1 ປີ ຫຼັງ​ວິ​ນາດ​ຊະ​ກຳ​ແຜ່ນ​ດິນ​ໄຫວ​ຢູ່ ຕວັກ​ກີ

(VOVWORLD) - 1 ປີ ພາຍຫຼັງເຫດແຜ່ນດິນໄຫວທີ່ຮ້າຍແຮງເກີດຂຶ້ນເມື່ອວັນທີ 06 ກຸມພາ 2023, ເຮັດໃຫ້ຊາວ ຕວັກກີ ກວ່າ 53.000 ຄົນ ເສຍຊີວິດ, ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງ, ສ້າງຊີວິດຂອງປະຊາຊົນຄືນໃໝ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ຍ້ອນຄວາມຊອ໋ກທາງຈິດໃຈ, ໃນຂະນະທີ່ປະຊາຊົນນັບແສນຄົນພວມອາໄສແບບຊົ່ວຄາວໃນເຮືອນຕູບ ແລະ ຕູ້ຄອນແທນເນີ.
1 ປີ ຫຼັງ​ວິ​ນາດ​ຊະ​ກຳ​ແຜ່ນ​ດິນ​ໄຫວ​ຢູ່ ຕວັກ​ກີ - ảnh 1ທ່ານ Mesut Hancer ຈັບມືລູກສາວ ອາຍຸ 15 ປີ ທີ່ຖືກຕິດຂ້າງໃນເຫດແຜ່ນດິນໄຫວ ຢູ່ຕວັກກີ ໃນວັນທີ 7 ກຸມພາ 2023 (ພາບ: AFP)

ວັນທີ 06 ກຸມພາ 2023, 2 ເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,8 ແລະ 7,5 ຣິກເຕີ ໄດ້ເກີດຂຶ້ນຢູ່ບັນດາແຂວງພາກໃຕ້ຂອງ ຕວັກກີ ແລະ ເຂດຊາຍແດນ ລະຫວ່າງ ຕວັກກີ ແລະ ຊີຣີ. ນີ້ແມ່ນບັນດາເຫດແຜ່ນດິນໄຫວທີ່ແຮງທີ່ສຸດຢູ່ ຕວັກກີ ໃນຮອບເວລາເກືອບ 1 ທົດສະວັດຜ່ານມາ, ອັນໄດ້ມ້າງເປເພເຮືອນຊານນັບພັນຫຼັງ ແລະ ເຮັດໃຫ້ປະຊາຊົນຈຳນວນ 53.537 ຄົນຖືກເສຍຊີວິດ.

       ຄວາມຊົງຈຳທີ່ເຈັບປວດ

        1 ປີ ພາຍຫຼັງທີ່ວິນາດຊະກຳແຜ່ນດິນໄຫວເກີດຂຶ້ນ, ນັບສິບພັນຄອບຄົວຢູ່ ຕວັກກີ ຍັງບໍ່ສາມາດຜ່ານຜ່າຄວາມເຈັບປວດຄວາມເສຍຫາຍນັ້ນໄດ້. ບໍ່ພຽງແຕ່ເສຍເຮືອນເສຍຊານ, ເສຍຍາດຕິພີ່ນ້ອງ, ຫາກປັດຈຸບັນ ຍັງມີຫຼາຍຄົນທີ່ດຳລົງຊີວິດໄປພ້ອມກັບຄວາມເປັນຫ່ວງກັງວົນ ແລະ ຢ້ານກົວໃນແຕ່ລະວັນ. ຢູ່ນະຄອນ Narlica, ແຂວງ Hatay ຢູ່ພາກໃຕ້ ປະເທດ ຕວັກກີ, ມີນັບສິບພັນຄອບຄົວເລືອກດຳລົງຊີວິດໃນບັນດາຕູ້ຄອນແທນເນີ ຫຼື ເຮືອນຕູບຢູ່ແຄມທາງ, ໂດຍບໍ່ຍອມກັບມືພັກອາໄສຢູ່ເຮືອນຫຼັງເກົ່າ, ເຖິງວ່າມີເຮືອນຫຼາຍຫຼັງຍັງສາມາດຢູ່ຕໍ່ໄດ້. ປ້າ Fatma Kirici, ຜູ້ລອດຊີວິດໃນເຫດແຜ່ນດິນໄຫວປີກາຍ, ໃຫ້ຮູ້ວ່າ ລາວ ສູນເສຍລູກ 1 ຄົນ ໃນເຫດແຜ່ນດິນໄຫວ.

