ບັກກ້ານ : ຕັ້ງໜ້າອະນຸລັກຮັກສາວັດທະນະທຳຂັບແທນພິນຕິ້ງ

ໃນ​ຈຳ​ນວນ​ບັນ​ດາ​ປະ​ເພດ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ເຜົ່າ​ຢູ່​ເຂດ​ທາງ​ຕາ​ເວັນ​ອອກ​ສ່ຽ​ງ​ເໜືອ​ຂອງ​ປະ​ເທດ​ຊາດນັ້ນ, ອາດ​ຈະ​ເວົ້າ​ໄດ້​ວ​່າ ສິ​ລະ​ປະ​ຂັບ​ແທນ​ພິນ​ຕິ້ງ​ຂອງ​ຊາວ​ເຜົ່າ​ໄຕ, ນຸ່ງ ຍາມ​ໃດ​ກໍ​ມີ​ທີ່​ຕັ້ງ​ພິ​ເສດ, ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ພໍ່​ແມ່ປະ​ຊາ​ຊົນ ແລະ ເຂົ້າ​ສູ່​ຊີ​ວິດ​ປະ​ຈຳ​ວັນ. ໂດຍ​ແມ່ນໜຶ່ງ​ໃນ​ບັນ​ດາ​ອູ່ໃຫ້​ກຳ​ເນີນ​ປະ​ເພດ​ສິ​ລະ​ປະ​ນີ້. ບັກ​ກ້ານ ແມ່ນ​ທ້ອງ​ຖິ່ນ​ໄດ້ ແລະ ພວມ​ເຮັດ​ວຽງ​ການ​ອະ​ນຸ​ລັກ​ສິ​ລະ​ປະ​ຂັບ​ແທນເປັນ​ຢ່າງ​ດີ, ບໍ່​ພຽງ​ແຕ່​ສາ​ມາດ​ຮັກ​ສາ​ບັນ​ດາ​ທຳ​ນອງ​ເພງ​ບູ​ຮານ​ເທົ່າ​ນັ້ນ, ຫາກ​ຍັງ​ສາ​ມາດ​ເຕົ້າ​ໂຮ​ມກຸ່ມ​ບັນ​ດາ​ນັກ​ສິ​ລະ​ປະ​ກອນ​ລຸ່ນ​ໜຸ່ມເພື່ອ​ຮັກສາ ແລະ ພັດ​ທະ​ນາ ສິ​ລະ​ປະ​ຂັບ​ແທນ​ໃຫ້​ແທດ​ເໝາະ​ກັບ​ປະ​ຈຸ​ບັນ​ອີກ​ດ້ວຍ.

 

ບັກກ້ານ : ຕັ້ງໜ້າອະນຸລັກຮັກສາວັດທະນະທຳຂັບແທນພິນຕິ້ງ - ảnh 1
ຂັບ​ແທນແມ່ນ​ປະ​ເພດ​ສິ​ລະ​ປະ​ດົນ​ຕີ​ໂດຍ​ນຳ​ໃຊ້​ພິນ​ຕິ້ງ

