ບ້ານຂ້ອຍ-ລາຍການສະແດງລະຄອນກາຍຍະສິນ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຫວຽດນາມ


   ​ໂດຍ​ນຳໃຊ້ໄມ້​ໄຜ່ແມ່ນວັດຖຸຕົ້ນຕໍເພື່ອ​ສະ​ແດງ​ໃນ​ບົດ​ລະຄອນ​ກາຍ​ຍະ​ສິນ “ບ້ານ​ຂ້ອຍ”, ບັນດາ​ນັກ​ສິລະ​ປີນ​ໜຸ່ມ​ໄດ້​ວາດ​ພາບ​ເຖິງ​ເຂດ​ບ້ານ​ນາ​ທີ່​ອົບ​ອຸ່ນ, ​ເປັນ​ໜ້າຈັບ​ຈົກ​ຈັບ​ໃຈ. ​ບົດ​ລະຄອນ​ກາຍ​ຍະ​ສິນ “ບ້ານ​ຂ້ອຍ”​ແມ່ນ​ການ​ປະສົມ​ປະສານ​ຂອງ​ຫຼາຍ​ປະ​ເພດ​ສິລະ​ປະ​ສະ​ແດງ​ບົນ​ເວ​ທີ່​ຄື: ກາຍຍະ​ສິນ, ລະຄອນ​ກືກ, ຂັບ​ຮ້ອງ....ນີ້​ແມ່ນ​ສິລະ​ປະ​ປະ​ເພດ​ທີ່​ໃໝ່​ອຽມ​ພໍ​ສົມຄວນ​ຢູ່​ຫວຽດນາມ, ດັ່ງ​ນັ້ນ, ​ໃນ​ໄລຍະ​ເວລາ​ພຽງ​ສັ້ນໆ​ເທົ່າ​ນັ້ນ, ​ບົດ​ລະຄອນ​ກາຍ​ຍະ​ສິນ “ບ້ານ​ຂ້ອຍ” ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ທັງ​ຊາວ​ຫວຽດນາມ ​ແລະ ຕ່່າງປະ​ເທດ.

ບ້ານຂ້ອຍ-ລາຍການສະແດງລະຄອນກາຍຍະສິນ ທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຫວຽດນາມ - ảnh 1
ລາຍການ​ສະ​ແດງລະຄອນ​ກາຍ​ຍະ​ສິນ “ບ້ານ​ຂ້ອຍ”
(ພາບ:ຕ້ວນເລ)