        “ໃນເຫດແຜ່ນດິນໄຫວທີ່ຮ້າຍແຮງນັ້ນ, ຂ້າພະເຈົ້າຕ້ອງສູນເສຍລູກສາວຜູ້ໜຶ່ງ. ລູກສາວ ຂ້າພະເຈົ້າ ອາຍຸ 20 ປີ ແລະ ຫາກໍແຕ່ງງານໄດ້ 45 ມື້. ນັບແຕ່ມື້ທີ່ລູກຂ້າພະເຈົ້າເສຍ, ຂ້າພະເຈົ້າ ບໍ່ສາມາດກັບເມືອເຮືອນຂອງຕົນໄດ້. ຂ້າພະເຈົ້າຢ້ານ, ເຖິງວ່າເຮືອນຂອງຂ້າພະເຈົ້າຖືກເປ່ເພໜ້ອຍໜຶ່ງ”.

        ເຫດແຜ່ນດິນໄຫວໄດ້ທຳລາຍຄວາມເຊື່ອໝັ້ນຕໍ່ອະນາຄົດຂອງປະຊາຊົນຫຼາຍຄົນ. ມີຫຼາຍຄອບຄົວ ຍັງຍໍ່ທັນຮູ້ວ່າ ຈະສ້າງຊີວິດຄືນໃໝ່ແນວໃດ. ອ້າຍ Cevdet Donmez, ຢູ່ນະຄອນ Antakya ແບ່ງປັນວ່າ:

        “ຂ້າພະເຈົ້າໝົດຫວັງຕໍ່ຊີວິດ. ແນ່ນອນແລ້ວວ່າ ຍັງມີຊີວິດແມ່ນຍັງມີຄວາມຫວັງ ແຕ່ພວກຂ້າພະເຈົ້າໄດ້ສູນເສຍທຸກຢ່າງໄປແບບກະທັນຫັນ. ເຮັດແນວໃດພວກຂ້າພະເຈົ້າຈຶ່ງສາມາດຜ່ານຜ່າໄດ້, ເຮັດແນວໃດຈຶ່ງຈະສາມາດຮັບປະກັນວ່າ ລູກຫຼານຈະມີອະນາຄົດທີ່ດີໄດ້? ຂ້າພະເຈົ້າກໍບໍ່ຍັງຮູ້ເຊັ່ນກັນ”.

         ເພື່ອເປັນການອາໄລຫາຜູ້ປະສົບເຄາະຮ້າຍ ແລະ ລະດົມກຳລັງໃຈໃຫ້ແກ່ຜູ້ຍັງມີຊີວິດ, ຢູ່ຕວັກກີ ໄດ້ຈັດຫຼາຍກິດຈະກຳໄຫວ້ອາໄລໃນຫຼາຍມື້ຜ່ານມາ. ວັນທີ 05 ກຸມພາ, ຢູ່ແຂວງ Hatay, ເຊິ່ງເປັນໜຶ່ງໃນບັນດາທ້ອງຖິ່ນທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຈາກເຫດແຜ່ນດິນໄຫວ, ນັບສິບພັນຄົນໄດ້ຈັດພິທີທີ່ມີຊື່ວ່າ “ວັນສົດໃສສຸດທ້າຍຂອງ Hatay”, ຫວນຄືນບັນດາຮູບພາບທີ່ສວຍງາມຂອງແຂວງ ແລະ ເມືອງເອກ Antakya ຂອງແຂວງກ່ອນຈຸດເວລາທີ່ຈະຖືກແຜ່ນດິນໄຫວມ້າງທຳລາຍ.

        ລັດຖະບານ ຕວັກກີ ກໍໄດ້ຂຶ້ນແຜນການຈັດຫຼາຍເຫດການໄຫວ້ອາໄລໃນທົ່ວປະເທດ ໃນວັນທີ 06 ກຸມພາ. ທ່ານປະທານາທິບໍດີ ຕວັກກີ Reccep Tayip Erdogan ເອງໄດ້ມີໜ້າຢູ່ນະຄອນ Kahramanmaras ເຊິ່ງເປັນຈຸດໃຈກາງຂອງເຫດແຜ່ນດິນໄຫວ, ເພື່ອກວດກາຄວາມຄືບໜ້າການກໍ່ສ້າງເຮືອນຢູ່ບ່ອນໃໝ່ໃຫ້ແກ່ປະຊາຊົນ, ພ້ອມທັງເປັນປະທານພິທີໄຫວ້ອາໄລ. ຫຼັງຈາກນັ້ນ, ທ່ານປະທານາທິບໍດີ Erdogan ກໍຈະໄປສຳຫຼວດກວດກາຫຼາຍນະຄອນ, ໝູ່ບ້ານອື່ນໃນເຂດແຜ່ນດິນໄຫວ ຈົນຮອດທ້າຍອາທິດນີ້. ບັນດາພັກຝ່າຍຄ້ານຢູ່ ຕວັກກີ ກໍໄດ້ປັດຄວາມບໍ່ລົງລອຍກັນກັບລັດຖະບານກຳອຳນາດໄປໄວ້ກ່ອນຊົ່ວຄາວ ເພື່ອເຂົ້າຮ່ວມບັນດາກິດຈະກຳໄຫວ້ອາໄລຢູ່ Hatay, Gaziantep ແລະ Kahramanmaras.

