ວັດທະນະທຳແພພັນຄໍ - ຄວາມງາມທີ່ລຽບງງ່າຍຂອງຊາວພາກໃຕ້

(VOVWORLD) -       ແພພັນຄໍ ແຕ່ດົນນານມາແລ້ວໄດ້ຖືກນຳໃຊ້ຢ່າງທົ່ວເຖິງໃນຊີວິດອອກແຮງານ ແລະ ຊີວິດປະຈຳວັນໄດ້ກາຍເປັນຄວາມງາມທາງດ້ານວັດທະນະທຳໃນຊຸດອາພອນຂອງປະຊາຊົນເຂດທາງທິດຕາເວັນຕົກພາກໃຕ້. ເມື່ອບໍ່ດົນມານີ້ ວັດທະນະທຳແພພັນຄໍໄດ້ຖືກນັກຄົ້ນຄວ້າ ເຍິມຮຸ່ງ ແນນຳໃນປຶ້ມຫົວໜຶ່ງ ເຊິ່ງໄດ້ເວົ້າເຖິງວັດທະນະທຳທີ່ງົດງາມ ແລະ ເຂັ້ມຂົ້ນໄປດ້ວຍສີສັນເຂດທາງທິດຕາເວັນຕົກພາກໃຕ້
ວັດທະນະທຳແພພັນຄໍ - ຄວາມງາມທີ່ລຽບງງ່າຍຂອງຊາວພາກໃຕ້ - ảnh 1ນັກຄົ້ນຄ້ວາ ເຍິມຮຸ່ງ ກັບແພພັນຄໍທີ່ຊາວພາກໃຕ້

   ໃນພິທີສະເໜີຕໍ່ຜູ້ອ່ານ ເມື່ອໃນວັນທີ 5 ຕຸລາ, ນັກຄົ້ນຄ້ວາ ເຍິມຮຸ່ງ ໃຫ້ຮູ້ວ່າ ແຕ່ດົນນານມາແລ້ວ ແພພັນຄໍທີ່ຊາວພາກໃຕ້ຕັດຫຍິບດ້ວຍຜ້າຂາວມ້າໄດ້ຖືກຊາວເຜົ່າ ຫວຽດ, ຮວາ, ຂະແມ່, ເຜົ່າຈຳ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ນິຍົມນຳໃຊ້ ແລະ ໄດ້ກາຍເປັນຄວາມງາມເປັນເອກະລັກສະເພາະຢູ່ດິນແດນແຫ່ງນີ້. ຍ້ອນແນວນັ້ນຜູ້ແຕ່ງໄດ້ຮຽບຮຽງປຶ້ມຫົວນີ້ເປັນສາມພາກ. ພາກທີໜຶ່ງ “ແນະນຳໂດຍສັງເຂບກ່ຽວກັບຂະບວນວິວັດວັດທະນະທຳແພພັນຄໍ”; ພາກທີສອງ “ແພພັນຄໍໃນການເຄື່ອນໄຫວວັດທະນະທຳ - ທ່ອງທ່ຽວ”; ແລະ ພາກທີສາມ “ສື່ມວນຊົນ ແລະ ຄວາມຮັກຕໍ່ແພພັນຄ” ນັກຄົ້ນຄວ້າ ເຍິມຮຸ່ງ ໃຫ້ຮູ້ວ່າ:

      “ນີ້ແມ່ນແພພັນຄໍທີ່ເປັນເອກະລັກ ເຊິ່ງໄດ້ມີມາກ່ອນນີ້ນັບຮ້ອຍປີ. ຂ້າພະເຈົ້າມີຄວາມພາກພູມໃຈເມື່ອເຫັນວ່າແພພັນຄໍຂອງຊາວພາກໃຕ້ ພວມຫັນປ່ຽນຈາກຄຸນຄ່າເພື້ນເມືອງສົມທົບກັບຄຸນຄ່າທັນສະໄໝ. ຂ້າພະເຈົ້າເຊື່ອມໝັ້ນວ່າ ພະລັງຊີວິດຂອງແພພັນຄໍຂອງພາກໃຕ້ຍັງຍືນຍົງຄົງຕົວກັບບັນດາເຜົ່າຢູ່ເຂດທົ່ງພຽງແມ່ນ້ຳທາງພາກໃຕ້ ຫວຽດນາມ.      ຜ່ານປຶ້ມຫົວນີ້ ຂ້າພະເຈົ້າຢາກຝາກຝັງຄວາມເຊື່ອໝັ້ນຕໍ່ໄວໜຸ່ມ. ຖ້າຫາກວ່າ ໄວໝຸ່ມຍັງມີຄວາມຮັກທາງດ້ານວັດທະນະທຳບັນດາເຜົ່າ ພິເສດແມ່ນມີຄວາມຮັກຕໍ່ແພພັນຄໍຂອງຊາວພາກໃຕ້ ພວກເຮົາກໍ່ຍັງຈະມີຄວາມ ເຊື່ອໝັ້ນຢັ້ງຢືນວ່າ ບາດກ້າວເດີນຮ່ວມຂອງເຂດທົ່ງພຽງແມ່ນ້ຳທາງພາກໃຕ້ ຫວຽດນາມ ກໍ່ຄືຊາດ ຫວຽດນາມ ພວກເຮົາຈະສືບຕໍ່ພັດທະນາ ແລະ ເປີດບັນດາໜ້າປະຫວັດສາດໃໝ່ ໃນນັ້ນກົກເຄົ້າກໍ່ຍັງຄົງໄດ້ຮັບການຮັກສາແມ່ນວັດທະນະທຳບັນດາເຜົ່າ ກໍ່ຕ້ອງມີແພພັນຄໍ”.

