ສິລະປະຂັບແຈ່ວ ຖືກຍື່ນສະເໜີຕໍ່ Unesco ຮັບຮອງ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ

(VOVWORLD) -ຫວ່າງແລ້ວນີ້ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຫັນດີຕໍ່ການຍື່ນສະເໜີຕໍ່ອົງການ Unesco ພິຈາລະນາ ຮັບຮອງສິລະປະຂັບແຈ່ວ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ນີ້ແມ່ນໂອກາດທີ່ດີ ເພື່ອໃຫ້ບັນດານັກສິລະປິນສາມາດໂຄສະນາວັດທະນະທຳບັນດາເຜົ່າອອກສູ່ໂລກ
ສິລະປະຂັບແຈ່ວ ຖືກຍື່ນສະເໜີຕໍ່ Unesco ຮັບຮອງ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ - ảnh 1ຂັບແຈ່ວ ແມ່ນປະເພດສິລະປະສະແດງບົນເວທີພື້ນເມືອງຂອງຊາວ ຫວຽດນາມ

      ຂັບແຈ່ວ ແມ່ນປະເພດສິລະປະສະແດງບົນເວທີພື້ນເມືອງຂອງຊາວ ຫວຽດນາມ ມີລັກສະນະມະຫາຊົນ ແລະ ຕິດພັນກັບບັນດາງານບຸນປະເພນີ ເພື່ອແນໃສ່ສົມມະນາຄຸນຕໍ່ເທວະດາຟ້າແຖນທີ່ໄດ້ຊ່ວຍໃຫ້ລະດູການຜະລິດໄດ້ຮັບຜົນດີ ຊາວບ້ານມີຄວາມອີ່ມໝຳສຳລານ ແລະ ທັງແມ່ນໂອກາດເພື່ອໃຫ້ຊາວກະສິກອນໄດ້ພົບປະແລກປ່ຽນສະແດງຂັບແຈ່ວ,

        ຕາມເອກະສານແລ້ວຂັບແຈ່ວມີຕົ້ນກຳເນີດຢູ່ເມືອງຫຼວງເກົ່າຮວາລື ໃນແຂວງ ນິງບິ່ງ ໃນສະຕະວັດທີ X ແລະ ໄດ້ຂະຫຍາຍຕົວໄປທົ່ວເຂດທົ່ງພຽງພາກເໜືອ ເປັນຕົ້ນແມ່ນຢູ່ບາງທ້ອງຖິ່ນຄື  ຖາຍບິ່ງ, ຫ໋າຍຟ່ອງ, ຮ່ານາມ, ຮຶງອຽນ, ຮ່າໂນ້ຍ ແລ້ວແຜ່ຂະຫຍາຍອອກສູ່ເຂດພູດອຍທາງພາກເໜືອ ແລະ ເຂດຕອນເໜືອພາກກາງ                                  ຢູ່ບ້ານ ຄ໊ວກ ທີ່ຕາແສງ ຟອງເຈົາ ເມືອງ ດົງຮຶງ ແຂວງ ຖາຍບິ່ງ ແມ່ນແຫ່ງທີ່ມີຂະບວນການຂັບແຈ່ວພື້ນເມືອງຢ່າງແຮງທີ່ສຸດ ແລະ ຍັງເກັບຮັກສາບັນດາທຳນອງເພງຂັບແຈ່ວທີ່ເປັນເອກະລັກ. ນັກສິລະປະການດີເດັ່ນ ຟ້າມທິເກິ້ຍ ໃຫ້ຮູ້ວ່າ:

      “ສິ່ງທີ່ເປັນເອກະລັກຂອງຂັບແຈ່ວ ໃນບ້ານ ຄ໊ວກ ແມ່ນມີ 18ທຳນອງເພງບູຮານ ເຊິ່ງບັນດາກອງຂັບແຈ່ວອາຊີບຍັງບໍ່ທັນມີ”.

      ເມື່ອກ່ອນນີ້ຂັບແຈ່ວ ເຄີຍທຳການສະແດງຢູ່ບັນດາເດີ່ນສາລາ, ເດີ່ນວັດ, ເດີ່ນເຮືອນຂອງບັນດາຄອບຄົວຊັ້ນຂຸນນາງ.  ປັດຈຸບັນຂັບແຈ່ວຖືກຈັດສ້າງເພື່ອສະແດງຢູ່ຕາມເວທີສະແດງໃຫຍ່ ເຊິ່ງໄດ້ຮັບການໜູນຊ່ວຍຈາກລະບົບພາຫະນະເຄື່ອງຈັກການສຽງ ລະບົບແສງສະຫວ່າງທີ່ທັນສະໄໝ. ທ່າອ່ຽງສະແດງບົນເວທີ ກໍ່ແກ່ດຶງການຂະຫຍາຍຕົວຂອງບັນດາບົດລະຄອນແຈ່ວທີ່ທັນສະໄໝ ມີເນື້ອໃນເປັນລົມຫາຍໃຈຂອງການດຳລົງຊີວິດ ເພື່ອມຸ່ງໄປສູ່ເປົ້າໝາຍຜູ້ຊົມຫຼາຍກວ່າເກົ່າ       

