10 ເຫດ​ການ, ບັນ​ຫາ​ສາ​ກົນ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2022 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຄັດ​ເລືອກ

(VOVWORLD) -ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2022, ຕ້ອນຮັບປີໃໝ່ ຄສ. 2023, ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ຂໍສະຫຼຸບ 10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2022.

1.  ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ກໍ່ຜົນຕາມມາຢູ່ໃນລະດັບທົ່ວໂລກ
10 ເຫດ​ການ, ບັນ​ຫາ​ສາ​ກົນ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2022 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຄັດ​ເລືອກ - ảnh 1

ສະພາບພູມີສາດການເມືອງ, ພູມີສາດເສດຖະກິດໂລກມີການປ່ຽນແປງຢ່າງເລິກເຊິ່ງ ພາຍຫຼັງ ລັດເຊຍ ຈະລະດົມການເປີດບັ້ນຮົບການທະຫານພິເສດຢູ່ ຢູແກຼນ ໃນວັນທີ 24 ກຸມພາ 2022. ພາຍຫຼັງໄດ້ສູ້ຢັນກັນມາເປັນເວລາເກືອບ 10 ເດືອນ ແຕ່ຍັງບໍ່ທັນມີສັນຍານຫຼຸດລົງເທື່ອ, ການປະທະກັນຢູ່ ຢູແກຼນ ໄດ້ ແລະ ກຳລັງກໍ່ຜົນກະທົບເປັນເວລາຍານນານເຖິງອະນາຄົດຂອງສາຍພົວພັນສາກົນ, ເຮັດໃຫ້ໂລກຢືນຢູ່ຕໍ່ໜ້າບາດລ້ຽວໃໝ່ທີ່ອັນຕະລາຍ. ສຳລັບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ຫວຽດນາມ ໄດ້ຍົກອອກທັດສະນະຫຼາຍເທື່ອຢ່າງເປັນທາງການວ່າ: ຮຽກຮ້ອງໃຫ້ທຸກຝ່າຍຈົ່ງຢຸດຕິການປະທະກັນ, ເຊື່ອມຕໍ່ການເຈລະຈາ ແລະ ໄກ່ເກ່ຍຟື້ນຟູສັນຕິພາບຄືນໃໝ່, ປ້ອງກັນຄວາມໝັ້ນຄົງ, ຄວາມປອດໄພຂອງປະຊາຊົນ ແລະ ບັນດາພື້ນຖານໂຄງລ່າງທີ່ຈຳເປັນ.

2.  ໂລກເປີດປະຕູພາຍຫຼັງໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ, ເສດຖະກິດທົ່ວໂລກປະເຊີນໜ້າກັບສະພາບຊຸດໂຊມ
10 ເຫດ​ການ, ບັນ​ຫາ​ສາ​ກົນ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2022 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຄັດ​ເລືອກ - ảnh 2

ເລີ່ມແຕ່ເດືອນ ມີນາ 2022 ເປັນຕົ້ນມາ, ໂລກ ໄດ້ປ່ຽນແປງຍຸດທະສາດຮັບມືກັບໂລກລະບາດໂຄວິດ - 19, ເປັນເຈົ້າການຮັບມືກັບໂລກລະບາດໃໝ່. ປະເທດເກືອບທັງໝົດໃນໂລກ ຄ່ອຍໆໄດ້ປັບຕົວເຂົ້າກັບສະພາບເປັນປົກກະຕິໃໝ່, ເປີດປະຕູຊາຍແດນ, ຟື້ນຟູການແລກປ່ຽນການຄ້າ… ເພື່ອກັບຄືນສູ່ທ່ວງທ່າພັດທະນາເສດຖະກິດຄືນໃໝ່ ພາຍຫຼັງຖືກຊຸດໂຊມ ຍ້ອນປະຕິບັດບັນດາມາດຕະການຈຳກັດເພື່ອຕ້ານໂລກລະບາດຢ່າງເຂັ້ມງວດມາເປັນເວລາ 2 ປີ. ເຖິງຢ່າງໃດກໍຕາມ, ອາເມລິກາ, ບັນດາປະເທດ ເອີຣົບ ແລະ ຍີ່ປຸ່ນ, ບັນດາເສົາຄ້ຳເສດຖະກິດໂລກນັ້ນ ລ້ວນແຕ່ຕົກເຂົ້າສູ່ວິກິດການໄພເງິນເຟີ້ ດ້ວຍອັດຕາສູງ ແບບບໍ່ເຄີຍມີມາກ່ອນ, ທະນາຄານສູນກາງຫຼາຍແຫ່ງໃນໂລກ ຈຳເປັນຕ້ອງຮັບມືດ້ວຍວິທີຫຼຸດຜ່ອນການໃຊ້ຈ່າຍ, ເພີ່ມທະວີການຈັດວາງນະໂຍບາຍເງິນຕາ. ຄວາມກົດດັນຈາກວິກິດການໄພເງິນເຟີ້, ວິກິດການສະບຽງອາຫານ, ພະລັງງານຍ້ອນການປະທະກັນ ແລະ ອັດຕາດອກເບ້ຍເພີ່ມຂຶ້ນສູງນັ້ນ ພວມຍູ້ເສດຖະກິດໂລກເຂົ້າສະພາບຊຸດໂຊມ ແລະ ອາດຈະສືບຕໍ່ໃນປີ 2023.