     ເຂົ້າຮ່ວມພິທີເໜີປຶ້ມຫົວນີ້ຕໍ່ຜູ້ອ່ານ, ທ່ານ ປອ ເຈິ່ນຫິວຮຽບ ຮອງປະທານສະຫະສະມາຄົມທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມແບ່ງປັນວ່າ ສິ່ງພິມຂອງນັກຄົ້ນຄວ້າ ເຍິມຮຸ່ງ ໄດ້ຮັບການຕອບສະໜອງຢ່າງສຸດໃຈ. ແຕ່ລະໜ້າປຶ້ມໄດ້ນຳຜູ້ອ່ານກັບຄືນສູ່ສ່ວນໜຶ່ງຂອງວັດທະນະທຳພາກໃຕ້. ທ່ານ ປອ ເຈິ່ນຫິວຮຽບ ເວົ້າວ່າ:

    “ຜ່ານການແບ່ງປັນຂອງອ້າຍ ຮຸ່ງ ອາດຈະເຫັນວ່າ ແພພັນຄໍຂອງຊາວພາກໃຕ້ໄດ້ຕິດພັນກັບການພັດທະນາຂອງດິນແດນແຫ່ງນີ້; ຈາກສະໄໝບຸກເບີກພື້ນທີ່ຂອງປູ່ຍ່າຕາຍາຍ ຜ່ານສົງຄາມຄັ້ງຕ່າງໆ ແລະ ພິເສດໃນປັດຈຸບັນເມື່ອບັນດາຊຸດອາພອນທີ່ໄດ້ເຊື່ອມໂຍງສາກົນ ຖືກໄວໜຸ່ມນຳໃຊ້ໃນການພົວພັນແລກປ່ຽນ. ຂ້າພະເຈົ້າເຫັນວ່າມີນັກທ່ອງທ່ຽວສາກົນຫຼາຍຄົນກໍ່ມີຄວາມພູໃຈເມື່ອໃສ່ແພພັນຄໍ”.

      ກ່ອນທີ່ຈະສະເໜີຕໍ່ຜູ້ອ່ານກ່ຽວກັບປຶ້ມ “ວັດທະນະທຳແພພັນຄໍ”, ນັກຄົ້ນຄວ້າ ເຍິມຮຸ່ງ ໄດ້ເປັນທີ່ປຶກສາໃຫ້ກຸ່ມນັກສຶກສາມະຫາວິທະຍາໄລ FPT ເກິ່ນເທີ ຈັດຕັ້ງງານວາງສະແດງ ແລະ ລາຍການສະແດງແພພັນຄໍຂອງຊາວພາກໃຕ້. ນັກສຶກສາ ຢ້ຽວໝີ ຫົວໜ້າກຸ່ມນັກສຶກສາມະຫາວິທະຍາໄລ FPT ເກິ່ນເທີ ແບ່ງປັນວ່າ:

      “ຂ້າພະເຈົ້າສະແດງຄວາມຂອບໃຈ ຍ້ອນວ່າ ນັກຄົ້ນຄວ້າ ເຍິມຮຸ່ງ ຍາມໃດກໍ່ສຸມຈິດສຸມໃຈກັບມູນເຊື້ອວັດທະນະທຳຂອງເຂດຕາເວັນຕົກພາກໃຕ້. ພາຍຫຼັງຍະໄລທີ່ໄດ້ຊອກຮູ້ກ່ຽວກັບແພພັນຄໍ ພ້ອມກັບການຮ່ວມເດີນທາງຊ່ວຍຈາກນັກຄົ້ນຄວ້າ ເຍິມຮຸ່ງ, ພວກຂ້າພະເຈົ້າຮູ້ສຶກຖະໜຸຖະໜອມແພພັນຄໍທີ່ສຸດ. ສຳລັບຂ້າພະເຈົ້າແລ້ວແພພັນຄໍມີຄຸນຄ່າທາງດ້ານປະຫວັດສາດ ແລະ ບໍ່ຢຸດຢູ່ໃນຄຸນຄ່າຊີວິດປະຈຳວັນ”.

      ປຶ້ມ “ວັດທະນະທຳແພພັນຄໍ” ແມ່ນປຶ້ມເຫຼັ້ມທີ 31 ຂອງນັກຄົ້ນຄວ້າ ເຍິມຮຸ່ງ ຜູ້ລົງເລິກຄົ້ນຄວ້າວັດທະນະທຳພື້ນເມືອງພາກໃຕ້. ຜ່ານສິ່ງພິມນີ້ ໄດ້ຢັ້ງຢືນອີກເທື່ອໜຶ່ງວ່າ ຮູບພາບແພພັນຄໍຂອງຊາວພາກໃຕ້ທີ່ມີຄວາມລຽບງ່າຍນີ້ຈະເປັນສ່ວນໜຶ່ງໃນພາບພົດທາງດ້ານວັດທະນະທຳທີ່ງົດງາມຂອງດິນແດນພາກໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