ເຮືອນຮູບດອກເຫັດທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຮ່າຍີ່ດຳ ຢູ່ ລ່າວກາຍ

(VOVWORLD) -ຊາວເຜົ່າ ຮ່າຍີ່ດຳ ຢູ່ ເມືອງ ບາດຊາດ, ແຂວງ ລ່າວກາຍ ດຳລົງຊີວິດຢູ່ເຂດພູສູງດ້ວຍຄວາມສູງ 2.000 ກວ່າແມັດ, ຢູ່ທີ່ນີ້ອາກາດໜາວຕະຫຼອດປີ ແລະ ມີນ້ຳໝອກຫຼາຍກວ່າແສງແດດ.
ເຮືອນຮູບດອກເຫັດທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຮ່າຍີ່ດຳ ຢູ່ ລ່າວກາຍ - ảnh 1ຮູບພາບເຮືອນຮູບດອກເຫັດຂອງຊາວເຜົ່າ ຮ່າຢີ່ດຳ ລ່າວກາຍ

 ບົນເສັ້ນາງໄປຜ່ານ ຕາແສງ ນ້ຳປຸງ, ອີຕີ໋ ຂອງເມືອງ ບາຊາດ, ແຂວງ ລ່າວກາຍ, ບັນເຮືອນຝາດິນຂອງຊາວເຜົ່າ ຮ່າຍີ່ດຳ ແມ່ນລຽບງ່າຍ, ຫຼັງຄາປົຄຸມໄປດ້ວຍເທົາສີຂຽວພາຍໃຕກຸ່ເມກໝອກ. ເມື່ອຕາເວັນຂຶ້ນ, ນ້ຳໝອກຄ່ອຍໆະຫຼາຍໄປ, ບັນດາເຮືອນທີ່ມີລັກສະນະຄືດັ່ງຮູບດອກເຫັດຂະໜາດໃຫຍ່ທີ່ຕັ້ງຢູ່ຕາມເນີນພູໄດ້ຄ່ອຍໆປະກົດຂຶ້ນ ເຮັດໃຫ້ເຮົຕົກຕະລຶງຄືໄດ້ຫຼົງໄຫຼເຂົ້າໄປໃນໝູ່ບ້ານຮານໄໝກ່ອນ. ເພື່ສ້າງບັນດາເຮືອນທີ່ມີລັກສະນະຄືດັ່ງຮູບດອກເຫັດນີ້ໄດ້ ຊາວເຜົ່າ ຮ່າຍີ່ຳ ກມີວິທີປຸກສ້າແບພິເສດສະເພາະ. ຂໍເຊີນບັນດາທ່ານ ແລະ ເພື່ອນມິດ ຊອກຮູ້ວິທີການປຸກ້າງເຮືອນຂອງຊາວເຜົ່າ ຮ່າຍີ່ຳ ໂດຍຜ່ານບົດຂຽຂອງນັກຂ່າວ ຮ໋າຍຮວ່ຽນ ແລະ ເລິແທງ ດ້ວຍຫົວໍ້ເຮືອນຮູບດອກເຫັທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຮ່າຍີ່ດຳ ຢູ່ ລ່າວາຍ”.

ຊາວເຜົ່າ ຮ່າຍີ່ດຳ ຢູ່ ເມືອງ ບາດຊາດ, ແຂວງ ລ່າວກາຍ ດຳລົງຊີວິດຢູ່ເຂດພູສູງດ້ວຍຄວາມສູງ 2.000 ກວ່າແມັດ, ຢູ່ທີ່ນີ້ອາກາດໜາວຕະຫຼອດປີ ແລະ ມີນ້ຳໝອກຫຼາຍກວ່າແສງແດດ. ຍ້ອນແນວນັ້ນ, ຊາວເຜົ່າ ຮ່າຍີ່ດຳ ຈິ່ງປຸກສ້າງບັນດາເຮືອນທີ່ເຮັດດ້ວຍຝາດິນມີຄວາມໜາ 2-3 ຄືບ ເພື່ອກັນໜາວໃນຍາມໜາວຈັດ.