3.  ປະຊາກອນໂລກ ບັນລຸຕົວເລກ 8 ຕື້ຄົນ: ກຳລັງໜູນໃໝ່, ສິ່ງທ້າທາຍໃໝ່

10 ເຫດ​ການ, ບັນ​ຫາ​ສາ​ກົນ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2022 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຄັດ​ເລືອກ - ảnh 3

ວັນທີ 15 ພະຈິກ 2022 ໄດ້ກາຍເປັນຂີດໝາຍໃໝ່ໃນວິວັດທະນາການພັດທະນາຂອງມະນຸດ ເມື່ອປະຊາກອນທັງໝົດໃນທົ່ວໂລກບັນລຸຕົວເລກ 8 ຕື້ຄົນ. ການເພີ່ມຂຶ້ນດັ່ງກ່າວ ໄດ້ສ້າງຂີດໝາຍຂອງຄວາມກ້າວໜ້າໃນວຽກງານເບິ່ງແຍງດູແລສຸຂະພາບຂອງວົງຄະນະຍາດ, ລະບອບໂພສະນາການ, ຫຼັກອະນາໄມ ແລະ ສາທາລະນະສຸກ, ສ້າງແຫຼ່ງກຳລັງໜູນຢ່າງໃຫຍ່ຫຼວງ ແລະ ເປັນແຫຼ່ງສະໜອງແຮງງານຢ່າງອຸດົມສົມບູນ ເພື່ອໃຫ້ໂລກປະຕິບັດບັນດາເປົ້າໝາຍພັດທະນາກ່ຽວກັບມະນຸດ, ຊຸກຍູ້ເສດຖະກິດ - ສັງຄົມ. ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັນນັ້ນ ທົ່ວໂລກຈະຕ້ອງຮັບມືກັບສິ່ງທ້າທາຍບໍ່ແມ່ນໜ້ອຍ ແລະ ຮຽກຮ້ອງຕ້ອງມີມາດຕະການລະຫວ່າງລັດຖະບານ: ນັ້ນແມ່ນ ຄວາມກົດດັນສຳລັບລະບົບພື້ນຖານໂຄງລ່າງ, ບັນດາສະຫວັດດີການ ແລະ ການບໍລິການສັງຄົມທີ່ຈຳເປັນ; ສະພາບການປະຊາກອນອາຍຸສູງຫຼາຍຂຶ້ນ ແລະ ຂາດຄວາມສະເໝີພາບໃນສັງຄົມ, ການຈຳແນກລະຫວ່າງຄົນຮັ່ງມີກັບຜູ້ທຸກຍາກເພີ່ມຂຶ້ນ; ມົນລະພິດສິ່ງແວດລ້ອມ, ລະບົບຊີວະພາບຖືກຊຸດໂຊມ.

