ຫຼາກຫຼາຍສີສັນທີ່ງານວາງສະແດງພາບສີນ້ຳພາກໃຕ້

(VOVWORLD) -ງານວາງສະແດງພາບສີນ້ຳພາກໃຕ້.ໂດຍສະມາຄົມວິຈິດສິນຫວຽດນາມສົມທົບກັບສູນເຄື່ອນໄຫວວັດທະນະທຳແລະວິທະຍາສາດວັນໝຽວ - ກວັກຕື່ຢ໊າມຈັດຂຶ້ນແຕ່ວັນທີ 6 – 24 ພຶດສະພາຢູ່ ວັນໝຽວ-ກວັກຕື່ຢ໊າມ, ຮ່າໂນ້ຍ, ນີ້ເປັນຄັ້ງທຳອິດທີ່ງານວາງສະແດງພາບສິນ້ຳຂອງບັນດາຈິດຕະກອນທີ່ນະຄອນໂຮ່ຈີມິນ ຖືກຈັດຂຶ້ນຢູ່ ວັນໝຽວ-ກວັກຕື່ຢ໋າມ, ຮ່າໂນ້ຍ.
ຫຼາກຫຼາຍສີສັນທີ່ງານວາງສະແດງພາບສີນ້ຳພາກໃຕ້ - ảnh 1ແຂກມາຊົມງານວາງສະແດງ

    ພາບສີນ້ຳໄດ້ພັດທະນາຢ່າງຟົດຟື້ນໃນສອງສາມປີມໍ່ໆມານີ້ຢູ່ ຫວຽດນາມ, ໃນນັ້ນມີການປະກອບສ່ວນຢ່າງໃຫຍ່ຫຼວງທີ່ສຸດຂອງບັນດາຈິດຕະກອນທີ່ນະຄອນໂຮ່ຈີມິນ. ງານວາງສະແດງພາບສີນ້ຳພາກໃຕ້ ໄດ້ເຕົ້າໂຮມຈິດຕະກອນພາບສີນ້ຳ 20 ຄົນຂອງນະຄອນໂຮ່ຈີມິນໃນນັ້ນມີບັນດາຈິດຕະກອນທີ່ດີເດັ່ນຄື ໂງແທັງຫ໋າຍ, ໂດ໊ຫຽວ, ເລຢຸ໊ງ... ຈິດຕະກອນແຕ່ລະຄົນກໍ່ມີແບບແຜນການປະດິດຄິດແຕ່ງ, ວິທີແຕ້ມສະເພາະຂອງໃຜຂອງລາວ ດັ່ງນັ້ນໄດ້ນຳພາບສີນ້ຳທີ່ຫຼາກຫຼາຍສີສັນມາສູ່ງານວາງສະແດງ. ໃນຂອບເຂດງານວາງສະແດງກໍ່ຍັງມີຄ້າຍປະດິດຄິດແຕ່ງພາບສີນ້ຳອີກດ້ວຍ. ຜຸ້ຊົມກໍ່ຄືແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມພາບແຕ້ມເທົ່ານັ້ນຫາກຍັງສາມາດໄດ້ລົງແຕ້ມຕົວຈິງກ່ຽວພາບສີນ້ຳອີກດ້ວຍ. ສະມາຄົມວິຈິດສິນຫວຽດນາມໄດ້ນຳພາບສີນ້ຳຂອງກຸ່ມຈິດຕະກອນນະຄອນໂຮ່ຈີມິນມາແນະນຳຢູ່ ຮ່າໂນ້ຍກໍ່ແມ່ນໂອກາດເພື່ອໃຫ້ວົງການຈິດຕະກອນຂອງສອງນະຄອນຖອດຖອນບົດຮຽນເຊິ່ງກັນແລະກັນພົບປະແລກປ່ຽນທາງດ້ານສິລະປະປະດິດຄິດແຕ່ງພາບສີນ້ຳ. ຈິດຕະກອນ ໂຮ່ຮຶງ ຫົວໜ້າສະໂມສອນພາບສີນ້ຳໄຊງ່ອນໃຫ້ຮູ້ວ່າ:

     “ສະໂມສອນຍາມໃດກໍ່ສົ່ງເສີມແລະຮັບຕ້ອນທຸກໆຄົນເຂົ້າຮ່ວມການແຕ້ມພາບສີນ້ຳ,ພົບປະແລກປ່ຽນລະຫວ່າງບັນດາຈິດຕະກອນ. ສະໂມສອນມີຄວາມຫວັງສະຫງວນເຂດສະເພາະໃຫ້ແກ່ບັນດາຜູ້ນິຍົມພາບສີນ້ຳ.ດຳເນີນການເດີນທາງໃຫ້ແກ່ບັນດາຈິດຕະກອນຫວຽດນາມທີ່ເຂົ້າຮ່ວມງານວາງສະແດງສາກົນແລ້ວກໍ່ເຊື້ອເຊີນບັນດາຈິດຕະກອນຢູ່ປະເທດຕ່າງໆມາຫວຽດນາມເພື່ອພົບປະແລກປ່ຽນຖອດຖອນບົດຮຽນເຊິ່ງກັນແລະກັນ. ຈາກນັ້ນກໍ່ພ້ອມກັນຊຸກຍູ້ ພັດທະນາສິລະປະປະດິດຄິດແຕ່ງພາບສີນ້ຳໃນພາກພື້ນແລະໃນໂລກ”.

