ຮູບພາບນາງ Vo Thi Sau ໃນດວງໃຈຂອງຊາວ ກົນດ້າວ

ຮູບພາບນາງ Vo Thi Sau ໃນດວງໃຈຂອງຊາວ ກົນດ້າວ - ảnh 1
ນັກ​ວິລະ​ຊົນ​ຍິງ Vo Thi Sau     (ພາບ: internet)


  ຮຸ່ງ​ເຊົ້າ​ວັນ​ທີ 23/1/1952, ນາງ Vo Thi Sau ຖືກ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງປະຕິບັດ​ປະຫາ​ນຊີວິດ​ຢູ່​ຕີນ​ພູ ຈົ້ວ. ນ້ຳ​ໃຈ​ຮັກ​ຊາດ, ພິລະ​ອາດ​ຫານ ​ແລະ ​ແບບຢ່າງ​ຍອມ​ເສຍສະຫຼະ​ຊີວິດ​ຂອງ​ນາງ Vo Thi Sau ຈະ​ເປັນ​ອະມະຕະ​ຄື​ລະດູບານ​ໃໝ່. ​ເຖິງ​ວ່າ​ໄດ້​ຜ່ານ​ລະດູ​ດອກ​ໄມ້ ​ເລ​ກີ​ມາ ບານ 60 ລະດູ​ແລ້ວ​ກໍ​ຕາມ, ​ແຕ່​ຮູບ​ພາບ​ຂອງນາງ​ Vo Thi Sau ຊຶ່ງ​ແມ່ນ​ລູກ​ສາວ​ຮັກ​ຂອງ​ເຂດ​ດິນ​ແດງ ຍັງ​ຄົງ​ຝັງ​ເລິກ​ໃນ​ຈິດ​ໃຈ​ຂອງ​ຊາວ​ຫວຽດນາມ​ແຕ່ລະຄົນ.

    ​ເຂດ​ສຸສານ ຮ່າງ​ເຢືອງ ມີ​ເນື້ອ​ທີ່​ປະມານ 20 ​ແຮກ​ຕາ ​ແລະ ມີຊາວ​ຫວຽດນາມ ປະມານ 2 ໝື່ນ​ຄົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຖືກ​ຝັງ​ສົບ​ຢູ່​ແຫ່ງ​ນີ້. ຖ້າ​ຫາກຜູ້​ໃດ​ມີ​ໂອກາດ​ມາ​ຢ້ຽມຢາມເຂດ​ສຸສານ ຮ່າງ​ເຢືອງ ກໍ​ລ້ວນ​ແຕ່​ບໍ່ສາມາດ​ອົດ​ກັ້ນ​ນ້ຳຕາ ເມື່ອ​ໄດ້​ເຫັນບັນດາ​ຂຸມຝັງ​ສົບ​ນອນ​ເດຍລະດາ​ດບົນ​ໂນນ​ພູ. ມີ​ຂຸມ​ຝັງ​ສົບ​ຫຼາຍ​ຂຸມ​ຂອງນັກຮົບນິລະນາມ. ເຂດສຸສານແຫ່ງນີ້ກໍ​ແມ່ນ​ແຫ່ງ​ສຸຄະຕິ​ພົບ​ຂອງ​ນັກຮົບ​ປະຕິວັດເສຍສະຫຼະ​ຊີວິດ​ເພື່ອຊາດ Le Hong Phong, ຜູ້​ຮັກ​ຊາດ Nguyen An Ninh, ນັກ​ວິລະ​ຊົນ Cao Van Ngoc ...... ສ່ວນ​ສຸສານ​ຂອງ​ນາງ Vo Thi Sau ນອນ​ຢູ່​ໃຈກາງ​ເຂດ B ​ໃນ​ເຂດ​ສຸສານ ຮ່າງ​ເຢືອງ.

   ອ້າຍ Nguyen Ngoc Minh ພາລະ​ກອນ​ເຮັດ​ວຽກ​ຢູ່​ເຂດ​ສຸສານ​ໃຫ້​ຮູ້​ວ່າ :

 : “ ​ແຂກ​ຄົນ​ມາ​ຫຼາຍ​ທີ່​ສຸດ​ແມ່ນ​ໃນ​ວັນ​ສຸກ, ວັນ​ເສົາ ​ແລະ ວັນ​ອາທິດ, ສ່ວນ​ຫຼາຍ​ແມ່​ນນັກ​ທ່ອງ​ທ່ຽວ. ​ເຂົາ​ເຈົ້າ​ມາ​ແຫ່ງ​ນີ້​ເພື່ອ​​ໄຕ້​ທູບ​ທຽນ​ຢູ່​ສຸສານ​ຂອງ​ນາງ Vo Thi Sau, ພວກ​ຂ້າພະ​ເຈົ້າ ກໍ​​ໄຕ້​ທູບ​ທຽນ ພາວະນາ​ໃຫ້​ຄອບຄົວ​ມີ​ສຸຂະພາບ​ເຂັ້ມ​ແຂງ, ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່ການ​ງານຂອງ​ຕົນ ”