ທຸກຂັ້ນຕອນໃນການປຸກສ້າງເຮືອນຝາດິນ ລ້ວນແຕ່ໄດ້ກະກຽມຢ່າງຮອບຄອບ, ຖີ່ຖ້ວນຈາກຊາວເຜົ່າ ຮ່າຍີ່ດຳ . ຕົວຢ່າງເຊັ່ນ ການເລືອກໄມ້ເພື່ອປຸກສ້າງເຮືອນແມ່ນຕ້ອງກະກຽມກ່ອນນັ້ນຫຼາຍເດືອນ. ໄປເອົາໄມ້ກໍຕ້ອງເລືອກມື້ສັນວັນດີ. ທ່ານປະລິນຍາເອກ ເຈິ່ນຫຶວເຊີນ, ຮອງປະທານສະມາຄົມສິລະປະວັນນະຄະດີພື້ນເມືອງ ຫວຽດນາມ ໃຫ້ຮູ້ວ່າ:

ເມື່ອເລືອກເອົາໄມ້ມາປຸກສ້າງເຮຶອນ ພວກເຂົາກຄະລຳ ບໍ່ໄປເອົໄມ້ໃນລະຝົນ ແລະ ປົກກະຕິຈະເອົໃນລະດູແລ້ງ. ການໄປເອົໄມ້ມາເຮັດເຮືອນນັ້ນ ພວກເຂົາຕ້ອງເບິ່ງວ່າມື້ນັ້ນຕາມທາງໄປໄດ້ພົບໂຕງູ ຫຼື ບັນດາາງທີ່ບໍ່ດີ ແມ່ນພວກເຂົຈະບໍ່ໄປເອົ. ຍາມໃດພວເຂົກໍເລືອກເຟັ້ນໄມ້ເສົາຫຼັກ ແລະ ຕ້ອງແມ່ນເຈົ້າກົກເຈົ້າເຫຼົ່າ ຫຼື ຜູ້ທີ່ມີຄວາມເຊື່ອຖືໄດ້ເທົ່ານັ້ນ ຈຶ່ງສາມາດຕັດໄມ້ນັ້ນໄດ້ເພື່ອເອົາກັບເມືອປຸກສ້າງເຮືອນ”.

ການປຸກສ້າງເຮືອນໄດ້ກໍແມ່ນວຽກງານສຳຄັນກວ່າໝູ່ໃນຊີວິດມະນຸດ ສະນັ້ນ ຊາວເຜົ່າ ຮ່າຍີ່ ກໍເຊັ່ນດຽວກັນກັບຊົນເຜົ່າອື່ນໆ ບັນດາວຽກຄະລຳຍາມໃດກໍຖືເປັນສຳຄັນ ແລະ ໄດ້ປະຕິບັດຢ່າງລະມັດລະວັງ. ບັນດາຕົ້ນໄມ້ທີ່ຖືກຟ້າຜ່າ ຊາວເຜົ່າ ຮ່າຍີ່ ກໍຈະບໍ່ນຳມາປຸກສ້າງເຮືອນ. ອ້າຍ ລີ້ເມີ່ສ້າ, ຢູ່ບ້ານ ກິນຈູຟິ່ນ 2, ຕາແສງ ນ້ຳປຸງ ໃຫ້ຮູ້ວ່າ:

“ຊາວເຜົ່າ ຮ່າຍີ່ ເລືອກໄມ້ແມ່ນເຮັດແນໃດເພື່ພາພາກໜ້າໄມ້ບໍ່ເປັນແມງ. ປົກກະຕິແລ້ວ ພວກເຂົາຈະເລືອກເອົາວັນທີ 2-3 ເດືອນ 2 ໄລ່ຕາມຈັນທະປະຕິທິນ ຫຼື ປະຕິທິສາກົນກໍໄດ້ ເພື່ເລີ່ຕົ້ນໄປຊອກເອົໄມ້ມາປຸກສ້າງເຮືອນ. ເຂົເຈົ້າເວົ້ວ່າ ມື້ນັ້ນແມ່ນມື້ດີ. ເຖິງໄມ້ຈະງາມປານໃດກໍຕາມແຕ່ຖ້າືກຟ້າຜ່າແລ້ວ ເດັດຂາດ ຖ້າເອົາມາ ເມື່ອໄປໃສກໍຈະພົບແຕ່ວາມເສຍາຍ”.