4.  ວິກິດການດ້ານພະລັງງານໃນທົ່ວໂລກ

10 ເຫດ​ການ, ບັນ​ຫາ​ສາ​ກົນ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2022 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຄັດ​ເລືອກ - ảnh 4

ວິກິດການດ້ານພະລັງງານທົ່ວໂລກພວມເກີດຂຶ້ນດ້ວຍຜົນຕາມມາແມ່ນ ບັນດາພາກພື້ນສ່ວນຫຼາຍໃນໂລກຕ້ອງປະເຊີນໜ້າກັບສະພາບການຂາດແຄນແຫຼ່ງສະໜອງໃນຂະນະທີ່ລາຄານ້ຳມັນ, ອາຍແກັດ ແລະ ຄ່າໄຟຟ້າເພີ່ມຂຶ້ນຢ່າງແຮງ. ມີຫຼາຍສາຍເຫດທີ່ພາໃຫ້ເກີດວິກິດການດັ່ງກ່າວ ເປັນຕົ້ນແມ່ນໂລກລະບາດໂຄວິດ - 19, ການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕໄວກະໂດດຂັ້ນໃນຊຸມປີກ່ອນ ບວກກັບຜົນຕາມມາຈາກການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ. ລາຄານຳເຂົ້າພະລັງງານເພີ່ມຂຶ້ນຢ່າງກະໂດດຂັ້ນໃນທົ່ວໂລກ, ດ້ວຍລາຄາຖ່ານຫີນເພີ່ມຂຶ້ນທົບ 5 ເທົ່າ ແລະ ລາຄາອາຍແກັດທຳມະຊາດເພີ່ມຂຶ້ນທົບ 10 ເທົ່າເມື່ອທຽບໃສ່ປີ 2021, ເຮັດໃຫ້ໂລກຕົກເຂົ້າສູ່ຄວາມສ່ຽງທີ່ຍາກຈະຄາດຄະເນລ່ວງໜ້າໄດ້. ວິກິດການພະລັງງານທົ່ວໂລກເພີ່ມຂຶ້ນ ໄດ້ສະແດງໃຫ້ເຫັນທ່າອ່ຽງຈຳເປັນຕ້ອງຫັນໄປນຳໃຊ້ພະລັງງານສີຂຽວ, ພະລັງງານທົດແທນຢ່າງວ່ອງໄວ.

5.  ກອງປະຊຸມ COP27 ບັນລຸຂໍ້ຕົກລົງຄັ້ງປະຫວັດສາດກ່ຽວກັບການສ້າງກອງທຶນຊົດເຊີຍຕໍ່ ຜົນເສຍຫາຍ.

10 ເຫດ​ການ, ບັນ​ຫາ​ສາ​ກົນ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2022 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຄັດ​ເລືອກ - ảnh 5

ກອງປະຊຸມ ບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) ຢູ່ນະຄອນ Sharm El – Sheikh, ປະເທດ ອີຢິບ ໄດ້ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການສ້າງກອງທຶນຊົດເຊີຍຜົນເສຍຫາຍໃຫ້ແກ່ບັນດາປະເທດທີ່ມີຄວາມສ່ຽງຖືກຜົນເສຍຫາຍຕໍ່ການປ່ຽນແປງຂອງດິນຟ້າອາກາດໄດ້ງ່າຍ. ຂໍ້ຕົກລົງສະບັບປະຫວັດສາດນີ້ ໄດ້ຮັບຖືວ່າ ແມ່ນໄຊຊະນະໃຫຍ່ທີ່ສຸດຂອງບັນດາປະເທດພວມພັດທະນາພາຍຫຼັງການເຈລະຈາມາເປັນເວລາ 30 ກວ່າປີ.

6.  ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດພັກຄອມມູນິດ ຈີນ ຊຸດທີ XX ບັນລຸຜົນສຳເລັດຢ່າງດີງາມ

10 ເຫດ​ການ, ບັນ​ຫາ​ສາ​ກົນ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2022 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຄັດ​ເລືອກ - ảnh 6
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດ ຈີນ ຊຸດທີ XX ແມ່ນເຫດການທີ່ມີຄວາມໝາຍສຳຄັນສຳລັບ ຈີນ ໃນຈຸດເວລາທີ່ພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ ກ້າວເຂົາສູ່ວິວັດທະການໃໝ່, ສ້າງເປັນປະເທດສັງຄົມນິຍົມຢ່າງຮອບດ້ານ ແລະ ທັນສະໄໝ. ກອງປະຊຸມໃຫຍ່ດັ່ງກ່າວ ກໍໄດ້ເນັ້ນໜັກເຖິງໜ້າທີ່ຈຸດສຸມຂອງ ພັກຄອມມູນິດຈີນ ໃນການນຳພາປະເທດປະຕິບັດເປົ້າໝາຍ “100 ປີ” ຄັ້ງທີ 2. ນອກຈາກນັ້ນແລ້ວ, ກໍວາງອອກທິດທາງຕ່າງໆໃນນະໂຍບາຍການຕ່າງປະເທດ ເພື່ອຮັບມືກັບສິ່ງທ້າທາຍ ແລະ ປັບປຸງບົດບາດ ແລະ ທີ່ຕັ້ງສາກົນຂອງ ຈີນ.