     ​ຂັບ​ແທນແມ່ນ​ປະ​ເພດ​ສິ​ລະ​ປະ​ດົນ​ຕີ​ໂດຍ​ນຳ​ໃຊ້​ພິນ​ຕິ້ງ, ທັງ​ແມ່ນວັດ​ທະ​ນະ​ທຳບໍ່​ມີ​ຮູບ​ຮ່າງ, ມີ​ລັກ​ສະ​ນ​ະ​ວັດ​ທະ​ນະ​ທຳ​ມະ​ນຸດ​ສູງ. ​ຂັບ​ແທນມີ​ລັກ​ສະ​ນະ​ຂອງວັດ​ທະ​ນະ​ທຳ​ພື້ນ​ເມືອງ ແລະ ຕິດ​ພັນ​ກັບ​ສີ​ສັນ​ຊາດ. ສຽງ​ຂັບ​ແທນ​ປະ​ສົມ​ກັບ​ສຽງ​ພິນ​ຕິ້ງ​ຄື​ດັ່ງ​ການ​ວາດ​ພາບ​ເຖິງ​ບັນ​ດາ​ໄລ​ຍະ​ທາງ​ຂອງ​ມະ​ນຸດ​ຈາກ​ສະ​ໄໝ​ປະ​ຖົມ​ບູ​ຮານ​ຂຶ້ນ​ແດນ​ສະ​ຫວັນ​ເພື່ອ​ພາ​ວະ​ນາ​ຂໍ​ໃຫ້​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ເມື່ອ​ມີ​ຄວາມອ້ອນຊ້ອຍ, ອອນຊອນ, ເມື່ອວັ່ງເວ, ເວດທະນາ. ​ຂັບ​ແທນ​ເຄີຍ​ນຳ​ໃຊ້​ໃນ​ພິ​ທີ​ປະ​ດັບ​ຍົດ​ສັກ​ຕຳ​ແໜ່ງ, ການ​ປິ່ນ​ປົວ​ພະ​ຍາດ, ພາ​ວະ​ນາ​ໃຫ້​ລະ​ດູ​ການ​ໄດ້​ຮັບ​ຜົນ​ດີ. ​ຂັບ​ແທນ​ກໍ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ການ​ເຫຼື້ອ​ມ​ໃສ​ຈິດ​ວິນ​ຍານ, ກາຍ​ເປັນ​ການ​ດຳ​ເນີນ​ຊີ​ວິດ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ເຂົາ​ເຈົ້າ​ຂັບ​ຮ້ອງ​ເພື່ອ​ສ້າງ​ຄວາມ​ມ່ວນ​ຊື່ນ​ໃນ​ງານ​ບຸນ, ການ​ພົບ​ປະ​ສັງ​ສັນ​ຕ່າງໆ…

     ຊາວ​ບັກ​ກ້ານ​ຂັບ​ແທນ​ຄື​ດັ່ງ​ສຽງ​ລົມ​ກັນສະ​ແດງ​ຄວາມ​ຮັກ​ຂອງ​ຄູ່​ບາ​ວ​ສາວ, ມັນ​ແຕກ​ຕ່າງ​ກັບ ສິ​ລະ​ປະ​ຂັບ​ແທນ​ຂອງ​ຊາວ​ລ້າງ​ເຊີນ, ກາວ​ບັງ, ຕວຽນ​ກວາງທີ່​ຄຶກ​ຄື້ນ​ມ່ວນ​ຊື່ນ. ຊາວ​ທ້ອງ​ຖິ່ນ​ໃຫ້​ຮູ້ວ​່າ ຢາກ​ເຫັນ​ໄດ້​ວິນ​ຍານຂອງ​ສຽງ​ຂັບ​ແທນຢູ່​ແຫ່ງນີ້, ຈົ່ງ​ແວ​ຢາມ​ໜອງ ບາ​ເບ ຄັ້ງ​ໜຶ່ງ ພວກ​ເພື່ອນ​ຈະ​ເຫັນ​ທິວ​ທັດ​ທີ່​ສວຍ​ສົດ​ງົດ​ງາມ​ໃນ​ທ່າມ​ກາງ​ສີ​ຂຽວ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້​ທີ່​ສະຫຼັບ​ຊັບ​ຊ້ອນ, ພວມ​ອ້າຍ​ບາວ, ນາງ​ສາວ​ເຜົ່າ​ໄຕ​ນຸງ​ຊຸດ​ອາ​ພອນ​ປະ​ຈຳ​ເຜົ່າ ພ​ວມ​ນັ່ງ​ດີດ​ພິນ​ຕິ້ງ ແລະ ພ້ອມ​ກັນ​ຂັບ​ຮ້ອງ​ເພງ​ທີ່​ດັ່ງ​ກ້ອງ​ກັງວານ​ໄປ​ທົ່ວເຂດ. ທ່ານ ມາ​ວັນ​ວິ້ງ, ນັກ​ ສິ​ລະ​ປະ​ການລະ​ດັບ 2, ທັງ​ແມ່ນ​ຜູ້​ຜະ​ລິດ​ພິນ​ຕິ້ງ​ທີ່​ມີ​ຊື່​ສຽງ​ເປີດ​ເຜີຍ​ວ່າ :

