ບຸນເຕັດຂອງໄວໜຸ່ມຫວຽດນາມ

ບຸນເຕັດຂອງໄວໜຸ່ມຫວຽດນາມ - ảnh 1
ບຸນເຕັດກໍແມ່ນໂອກາດເພື່ອໃຫ້ທຸກຄົນໄປທ່ຽວຫຼິ້ນຢູ່ຫຼາຍແຫ່ງ
(ພາບ: vanhoadoisong)

   ປະຈຸ​ບັນ​ໄວ​ໜຸ່ມ​ຫວຽດນາມ​ມີ​ຄວາມ​ສຳນຶກ​ວ່າ “ພັກຜ່ອນ​ເພື່ອ​ໄປ​ຫຼິ້ນ​ບຸນ​ເຕັດ” ຫາກບໍ່ແມ່ນເວົ້າວ່າ “ ຮັບປະທານອາຫານບຸນເຕັດ”ອີກແລ້ວ. ເມື່ອ​ບຸນ​ເຕັດວຽນມາ, ພວກໄວໜຸ່ມມັກພັກຜ່ອນ, ໄປທ່ຽວຫຼິ້ນຫຼືເຮັດວຽກງານເຄື່ອນໄຫວ ສັງຄົມ​ເພື່ອ​ເປີດກ້ວາງ​ວິ​ໄສ​ທັດ ​ແລະ ຄວາມ​ເຂົ້າ​ໃຈ​ແທນ​ທີ່​ການ​ຕ້ອນ​ຮັບ​ບຸນ​ເຕັດ​ໃນ​ຂອບ​ເຂດ​ຄອບຄົວ​ຕາມ​ປະ​ເພນີ.
 

     ນີ້​ແມ່ນ​ປີ​ທີ 4 ຊື່​ງຄອບຄົວ​ຂອງ​ນາງ ກາວ​ທິ​ເລ​ແອ​ງ ຢູ່​ຮ່າ​ໂນ້ຍ ​ໄດ້​ຕ້ອນຮັບ​ບຸນ​ເຕັດ​(ໝາຍ​ເຖິງ ບຸນປີ​ໃໝ່​ປະຈຳ​ຊາດ) ຢູ່ ຊາ​ປາ ​ແຂວງ ລາວ​ກາວ. ນາງ ກາວ​ທິ​ເລ​ແອ​ງ ​ໃຫ້​ຮູ້​ວ່າ ການ​ເດີນທາງ​ເຊັ່ນ​ນັ້ນ ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ຜົວ​ເມຍ ​ແລະ ລູກ​ເຕົ້າ​ຂອງນາງ​ໄດ້​ພັກຜ່ອນ, ​ເພີ່ມ​ຄວາມ​ອົບ​ອຸ່ນ​ໃນ​ຄອບ​ຄົວ ​ແລະ ສຳຄັນ​ກ່ວາ​ນັ້ນ ​ແມ່ນ​ລູກ 2 ຄົນ​ຂອງ​ນາງ​ໄດ້​ມີ​ໂອກາດ​ໄດ້​ເຫັນ​ທຸກ​ສິ່ງ​ທຸກ​ຢ່າງ​ເປັນ​ຈິງ, ​ໄດ້​ຄົ້ນ​ຫາ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ຢູ່​ເຂດ​ຕ່າງໆ​ຂອງ​ປະ​ເທດ​ຊາດ. ນາງ ກາວ​ທິ​ເລ​ແອ​ງ ​ເວົ້າ​ວ່າ : 