ຮູບພາບນາງ Vo Thi Sau ໃນດວງໃຈຂອງຊາວ ກົນດ້າວ - ảnh 2
ສຸສານ​ຂອງ​ນາງ Vo Thi Sau  ຢູ່ເຂດ​ສຸສານ ຮ່າງ​ເຢືອງ

      ສຸສານ​ຂອງ​ນາງ Vo Thi Sau ຖືກ​ກໍ່ສ້າງ​ດ້ວຍ​ຫີນ​ອ່ອນ. ມີ​ແຖວ​ຕົວ​ໜັງສື​ກ່ຽວ​ກັບ​ຊີວະ​ປະຫວັດ​ຫຍໍ້​ຂອງ​ນາງ​ຖືກ​ຄວັດ​ໃສ່​ແຜ່ນ​ສີ​ລາ​ທີ່​ວ່າ : “ Vo Thi Sau ບ້ານ​ເກີດ ​ເດິ​ດດໍ, ​ແຂວງ​ບາ​ເຮ້ຍ​ວຸ້ງ​ເຕົາ, ​ເກີດ​ປີ 1933 ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເມື​ອ່ວັນ​ທີ 23/1/1952 ​​ມີອາຍຸ​ 19ປີ ” . ຊັບ​ສົມບັດ​ຂອງ​ນາງ​ມີ​ແຕ່​ໂສ້ງ​ເສື້ອ 2 ຊຸດ. ​ແຕ່​ເບິ່ງ​ຄື​ວ່າ ຊັບ​ສົມບັດ​ທີ່​ສັກກະຫຼະບູຊາ​ຂອງ​ນາງ Vo Thi Sau ​ແມ່ນ​ຄວາມ​ຮັກ​ປະ​ເທດ​ຊາດ. ນາງ​ໄດ້​ອຸທິດ​ສ່ວນ​ຊີວິດ​ໄວ​ໜຸ່ມ​ຂອງ​ຕົນ​ໃຫ້​ແກ່​ຄວາມ​ຮັກ​ດັ່ງກ່າວ. ຄາວ​ມີ​ອາຍຸ 14 ປີ ນາງ​ໄດ້​ອອກ​ຈາກຄອບຄົວ. ​ແລ້ວ​ກໍ​ຖືກ​ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ​ຈັບ​ຕົວ ​ແລະ ຖືກ​ປະຫານ​ຊີວິດ. ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງບໍ່​ກ້າ​ສັງຫານ​ນາງ​ຢູ່​ດິນ​ຕໍ່​ແຜ່ນ ຫາກ​ພາ​ຕົວ​ນາງ​ໄປ ກົນ​ດ້າວ. ນາງ Vo Thi Sau ​ແມ່ນ​ຍິງ​ໜຸ່ມ​ຄົນ​ທຳ​ອິດ​ຖື​ກປະຫານ​ຊີວິດ​ຢູ່ ກົນ​ດ້າວ. ນາງ Vo Thi Sau ​ໄດ້​ໄປ​ສູ່​ສຸຄະຕິ​ພົບ​ແລ້ວ, ​ແຕ່​ນາງ​ໄດ້​ເຮັດ​ໃຫ້​ຊາວ ກົນດ້າວ​ເວົ້າ​ສະ​ເພາະ ​ແລະ ຊາວ​ຫວຽດນາມ​ເວົ້າ​ລວມ ມີ​ຄວາມ​ນິຍົມ​ນັບຖື​ຕໍ່​ນັກ​ວິລະ​ຊົນ​ໄວ​ໜຸ່ມ ບໍ່​ຍອມ​ຈຳນົນ​ຕໍ່ພວກ​ຮຸກ​ຮານ ​ແລະ ອິດ​ທິກຳລັງ​ປະຕິ​ການ​ຂາຍ​ຊາດ. ທ່ານ Nguyen Cong Loc ຜູ້​ທີ່​ໄດ້​ເຮັດ​ວຽກ​ຢູ່​ເຂດ​ປູຊະນີຍະສະຖານ​ຄຸກ ກົນ​ດ້າວ ​ເປັນ​ເວລາ 32 ປີ ​ໃຫ້​ຮູ້​ວ່າ :

   “ ຊາວ ກົນ​ດ້າວ ​ເຖິງ​ວ່າ​ຈະໄປໄສ, ກັບເມືອດິນຕໍ່ແຜ່ນ ແລ້ວກໍກັບມາເກາະ ແຫ່ງນີ້, ລ້ວນ​ແຕ່​ມາ​ນີ້​​ໄຕ້​ທູບ 3 ​ເຫຼັ້ມ​ອາ​ໄລ​ຫາ​ນາງ Vo Thi Sau ”

   ສ່ວນ​ແຂກ​ຈາກ​ສາລະ​ທິດ​ເມື່ອ​ມາ​ຢ້ຽມຢາມ ກົນ​ດ້າວ ກໍ​ລ້ວນ​ແຕ່​ໄປ​ເຂດ​ສຸສານ ຮ່າງ​ເຢືອງ ​ເພື່ອ​​ໄຕ້​ທູບ​ທຽນ​ອາ​ໄລ​ຫາ​ນາງ Vo Thi Sau ກໍ​ຄື​ບັນດາ​ນັກຮົບ​ວິລະ​ຊົນ​​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຄົນ​ອື່ນໆ ”

