ຜູ້ມີອິດທິພົນຊື່ສຽງຂອງເຜົ່າ ເອເດ

(VOVWORLD) - ເສີມຂະຫຍາຍບົດບາດກັບວົງຄະນາຍາດ. ປັດຈຸບັນຢູ່ແຂວງ ດັກລັກ ມີບຸກຄົນມີອິດທິພົນຊື່ສຽງ 942 ຄົນ ໃນເຂດພໍ່ແມ່ປະຊາຊົນບັນດາ ເຜົ່າສ່ວນໜ້ອຍ ໃນນັ້ນສ່ວນຫຼາຍແມ່ນຊາວເຜົ່າ ເອເດ . ພ້ອມກັບບັນດາຜູ້ທີ່ມີອິດທິພົນຊື່ສຽງໃນບັນດາເຜົ່າ, ຊາວເຜົ່າ ເອເດ ທີ່ມີອິດທິພົນຊື່ສຽງໃນແຂວງ  ໄດ້ມີບັນດາການປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມຢູ່ທ້ອງຖິ່ນ. ເຂົາເຈົ້າມີຖານະບົດບາດຢ່າງໃຫຍ່ຫຼວງ ໃນການໂຄສະນາຂົນຂວາຍປະຊາຊົນບັນດາເຜົ່າສ່ວນໜ້ອຍ ຍົກສູງສະຕິການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ, ບັນດາຄຸນຄ່າທີ່ເປັນມູນເຊື້ອທີ່ດີງາມ
ຜູ້ມີອິດທິພົນຊື່ສຽງຂອງເຜົ່າ ເອເດ - ảnh 1ນາງ ເຮີຫງອກເອບານ ຮັບໃບຍ້ອງຍໍ

     ຢູ່ໝູ່ບ້ານ ມະລັງ ຕາແສງ ອີອາຕາ ເມືອງ ກືເມີກາ ບໍ່ວ່າຜູ້ໃດກໍ່ຮູ້ຈັກລຸງ ອີຮົດນີເອ ຍ້ອນລຸງແມ່ນຊາວເຜົ່າ ເອເດ ທີ່ມີອິດທິພົນໃນເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ. ເພື່ອປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່, ລຸງໄດ້ໄປຮອດແຕ່ລະຄອບຄົວ ເພື່ອຂົນຂວາຍພໍ່ແມ່ພີ່ນ້ອງລົບລ້າງປະເພນີລ້ຽງສັດແບບປະປ່ອຍ, ຍົກຍ້າຍຄອກສັດ ອອກຈາກກ້ອງເຮືອນເພື່ອຮັກສາອະນາໄມໃຫ້ແກ່ຄອບຄົວ ແລະ ໝູ່ບ້ານ. ສຽງເວົ້າຂອງລຸງກໍ່ຖືກພໍ່ແມ່ພີ່ນ້ອງຮັບຟັງ ເຊື່ອໝັ້ນ ແລະ ເຮັດຕາມ. ລຸງ ນີຮົດນີເອ ເວົ້າວ່າ:

     “ໂດຍແມ່ນຜູ້ທີ່ມີອິດທິພົນໃນບ້ານ, ຂ້າພະເຈົ້າຍາມໃດກໍ່ພ້ອມກັບພໍ່ແມ່ພີ່ນ້ອງ ເມື່ອມີວຽກງານຕ້ອງການ. ຕັກເຕື່ອນບອກສອນໃຫ້ພໍ່ແມ່ພີ່ນ້ອງຮູ້ຈັກ ການຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໃນໝູ່ບບ້ານ, ພໍ່ແມ່ພີ່ນ້ອງຊາວໄດ້ພ້ອມກັນປະພຶດທີ່ດີພ້ອມກັນ ມີຄວາມດຸໝັ່ນຂະຫຍັນພຽນເຮັດວຽກຜ່ານຜ່າຄວາມຫຍຸ້ງຍາກ ໃນການດຳລົງຊີວິດ”.