    “ ຂ້າ​ພະ​ເຈົ້າ​ເຫັນ​ວ່າສິ​ລະ​ປະ​ຂັບ​ແທນຂອງ​ຊາວ​ເຜົ່າໄຕ​ແມ່ນ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ເກັບ​ຮັກ​ສາ, ດັ່ງ​ນັ້ນ, ປີນີ້, ຂ້າ​ພະ​ເຈົ້​າ​ມີ​ອາ​ຍຸ 66 ປີ​ແລ້ວ, ກໍ​ມີ​ຄວາມ​ຫວັງ​ຢາກ​ຖ່າຍ​ທອດ​ໃຫ້​ຄົນ​ລຸ່ນຫຼັງ. ເພາະ​ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ສ້າງ​ຕັ້ງ​ສະ​ໂມ​ສອນ ເພື່ອ​ເຕົ້າ​ໂຮ​ມ​ບັນ​ດາ​ນັກ​ຮ້ອງ​ເພື່ອ​ຂັບ​ຮ້ອງໃຫ້​ເຂົາ​ເຈົ້າ​ຟັງ. ພວກ​ຂ້າ​ພະ​ເຈົ້າ​ຕ້ອງສືບ​ຕໍ່​ເຊີດ​ຊູ ສິ​ລະ​ປະ​ຂັບ​ແທນນີ້ ”

              ເບິ່ງ​ຄື​ວ່າ ສິ​ລະ​ປະ​ຂັບ​ແທນແມ່ນຂາດບໍ່​ໄດ້​ໃນ​ຊີ​ວິດ​ວັດ​ທະ​ນະ​ທຳ​ຈິດ​ໃຈຂອງ​ຊາ​ວ​ເຜົ່າໄຕ. ຊາວ​ບັກ​ກ້​້ານ​ຍາມ​ໃດ​ກໍ​ມີ​ສະ​ຕິ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ບູ​ຮານ​ຂອງ​ຕົນ ແລະ ນຳສິ​ລະ​ປະ​ຂັບ​ແທນເຂົ້າ​ສູ່​ຊີ​ວິດ​ປະ​ຈຳ​ວັນ. ຢູ່​ເມືອງ ເຈິເມີ້ຍ, ບາ​ເບ, ເຈິ​ດົນ ມີ​ສະ​ໂມ​ສອນ​ຂັບ​ແທນ​ເຖິງ 5-6 ແຫ່ງ​ເຄື່ອນ​ໄຫວ​ເປັນ​ປະ​ຈຳ, ບໍ່​ພຽງ​ແຕ່​ບັນ​ດາ​ນັກ​ສິ​ລະ​ປະ​ການ​ພ້ອມ​ກັນ​ເຄື່ອນ​ໄຫວ​ເທົ່າ​ນັ້ນ, ຫາກ​ພວກ​ເຂົາ​ຍັງ​ຖ່າຍ​ທອດ​ໃຫ້​ໄວ​ໜຸ່ມ​ອີກ​ດ້ວຍ. ສູນ​ວັດ​ທະ​ນະ​ທຳ​ແຂວງ ໄດ້​ເປີດ​ຊຸດ​ຮຽນ​ຂັບ​ແທນ​ໃຫ້​ຜູ້​ມີ​ຜ່ອນ​ສະ​ຫວັນ​ໃນ​ຍາມ​ພັກ​ແລ້ງ​ແຕ່​ລະ​ປີ. ໂຮງ​ຮຽນ​ປະ​ຖົມ​ຢູ່​ຕາ​ແສງ​ຈູ​ເຮືອງ ໄດ້​ນຳ​ຂັບ​ແທນ​ເຂົ້າ​ໃນຫຼັກສູດ​ການ​ສອນ. ນ້ອງ ລາ​ທິ​ແອງ, ປີນີ້​ອາ​ຍຸ 22 ປີ ຢູ່​ຕາ​ແສງ​ດົງ​ວຽນ, ເມືອງ​ເຈິ​ດົນ ຮຽນ​ຂັບ​ແທນ​ຢູ່​ໂຮງ​ຮຽນ​ວິ​ທະ​ຍາ​ໄລ​ວັດ​ທະ​ນະ​ທຳ​ສິ​ລະ​ປະ ຫວຽດ​ບັກ ເວົ້າ​ວ່າ : 