7.  ການເລືອກຕັ້ງກາງສະໄໝຂອງ ສະພາແຫ່ງຊາດ ອາເມລິກາ: ພັກສາທາລະນະ ຍາດໄດ້ສິດຄຸ້ມຄອງ ສະພາຕ່ຳ

10 ເຫດ​ການ, ບັນ​ຫາ​ສາ​ກົນ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2022 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຄັດ​ເລືອກ - ảnh 7

ການເລືອກຕັ້ງກາງສະໄໝຂອງສະພາແຫ່ງຊາດ ອາເມລິກາ ປີ 2022 ໄດ້ດຳເນີນດ້ວຍການແກ້ງແຍ້ງທີ່ດຸເດືອດລະຫວ່າງບຸກຄົນທີ່ອອກສະໝັກເລືອກຕັ້ງລະຫວ່າງພັກປະຊາທິປະໄຕ ແລະ ພັກສາທາລະນະ. ພັກປະຊາທິປະໄຕສືບຕໍ່ຄຸ້ມຄອງສະພາສູງ ແລະ ພັກສາທາລະນະຍາດໄດ້ສິດຄຸ້ມຄອງສະພາຕ່ຳ. ເລື່ອງພັກສາທາລະນະ ຍາດໄດ້ສິດຄວບຄຸມສະພາຕ່ຳໃນສະພາແຫ່ງຊາດ ອາເມລິກາ ອາດຈະເຮັດໃຫ້ທ່ານປະທານາທິບໍດີ Joe Biden ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນໄລຍະ 2 ປີສຸດທ້າຍຂອງອາຍຸການ, ສົ່ງຜົນສະທ້ອນຕໍ່ນະໂຍບາຍພາຍໃນປະເທດ ແລະ ຕ່າງປະເທດຂອງ ອາເມລິກາ; ແລະ ຈະສົ່ງຜົນກະທົບບໍ່ແມ່ນໜ້ອຍຕໍ່ການຊ່ວງເສັງອອກສະໝັກເລືອກຕັ້ງຕຳແໜ່ງປະທານາທິບໍດີ ອາເມລິກາ ປີ 2024.

8.  NATO ສືບຕໍ່ເປີດກວ້າງສຳພັນທະມິດ

10 ເຫດ​ການ, ບັນ​ຫາ​ສາ​ກົນ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2022 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຄັດ​ເລືອກ - ảnh 8

ວັນທີ 5 ກໍລະກົດ 2022, ຢູ່ ບຣຸກແຊນ (ປະເທດແບນຊິກ), 30 ປະເທດສະມາຊິກຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ໄດ້ເຊັນສັນຍາແມ່ ໂດຍນຳ ສະວິດ ແລະ ແຟງລັງ ເຂົ້າເປັນສະມາຊິກ, ເຊິ່ງເປັນການກະທຳເປີດກວ້າງທີ່ສຳຄັນຂອງ ອົງການສຳພັນທະມິດັ່ງກ່າວ ນັບແຕ່ກາງຊຸມປີ 1990 ຂອງສະຕະວັດກ່ອນ. ການຍື່ນໃບຄຳຮ້ອງຂໍເປັນສະມາຊິກ NATO ຂອງ ແຟງລັງ ແລະ ສະວິດ ໄດ້ມ້າງທຳລາຍທັດສະນະເປັນກາງຂອງບັນດາປະເທດ ເອີຣົບເໜືອ, ພວມເຮັດໃຫ້ສະພາບພູມີການເມືອງເອີຣົບ ມີການປ່ຽນແປງ. ຖ້າຫາກວ່າສອງປະເທດ ເອີຣົບເໜືອ ນີ້ ປະຕິບັດສຳເລັດວິວັດທະນາການເຂົ້າເປັນສະມາຊິກ NATO, ຈະສ້າງການປ່ຽນແປງຢ່າງໃຫຍ່ຫຼວງສຳລັບໂຄງສ້າງຄວາມໝັ້ນຄົງຂອງ ເອີຣົບ ໃນຫຼາຍທົດສະວັດຈະມາເຖິງ.

