ນະຄອນ ໂຮ່ຈີມິນ ສ້າງເຂດວັດທະນະທຳ ໂຮ່ຈີມິນ ຢູ່ໂຮງຮຽນ

(VOVWORLD) -ການສ້າງເຂດວັດທະນະທຳ ໂຮ່ຈີມິນ ພວມປະຕິບັດຢູ່ໂຮງຮຽນຫຼາຍແຫ່ງທີ່ນະຄອນ ໂຮ່ຈີມິນ ເພື່ອແນໃສ່ສ້າງສະພາບແວດລ້ອມການຮ່ຳຮຽນ ຊອກຮູ້ຕົວຈິງ. ພ້ອມກັນນັ້ນເຂດວັດທະນະທຳນີ້ ກໍ່ໄດ້ຊ່ວຍໃຫ້ນັກຮຽນ ມີໂອກາດຊອກຮູ້ກ່ຽວກັບຊີວິດ ພາລະກິດຂອງປະທານ ໂຮ່ຈີມິນ ຕື່ມອີກ. ຜ່ານນັ້ນບັນດາໂຮງຮຽນ ກໍ່ໄດ້ມີການເຄື່ອນໄຫວ ຕິດພັນກັບການຜັນຂະຫຍາຍປະຕິບັດການຮ່ຳຮຽນ ແລະ  ເຮັດຕາມແນວຄິດຄຸນສົມບັດແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ຢ່າງມີປະສິດທິຜົນ
ນະຄອນ ໂຮ່ຈີມິນ ສ້າງເຂດວັດທະນະທຳ ໂຮ່ຈີມິນ ຢູ່ໂຮງຮຽນ - ảnh 1ນັກຮຽນອ່ານປຶ້ມໃນເຂດວັດທະນະທຳ ໂຮ່ຈີມິນ

     ເຂດວັດທະນະທຳ ໂຮ່ຈີມິນ ຢູ່ໂຮງຮຽນມັດທະຍົມຕອນບ່າຍລົງເລິກວິຊາ ເຈິ່ນດ້າຍເຫງຍ ທີ່ເມືອງໜຶ່ງ  ໄດ້ຖືກສ້າງຂຶ້ນໃນບໍລິເວນຫໍສະໝຸດ ເຊິ່ງໄດ້ວາງສະແດງບັນດາເອກະສານຮູບຖ່າຍທີ່ມີຈິງ ມີຄວາມລຽບງ່າຍກ່ຽວກັບປະທານ ໂຮ່ຈີມິນ. ຕາມອ້າຍຄູ ຫງວຽນມິງ ຫົວໜ້າຄະນະອຳນວຍການໂຮງຮຽນແລ້ວ, ການຜັນຂະຫຍາຍສ້າງເຂດວັດທະນະທຳ ໂຮ່ຈີມິນ ໄດ້ຕິດພັນກັບໜ້າທີ່ວິຊາສະເພາະຂອງໂຮງຮຽນ. ອ້າຍຄູ ຫງວຽນມິງ ໃຫ້ຮູ້ວ່າ:

     “ນີ້ພຽງແຕ່ແມ່ນເຂດເພື່ອໃຫ້ຄູອາຈານ ແລະ ນັກຮຽນເຫັນດ້ວຍຕາ ເຂດວັດທະນະທຳ ໂຮ່ຈີມິນ. ຈາກນັ້ນ ຈະນຳເອົາຈິນຕະນາການ ແລະ ແນວຄິດເຂົ້າໃນເນື້ອໃນຂອງບົດຮຽນ, ສາມາດກາຍເປັນບັນດາຊົ່ວໂມງຮຽນຢູ່ເຂດນີ້ ເພື່ອປ່ຽນແປງເຂດຫ້ອງຮຽນສ່ວນໃດສ່ວນໜຶ່ງ ທັງເປັນການສ້າງແຫຼ່ງບັນດານໃຈ ແລະ ນຳເຂດວັດທະນະທຳ ໂຮ່ຈີມິນ ເຂົ້າໃນແຕ່ລະຊົ່ວໂມງຮຽນ, ແຕ່ລະບົດສອນ”.

