ທ່າອ່ຽງໄປທ່ອງທ່ຽວຕ່າງປະເທດໃນລະດູຮ້ອນ ປີ 2012 ຂອງຊາວ ຫວຽດນາມ

(vovworld) - ​ໂດຍຕ່າງ​ກັບ​ຊຸມ​ປີ​ກ່ອນໆ,ໃນລະດູ​ຮ້ອນ​ປີ​ນີ້ ຍ້ອນ​ສະພາບ​​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ນັກ​ທ່ອງ​ທ່ຽວ ຫວຽດນາມ ​ເຄີຍ​ເລືອກ​ເຟັ້ນ​ບັນດາ​ລາຍການ​ທ່ອງ​ທ່ຽວທີ່ປະ​​ຢັດດ້ວຍ​ໄລຍະ​ສັ້ນ​ໄປ​ຍັງ​ບັນດາ​ປະ​ເທດ​ໃກ້​ຄຽງ​ຄື: ​ໄທ, ລາວ, ກຳ​ປູ​ເຈຍ ​ແລະ ມ້ຽນ​ມາ ​ແທນ​​ໃຫ້ການ​ໄປ​ທ່ອງ​ທ່ຽວ​ເຖິງ​ບັນດາ​ປະ​ເທດ​ອື່ນ​ຄື: ສິງກະ​ໂປ, ມາ​ເລ​ເຊຍ ຫລື​ບັນດາ​ປະ​ເທດ​ເອີ​ລົບ. ​

ທ່າອ່ຽງໄປທ່ອງທ່ຽວຕ່າງປະເທດໃນລະດູຮ້ອນ ປີ 2012 ຂອງຊາວ ຫວຽດນາມ - ảnh 1
ວັດພະແກ້ວ ຢູ່ ນະຄອນຫລວງ ບາງກອກປະເທດໄທ
ພາບ:internet

        ​ໄທ​ແມ່ນ​ປະ​ເທດ​​ມີ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ລື​ຊື່​ຫລາຍ​ແຫ່ງ​ຄື: ວັດ​ພໍ່, ວັດ​ພະ​ແກ້ວ, ​ຫາດ​ຊາຍ​ທະ​ເລ ພັດທະຍາ,​​ ​ເກາະ​ພູ​​ເກ​ດ ​ແລະ ຊາວ​ໄທ​​ກໍ​ເປັນ​ຄົນ​ທີ່ ສະຫນິດສະຫນົມ ນັ້ນ​ແມ່ນ​ການ​ເລືອກ​ເຟັ້ນຕົ້ນຕໍ​ຂອງ​ຊາວ ຫວຽດນາມ ຫລາຍ​ຄົນ. ​​ແຕ່ລະ​ປີຮອ​ດ​ເດືອນ 6, 7 ​ແລະ ​ເດືອນ 8, ຈຳນວນ​ນັກ​ທ່ອງ​ທ່ຽວ ຫວຽດນາມ ຈົດ​ທະບຽນ​ໄປ​ທ່ອງ​ທ່ຽວຢູ່​ໄທ​ເປັນ​ຈຳນວນ​ຫລວງຫລາຍ. ສາຍ​ເຫດ​ໃດ​ທີ່​ຂະ​ແຫນງ​ທ່ອງ​ທ່ຽວ​ໄທສ້າງ​ຄວາມ​ດຶງ​ດູດນັກ​ທ່ອງ​ທ່ຽວຄື​ແນວ​ນັ້ນ,​ ອາດ​ຈະ​ແມ່ນຄວາມ​ຊຳນານ​ງານ​​ໃນ​ການ​ບໍລິການ. ອ້າຍ Nguyen Hai ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ Hai Son ​ໃຫ້​ຮູ້​ວ່າ:

        “​ນັບແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ​ໄທ​ແມ່ນ​ປະ​ເທດ​ທີ່​ລື​ຊື່​ກ່ຽວ​ກັບ​ຂະ​ແຫນງ​ບໍລິການ, ທ່ອງທ່ຽວ ​ແລະ ບັນດາລາຍການ​ທ່ອງ​ທ່ຽວ​​ໄທຂອງ​ບໍລິສັດພວກ​ຂ້າພະ​ເຈົ້າ​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວຫລາຍ​ທີ່​ສຸດ. ວິທີ​ດຳ​ເນີນ​ທຸລະ​ກິດ​ທ່ອງທ່ຽວຂອງ​ເຂົາ​ເຈົ້າ​ກໍ​ແຕກ​ຕ່າງ​ກັນ. ລັດຖະບານ​ໄທ ​​ເຜີຍ​ແຜ່​ວິທີ​​ເຮັດ​ບໍລິການ​ທ່ອງ​ທ່ຽວ​​ໃຫ້​ແກ່​ແຕ່ລະຄົນ. ພິ​ເສດ ຍາມ​ໃດລາຄາກໍ​ເປັນ​ປົກກະຕິ ນັບ​ທັງ​ບໍລິການ​ລະ​ຫລິ້ນ ​ແລະ ການ​ຊຶ້​ເຄື່ອງ​ຂອງ.”

        ຍ້ອນ​ມີ​ບັນດາ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຂອງ​ລັດຖະບານ​ໄທ, ປີ 2011 ຈຳນວນ​ນັກ​ທ່ອງ​ທ່ຽວ​ ຫວຽດນາມ ​ໄປ​ຢ້ຽມຢາມ​ໄທ ບັນລຸ​ຕົ​ວ​ເລກ 337.000 ​ເທື່ອ​ຄົນ. ​ແລະ ​ໃນ​ປີ 2012 ຂະ​ແຫນງ​ທ່ອງ​ທ່ຽວ​ໄທ ວາງ​ຄາດໝາຍ​ຍົກ​ຕົວ​ເລກ​ດັ່ງກ່າວ​ຂຶ້ນ​ຕື່ມ 10%. ທ່ານ Nguyen Van Thu ຜູ້ອຳນວຍການ​ບໍລິສັດ Donna tour ​ໄທ ສາຂາ​ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ບໍລິສັດ Donna tuor ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ ຫວຽດນາມ 25.000 ​ເທື່ອ​ຄົນ ​ແລະ ກາຍ​ເປັນ​ບໍລິສັດ​ນຳ​ຫນ້າ​ຂອງ​ໄທ ກ່ຽວ​ກັບ​ການ​ຕ້ອນຮັບ​ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ ຫວຽດນາມ.

        ສຳລັບ ມ້ຽນ​ມາ, ລາຍການ​ທ່ອງ​ທ່ຽວ​ໄປ​ຢ້ຽມຢາມ​ທາດ​ຄຳ Shewedagon ຢູ່ ນະຄອນຫລວງ​ເກົ່າ Yangon ​ແມ່​ນຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ລື​ຊື່​ສ້າງ​ຄວາມດູດ​ດື່ມ. ມາ​ຢ້ຽມຢາມ ມ້ຽນ​ມາ ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ທ່ຽວ​ຊົມ ​ທາດ​ແລະ​ວັດວາອາຣາມ​ໃນ​ທຸກ​ແຫ່ງຫົນ, ຊ້ຳ​ບໍ່​ຫນຳ​ຢູ່​ບັນດາ​ກິດຈະກຳ​ສະຖາປັດຕະຍະກຳ. ວັດທະນະທຳ​ຢູ່​ທີ່​ນີ້​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ສາສະຫນາ​ ​ແລະ ກໍ​ຄ້າຍຄື​ບັນດາ​ປະ​ເທດ​ຢູ່​ໃນ​ພາກ​ພື້ນ ອາ​ຊຽນ, ສາສະຫນາ​ພຸດ​ສວມ​ບົດບາດ​ທີ່​ຕັ້ງສຳຄັນ​ໃນ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ ​ແລະ ຈິດ​ໃຈຂອງ​ຊາວ ມ້ຽນ​ມາ. ປະຈຸ​ບັນ ລາຍການ​ທ່ອງ​ທ່ຽວ​​ໄປ​ຍັງ ມ້ຽນ​ມາ​ພວມ​ໄດ້​ຮັບ​ການ​ເລືອກ​ເຟັ້ນຈາກນັກ​ທ່ອງ​ທ່ຽວ ຫວຽດນາມ ​ເພາະວ່າ ​ການ​ເດີນທາງ​ໄປ​​ເຖິງ​ມ້ຽນ​ມາ​ບໍ່​ໄກ​ປານ​​ໃດ ​ແລະ ລາຄາ​ກໍ​ບໍ່​ແພງ.

