“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ

(VOVWORLD) - ໄລ່ຮອດຈຸດເວລາປັດຈຸບັນ, “ບັ້ນເຄື່ອນໄຫວ ກວາງຈູງໄດ້ສ້າງວິລະກຳໃນຍຸກສັນຕິພາບ, ຫັນບັນດາຊາກຫັກພັງກາຍເປັນບັນດາຊາຍຄາແຫ່ງຄວາມອົບອຸ່ນ ແລະ ໝັ້ນຄົງຖາວອນ.

ພາຍຫຼັງບັນດາເຫດນ້ຳຖ້ວມຄັ້ງປະຫວັດສາດໄດ້ກໍໃຫ້ເກີດ “ຮອຍແປ້ວບາດແຜ” ໃນດິນແດນພາກກາງ ແລະ ເຂດ ເຕີຍງວຽນ ຫວຽດນາມ, “ບັ້ນເຄື່ອນໄຫວ ກວາງຈູງ” ໄດ້ຮັບການຜັນຂະຫຍາຍຢ່າງວ່ອງໄວ. ໂດຍປະຕິບັດຕາມຄຳສັ່ງຈາກຫົວໃຈ, ລັດຖະບານຕັດສິນໃຈປຸກສ້າງບັນດາຊາຍຄາແຫ່ງຄວາມອົບອຸ່ນທີ່ຖາວອນ, ຊ່ວຍໃຫ້ປະຊາຊົນເຂດຖືກນ້ຳຖ້ວມຜ່ານຜ່າສະພາບ “ນອນກາງດິນກິນກາງຊາຍ”.
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 1
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຮັບຟັງບັນດາອົງການທີ່ມີໜ້າທີ່ລາຍງານກ່ຽວກັບບັນດາແບບເຮືອນຫຼີກລ້ຽງນ້ຳຖ້ວມໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີ ຊີ້ນຳ ວັນທີ 31 ທັນວາ ແມ່ນກຳນົດເວລາສຸດທ້າຍເພື່ອສຳເລັດການສ້ອມແປງເຮືອນທີ່ຖືກເປ່ເພ; ຮອດວັນທີ 31 ມັງກອນ 2026 ຕ້ອງສຳເລັດການປຸກສ້າງເຮືອນຫຼັງໃໝ່ໃຫ້ແກ່ຄອບຄົວທີ່ມີເຮືອນຖືກພັງຖະຫຼົ່ມ.
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 2
ກຳລັງປະກອບອາວຸດ ມຸ່ງໄປເຖິງເຂດຖືກນ້ຳຖ້ວມ
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 3
ດ້ວຍທິດນຳທີ່ວ່າ “ຮີບເຮັ່ງວ່ອງໄວ”, ການສ້ອມແປງ, ປຸກສ້າງເຮືອນໄດ້ດຳເນີນພ້ອມກັບການເກັບສະຖິຕິຜົນເສຍຫາຍລະອຽດ ແລະ ຄິດໄລ່ຄາດຄະເນວັດຖຸອຸປະກອນທີ່ຈຳເປັນໃຫ້ແກ່ລາຍການຕ່າງໆ.
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 4
ວັນທີ 1 ທັນວາ 2025, ບັ້ນເຄື່ອນໄຫວໄດ້ຮັບການຜັນຂະຫຍາຍພ້ອມກັນຢູ່ທັງ 4 ແຂວງ ດັກລັກ, ຢາລາຍ, ແຄັງຮວ່າ ແລະ ເລິມດົ່ງ.
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 5
ທ່ານ ພັນເອກພິເສດ ເຈິ່ນກວາງເຕິມ, ຮອງຫົວໜ້າຜູ້ບັນຊາການທະຫານແຂວງ ດັກລັກ ໃຫ້ຮູ້ວ່າ ທາງກົມກອງໄດ້ປຸກລະດົມພະນັກງານ, ນັກຮົບ 600 ຄົນ ພ້ອມດ້ວຍຍານພາຫະນະ, ເຄື່ອງຈັກພ້ອມກັນຜັນຂະຫຍາຍປຸກສ້າງເຮືອນຊ່ວຍເຫຼືອພໍ່ແມ່ປະຊາຊົນ.
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 6
ກຳລັງຕຳຫຼວດ ຕາແສງ ມັງຣີ, ແຂວງ ກວາງງາຍ ໄດ້ໜູນຊ່ວຍປະຊາຊົນປຸກສ້າງເຮືອນຫຼັງໃໝ່.
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 7
ນອກຈາກໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບແລ້ວ, ບັນດານັກຮົບຍັງກາຍເປັນ “ຊ່າງກໍ່ສ້າງພິເສດ”, ປະກອບສ່ວນເຂົ້າໃນການປຸກສ້າງເຮືອນຫຼັງໃໝ່ນັບຮ້ອຍຫຼັງອີກດ້ວຍ.
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 8
ດ້ວຍຈິດໃຈ “ດຳເນີນການກໍ່ສ້າງຢ່າງຮີບດ່ວນ, ສຳເລັດຢ່າງວ່ອງໄວ” ບັນດາໜ່ວຍງານໄດ້ເພີ່ມເວລາເຮັດວຽກ, ເພິ່ມກຳລັງເຮັດຕະຫຼອດຄືນເພື່ອໃຫ້ທັນ ແລະ ສຳເລັດກ່ອນກຳນົດເວລາ.
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 9
ຮູບພາບນັກຮົບໃຕ້ໄຟ, ແຂ່ງຝົນກໍ່ສ້າງທັງເວັນ ແລະ ຄືນ ເຮັດໃຫ້ພໍ່ແມ່ປະຊາຊົນເຂດຖືກນ້້ຳຖ້ວມມີຄວາມຕື້ນຕັນໃຈ ແລະ ເຄົາລົບຮັກແພງທີ່ສຸດ.
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 10
ພາຍຫຼັງກອງພົນໃຫຍ່ 34 ແລະ ການນຳແຂວງ ຢາລາຍ ມອບເຮືອນຫຼັງໃໝ່, ປ້າ ໂຕທິເສືອ (ອາຍຸ 88 ປີ, ບ້ານ ແຈ້ງໂຮ້ຍ, ຕາແສງ ໂງເມີຍ) ມີຄວາມຕື້ນຕັນໃຈ, ດີໃຈ ແລະ ຮູ້ບຸນຄຸນ.
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 11
ປ້າ ກາວທິໝວຍ (ຕາແສງ ດົງແຄັງເຊີນ) ມີຄວາມປິຕິຊົມຊື່ນໃນເຮືອນຫຼັງໃໝ່ພ້ອມກັບບັນດາພະນັກງານ, ນັກຮົບຕຳຫຼວດແຂວງ ແຄັງຮວ່າ.
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 12
ພາຍຫຼັງພຽງແຕ່ກວ່າເຄິ່ງເດືອນທີ່ “ແຂ່ງແດດແຂ່ງຝົນ” ຜັນຂະຫຍາຍປະຕິບັດຢ່າງຮີບດ່ວນ, ບັນດາຊາຍຄາທຳອິດກໍໄດ້ຮັບການກໍ່ສ້າງສຳເລັດ ແລະ ມອບໃຫ້ປະຊາຊົນ, ຊ່ວຍໃຫ້ປະຊາຊົນເຂດຖືກນ້ຳຖ້ວມຈາກສະພາບ “ນອນກາງດິນກິນກາງຊາຍ” ນັ້ນ ໄດ້ມີບ່ອນຢູ່ອາໄສທີ່ປອດໄພ ແລະ ຖາວອນ.
“ບັ້ນເຄື່ອນໄຫວ ກວາງຈູງ” - ຄຳສັ່ງຈາກຫົວໃຈ: ນັບໝື່ນຊາຍຄາແຫ່ງຄວາມອົບອຸ່ນໄດ້ສ້າງສຳເລັດຕາມກຳນົດເວລາ - ảnh 13
ຕາມຕົວເລກທີ່ໄດ້ຍົກອອກມາໃນກອງປະຊຸມສະຫຼຸບ “ບັ້ນເຄື່ອນໄຫວ ກວາງຈູງ” ໃນຕອນເຊົ້າວັນທີ 30 ທັນວາ, ໄລ່ຮອດປັດຈຸບັນ ໄດ້ສ້ອມແປງເຮືອນສຳເລັດ 34.756 ຫຼັງ (ບັນລຸ 99,99%); ປັດຈຸບັນຍັງເຫຼືອ 3 ຫຼັງຢູ່ແຂວງ ເລິມດົ່ງ, ທາງແຂວງໃຫ້ຄຳໝັ້ນສັນຍາສຳເລັດກ່ອນວັນທີ 31 ທັນວາ 2025.

ກໍໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ຫຼຸດເວລາການປຸກສ້າງ, ສູ້ຊົນຮອດວັນທີ 15 ມັງກອນ 2026 ຕ້ອງສຳເລັດການສ້າງເຮືອນທີ່ຖືກພັງທະລາຍ ເພື່ອໃຫ້ປະຊາຊົນມີເຮືອນຢູ່ກ່ອນເວລາຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ./.


ຕອບກັບ

ຂ່າວ/ບົດ​ອື່ນ