ຊາວເຜົ່າ ຮ່າຍີ່ດຳ ມີຄວາມສຳນຶກວ່າ ຈະມີໂຊກລາບຫຼືບໍ່ ນັ້ນແມ່ນອີງໃສ່ທີ່ຕັ້ງພູມສັນຖານຂອງເຮືອນ, ສະນັ້ນ ຊາວເຜົ່າ ຮ່າຍີ່ດຳ ມີຄວາມລະມັດລະວັງທີ່ສຸດໃນການເລືອກທີ່ຕັ້ງປຸກສ້າງເຮືອນ. ບ່ອນຕັ້ງເຮືອນຕ້ອງໃກ້ກັບສາຍນ້ຳຫຼອດພື້ນ, ຢູ່ລຸ່ມຕີນພູຕີນຜາ, ຫຼັງເຮືອນອີງໃສ່ພູ ແລະ ມຸ່ງໜ້າສູ່ທົ່ງນາ. ທິດຕັ້ງຂອງເຮືອນທີ່ມຸ່ງໜ້າສູ່ບ່ອນຝັງສົບແມ່ນຕ້ອງຫຼີກລ້ຽງຢ່າງເດັດຂາດ.

ຜູ້ຊາຍຊາວເຜົ່າ ຮ່າຍີ່ ເກືອບທັງໝົດລ້ວນແຕ່ຮູ້ເຮັດຝາເຮືອນ ແລະ ປຸກສ້າງເຮືອນ. ບັນດາເຮືອນຝາດິນແມ່ນເຮັດດ້ວຍດິນ, ສະນັ້ນ ມີພຽງແຕ່ລະດູແລ້ງ ໃນເດືອນ 8 ເຖິງເດືອນ 12 (ໄລ່ຕາມຈັນທະປະຕິທິນ) ເທົ່ານັ້ນ ເຂົາເຈົ້າຈຶ່ງປຸກສ້າງເຮືອນ. ເຮືອນຂອງອ້າຍ ລີ້ຢິ່ກໍ ຢູ່ບ້ານ ກິນຈູຟິ່ນ 1, ຕາແສງ ນ້ຳປຸງ, ປຸກສ້າງເຮືອນຝາດິນໄດ້ປະມານ 10 ປີແລ້ວ, ເບິ່ງມັນຄືປ້ອມໝັ້ນສີນ້ຳຕານດິນ ທີ່ພົ້ນເດັ່ນບົນພື້ນສີຂຽວຂອງຕົ້ນໄມ້ໃບຫຍ້າໃນປ່າ. ອ້າຍ ກໍ ມີຄວາມເອກອ້າງທະນົງໃຈຕໍ່ ເຮືອນຝາດິນຂອງຊົນເຜົ່າຕົນ:

ເຮືອນຝາດິນຂອຊາວເຜົ່າ ຮ່າຍີ່ ມີຝາໜາ, ປະມານ 40 ຊັງຕີແມັດ. ຢູ່ໃນນັ້ນບໍ່ພຽງແຕ່ມີດິນເທົ່ານັ້ນ ຫາກຍັງມີຫີນແຮ່ຕື່ມອີກ ເພື່ອໃຫ້ແໜ້ນໜາ ແລະ ແຫ້ງງ່າຍ. ເມື່ອເວລາເຮັດຝາດິນ, ດິນທີ່ເອົມາເຮັດຝາຕ້ອງຂຸດເອົຢູ່ບ່ອນເລິກ, ເອົາດິນທີ່ອ່າວແຫ້ງ, ແຕ່ຕ້ອງໜຽວຕິເຂົ້ກັນ. ດິນໜຽວຕິເຂົ້ກັນ ແຕ່ຖ້ແຫຼວໂພດກໍບໍ່ໄດ້”.

ເຮືອນຮູບດອກເຫັດທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຮ່າຍີ່ດຳ ຢູ່ ລ່າວກາຍ - ảnh 2ເຮືອນຝາດິນຂອຊາວເຜົ່າ ຮ່າຍີ່ ມີຝາໜາ, ປະມານ 40 ຊັງຕີແມັດ 

ຢາກເຮັດຝາດິນ ຕ້ອງມີໄມ້ແປ້ນແບບທີ່ຍາວປະມານ 2 ແມັດ, ກວ້າງປະມານ 50 - 70 ຊັງຕີແມັດ. ເຂົາເຈົ້າຖອກດິນ, ຫີນແຮ່ໃສ່ໄມ້ແບບແລ້ວເອົາສາກໄມ້ຕຳຈົນກວ່າມັນຈະແໜ້ນໜາດີ ແລະ ສືບຕໍ່ເຮັດແນວນັ້ນໄປເລື້ອຍໆຕາມລວງສູງຂອງເຮືອນ. ຝາເຮືອນທີ່ມີຄວາມສູງປະມານ 4 – 5 ແມັດ ໄດ້ຊ່ວຍໃຫ້ເຮືອນຂອງຊາວເຜົ່າ ຮ່າຍີ່ດຳ ຮັກສາຄວາມອຸ່ນໄດ້ເປັນຢ່າງດີ. ຝາເຮືອນດ້ານໃນ ແລະ ດ້ານນອກຖືກຂັດໃຫ້ກ້ຽງດີ. ອ້າຍ ລີ້ເມີ່ສາ ໃຫ້ຮູ້ວ່າ:

ການດິນກໍແມ່ນເຕັກນິກອັນໜຶ່ງ. ຍາມລົງຕ້ອງຳໝົດແຮງ, ຖ້າເຮັດບໍ່ແໜ້ນແມ່ນຈະເຮັດໃຫ້ເຮືອນພັງລົງ, ຕ້ອງໃຫ້ສະໝ່ຳເໝີ ມັນຈຶ່ງແໜ້ນໜາດີ”.

ເຮືອນຂອງຊາວເຜົ່າ ຮ່າຍີ່ ມີຈຸດພິເສດແມ່ນຫຼັງຄາມີ 4 ດ້ານ. ຊາວເຜົ່າ ຮ່າຍີ່ ໃຊ້ຫຍ້າຄາມຸງຫຼັງຄາ. ເຂົາເຈົ້າເອົາຫຍ້າຄາເປັນມັດມາມຸງເປັນແຕ່ລະຊັ້ນຕິດເຂົ້າກັນ. ສ່ວນກົກປິ່ນລົງລຸ່ມແລ້ວໃຊ້ໄມ້ແໜບເພື່ອແໜບຫຍ້າຄາເຂົ້າກັນໃຫ້ໝັ້ນດີ. ແຕ່ລະຊັ້ນຂອງຫຍ້າຄາຍິ່ງໜາ ແມ່ນຄວາມທົນທານກໍຍິ່ງສູງ. ຖ້າໃຊ້ຫຍ້າຄາໜາປະມານ 30 ຊັງຕີແມັດ ແມ່ນສາມາດໃຊ້ໄດ້ເຖິງ 5 – 6 ປີ.

