າຂໍອວຍພອນໃຫ້ກອງທັບ ຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງ ແລະ ພັດທະນາ, ໄດ້ປະກອບອາວຸດທັນສະໄໝຫຼາຍປະເພດ ແລະ ມີທີ່ຕັ້ງທີ່ສູງກວ່າບົນເວທີສາກົນ”.
ຈາກ ກຸຍບາ, ທ່ານ Ezequiel Hernández Gómez ໄດ້ຂຽນວ່າ: “ຄວາມສາມັກຄີແມ່ນກຳລັງແຮງເພື່ອນຳປະເທດກ້າວໄປເຖິງເສັ້ນທາງແຫ່ງການພັດທະນາ, ເພື່ອຄວາມຜາສຸກຂອງປະຊາຊົນໝົດທຸກຄົນ, ກໍຄືຄວາມໄວ້ເນື້ອເຊື່ອໃຈຈາກເພື່ອນມິດຢູ່ 5 ທະວີບ. ຈົ່ງພ້ອມກັນສະເຫຼີມສະຫຼອງວັນຊາດ 02 ກັນຍາ ອັນສຳຄັນຍິ່ງ, ຊົມເຊີຍ 80 ປີແຫ່ງໄຊຊະນະ ແລະ ນ້ຳໃຈສາມັກຄີ. ຂໍອວຍພອນໃຫ້ປະຊາຊົນ ຫວຽດນາມ ວິລະຊົນສືບຕໍ່ກ້າວຂຶ້ນ”.
ເພື່ອນ ເມກສະຫວັນ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງຄຳອວຍພອນທີ່ວ່າ: “ການສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ ສສ. ຫວຽດນາມ ທີ 2 ກັນຍາ ກໍ່ແມ່ນວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ຄົບຮອບ 80 ປີ. ຂ້າພະເຈົ້າຂໍອວຍພອນໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ພັດທະນາຢ່າງແຮງກວ່າອີກ, ປະກອບສ່ວນຜົນງານອັນໃຫຍ່ຫຼວງກວ່າໃນ “ສັງກາດບຸກບືນ” ຂອງຊາດ ຫວຽດນາມ”.
ເພື່ອນ ວິໄລ ແສງຄຳ ໄດ້ໂທລະສັບມາຫາລາຍການ, ແບ່ງປັນກ່ຽວກັບການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ. ເພື່ອນໃຫ້ຮູ້ວ່າ: “ໄດ້ເຂົ້າຮ່ວມການເສັງໃນຄັ້ງນີ້ແມ່ນຄວາມພາກພູມໃຈທີ່ສຸດສຳລັບຂ້າພະເຈົ້າ. ການເສັງຊ່ວຍໃຫ້ຂ້າພະເຈົ້າໄດ້ພົວພັນແລກປ່ຽນກັບວິທະຍຸກະຈາຍສຽງ ຫວຽດນາມ ອີກຄັ້ງໜຶ່ງ ແລະ ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະເທດ ຫວຽດນາມ. ສຳລັບຂ້າພະເຈົ້າ, ການໄດ້ເຂົ້າຮ່ວມການເສັງ ແລະ ໄດ້ຮັບການຢັ້ງຢືນກໍ່ແມ່ນຄວາມສຸກຢ່າງໃຫຍ່ຫຼວງສຳລັບຂ້າພະເຈົ້າແລ້ວ. ສຸດທ້າຍ, ຂ້າພະເຈົ້າຂໍອວຍພອນໃຫ້ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ບັນລຸໄດ້ຜົນສຳເລັດຢ່າງຈົບງາມ. ຂໍອວຍພອນໃຫ້ບັນນາທິການ ແລະ ໂຄສົກພາກພາສາ ລາວ, ວິທະຍຸກະຈາຍສຽງ ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ໂຊກດີ”.