      ຜ່ານເອກະສານແຕ່ລະຢ່າງ ພິເສດແມ່ນບັນດາເລື່ອງລາວກ່ຽວກັບຊິວິດ ຂອງປະທານ ໂຮ່ຈີມິນ, ນັກຮຽນສາມາດຮູ້ສຶກໄດ້ເຖິງຄວາມລຽບງ່າຍ ຊີວິດປະຈຳວັນຂອງຜູ້ນຳທີ່ແສນເຄົາລົບຮັກ. ນ້ອງບ໋າວເຈິນ ນັກຮຽນສັງກັດຫ້ອງ ມໍ6 ລົງເລິກວິຊາວັນນະຄະດີ ໃຫ້ຮູ້ວ່າ:

     “ບົດຮຽນທີ່ນ້ອງຮູ້ສຶກຊົມຊອບທີ່ສຸດ ແມ່ນການຮຽນພາສາຕ່າງປະເທດຂອງປະທານ ໂຮ່ຈີມິນ. ເມື່ອເພິ່ນໄດ້ເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ, ເມື່ອເຮັດວຽກຢູ່ກຳປັ່ນ ແຕ່ລະວັນກໍ່ຮຽນສັບໃໝ່ຕື່ມອີກສັບໜຶ່ງ. ໃນສະພາບຫຍຸ່ງຍາກເຊັ່ນນັ້ນ ແຕ່ເພິ່ນກໍ່ຍັງສາມາດຮຽນໄດ້ ດັ່ງນັ້ນພວກນ້ອງກໍ່ພະຍາຍາມຫຼາຍກວ່າອີກ ແລະ ມີກຳລັງໜູນຕື່ມອີກໃນການຮ່ຳຮຽນ’”

     ເຂດວັດທະນະທຳ ໂຮ່ຈີມິນ ຢູ່ໂຮງຮຽນມັດທະຍົມຕອນປາຍລົງເລິກວີຊາ ເຈິ່ນດ້າຍເຫງຍ ກໍ່ຍັງມີໃນບັນດາການດຳເນີນຊີວິດໃຕ້ທຸງຊາດ,  ບັນດາການເຄື່ອນໄຫວນອກລະບົບ. ຄູອາຈານແຕ່ລະຄົນກໍ່ໄດ້ປະສານບັນດາບົດຮຽນກ່ຽວກັບເພິ່ນເຂົ້າໃນການຫຼິ້ນເກມທາງອອນລາຍ ເພື່ອຖ່າຍທອດຄວາມຮູ້ເຖິງນັກຮຽນຢ່າງມີປະສິດທິຜົນ. ເອື້ອຍຄູ ເຈົາຮົ່ງຟຸກ  ພາກວິຊາສຶກສາພົນລະເມືອງຂອງໂຮງຮຽນ ໃຫ້ຮູ້ວ່າ:

     “ກ່ອນທີ່ຈະມີເຂດວັດທະນະທຳ ໂຮ່ຈີມິນ, ເບິ່ງຄືວ່ານັກຮຽນ ພຽງແຕ່ຮູ້ເມື່ອຄູອາຈານສອນໃຫ້ພວກນ້ອງຮູ້ເທົ່ານັ້ນ. ແຕ່ໃນປັດຈຸບັນໄດ້ມີປຶ້ມ ມີຮູບພາບ, ຈະກະຕຸ້ນການຊອກຮູ້ຂອງພວກນ້ອງນັກຮຽນ. ນີ້ກໍ່ແມ່ນວິທີເພື່ອໃຫ້ພວກນ້ອງເປັນເຈົ້າຊອກຮູ້ ກ່ຽວກັບປະທານ ໂຮ່ຈີມິນ”.