     “ ເຮົາ​ມີ​ຄວາມ​ຊົມ​ຊອບ ສິ​ລະ​ປະ​ຂັບ​ແທນ ແລະ ໄປ​ຮຽນ​ຂັບ​ແທນ ຍ້ອນ​ມີ​ການ​ແນະ​ນຳ​ຂອງ​ບັນ​ດາ​ພໍ່​ຕູ້​ແມ່​ຕູ້​ໃນ​ບ້ານ. ພວກ​ລຸງ​ປ້າ​ອາວ​ອາ ນັກ​ສິ​ລະ​ປະ​ການ​ໄດ້​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ປະ​ທັບ​ໃຈຫຼາຍ, ດັ່ງ​ນັ້ນ​ເຮົາ​ຊົມ​ຊອບ​ສິ​ລະ​ປະ​ຂັບ​ທຳ​ທຳ​ເພງ​ພື້ນ​ເມືອງທີ່​ສຸດ. ສຳ​ລັບ​ໄວ​ໜຸ່ມ​ພວກ​ຂ້າ​ພະ​ເຈົ້າ​ຢາກ​ອະ​ນຸ​ລັກ​ຮັກ​ສາ​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ​ທີ່ເ​ຂັ້ມ​ຂົ້ນໄປ​ດ້ວຍ​ສີ​ສັນ​ຂອງ​ທ້ອງ​ຖິ່ນ​ຕົນ ”

    ໃນ​ວັນ​ບຸນ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຄັ້ງ​ທີ 9 ໂດຍ​ແຂວງ​ບັກ​ກ້​້ານ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດນັ້​ນ, ສິ​ລະ​ປະ​ຂັບ​ແທນ ພິນ​ຕິ້ງທີ່ເ​ຂັ້ມ​ຂົ້ນໄປ​ດ້ວຍ​ສີ​ສັນ​ຂອງແຂວງ​ບັກ​ກ້ານ ໄດ້​ມີ​ໂອ​ກາດ​ສະ​ແດງ​ຕໍ່​ມວນ​ຊົນ. ທ່ານ​ລາ​ບາວຢີ, ຫົວ​ໜ້າ​ພະ​ແນກ​ສິ​ລະ​ປະ​ມະ​ຫາ​ຊົນ, ສູນ​ວັດ​ທະ​ນະ​ທຳ​ແຂວງ​ບັກ​ກ້ານ ໃຫ້​ຮູ້​ວ່າ : 

    “ ເພື່ອ​ກະ​ກຽ​ມ​ໃຫ້​ແກ່​ການ​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ ຂັບ​ແທນ​, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສຳຫຼວດ, ເລືອກ​ເຟັ້ນ​ບັນ​ດາ​ນັກ​ສະ​ແດງ​ເພື່ອ​ພະ​ຍາ​ຍາມ​ມີ​ບັນ​ດາ​ລາຍ​ການ​ມ່ວນ​ທີ່​ສຸດ, ແນະ​ນຳສິ​ລະ​ປະ​ຂັບ​ແທນໃຫ້​ປະ​ຊາ​ຊົນ​ບັນ​ດາ​ແຂວງ​ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ແລະ ທົ່ວ​ປະ​ເທດ ”

    ໂດຍ​ເຊື່ອມ​ຕົວເຂົ້າ​ກັບທິວ​ທັດທຳ​ມະ​ຊາດ​ທີ່​ສວຍ​ງາມ, ໃຫຍ່​ໂຕ​ມະ​ໂຫ​ຖານ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້​ທີ່​ສະຫຼັບ​ຊັບ​ຊ້ອນ ແມ່ນ​ພວກ​ບາວ​ສາວ​ຊາວ​ເຜ​ົ້າ​ພວມ​ດີດ​ພິນ​ຕິ້ງ ແລະ ຂັບ​ຮ້ອງ​ທຳ​ນອງ​ເພງ​ແທນ. ແທນ​ໝາຍ​ຄວາມ​ວ່າ ຟ້າ, ຊາວ​ເຜົ່າ​ໄຕ​ມີ​ຄວ​າມ​ສຳ​ນຶກວ່າ ເພງ​ແທນ​ແມ່ນ​ເພງ​ແຫ່ງ​ດິນແດນສະ​ຫວັນ, ເປັນ​ຂົວ​ເຊື່ອມ​ຕໍ່​ດ້ານ​ຈິດ​ວິນ​ຍານ​ເພື່ອ​ສະ​ແດງ​ຄວາມ​ຫວັງ, ການ​ພາວ​ະ​ນາ​ຂອງ​ມະ​ນຸດ​ທີ່​ມີ​ຕໍ່​ເທວະ​ດາ​ຟ້າ​ແຖນ.

ຕອບກັບ

ຂ່າວ/ບົດ​ອື່ນ