ຖ້າຫາກເຮືອນຂອງຊາວເຜົ່າ ຮ່າຍີ່ ຢູ່ ລາຍເຈົາ ເຄີຍມີຫຼັງຄາຕ່ຳ ແລະມີລະບຽງຢູ່ດ້ານໜ້າ, ດ້ານໃນເຮືອນແບ່ງເປັນ 2 ສ່ວນ, ເຄິ່ງດ້ານໃນຂັ້ນເປັນແຕ່ລະຫ້ອງ ເພື່ອໃຊ້ເປັນບ່ອນດຳເນີນຊີວິດຂອງຄອບຄົວ, ເຄິ່ງດ້ານນອກໃຊ້ເພື່ອຮັບແຂກນັ້ນ ແມ່ນເຮືອນຝາດິນຂອງຊາວເຜົ່າ ຮ່າຍີ່ດຳ ຢູ່ ລ່າວກາຍ ພັດມີໂຄງສ້າງທີ່ແຕກຕ່າງກັນ. ຕາມປົກກະຕິແມ່ນເຮືອນໄດ້ເຮັດຝາສູງ, ຫຼັງຄາຊັນ ແລະ ສັ້ນ, ບໍ່ມີລະບຽງ, ມີປະຕູເຂົ້າອອກພຽງແຕ່ 1 ປະຕູເທົ່ານັ້ນ. ດ້ານໃນຂອງເຮືອນຍັງມີຝາຊັ້ນທີ 2 ກໍໜາຄືກັບຝາຊັ້ນນອກ, ມີປະໂຫຍດໃນການຕ້ານອາກາດໜາວ ແລະ ສັດຮ້າຍ. ທ່ານປະລິນຍາເອກ ເຈິ່ນຫຶວເຊີນ ໃຫ້ຂໍ້ສັງເກດວ່າ ເຮັດຝາດິນແມ່ນວິທີການປະພຶດທີ່ດີເລີດຕໍ່ກັບສະພາບແວດລ້ອມທຳມະຊາດຂອງຊາວເຜົ່າ ຮ່າຍີ່.

ເຮືອນຂອຊາວເຜົ່າ ຮ່າຍີ່ ມີຮູບຈະຕຸລັດແຕ່ເບິ່ງຄ້າຍຄືກັບຮູບວົງກົບ ຍ້ອນວ່າຢູ່ແຕ່ລະຝາ 4 ດ້ານລ້ວນແຕ່ມີປ່ອງນ້ອຍເພື່ສ່ອງອອກໄປທາງນອກ, ຄ້າຍຄືວ່າແມ່ນປ້ອມໝັ້ນ. ດິນ ມີປະໂຫຍດແມ່ນເປັນເຂດປ້ອງກັນສັດຮ້າຍ ແຕ່ຄັນກວ່າແມ່ວິທີການຮັບມືກັບສະພາບແວດລ້ອມ ຍ້ອນສະພາບແວດລ້ອມເຂດຂອຊາວເຜົ່າ ຮ່າຍີ່ດອາໄສຢູ່ຍາມໃດກໍມີລະດັບຄວາມຊຸ່ມສູງ, ນ້ຳໝອກຫຼາຍ ສນັ້ນ ຊາວເຜົ່າ ຮ່າຍີ່ ຕ້ອງເຮັດຄືແນວນັ້ນ ເພື່ອບໍ່ໃຫ້ເຄື່ອງຂອງໃນເຮືອນຕົກໂໝກ, ລະໜາວໃນເຮືອນອົບອຸ່ນ ແຕ່ລະຮ້ອພັດເຢັນດີ”.

ຜ່ານໄລຍະເວລານັບຮ້ອຍປີນັບແຕ່ເມື່ອມາດຳລົງຊີວິດຢູ່ເຂດນີ້, ໃນຊາຍຄາເຮືອນຮູບດອກເຫັດທີ່ເປັນເອກະລັກສະເພາະນັ້ນ ມີບັນດາຮີດຄອງປະເພນີ, ຈຸດວັດທະນະທຳຫຼາຍຢ່າງໄດ້ສ້າງ ແລະ ຮັກສາໄວ້. ມາທີ່ນີ້, ທຸກຄົນຈະໄດ້ຊົມບັນດາເຮືອນຂອງຊາວເຜົ່າ ຮ່າຍີ່ດຳ ຕັ້ງຢູ່ລຽນກັນ, ອີງຫຼັງໃສ່ພູ, ສ້າງເປັນທິວທັດທຳມະຊາດທີ່ສວຍງາມ, ພ້ອມກັນນັ້ນກໍມີໂອກາດໄດ້ໄປຊອກຮູ້ບັນດາຈຸດວັດທະນະທຳຫຼາຍຢ່າງທີ່ເປັນເອກະລັກສະເພາະຂອງປະຊາຊົນຢູ່ທ້ອງຖິ່ນນັ້ນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