1 ປີ ຫຼັງ​ວິ​ນາດ​ຊະ​ກຳ​ແຜ່ນ​ດິນ​ໄຫວ​ຢູ່ ຕວັກ​ກີ - ảnh 2ບັນດາຕຶກອາຄານພວມໄດ້ກໍ່ສ້າງໃໝ່ ຢູ່ ຕວັກກີ (ພາບ: Reuters/ Umit Bektas)

          ຍູ້ແຮງຄວາມຄືບໜ້າການກໍ່ສ້າງ

        ນອກຈາກບັນດາກິດຈະກຳໄຫວ້ອາໄລຜູ້ປະສົບເຄາະຮ້າຍໃນເຫດແຜ່ນດິນໄຫວແລ້ວ, ຂໍ້ມູນທີ່ມີຄົນສົນໃຈຫຼາຍທີ່ສຸດຢູ່ ຕວັກກີ ໃນປັດຈຸບັນ ແມ່ນຄວາມຄືບໜ້າການກໍ່ສ້າງເຮືອນຢູ່ຫຼັງໃໝ່ໃຫ້ແກ່ປະຊາຊົນຜູ້ຖືກຜົນກະທົບຈາກເຫດແຜ່ນດິນໄຫວ.

        ສຳລັບຄວາມຄືບໜ້າການກໍ່ສ້າງເຂດເຮືອນຢູ່ແຫ່ງໃໝ່ໃນປັດຈຸບັນ ຍັງປະສົບກັບສິ່ງທ້າທາຍທາງດ້ານການເງິນ ແລະ ມາດຖານດ້ານເຕັກນິກ. ເຖິງຢ່າງໃດກໍຕາມ, ເມື່ອກ່າວຄຳເຫັນໃນພິທີມອບເຮືອນຫຼັງໃໝ່ກວ່າ 7.200 ຫຼັງ ໃຫ້ແກ່ປະຊາຊົນຢູ່ແຂວງ Hatay ໃນວັນທີ 03 ກຸມພາ, ທ່ານປະທານາທິບໍດີ ຕວັກກີ Erdogan ຖະແຫຼງວ່າ ອຳນາດການປົກຄອງ ຈະຮັບປະກັນການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາພາຍຫຼັງເຫດແຜ່ນດິນໄຫວເມື່ອປີກາຍໃຫ້ຖືກຕ້ອງ.

        “ພວກຂ້າພະເຈົ້າຈະສຳເລັດການມອບ - ຮັບເຮືອນຈຳນວນ 75.000 ຫຼັງ ໃຫ້ບັນດາເຂດທີ່ຖືກແຜ່ນດິນໄຫວ ໃນເວລາ 2 ເດືອນຈະມາເຖິງ. ໄລຍະຕໍ່ໄປ, ພວກຂ້າພະເຈົ້າ ໄດ້ວາງເປົ້າໝາຍມອບ - ຮັບເຮືອນ ແຕ່ 15 20.000 ຫຼັງ ໃຫ້ແກ່ປະຊາຊົນໃນແຕ່ລະເດືອນ ແລະ ຮອດທ້າຍປີ 2024 ຈະມອບຮັບເຮືອນທັງໝົດຈຳນວນ 200.000 ຫຼັງ ໃນປີນີ້”.

        ວົງການນັກສັງເກດການໄດ້ຕີລາຄາຄວາມຄືບໜ້າການກໍ່ສ້າງເຮືອນຫຼັງໃໝ່ໃຫ້ບັນດາຄອບຄົວທີ່ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວຢູ່ຕວັກກີ ອາດຈະເພີ່ມຄວາມໄວໃນຊຸມເດືອນຈະມາເຖິງ. ນອກຈາກນັ້ນແລ້ວ, ການສືບສວນບັນດາເຈົ້າ

ຂອງຮັບເໝົາການກໍ່ສ້າງ, ບັນດາບໍລິສັດອະສັງຫາລິມະຊັບ ແລະ ບັນດາເຈົ້າໜ້າທີ່ຮັບຜິດຊອບຕົວເມືອງຢູ່ຫຼາຍບ່ອນ ກໍຈະສືບຕໍ່ຍູ້ແຮງ ເພາະວ່າ ຕວັກກີ ກຳນົດວ່າ ໜຶ່ງໃນບັນດາເຫດຜົນຕົ້ນຕໍ, ທີ່ເຮັດໃຫ້ມີຫຼາຍຄົນເສຍຊີວິດໃນເຫດແຜ່ນດິນໄຫວໃນປີກາຍນັ້ນ ແມ່ນຍ້ອນຄຸນນະພາບການສ້າງບັນດາຕຶກອາຄານທີ່ບໍ່ບັນລຸມາດຖານດ້ານເຕັກນິກຕາມຂໍ້ກຳນົດ./.

ຕອບກັບ

ຂ່າວ/ບົດ​ອື່ນ