    ປ້າ Huynh Thi Kim Loan ຊາວ​ກົນ​ດ້າວ ​​ໃຫ້​ຮູ້​ວ່າ :

    “ ມາ​ຢ້ຽມຢາມ ກົນ​ດ້າວ, ນອກຈາກ​ມາ​ຢ້ຽມຢາມ ເຂດ​ສຸສານ ຮ່າງ​ເຢືອງ ​ແລ້ວ, ພໍ່​ແມ່​ປະຊາຊົນ​ຍັງ​ໄປ ໃຕ້​ທູບ​ທຽນ​ອາ​ໄລ​ຫາ​ນາງ Vo Thi Sau ຢູ່​ສຸສານ​ຂອງ​ເພິ່ນ. ນາງ Vo Thi Sau ​ແມ່ນ​ນັກ​ວິລະ​ຊົນ​ຍິງ, ຍັງ​ໜຸ່ມ ​ແຕ່​ມີ​ຈິດ​ໃຈ​ກ້າຫານ. ພວກ​ຂ້າພະ​ເຈົ້າ​ແມ່ນ​ຄົນ​ລຸ່ນຫຼັງ​ຄວນ​ຮ່ຳຮຽນ​ເອົາ​ສິ່ງ​ທີ່​ດີ​ຈາກ​ແມ່ຍິງ​ທີ່​ໜຸ່ມ​ແໜ້ນ​ນີ້. ​ໃນ​ໄລຍະ​ສັນຕິພາບ​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ຕ້ອງ​ພະຍາຍາມ​ອຸທິດ​ສ່ວນ​ເພື່ອ​ສົມ​ກັບ​ນັກ​ວິລະ​ຊົນ​ຍິງ Vo Thi Sau ກໍ​ຄື ບັນດາ​ນັກຮົບ​ວິລະ​ຊົນ​​ທີ່​ໄດ້ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ກົນ​ດ້າວ ”

     ສ່ວນ​ນາງ Nguyen Thi Tam ຮອງ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ ເຂດ​ປູຊະນີ ຍະສະຖານ​ຄຸກ ກົນ​ດ້າວ   ​ໃຫ້​ຮູ້​ວ່າ :

   “ ນາງ Vo Thi Sau ​ໄດ້​ເສຍສະຫຼະ​ຊີວິດ​ເມື່ອ​ຍັງ​ເປັນ​ໄວ​ໜຸ່ມ. ​ເຮົາ​ບໍ່​ເວົ້າ​ເຖິງ​ດ້ານ​ຈິດ​ວິນ​ຍານ​ຫຼາຍ, ​ແຕ່​ຈິ​ດວິນ​ຍານ​ພັດ​ຝັງ​ໃນ​ໃຈ​ຂອງ​ທຸກໆ​ຄົນ. ​ເຂົາ​ເຈົ້າ​ໄປ​ຢ້ຽມຢາມ​ສຸສານ​ຂອງ​ນາງ Vo Thi Sau ດ້ວຍ​ຈິດ​ໃຈ​ເຄົາລົບ​ນັບຖື ​ເພື່ອ​ພາວະນາ​ໃຫ້​ມີ​ຄວາມ​ໂຊກ​ດີ. ບໍ່​ສະ​ເພາະ​ແຕ່​ຊາວກົນ​ດ້າວ​ເທົ່າ​ນັ້ນ, ຫາກ​ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທົ່ວ​ປະ​ເທດ​ເມື​ອ່ມາ​ຢ້ຽມຢາມ​ກົນ​ດ້າວນັ້ນ, ​ເລື່ອງ​ທຳ​ອິດ ​ແມ່ນ​ເຂົາ​ເຈົ້າ​ມຸ່ງ​ໄປ​ສູ່ເຂດ​ສຸສານ ຮ່າງ​ເຢືອງ ​ແຫ່ງ​ທີ່​ມີ​ສຸສານ​ຂອງ​ນາງ Vo Thi Sau ”

   ມີ​ຫຼາຍ​ຄອບຄົວ​ຢູ່ ກົນ​ດ້າວ ​ໄດ້​ຕັ້ງ​ແທ່ນ​ບູຊາ​ອາ​ໄລ​ຫາ​ນາງ Vo Thi Sau. ​ເທບ​ນິຍາຍ​ກ່ຽວ​ກັບ​ຄວາມ​ເປັນ​ອະມະຕະ​ຂອງ​ນາງ Vo Thi Sau ຍັງ​ຍືນ​ຍົງ​ຄົງ​ຕົວ​ພ້ອມ​ກັບ​ຊາວ ກົນ​ດ້າວ ​ເວົ້າສະ​ເພາະ ​ແລະ ຊາວ​ຫວຽດນາມ​ເວົ້າ​ລວມໄປຊົ່ວກາລະນານ .

ຕອບກັບ

ຂ່າວ/ບົດ​ອື່ນ