    “ ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ພວກ​ລູກ​ຂອງ​ຂ້າພະ​ເຈົ້າ ຄອ່ຍຖ້າ​ຮອດ​ຍາມ ​ບຸນ​ເຕັດ. ພວກ​ມັນ​ຫວັງ​​ໃຫ້​ພໍ່​ແມ່​ພາ​ໄປ​ທ່ຽວ​ຫຼິ້ນ​ຢູ່​ແດນ​ໄກ. ​ແລະ ພວກ​ຂ້າພະ​ເຈົ້າ​ໄດ້​ຂັບ​ລົດ​ເອງ​ໄປ. ນີ້​ກໍ​ແມ່ນ​ເງື່ອນ​ໄຂ​ສະດວກ​ເພາະ​ເມື່ອ​ໄປ​ຮອດ​ໃສ ກໍ​ຢຸດ​ແວ​ຢາມ​ຢູ່​ແຫ່ງ​ນັ້ນ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ການ​ດຳລົງ​ຊີວິດ​ຂອງ​ຊາວ​ທ້ອງ​ຖິ່ນ. ປີນີ້, ພວກ​ຂ້າພະ​ເຈົ້າ​ໃຫ້​ເດ​ັກນ້ອຍ​ນຳ​​ເອົາ​ເຄື່ອງນຸ່ງ, ປຶ້ມ, ສໍ​ເພື່ອ​ມອບ​ໃຫ້​ພວກ​ເດັກ​ຢູ່​ຫັ້ນ​ເປັນ​ຂອງຂວັນ​ບຸນ​ເຕັດ”

    ​ເມື່ອ​ກ່ອນນີ້, ຜົວເມຍນາງ ກາວ​ທິ​ເລ​ແອ​ງ ພຽງ​ແຕ່​ຕ້ອນຮັບ ​ບຸນ​ເຕັດຢູ່​ເຮືອນ​, ​ໄປ​ອວຍພອນ​ປີ​ໃໝ່​ຍາດຕິ​ພີ​ນ້ອງ, ໝູ່​ເພື່ອນເທົ່າ​ນັ້ນ, ​ແຕ່​ປະຈຸ​ບັນ, ​ໄດ້​ມີ​ລູກ​ເຕົ້າ​ແລ້ວ, ຄວາມ​ສຳນຶກ​ກ່ຽວ​ກັບ ​ບຸນ​ເຕັດ​ໄດ້​ປ່ຽນ​ແປງ​ສ່ວນ​ໃດ​ສ່ວນ​ໜຶ່ງ​ແລ້ວ. ນາງ ກາວ​ທິ​ເລ​ແອ​ງ ​ເປີ​ດເຜີຍວ່າ : 

    “ ກ່ອນ​ນີ້, ຂ້າພະ​ເຈົ້າ​ເຫັນ​ວ່າ ​ເລື່ອງ​ເຮົາ​ໄປ​ທ່ຽວ​ຫຼິ້ນ​ໃນ​ຊຸມ​ມື້ບຸນ​ເຕັດ​ແມ່ນ​ບໍ່​ຄວນ​ໄປ, ​ແຕ່​ຄວາມ​ຄຶດ​ແບບ​ນັ້ນ ກໍ​ຄອ່ຍປ່ຽນ​ແປງ​ໄປ​ເພາະ​ເຫັນ​ວ່າ ​ໃນ​ຕະຫຼອດ​ປີ, ​ເຮົາ​ໄດ້​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຄອບຄົວ, ປູ​ຍ່າ, ຍາດຕິ​ພີ​ນ້ອງ​ແລ້ວ. ​ໃນ​ຊຸມ​ວັນບຸນ​ເຕັດ, ​ເຮົາ​ກໍ​ຍັງ​ຄົງ​​ໃຫ້ການ​ເບິ່ງ​​ແຍງ, ​ແບ່ງປັນ​ກັບ​ທຸກໆ​ຄົນ. ​ແຕ່​ຖ້າ​ຫາກ​ເຮົາຖຶກຜູກ​ຮັດ​ກັບ​ວຽກ​ງານ​ຕະຫຼອດ​ເຊັ່ນ​ນັ້ນ, ກໍ​ຈະ​ຖືກ​ພາດ​ໂອກາດ​​ລົງໄປ​ຕົວ​ຈິງ. ຕ້ອນຮັບບຸນ​ເຕັດພ້ອມກັບ​ຄອບ​ຄົວຮອດ​ວັນ​ທີ 2 ​ແລະ ທີ 3ຂອງ​ບຸນ​ເຕັດ, ຫຼັງ​ຈາກ​ນັ້ນ, ພວກ​ຂ້າພະ​ເຈົ້າຈະ​ພາ​ລູ​ກ​ເຕົ້າ​ໄປທ່ຽວ​ຫຼິ້ນຢູ່​ແດນ​ໄກ”