ທ່າອ່ຽງໄປທ່ອງທ່ຽວຕ່າງປະເທດໃນລະດູຮ້ອນ ປີ 2012 ຂອງຊາວ ຫວຽດນາມ - ảnh 2
ວັດວາອາຮາມຢູ່ ມ້ຽນມາ
ພາບ: internet

        ​ໂດຍແມ່ນ​ປະ​ເທດ​ໃກ້​ຄຽງ​ກັບ ຫວຽດນາມ, ສປປ ລາວ​ ມີບັນດາ​ສະຖານ​ທີ່​ທ່ອງ​ທ່ຽວທີ່​ລື​ຊື່​ຄື: ທາດຫລວງ, ​​ເມືອງ​ຫລວງ​ພະ​ບາງ, ວັດ​ຊຽງ​ຄວນ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫວຽດນາມ ​ເປັນ​ຈຳນວນ​ຫລວງຫລາຍ. ​ເມື່ອ​ທຽບ​ກັບປະ​ເທດ​ໄທ​ທີ່​ຟົດ​ຟື້ນ, ຂະຫຍັນ​ຂັນ​ເຄື່ອນ,​ແລະ​ຫວຽດນາມ​ທີ່ພວມ​ພັດທະນາ, ສ່ວນລາວ​​ແມ່ນ​ດິນ​ແດນ​ທີ່​ສະຫງົບ​ງຽບ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້ນັກ​ທ່ອງ​ທ່ຽວ​ທີ່​ສຸດ. ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ຫລາຍ​ຄົນ​ຮູ້ຈັກ​ເຖິງ​ປະ​ເທດ​ລ້ານ​ຊ້າງ​ ບໍ່​ສະ​ເພາະ​ແຕ່​ຍ້ອນ​ຄວາມ​ງາມ​ແບບ​​ສະຫງົບ​ງຽບ​ທຳ​ມະ​ຊາດເທ່ົາ​ນັ້ນ ຫາກ​ຍ້ອນຄວາມ​ສະຫນິດສະຫນົມ​ຂອງ​ປະຊາຊົນ​ລາວ ​ແລະ ພື້ນຖານ​ໂຄງ​ລ່າງ​ການທ່ອງທ່ຽວ​ກໍ​ສະດວກສະບາຍ. ​ເອື້ອຍ Nguyen Ha An ຊາວ​ ຮ່າ​ໂນ້ຍໄປ​ທ່ອງ​ທ່ຽວ​ຢູ່ ລາວຫາ​ກັບ​ຄືນ​ເມືອ​ປະ​ເທດ ​ ​ໃຫ້​ຮູ້​ວ່າ:

        “ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ໄປ​ຢ້ຽມຢາມ​ລາວ ນັ້ນ​ແມ່ນ​ປະຊາຊົນ​ລາວ​ມຄວາມ​ຮັກ​ແພງ​ແຂກຄົນ ​ແລະ ສະຫນິດ​ສະຫນົມ, ​ຄ່າ​ບໍລິການ​ກໍ​ປົກກະຕິ, ນັບ​ທັງ​ໃນ​ໂອກາດ​ບຸນ​ຫົດ​ນ້ຳ. ​ໃນ​ຊຸມ​ວັນບຸນ​ຫົດ​ນ້ຳ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດ​ເຊົ່າ​ຫ້ອງ​ພັກ​ດ້ວຍ​ລາຄາ​ປະມານ 10 USDຕໍ່​ຄືນ. ”

ທ່າອ່ຽງໄປທ່ອງທ່ຽວຕ່າງປະເທດໃນລະດູຮ້ອນ ປີ 2012 ຂອງຊາວ ຫວຽດນາມ - ảnh 3
ອັງກໍວັດ ຢູ່ ກຳປູເຈຍ
ພາບ: internet