     ປັດຈຸບັນແຂວງ ດັກລັກ ມີ 49 ເຜົ່າດຳລົງຊີວິດຢູ່ຮ່ວມກັນ ດ້ວຍຈຳນວນປະຊາກອນກວ່າ 2,1 ລ້ານຄົນ ໃນນັ້ນເຜົ່າ ເອເດ ກວມ 17%ຈຳນວນປະຊາກອນ. ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງຜູ້ທີ່ມີອິດທິພົນ, ໃນໄລຍະທີ່ຜ່ານມາ ແຂວງ ດັກລັກ ໄດ້ຜັນຂະຫຍາຍບັນດານະໂຍບາຍສະຫງວນໃຫ້ແກ່ຜູ້ມີອິດທິພົນຢ່າງມີປະສິດທິຜົນ. ສະເພາະປີ 2022 ທາງແຂວງ ໄດ້ຈັດກອງປະຊຸມເຜີຍແຜ່ສະໜອງຂໍ້ມູນຂ່າວສານ 5 ຄັ້ງໃຫ້ແກ່ຜູ້ມີອິດທິພົນຫຼາຍກວ່າ 300 ຄົນ; ຈັດກອງປະຊຸມຝຶກອົບຮົມ, ບຳລຸງລະດັບຄວາມຮູ້ 9 ຄັ້ງ ໃຫ້ແກ່ຜູ້ມີອິດທິພົນຫຼາຍກວ່າ 660 ຄົນ;  ແຕ່ງຕັ້ງ 11 ຄະນະຜູ້ແທນຜູ້ມີອິດທິພົນໄປພົບປະແລກປ່ຽນຖອດຖອນບົດຮຽນ ທັງຢູ່ພາຍໃນ ແລະ ຕ່າງແຂວງ. ນາງ ເຮີຢາວກະນຸນ ຫົວໜ້າຄະນະຊົນເຜົ່າແຂວງ ດັກລັກ ໃຫ້ຮູ້ວ່າ:

     “ສຳລັບການພັດທະນາຂອງເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ແຂວງ ດັກລັກ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ, ກໍ່ມີການປະກອບສ່ວນບໍ່ໜ້ອຍຂອງບັນດາຜູ້ມີອິດທິພົນ ນັ້ນແມ່ນບັນດາກຳລັງຫຼັກແຫຼ່ງເປັນຂົວເຊື່ອມຕໍ່ລະຫວ່າງອຳນາດການປົກຄອງກັບປະຊາຊົນ. ໃນຊຸມປີທີ່ຜ່ານມາ ເຂົາເຈົ້າໄດ້ເສີມຂະຫຍາຍຖານະບົດບາດຂອງຕົນໃນວົງຄະນາຍາດ ແລະ ຕອບສະໜອງຕາມຄວາມຫວັງຂອງລັດ”.

    ບັນດາຜູ້ທີ່ມີອິດທິພົນໃນວົງຄະນາຍາດເຜົ່າ ເອເດ ຍາມໃດກໍ່ຮັບຮູ້ໄດ້ວ່າ  ຕົນເອງຕ້ອງເປັນແບບຢ່າງ ເພື່ອໃຫ້ພໍ່ແມ່ພີ່ນ້ອງຮຽນຕາມ ພ້ອມກັນສາມັກຄີ ກໍ່ສ້າງໝູ່ບ້ານໃຫ້ນັບມື້ນັບອີ່ມໜຳສຳລານ ແລະ ຜາສຸກ. ນາງ ເຮີຫງອກເອບານ ເມື່ອກ່ອນນີ້ເປັນຮອງເລຂາຄະນະພັກຕາແສງ ກືເຊ ເມືອງ ກີືເມີກາ ເຖິງວ່າປັດຈຸບັນໄດ້ພັກບຳນານແລ້ວກໍ່ຕາມ ແຕ່ນາງຍັງໄດ້ຮັບຄວາມໄວ້ວາງໃຈແມ່ນຊາວເຜົ່າ ເອເດ ທີ່ມີອິດທິພົນໃນວົງຄະນາຍາດ. ນາງ ເຮີຫງອກເອບານ ເວົ້າວ່າ:

     “ຂ້າພະເຈົ້າຍາມໃດກໍ່ບອກເຕືອນພໍ່ແມ່ພີ່ນ້ອງຂອງຕົນ ຈົ່ງພະຍາຍາມບອກສອນລູກຫຼານ ພະຍາຍາມທຳມາຫາກິນ ທຳການຜະລິດຮ່ຳຮຽນໃຫ້ດີ, ບໍ່ເຮັດຕາມກຸ່ມຄົນທີ່ບໍ່ດີສວຍໃຊ້ໂອກາດ. ລູກຫຼານຮຽນເກັ່ງ ພໍ່ແມ່ກໍ່ທຳມາຫາກິນໄດ້ດີ. ພວກເຮົາກໍ່ບໍ່ມີຊັບສົມບັດ ເພື່ອປະໄວ້ໃຫ້ລູກຫຼານ ແຕ່ກໍ່ສາມາດຮັກສາຊີວິດ ແລະ ຊີວະປະຫວັດໃຫ້ໃສສະອາດເພື່ອໃຫ້ລູກຫຼານຂອງຕົນ ສຸມໃສ່ຮ່ຳຮຽນ ເພື່ອໃນພາຍພາກໜ້າຈະກາຍເປັນຜູ້ມີປະໂຫຍດຕໍ່ສັງຄົມ”.

    ລຸງ ອີເດຢາອຸນ ແມ່ນຊາວເຜົ່າ ເອເດ ທີ່ມີອິດທິພົນຢູ່ຕາແສງ ອີອາຕຸນ ເມືອງ ກືເມີກາ ໄດ້ຕັ້ງໜ້າຂົນຂວາຍປະຊາຊົນໃນໝູ່ບ້ານຮັກສາບັນດາພິທີກຳທີ່ສຳຄັນໃນວົງຄະນາຍາດ, ອາຊີບຕ່ຳແຜ່ນແພພື້ນເມືອງ. ຍ້ອນແນວນັ້ນ ທາງທ້ອງຖິ່ນສາມາດຮັກສາສາລາບ້ານ 14 ຫຼັງ ແລະ ຄ້ອງ 4 ຊຸດ ທັງໄດ້ມອບໃບຢັ້ງຢືນນັກສິລະປະການຕີຄ້ອງໃຫ້ແກ່ 30 ຄົນ. ລຸງ ອີເດຢາອູນ ເວົ້າວ່າ:

      “ປະຊາຊົນຢູ່ຕາແສງ ອີອາຕູນ ຍັງສາມາດຮັກສາຄວາມງາມດ້ານວັດທະນະທຳຂອງເຜົ່າຕົນ. ພວກຂ້າພະເຈົ້າຍາມໃດກໍ່ໂຄສະນາໃຫ້ພໍ່ແມ່ພີ່ນ້ອງຈົ່ງຮັກສາຄວາມງາມດ້ານວັດທະນະທຳ. ລັດໄດ້ໜູນຊ່ວຍເງິນທຶນ ດັ່ງນັ້ນສາມາດອະນຸລັກເສີມຂະຫຍາຍຄວາມງາມຂອງເຜົ່າຕົນໄດ້”.

       ດ້ວຍນ້ຳໃຈຄວາມຮັບຜິດຊອບສູງ, ບັນດາຜູ້ມີອິດທິພົນໃນບ້ານຍາມໃດກໍ່ນຳໜ້າໃນບັນດາຂະບວນການແຂ່ງຂັນຮັກຊາດ. ບັນດານະໂຍບາຍຂອງລັດທີ່ມີຕໍ່ຜູ້ທີ່ມີອິດທິພົນໃນເຜົ່າ ເອເດ ຢູ່ແຂວງ ດັກລັກ  ນັບມື້ນັບເສີມຂະຫຍາຍປະສິດທິຜົນ ປະກອບສ່ວນຮັກສາສີສັນວັດທະນະທຳບັນດາເຜົ່າ ກໍ່ສ້າງໝູ່ບ້ານໃຫ້ນັບມື້ນັບພັດທະນາ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີບັນດາເຜົ່າ. 

ຕອບກັບ

ຂ່າວ/ບົດ​ອື່ນ