    ສຳລັບ ອ້າຍ ວູ້​ແທ່ງ​ກົງ ປະກອບ​ອາຊີບ​ຖ່າຍຮູບ​ແລ້ວ, ​ບຸນ​ເຕັດ​ແມ່ນ​ຈຸດ​ເວລາ​ເພື່ອ​ໃຫ້​ລາວ​ຖ່າຍ​ເອົາ​ບັນຍາກາດ​ທີ່​ສວຍ​ງາມ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ. ວັນ​ທີ 3 ​ບຸນ​ເຕັດປີ​ນີ້, ອ້າຍ​ຈະ​ໄປ​ຍົງເຂດຕາ​ເວັນ​ຕົກ​ສຽງ​ເໜືອ​ເພື່ອ​ຖ່າຍ​ເອົາ​ຮູບ​ດອກ​ຄາຍ. ອ້າຍ ວູ້​ແທ່ງ​ກົງ ​ເວົ້າວ່າ : 

    “ ສຳລັບ​ຜູ້​ທີ່​ມີ​ຄວາມ​ມົວ​ເມົາກັບ​ອາຊີບ​ຖ່າຍ​ຮູບ, ​ເມົາ​ມົວ​ກັບ​ການທ່ອງທ່ຽວ ​ນັ້ນ, ​ບຸນ​ເຕັດ​ແມ່ນ​ໂອກາດ​ເພື່ອ​ຖ່າຍ​ເອົາ​ຮູບ​ທີ່​ງາມ​ທີ່​ສຸດ. ສຳລັບ​ຊາວ​ທ້ອງ​ຖິ່ນ​ຢູ່​ແຫ່ງ​ຕ່່າງໆ​ທີ່​ເຮົາ​​ໄປ, ​ເຂົາ​ເຈົ້າ​ຈະ​ນຸ່ງ​ຊຸດ​ອາພອນ​ທີ່​ສວຍ​ງາມ, ຢູ່​ຫັ້ນ​ຈະ​ຈັດ​ງານ​ບຸນ​ດ້ວຍ​ການ​ລະ​ຫຼິ້ນ​ຫຼາຍ​ຢ່າງ​ໃນ​ໂອກາດ ​ບຸນ​ເຕັດ. ດິນ​ຟ້າ​ອາກາດ, ກາລະ​ເວລາ ​ແລະ ກາລະ​ເທສະ​ໃນ​ຍາມ ​ບຸນ​ເຕັດ​ແມ່ນ​ພິ​ເສດ​ກ່ວາ​ໝູ່ຊຶ່ງ​ແມ່ນ​ຈຸດ​ເວລາ​ທີ່​ຕົ້ນ​​ໄມ້​ໃບ​ຫຍ້າ​ພາກັນ​ແຕກ​ດອກ​ອອກ​ໜໍ່,​ ​ໃບ​ໜ້າ​ສີ​ຕາ​ຂອງ​ທຸກໆ​ຄົນ​ຕ່່າງກໍ​ຍິ້ມ​ແຍ​ມ​ແຈ່ມ​ໃສ”

   ສ່ວນ​ນາງ ທູ​ເຮືອງ ພະລາກອນ​ສັງ​ກັດ​ບໍລິສັດ​ສື່ສານ​ແຫ່ງ​ໜຶ່ງ​ຢູ່​ຮ່າ​​ໂນ້ຍ ມີ​ຄວາມ​ຫວັງນຳ​ຄວາມ​ມ່ວນ​ຊື່ນ​ມາສູ່​ພວກ​ເດັກ​ກຳພ້າ, ຜູ້​ເຖົ້າ​ຜູ້​ແກ່​ຢູ່​ປຽວ​ໃນ​ໂອກ​ກາດ ​ບຸນ​ເຕັດ. ນາງ ທູ​ເຮືອງເວົ້າວ່າ : 