        ​ໃນ​ລາຍການ​ໄປ​ທ່ອງ​ທ່ຽວ​ບັນດາ​ປະ​ເທດຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ຂະ​ແຫນງ​ທ່ອງ​ທ່ຽວ ກຳ​ປູ​ເຈຍ ​ເຖິງ​ວ່າ​ບໍ່ທັນ​ພັດທະນາ​ຄື​ບາງ​ປະ​ເທດ​ໃນ​ພາກ​ພື້ນກໍ​ຕາມ ​ແຕ່​ກຳ​ປູ​ເຈຍ ກໍ​ແມ່ນ​ປະ​ເທດ​ສວຍ​ງາມດ້ວຍ​ປູຊະນີ​ຍະສະ​ຖານ​ຫລາຍ​ແຫ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ນັ້ນ​ກໍ​ແມ່ນ​ຄວາມ​ຮູ້ສຶກ​ຂອງທ່ານ​ນາງ Thuy Minh ​ແລະ ນັກ​ທ່ອງ​ທ່ຽວ ຫວຽດນາມ ຫລາ​ຍຄົນ.

        “​ໄປ​ທ່ອງ​ທ່ຽວ ກຳ​ປ​ູ​ເຈຍ ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ໄປ​ຢ້ຽມຢາມ​​ ​​​Angkorwat, Angkorthom ດ້ວຍ​ຄວາ​ມງາມ​​ແບບເກົ່າ​ແກ່ ​ແລະ ສະຖາ​ປັດຕະຍະ​ກຳ​ທີ່​ຍອດ​ຢ້ຽມ​ຊອງ​ຊາວ​ເຜົ່າ​ຂະ​ແມ. ຜ່ານ​ໄລຍະ​ນັບ​ພັນ​ປີ​ກໍ່​ບໍ່​ເຮັດ​ໃຫ້​ສິລະ​ປະ​ຄວັດ​ສະຫລັກ​ຢູ່​ເທິງ​​ໂງ່ນຫີນ​ທີ່​ກໍ່ສ້າງ​ວິຫານ​ແຫ່ງ​ນີ້​ຖືກ​ຫາຍ​ໄປ. ຍ້ອນ​ຄວາມ​ງາມ​​ແບບ​ດັ້ງ​ເດີມ​ຂອງ​ປູຊະນີຍະສະຖານ​ແຫ່ງ​ນີ້​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ທຸກ​​ລຸ້ນ, ທຸກ​ໄວ ​ບໍ​ໍ່ຮູ້ສຶກ​ວ່າ​ອິດ​ເມື່ອຍ ​ແລະ ພະຍາຍາມ​ຄົ້ນຫາ​ສິ່ງ​ມະຫັດ​ສະ​ຈັນ​ທີ່​ໄດ້​ຮັບ​ການກໍ່ສ້າງ​ມາ​ແຕ່​ດົນ​ນານ ​ແຕ່​ປະ​ຈຸ​ບັນ​ຍັງ​ຄົງ​​​​ເຕັມ​ໄປ​ດ້ວຍ​ສິ່ງ​ເລິກ​ລັບ ​ແລະ ​ເປັນ​ປິດສະໜາ.”

        ດ້ວຍ​ລາຄາ​ບໍ່​ສູງ​ປານ​​ໃດ, ນັກ​ທ່ອງ​ທ່ຽວ ຫວຽດນາມ​ສາມາດ​ເລືອກ​ເຟັ້ນ​ ລາຍການ​ທ່ອງ​ທ່ຽວ​​ໄປ​ລາວ, ​ໄທ ​ແລະ ກຳປູ​ເຈຍ​ໃນ​ເວລາ 3 ວັນ ໃຫ້​​ແກ່ຕົນ​ເອງ​ ​ເພື່ອ​ຄົ້ນ​ຫາ​ຄວາມ​ງາມ​ຂອງ​ບັນດາ​ພື້ນຖານ​ວັດທະນະທຳ​ທີ່​ມີ​ມາ​ແຕ່​ດົນ​ນານ, ​ແລະ ​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຂອງ​ແຕ່ລະ​ປະ​ເທດ. ຄຽງ​ຂ້າງ​ນັ້ນ ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ປະຊາຊົນ​ທ້ອງ​ຖິ່ນ​ຢ່າງ​ສະຫນິດສະຫນົມ ພ້ອມ​ກັບບັນດາ​ບໍລິການ​ດີ​ທີ່​ສຸດ ​ນີ້ແມ່ນ​ປັດ​ໃຈ​ທີ່ສ້າງ​ຄວາມ​ດູດດື່ມ​ສຳລັບຊາວ​ຫວຽດນາມ.



ຕອບກັບ

ຂ່າວ/ບົດ​ອື່ນ