ຫວຽດນາມ ມີປະມານ 25 ແຂວງໄດ້ປູກຕົ້ມໝາກພ້າວ, ໂດຍສຸມໃສ່ຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
(ພາບປະກອບ: bvhttdl.gov.vn)
|
ເພື່ອນ ຈະເລີນສຸກ, ຢູ່ແຂວງ ຊຽງຂວາງ ໄດ້ສົ່ງອີເມວມາຫາລາຍການຢາກຊອກຮູ້ກ່ຽວກັບບັນດາເຂດປູກຕົ້ນໝາກພ້າວທີ່ມີຂອບຂະໜາດໃຫຍ່ຂອງ ຫວຽດນາມ, ໝາກພ້າວຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງຕ່າງປະເທດບໍ່ ແລະ ມີບັນດາຜະລິດຕະພັນທີ່ເຮັດຈາກໝາກພ້າວຊະນິດໃດທີ່ໂດດເດັ່ນ.
ເພື່ອນ ຈະເລີມສຸກ ທີ່ຮັກແພງ, ຕາມການສະຖິຕິຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ປີ 2025 ແລ້ວ, ຫວຽດນາມ ມີປະມານ 25 ແຂວງໄດ້ປູກຕົ້ນໝາກພ້າວ, ໂດຍສຸມໃສ່ຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ດ້ວຍເນື້ອທີ່ກວ່າ 200.000 ເຮັກຕາ. ກ່ຽວກັບເນື້ອທີ່ປູກຕົ້ນໝາກພ້າວ, ປະຈຸບັນ ຫວຽດນາມ ພວມຢືນອັນດັບທີ 5 ໃນໂລກ, ດ້ວຍປະລິມານຜົນລະປູກປະມານ 2 ລ້ານໂຕນ/ປີ. ໃນນັ້ນ, 2 ແຂວງ ເບັນແຈ ແລະ ຕຽນຢາງ ມີເນື້ອທີ່ປູກຕົ້ນໝາກພ້າວໃຫຍ່ທີ່ສຸດ ດ້ວຍເນື້ອທີ່ກວ່າ 100.000 ເຮັກຕາ. ການສົ່ງອອກໝາກພ້າວໄດ້ແບ່ງອອກເປັນ 4 ກຸ່ມວິສາຫະກິດດ້ວຍຜະລິດຕະພັນຫຼັກ. ທີ 1, ວິສາຫະກິດ, ຜະລິດຕະພັນຂະແໜງອາຫານ, ເຄື່ອງສຳອາງ ແລະ ການຢາ. ປະຈຸບັນ, ໝວດຂະແໜງໝາກພ້າວນີ້ລວມມີ 45 ຜະລິດຕະພັນ, ມີວິສາຫະກິດກວ່າ 50 ແຫ່ງຜະລິດ, ປຸງແຕ່ງລົງເລິກ. ທີ 2, ວິສາຫະກິດ ແລະ ຜະລິດຕະພັນຂະແໜງເຄື່ອງສິລະປະຫັດຖະກຳ, ໄມ້ ແລະ ປຸຍກະສິກຳຈາກຕົ້ນໝາກພ້າວ ດ້ວຍກວ່າ 30 ຜະລິດຕະພັນທີ່ຫຼາກຫຼາຍ. ລະອຽດແມ່ນ, ຜະລິດຕະພັນສິລະປະຫັດຖະກຳ, ໄມ້, ທາດບຳບັດສິ່ງແວດລ້ອມຈາກຖ່ານທີ່ເຮັດຈາກຕົ້ນໝາກພ້າວ... ທີ 3, ວິສາຫະກິດຜະລິດບັນດາຜະລິດຕະພັນທີ່ເປັນວັດຖຸດິບຄື: ນ້ຳມັນໝາກພ້າວດິບ, ໝາກພ້າວແຊ່ເຢັນ, ກະທິໝາກພ້າວແຊ່ເຢັນ... ແລະ ທີ 4 ແມ່ນບັນດາກຸ່ມວິສາຫະກິດ ແລະ ຜະລິດຕະພັນການຜະລິດ, ດຳເນີນທຸລະກິດກ່ຽວກັບໝາກພ້າວສົດ