    ​ລາຍການ​ສະ​ແດງລະຄອນ​ກາຍ​ຍະ​ສິນ “ບ້ານ​ຂ້ອຍ” ​ໄດ້​ຖືກ​ເປີກ​ສາກ​ດ້ວຍ​ທັດສະນີ​ຍະ​ພາບ​ທີ່​ມິດ​ງຽບ​ຢູ່​ເຂດ​ບ້ານ​ນາ​ຫວຽດນາມ​ຍາມ​ຮຸ່ງ​ເຊົ້າ. ຮູບ​ພາບ​ຊາວ​ກະ​ສີກ​ອນພວມ ກະກຽມກະຈາ​ດ​ເຂົ້າ, ຈົກ, ຄັນ​ໄຖ ພ້ອມ​ດ້ວຍ​​ເຄື່ອງມື​ຕ່າງ​ໆ​ເພື່ອ​ຮັບ​ໃຊ້​ການ​ອອກ​ແຮງ​ງານ​ຂອງ​ມື້​ໃໝ່​ໃນທ່າມກາງ​ສຽງ​ໄກ​່ຂັນຍາມ​ຮຸ່ງ​ເຊົ້າ. ​ສິ້ນ​ສຸດ​ການສະ​ແດງ​ບົດ​ລະຄອນ​ກາຍ​ຍະ​ສິນ​ແມ່ນ​ຮູບ​ພາບ​ຄ່ຳ​ລົງ​ມາ, ພາຍຫຼັງ​ອອກ​ແຮງ​ງານ​ໃນ​ເວລາ​ມື້ໜຶ່ງ​ດ້ວຍ​ຄວາມ​ອິດ​​ເມື່ອຍ, ຜູ້​ເປັນ​ແມ່ນ​ນອນ​ຂ້າງອູ່​ກອມ​ລູກ​ນອນ, ນາງ​ສາວ​ພວມ​ນັ່ງ​ຫຍິບ​ປັກ​ຖັກ​ແສ່ວ, ອ້າຍ​ບ່າວ​ຂັບ​ຮ້ອງ​​ຄຳ​ກອນກ່ຽວ​ກັບ​ຄຸນງາມຄວາມດີ​ຂອງ​ພໍ່​ແມ່. ສ່ອນ​ຢູ່​ອ້ອມ​ແອ້ມ​ແມ່ນ​ຮູບ​ພາບ​ການ​ເຄຶ່ອນ​ໄຫວ​ຊີວິດປະຈຳ​ວັນ​ໃນ​ໝູ່​ບ້ານ​ຂອງ​ຊາວ​ຫວຽດນາມ​ນັບ​ຕັ້ງ​ແຕ່​ໃດໆມາ​ເຊັ່ນ: ການ​ງົມຈັບ​ຫອຍ, ກະປູ, ​ໄຖ​ນາ​ໃຕ້​ແສງ​ຈັນ, ​ເລາະຂາຍ​ເຄື່ອງ, ຕະຫຼາດນັດ, ຕີ​ກະ​ລໍສວດ​ມົນ, ພວກ​ບ່າວ​ສາວ​ນັດ​ກັນ​ຂັບ​ກ້ຽວ....​ໃນ​ລາຍການ​ສະ​ແດງ, ນັກສະ​ແດງ​ກາຍຍະ​ສິນ 20 ຄົນ​ໄດ້​ພ້ອມ​ກັນ​ປິ້ນຂວ້ຳ​​ໂຕ​ດ້ວຍ​ໄມ້​​ໄຜ່ຢ່າ​ງບໍ່​ຢຸດ​ຢັ້ງ, ອັນ​ໄດ້​ວາດ​ພາບ​ເຖິງ​ການ​ດຳລົງ​ຊີວິດ​ທີ່​ສະຫງົບ​ສຸກ​ຢູ່​ເຂດ​ບ້ານ​ນາ​ຫວຽດນາມ.

   ​ ລາຍການ​ສະ​ແດງ​ລະຄອນ​ກາຍ​ຍະ​ສິນ​ໄດ້​ພາ​ຜູ້​ຊົມ​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນຍາກາດ​ທີ່​ສະ​ຫງົບ​ງຽບ ​ແລະ ຟົດ​ຟື້ນ, ​ແຕ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ, ມັນ​ໄດ້​ເຮັດ​ໃຫ້​ຊາວ​ຫວຽດນາມ​ຢູ່​ແດນ​ໄກ​ຄິດ​ຮອດ​ຄິດ​ເຖິງ​ກົກ​ເຄົ້າ​ເຫງົ້າ​ກໍ, ສາມາດ​ເຂົາ​ໃຈ​ກ່ຽວ​ກັບ​ວັດທະນະທຳ​ເຂດ​ບ້ານ​ນາ​ຂອງ​ຊາວ​ຫວຽດນາມ​ຜ່ານ​ກາລະ​ເທສະ ​ແລະ ກາລະ​ເວລາ​ຕ່າງ​ໆຄື ​ແຕ່​ຮຸ່ງ​ເຊົ້າຮອດ​ຄ່ຳ​ລົງ​ມາ, ຈາກ​ຂົວ​ໄມ້​ໄຜ່​ຮອດ​ຕະຫຼາດ​ບ້ານ​ນາ...ຜູ້ຊົມ​ທັງຫຼາຍ​ສາມາດ​ເຫັນ​ໄດ້​ເຖິງ​ສາຍ​ກ່ຽວ​ພັນ​ຢ່າງ​ໜິດ​ແໜ້ນ​ລະຫວ່າງ​ຕົ້ນ​ໄມ້​ໄຜ່​ກັບ​ຊີວິດ​ມະນຸດ. ​ໄມ້​ໄຜ່​ໄດ້​ກາຍ​ເປັນ​ເພື່ອນ, ​ແມ່ນ​ເຄື​ອ່ງມື​ຮັບ​ໃຊ້​ຊີວິດ​ອອກ​ແຮງ​ງານ​ຂອງ​ຊາວນາ. ນາງ Asrer ​ເອື້​ອຍຄູ່ ຊາວສະກົດ​ແລນ ດຳລົງ​ຊີວິດ​ຢູ່​ນະຄອນ​ໂຮ່ຈິ​ມິນ​ໃຫ້​ຮູ້​ວ່າ :