          ເຖິງວ່າມີການປ່ຽນແປງ ປັບຕົວໃຫ້ແທດເໝາະກັບຍຸກສະໄໝກໍ່ຕາມແຕ່ຂັບແຈ່ວຍັງຄົງແມ່ນປະເພດສິລະປະສະແດງລະຄອນບົນເວທີ ທີ່ເຂັ້ມຂົ້ນໄປດ້ວຍລັກສະນະບັນດາເຜົ່າ ສົມທົບກັບບັນດາປັດໄຈຄືຂັບຮ້ອງ, ຟ້ອນ, ດົນຕີ  ແລະ ສະແດງລະຄອນທີ່ເປັນເອກກະລັກ. ເມື່ອສະແດງລະຄອນແຈ່ວ ກໍ່ຮຽກຮ້ອງໃຫ້ນັກສະແດງມີທັກສະໃນການຂັບຮ້ອງ, ຟ້ອນ ແລະ ສະແດງໃນທ່າມກາງສຽງດົນຕີຂອງບັນດາປະເພດເຄື່ອງດົນຕີຄື ກອງ, ຂຸ່ຍ, ຊໍ, ພິນ 36 ສາຍ. ທ່ານນາງ ຮອງສາດສະດາຈານ ປອ ຮ່າທິຮວາ ສັງກັດມະຫາວິທະຍາໄລສ້າງຄູສິລະປະສູນກາງໃຫ້ຮູ້ວ່າ:

      “ກ່ອນອື່ນໝົດ  ຂັບແຈ່ວ ແມ່ນການສະແດງລະຄອນ ມີການຂັບຮ້ອງປະສານກັບສຽງດົນຕີ. ທີສອງຂັບແຈ່ວກໍ່ຕິດພັນກັບງານບຸນ. ມີບຸນຈຶ່ງມີຂັບແຈ່ວ. ທີສາມແມ່ນການຂັບຮ້ອງໃນລະຄອນແຈ່ວ. ເບິ່ງຄືວ່າ ຂັບແຈ່ວແມ່ນຮັບເອົາສິ່ງທີ່ຍອດຍິ່ງຂອງປະເພດຂັບລຳທຳເພງພື້ນເມືອງ ເກືອບທັງໝົດຢູ່ເຂດທົ່ງພຽງພາກເໜືອຄື ຂັບຊວານ, ຂັບວັນ ຂັບດຸ໊ມ ພິເສດແມ່ນຂັບກວນເຫາະ… ດັ່ງນັ້ນເມື່ອຮັບຟັງການຂັບແຈ່ວ ກໍ່ເຫັນວ່າມີຄວາມໃກ້ຊິດສະໜິດສະໜົມທີ່ສຸດ”.

      ຕໍ່ໜ້າຜົນກະທົບຈາກການເຊື່ອມໂຍງສາກົນ, ຄວາມມານະພະຍາຍາມອະນຸລັກ ແລະ ເສີມຂະຫຍາຍບັນດາຄຸນຄ່າຂອງສິລະປະຂັບແຈ່ວພື້ນເມືອງ ພວມໄດ້ຮັບບການຊຸກຍູ້ໃນນັ້ນມີການປະກອບເອກະສານ ເພື່ອຍື່ນສະເໜີຕໍ່ Unesco ຮັບຮອງສິລະປະຂັບແຈ່ວ ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ. ຮອງສາດສະດາຈານ ປອ ຮ່າທິຮວ່າ ສັງກັດມະຫາວິທະຍາໄລສ້າງຄູສິລະປະສູນກາງຖືວ່າ:

       “ຂ້າພະເຈົ້າເຫັນວ່ານີ້ແມ່ນໂອກາດທີ່ດີ ເພື່ອໃຫ້ບັນດານັກສິລະປິນ ນັກສິລະປະການສາມາດໂຄສະນາວັດທະນະທຳບັນດາເຜົ່າອອກສູ່ໂລກ. ນີ້ແມ່ນສິ່ງປະເສີດເລີດລ້ຳ ເພາະວ່າຂັບແຈ່ວແມ່ນເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກຄົ້ນຄວ້າມີເງື່ອນໄຂຮຽນຮູ້ ຄົ້ນຄວ້າຍົກສູງລະດັບຄວາມຮູ້ ເພື່ອກຳນົດທິດໃຫ້ແກ່ຊຸມຊົນໃນການອະນຸລັກ ເສີມຂະຫຍາຍຄຸນຄ່າສິລະປະຂັບແຈ່ວ”.

     ການອະນຸລັກຮັກສາສິລະປະຂັບແຈ່ວ ແມ່ນວຽກງານທີ່ຈຳເປັນເພື່ອຮັກສາປະເພດສິລະປະທີ່ມີຊື່ສຽງຂອຊາວ ຫວຽດນາມ ພ້ອມກັນນັ້ນກໍ່ປະກອບສ່ວນປົກປັກຮັກສາຄວາມຫຼາກຫຼາຍສີສັນວັດທະນະທຳຂອງໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