    “ ຊຸມ​ມື້ ​ບຸນ​ເຕັດ, ​ໃຜໆ​ກໍ​ເບີ​ກບານມ່ວນ​ຊື່ນ. ພວກ​ເດັກ​ກໍ​ມັກ​ນຸ່ງ​​ໂສ້ງ​​ເສື້ອ​ໃໝ່, ຜູ້​ເຖົ້າ​ຜູ້​ແກ່​ຕ່່າງກໍ​ດີ​ໃຈ​ພ້ອມ​ກັບ​ພວກ​ລູກ​ຫຼານ. ​ແຕ່​ຢູ່​ຕາມ​ບັນດາ​ສູນ​ຊ່ວຍ​ເຫຼືອ​ມະນຸດສະທຳ ມີ​ພຽງ​ແຕ່​ບັນດາ​ຜູ້​ຄົນ​ທີ່​ມີ​ຊາຕາອາພັບ. ນ້ອງ​ເອງ ​ກໍ​ຢາກ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ເພື່ອ​​ແບ່ງປັນ​ກັບເຂົາ​ເຈົ້າ. ​ເຮັດ​ໄດ້​ເຊັ່ນ​ນັ້ນ, ນ້ອງ​ຮູ້ສຶກ​ວ່າ ລະດູບານ​ໃໝ່​ເພີ່ມ​ຄວາມ​ອົບ​ອຸ່ນ ​ແລະ ສວຍ​ງາມ​ຂຶ້ນ”

    ​ເຖິງ​ວ່າ​ມີ​ການ​ເຄື່ອນ​ໄຫວ​ຕ້ອນຮັບ ​ບຸນ​ເຕັດ​ຢູ່​ໄກ​ບ້ານ​ກໍ​ຕາມ, ​ແຕ່​ບັນດາ​ເພື່ອນ​ໜຸ່ມ​ຄື ນາງ ກາວ​ທິ​ເລ​ແອ​ງ, ນາງ ທູ​ເຮືອງຫຼື​ ທ້າວ ວູ້​ແທ່ງ​ກົງ ກໍ​ລ້ວນ​ແຕ່​ຮັກສາ​ບັນດາ​ຈຸດ​ວັດທະນະທຳ, ຮີດຄອງ​ປະ​ເພນີ​ໃນ​ຊຸມ​ມື້ ​ບຸນ​ເຕັດຂອງ​ຊາດ​ຫວຽດນາມ. ນາງ ກາວ​ທິ​ເລ​ແອ​ງ ຢາກ​ໃຫ້​ລູກ​ເຕົ້າ​ຂອງ​ຕົນ​ມີ​ຄວາມ​ເຂົ້າ​ໃຈ​ກ່ວາ​ກ່ຽວ​ກັບ​ສິ່ງ​ດັ່ງກ່າວ. ນາງ​ໃຫ້​ຮູ້​ວ່າ  : 

    “ ພວກ​ລູກ​ຂອງ​ຂ້າ​ພະ​​ເຈົ້າກໍ​ຄ່ອຍໆ​ເຕີບ​ໃຫຍ່​ຂຶ້ນ, ນອກຈາກ​ການ​ຕ້ອນ​ຮັບ ​ບຸນ​ເຕັດ, ກະກຽມ ​ບຸນ​ເຕັດ, ພວກ​ຂ້າພະ​ເຈົ້າກໍ​ເຄີຍ​ແນະນຳ​ໃຫ້ລູກ​ເຕົ້າ​ກ່ຽວ​ກັບ​ວິທີ​ຫໍ່​ເຂົ້າຕົ້ມ​ໝູ , ​ເຮັດ​ໝູ​ຢໍ, ​ແລະ ວຽກ​ງານ​ຕ່າງໆ. ”