   “ ​ເພື່ອນ​ຮ່ວມ​ອາຊີບ​ຂອງ​ຂ້າພະ​ເຈົ້າຫຼາຍ​ຄົນ​ຖື​ວ່າ ລາຍການ​ສະ​ແດງ​ນີ້​ມີ​ຄວາມ​ປະ​ທັບ​ໃຈ​ອີ​ຫຼີ. ຜ່ານ​ລາຍການ​ສະ​ແດງ​ນີ້, ຂ້າພະ​ເຈົ້າມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຊີວິດ​ຂອງ​ຊາວ​ຫວຽດນາມ​ຢູ່​ຊົນນະບົດຫຼາຍ​ຂຶ້ນ. ສິ່ງ​ທີ່​ຂ້າພ​ະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ,​ ນັ້ນ​ແມ່ນການ​ມີ​ຫົວຄິດ​ປະດິດ​ສ້າງ​​ເມື່ອ​ເຂົາ​ເຈົ້າ​ນຳ​ໃຊ້​ບັນດາ​ວັດຖຸ​ຄື​ໄມ້​ໄຜ່. ຂ້າພະ​ເຈົ້າ​ຍັງ​ເຫັນ​ໄດ້​ເຖິງ​ຄວາມ​ເກັ່ງກ້າສາມາດ ​ແລະ ການ​ມີ​ສຸຂະພາບ​ແຂງ​ແຮງ​ຂອງ​ບັນດາ​ນັກສະ​ແດງ. ການ​ສຽງ, ​ລະບົບແສງ​ໄຟ​ ໄດ້ປະສານ​ເຂົ້າກັນ ສ້າງ​ເປັນ​ຮູບ​ພາບ​ທີ່​ປະ​ທັບ​ໃຈ​ອີ​ຫຼີ ”   

    ​ເວ​ທີ່​ສະ​ແດງ​ບໍ່​ມີ​ສີສັນ​ຫຼາກ​ຫຼາຍ, ບໍ່​ມີ​ລະບົບ​ດອກ​ໄຟ Led, ຫາກ​ມີ​ແຕ່ການ​ປະດັບ​ປະດາ​ດ້ວຍ​ວັດຖຸ​ສິ່ງ​ຂອງ​ທີ່​ລຽບ​ງາຍ, ມັນ​ຖືກ​ກັບ​ຊື່​ເອີ້ນ​ວ່າ “ບ້ານ​ຂ້ອຍ”. ​ລາຍການ​ສະ​ແດງ​ລະຄອນ​ກາຍ​ຍະ​ສິນ “ບ້ານ​ຂ້ອຍ” ​ໄດ້​ພາ​ຜູ້​ຊົມ​ກັບ​ຄືນ​ສູ່​ຊີວິດ​ຄາວ​ເຍົາ​ໄວ​ໃນ​ທ່າມກາງ​ສຽງ​ໄກ່​ຂັນ​ຍາມ​ຮຸ່ງ​ເຊົ້າ, ສຽງ​ຮ້ອງ​ຂອງ​ງົວ​ຄວາຍ​ພວມ​ກະກຽມ​ລົງ​ນາ. ຜູ້​ຊົມ​ປຽບ​ເໝືອນ​​ໄດ້​ກ້າວ​ເຂົ້າ​ສູ່​ໝູ່​ບ້ານ​ໄມ້​ໄຜ່​ຜ່ານ​ສິລະ​ປະ​ຈັດ​ວາງ, ການ​ສະ​ແດງ​ກາຍຍະ​ສິນ, ຜ່ານ​ສຽງ​ຂັບ​ລຳ​ທຳ​ເພງ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ 3 ພາກ​ຂອງ​ຫວຽດນາມ. ນາງ Manuela ​ແຂກ​ທ່ອງ​ທ່ຽວ​ຊາວ ​ເຢັຍລະ​ມັນ​ໃຫ້​ຮູ້​ວ່າ ​:

    “ ​ເປັນ​ໜ້າ​ປະ​ທັບ​ໃຈ, ພິ​ເສດ​ເມື່ອ​ເຂົາ​ເຈົ້າ​ໃຊ້​ໄມ້​ໄຜ່​​ເພື່ອ​ປຸກ​ສ້າງ​ເຮືອນ. ນັ້ນ​ແມ່ນ​ທຸກ​ສິ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ​ປະຈັກ​ຕາ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ຂ້າພະ​ເຈົ້​າ​ໄດ້​ຮັບ​ຊົມ​ລາຍການ​ນີ້. ຂ້າພະ​ເຈົ້າ​ບັງ​ເອີນ​ຍ່​າງຜ່ານ​ໂຮງ​ລະຄອນ ​ແລະ ​ໄດ້​ເຂົ້າ​ຊົມ. ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​​ໄດ້ເຫັນການ​ປຸກ​ເຮື​ອນດ້ວຍ​ໄມ້​ໄຜ່​ເຊັ່ນ​ນັ້ນ. ມີ​ຫົວ​ຄິດ​ປະດິດ​ສ້າງ​ແທ້”

    ​ເປັນ​ຄັ້ງ​ທິດ​ອິດ​ໄດ້​ແນ​ະນຳ​ໃຫ້​ຜູ້​ຊົມຫວຽດນາມ​ເມື່ອ​ປີ 2005, ​ແຕ່​ມາ​ຮອດ​ປີ 2009, ​ບົດ​ລະຄອນ​ກາຍ​ຍະ​ສິນ “ບ້ານ​ຂ້ອຍ” ຈຶ່ງ​ໄດ້​ຮັບ​ການ​ສ້າງ​ໃຫ້​ສົມບູນ​ແບບ ​ແລະ ຖືກ​ສະ​ແດງ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ. ນັກ​ກຳກັບ​ການສະ​ແດງ ຕ້ວນ​ເລ ​ແບ່ງປັນ​ວ່າ :  

   “ ນີ້​ແມ່ນ​ລາຍການ​ພິ​ເສດ​ເມື່ອ​ທຽບ​ໃສ່​ລາຍການ​ອື່ນໆ​ຂອງ​ຫວຽດນາມ ​ແລະ ​ໃນ​ໂລກ. ມັນ​ບໍ່​ພຽງ​ແຕ່​ລາຍການ​ສະ​ແດງ​ກາຍຍະ​ສິນ, ຟ້ອນ, ສະ​ແດງ​ດົນຕີ​ເທົ່າ​ນັ້ນ, ຫາກ​ມັນ​ຍັງ​ແມ່ນ​ການ​ເຊື່ອມ​ຕໍ່​ໂດຍ​ສັງ​ລວມ, ​ແມ່ນ​ການ​ປະດິດ​ຄິດ​ສ້າງ​ໃໝ່​ບົນ​ເວ​ທີ່​ສະ​ແດງ ​ໂດຍ​ອີງ​ໃສ່​ວັດຖຸ​ເຄື່ອງ​ຂອງ​ທີ່​ທຳ​ມະ​ດາລຽບ​ງາຍຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ວັດທະນະທຳ ​ແລະ ຊາວ​ຫວຽດນາມ ”

      ​​ເມື່ອ​ຮັບ​ຊົມ​ລາຍການ​ສະ​ແດງ​, ຜູ້​ຊົມ​ທັງຫຼາຍ​ຄື​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນຍາກາດ​ທີ່​​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຫວຽດນາມ, ມີ​ຄວາມ​ຕົກສະ​ເງີ້​ ​ແລະ ພ້ອມ​ກັນ​ໂຮ​ຮ້ອງ​ເມື່ອ​ໄດ້​ເຫັນ​ນັກສະ​ແດງ​ກາຍຍະ​ສິນ​ປີ້ນ​ຂວ້ຳ​ໂຕ​ດ້ວຍ​ເຄື່ອງມື​ເຮັດ​ດ້ວຍ​ໄມ້​ໄຜ່​ບົນ​ເວ​ທີ່​ສະ​ແດງ. 

ຕອບກັບ

ຂ່າວ/ບົດ​ອື່ນ