     ສ່ວນຢູ່ໂຮງຮຽນມັດທະຍົມຕອນປາຍ ດ່າວເຊີນເຕິຍ, ນະຄອນ ຖູ໋ດຶກ, ເຂດວັດທະນະທຳ ໂຮ່ຈີມິນ ໄດ້ຖືກຈັດສັນ ວາງສະແດງ ປຽບເໝືອນຫໍພິພິທະພັນຮັດແຄບ. ຢູ່ທີ່ນີ້ບັນດາເອກະສານຖືກຈັດແບ່ງ ເປັນບັນດາໄລຍະປະຫວັດສາດ ຕິດພັນກັບຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີມິນ. ທາງໂຮງຮຽນກໍ່ໄດ້ຈັດແຈງບັນດາອຸປະກອນການສອນ  ຢູ່ໃນບໍລິເວນນີ້ ເພື່ອໃຫ້ຄູອາຈານ ແລະ ນັກຮຽນສາມາດເຂົ້າຮ່ວມຄືດັ່ງຊົ່ວໂມງຮຽນໃນລະບົບ. ເອື້ອຍຄູ ຮວ່າງທິຫາວ ຫົວໜ້າຄະນະອຳນວຍການໂຮງຮຽນມັດທະຍົມຕອນປາຍ ດ່າວເຊີນເຕິຍ ໃຫ້ຮູ້ວ່າ:

      “ໃນໄລຍະທີ່ຈະມາເຖິງທາງໂຮງຮຽນ ຈະນຳເອົາການສົ່ງຜົນສະທ້ອນທາງດ້ານແນວຄິດຂອງປະທານ ໂຮ່ຈີມິນ, ການຮ່ຳຮຽນຂອງເພິ່ນທີ່ມີຕໍ່ຂະບວນວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງດິນແດນ ໄຊງ່ອນ - ຢາດິ້ງ, ນະຄອນ ໂຮ່ຈີມິນ ໃນປັດຈຸບັນ ແລະ ນັບທັງນະຄອນ ຖູ໋ດຶກໃໝ່ ອີກດ້ວຍ. ນະຄອນ ໂຮ່ຈີມິນ ແມ່ນໃສ່ຊື່ຂອງເພິ່ນ ດັ່ງນັ້ນການສົ່ງຜົນສະທ້ອນຂອງເພິ່ນ ເຖິງນະຄອນແມ່ນໃຫຍ່ຫຼວງທີ່ສຸດ”.

    ນ້ອງ ມິງທີ ນັກຮຽນຫ້ອງ ມໍ5 ໂຮງຮຽນມັດທະຍົມຕອນປາຍ ດ່າວເຊີນເຕິຍ ເປີດເຜີຍວ່າ:

      “ເມື່ອຮຽນຢູ່ໃນຫ້ອງຮຽນ ແນ່ນອນວ່ານ້ອງຮູ້ສຶກບໍ່ດູດດື່ມຄືດັ່ງໄດ້ຊອກຮູ້ຢູ່ທີ່ນີ້ເລີຍ. ນ້ອງກໍ່ສາມາດຮັບເອົາຄວາມຮູ້ຢ່າງສະບາຍ ແທນທີ່ນັ່ງຟັງຄູອາຈານສອນຕົວຈິງ”.

      ໂດຍໄດ້ຜັນຂະຫຍາຍມາເປັນເວລາກວ່າໜຶ່ງປີ ປັດຈຸບັນນະຄອນ ໂຮ່ຈີມິນໄດ້ມີໂຮງຮຽນຫຼາຍແຫ່ງ ມີເຂດວັດທະນະທຳ ໂຮ່ຈີມິນ. ຈາກນັ້ນກໍ່ໄດ້ປະກອບສ່ວນສ້າງສະພາບແວດລ້ອມ ແຫ່ງການຮ່ຳຮຽນທີ່ມີຊີວິດຊີວາ ແລະ ມີປະສິດທິຜົນ ສົ່ງເສີມໃຫ້ນັກຮຽນຮ່ຳຮຽນ ແລະ  ເຮັດຕາມແນວຄິດຄຸນສົມບັດແບບແຜນການດຳລົງຊິວິດຂອງປະທານ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