     ​ແຕ່​ລະ​ປີ​ເມື່ອ ​ບຸນ​ເຕັດ​ວຽນມາ, ນາງ ທູ​ເຮືອງພັດ​ເຫັນ​ຕົນ​ເອງ​ເຕີບ​ໃຫຍ່​ຂຶ້ນ. ​ແຕ່​ເຮືອງ ກໍ​ບໍ່​ຫຼົງ​ລືມ​ບັນດາຮີດຄອງ​ປະ​ເພນີ​ໃນ​ຊຸມ​ມື້ບຸນ​ເຕັດ. ນາງດີ​ໃຈ​ເມື່ອ​ເລືອກ​ເອົາ​ຊຸດ​ເຄື່ອງນຸ່ງ​ໃໝ່​ເພື່ອ​ນຸ່ງ​ໃນ​ຍາມ ​ບຸນ​ເຕັດ ​ແລະ ຄ່ອຍ​ຖ້າ​ປູ​ຍ່າ, ພໍ່​ແມ່​ອວຍພອນ​ປີ​ໃໝ່​ດ້ວຍ​ຊອງ​ລີ່​ຊີ່. ພິ​ເສດ​ນາງ​ມັກ​ໄປ​​ເລາະ​ຫຼິ້ນ​ໃນ​ຄຳ​ຄືນ​ສົ່ງທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່. ນາງ ທູ​ເຮືອງເວົ້າວ່າ : 

    “ ຈຸດ​ເວລາ ສົ່ງທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່ ​ແມ່ນ​ສັກກະຫຼະບູຊາ​ທີ່​ສຸດ. ປີ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ​ເຖິງ​ວ່າ​ມັກ​ໄປ​ທ່ຽວ​ເລາະ​ຫຼິ້ນ​ຢູ່​ຕາມ​ຖະໜົນ ຮັບ​ຊົມ​ຜູ້​ຄົນ​ຍ່າງ​ໄປມາ, ທິວ​ທັດ​ຢູ່​ຕາມ​ຫົນທາງ​ກໍ​ຕາມ, ​ແຕ່​ກໍ​ຍັງ​ຄົງ​ຢາກ​ກັບ​ເມືອ​ເຮືອນ​ຕ້ອນຮັບ​ຈຸດ​ເວລາ​ທຳ​ອິດ​ຂອງ​ປີ​ໃໝ່​ພ້ອມ​ກັບ​ປູ​ຍ່າ, ພໍ່​ແມ່. ຂ້າພະ​ເຈົ້າ​ມັກ​ຟັງ​ຄຳ​ອວຍພອນ​ປີ​ໃໝ່​ທີ່​ປູ​ຍ່າ, ພໍ່​ແມ່ສະຫງວນ​ໃຫ້​ແກ່​ຕົນ. ສ່ວນຂ້າພະ​ເຈົ້າກໍ​ໄດ້​ກະກຽມ​ຂອງຂວັນ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ມອບ​ໃຫ້​ພວກ​ເພິ່ນ​ແລ້ວ”

     ​ໄວ​ໜຸ່ມ​ຫວຽດນາມ​ມີ​ຄວາມ​ນຶກ​ຄິດ ​ແລະ ວິທີ​ກະທຳ​ທີ່​ແຕກ​ຕ່າງ​ກັບ​ຄົນລຸ່ນກ່ອນ, ​ແຕ່​ເຂົາ​ເຈົ້າ​ຍັງ​ຄົງ​ເຄົາລົບ​ຮັກສາ​ບັນດາ​ຮີດຄອງ​ປະ​ເພນີ​ທີ່​ດີງາມ​ໃນ​ຊຸມ​ມື້​ບຸນ​ເຕັດ ຊຶ່ງ​ແທດ​ເໝາະ​ກັບ​ທ່າ​ອຽງ​ຂະຫຍາຍ​ຕົວ. ຄວາມ​ໝາຍ​ທີ່​ສັກກະຫຼະບູຊາ, ຄວາມ​ງາມ​ດ້ານ​ວັດທະນະທຳຂອງ​ບຸນປີ​ໃໝ່​ປະຈຳ​ຊາດ ຍັງ​ຄົງ​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ຊາວ​ຫວຽດນາມ​ແຕ່ລະຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