       ທີ່ງານວາງສະແດງ, ບັນດາຈິດຕະກອນໄດ້ນຳພາບສິນ້ຳຫຼາຍກວ່າ 100 ແຜ່ນມາສູ່ງານວາງສະແດງ.ດ້ວຍສີນ້ຳແລະວິທີສະແດງຢ່າງລະອຽດອ່ອນ, ບັນດາພາບແຕ້ມໄດ້ສ່ອງແສງກ່ຽວກັບການດຳເນີນຊີວິດປະຈຳວັນ, ວັດທະນະທຳ, ມໍລະດົກແລະທິວທັດທຳມະຊາດ...ຜ່ານນັ້ນ ຜູ້ຊົມສາມາດຮູ້ສຶກໄດ້ເຖິງຄວາມຮັກບ້ານເກີດເມືອງນອນປະເທດຊາດ ແລະ ປະຊາຊົນຂອງບັນດາຈິດຕະກອນ. ຈິດຕະກອນ ດວ່ານກວັກ ໃຫ້ຮູ້ວ່າ:

      “ນີ້ແມ່ນງານວາງສະແດງທີ່ເປັນໜ້າຈັບໃຈ ແລະ ເປັນຄັ້ງທຳອິດໄດ້ເຕົ້າໂຮມຈິດຕະກອນແຕ້ມພາບສີນ້ຳຫຼາຍຄົນ. ຈິດຕະກອນແຕ່ລະຄົນກໍ່ມີວິທີແຕ້ມ ວິທີສະແດງທີ່ແຕກຕ່າງກັນກ່ຽວກັບດິນແດນພາກໃຕ້. ງານວາງສະແດງໄດ້ໃຫ້ຜູ້ຊົມເຫັນເຖິງດິນແດນພາກໃຕ້ ທີ່ມີທິວທັດທຳມະຊາດງົດງາມ ແລະ ວັດທະນະທຳຫຼາກຫຼາຍສີສັນຂອງບັນດາເຂດພາກທີ່ແຕກຕ່າງກັນ”.

     ດ້ວຍການຈັດງານວາງສະແດງດັ່ງກ່າວ, ວັນໝຽວກວັກຕື່ຢ໊າມ ໄດ້ພົ້ນອອກຈາກຂອບເຂດເປັນສະຖານທີ່ທ່ອງທ່ຽວອັນໄດ້ກາຍເປັນສູນເຄື່ອນໄຫວວັດທະນະທຳ, ສູນປະດິດຄິດແຕ່ງຢູ່ ຮ່າໂນ້ຍ. ທ່ານ ປອ ເລວັນກ່ຽວ, ຫົວໜ້າສູນວັດທະນະທຳວິທະນາສາດວັນໝຽວ - ກວັກຕື່ຢ໊າມໃຫ້ຮຸ້ວ່າ:

      “ດ້ວຍງານວາງສະແດງໃນຄັ້ງນີ້, ແຂກທ່ອງທ່ຽວມາຢ້ຽມຊົມວນໝຽວກັວກຕື່ຢ໊າມ ຈະໄດ້ຮັບຊົມບັນດາພາບແຕ້ມສິລະປະໃນເຂດທີ່ເກົ່າແກ່. ການປະສົມປະສານລະຫວ່າງລັກສະນະທີ່ເກົ່າແກ່ ແລະທັນສະໄໝຂອງພາບສິລະປະ ປະເພດສີນ້ຳໄດ້ນຳມາເຊິ່ງຄວາມດູດດື່ມໃຫ້ແກ່ຜູ້ຊົມ. ຈຸດວັດທະນະທຳຂອງເຂດພາກໃຕ້ ກໍ່ແມ່ນລົມຫາຍໃຈຂອງຊີວິດຍຸກປັດຈຸບັນ”.

      ງານວາງສະແດງພາບສີນ້ຳຊຸດນີ້ ໄດ້ແນະນຳບັນດາພາບແຕ້ມຂອງຈິດຕະກອນແຕ່ລະຄົນເມື່ອເດີນທາງໄປສະຖານທີ່ຕ່າງໆ. ຜ່ານງານວາງສະແດງພາບສີນ້ຳດ້ວຍຫົວເລື່ອງພາກໃຕ້ນີ້, ບັນດາຈິດຕະກອນຢາກຝາກຂອງຂວັນກ່ຽວກັບນ້ຳໃຈຄວາມຮັກແພງຂອງຊາວພາກໃຕ້ ເຖິງມວນຊົນຜູ້ນິຍົມສິລະປະຮ່າໂນ້ຍເວົ້າສະເພາະແລະທົ່ວປະເທດເວົ້າລວມ. ພາຍຫຼັງງານວາງສະແດງຄັ້ງນີ້, ສະມາຄົມວິຈິດສິນຫວຽດນາມໄດ້ມີແຜນການຈັດງານວາງສະແດງພາບສີນ້ຳພາກໃຕ້ ປະຈຳປີຢູ່ ວັນໝຽວກວັກຕື່ຢ໊າມທີ່ນະຄອນຫຼວງຮ່າໂນ້ຍ.  

ຕອບກັບ

ຂ່າວ/ບົດ​ອື່ນ