9.  ສປປ.ເກົາຫຼີ ຍິງທົດລອງລູກສອນໄຟເປັນຈຳນວນຫຼາຍ, ຮັບຮອງເອົາກົດໝາຍວ່າດ້ວຍການປະກາດເປັນປະເທດ ນິວເຄຼຍ

10 ເຫດ​ການ, ບັນ​ຫາ​ສາ​ກົນ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2022 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຄັດ​ເລືອກ - ảnh 9

ວັນທີ 8 ກັນຍາ 2022, ສະພາປະຊາຊົນສູງສຸດ ສປປ.ເກົາຫຼີ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຂໍ້ກຳນົດສິດນຳໃຊ້ໄມ້ງັດບຸກໂຈມຕີນິວເຄຼຍ ເພື່ອປ້ອງກັນຕົວ ຢ່າງເປັນທາງການ. ກົດໝາຍສະບັບດັ່ງກ່າວ ໄດ້ປະກາດ ສປປ.ເກົາຫຼີ ແມ່ນປະເທດເປັນກຳມະສິດອາວຸດນິວເຄຼຍ, ອະນຸຍາດໃຫ້ປະເທດນີ້ບຸກໂຈມຕີກ່ອນດ້ວຍອາວຸດນິວເຄຼຍເພື່ອປ້ອງກັນຕົວ ຖ້າຫາກປະກົດວ່າ ໃກ້ຈະເກີດການບຸກໂຈມຕີດ້ວຍອາວຸດລ້າງຜານ ຫຼື ເລັ່ງໃສ່ “ບັນດາເປົ້າໝາຍຍຸດທະສາດ” ຂອງປະເທດນີ້. ປີ 2022, ສປປ.ເກົາຫຼີ ໄດ້ດຳເນີນການຍິງລູກສອນໄຟນຳວິຖີ ຢ່າງໜ້ອຍສຸດ 52 ເທື່ອ ແລະ ຍິງລູກສອນໄຟມີປີກ 6 ເທື່ອ. ເພື່ອເປັນການຮັບມື, ບັນດາປະເທດທີ່ກ່ຽວຂ້ອງລວມມີ ອາເມລິກາ - ຍີ່ປຸ່ນ - ສ.ເກົາຫຼີ ໄດ້ເພີ່ມທະວີການຊ້ອມຮົບໃນຂອບຂະໜາດໃຫຍ່. ການກະທຳຂອງບັນດາຝ່າຍເຫຼົ່ານັ້ນ ໄດ້ນາບຂູ່ຢ່າງແຮງເຖິງສະພາບຄວາມໝັ້ນຄົງ, ສັນຕິພາບຢູ່ພາກພື້ນ ອາຊີຕາເວັນອອກສ່ຽງເໜືອ.

10.              World Cup ໄດ້ຈັດຂຶ້ນຢູ່ປະເທດ ອິດສະລາມຕາເວັນອອກກາງ ເປັນຄັ້ງທຳອິດ

10 ເຫດ​ການ, ບັນ​ຫາ​ສາ​ກົນ​ທີ່​ພົ້ນ​ເດັ່ນ​ໃນ​ປີ 2022 ໂດຍ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຄັດ​ເລືອກ - ảnh 10

ໃນຮອບຊີງຊະນະເລີດບານເຕະໂລກ 2022 (World Cup 2022) ຖືກຈັດຂຶ້ນຢູ່ Qatar ແຕ່ວັນທີ 20 ພະຈິກ - 18 ທັນວາ 2022 ດ້ວຍຈຸດພິເສດຫຼາຍຢ່າງ: ເປັນຄັ້ງທຳອິດທີ່ World Cup ຖືກຈັດຂຶ້ນຢູ່ປະເທດ ອິດສະລາມ ຕາເວັນອອກກາງ, ເປັນຄັ້ງທຳອິດໃນປະຫວັດສາດທີ່ ຮອບຊີງຊະນະເລີດຂອງບານເຕະໂລກດຳເນີນໃນລະດູໜາວແທນທີ່ລະດູຮ້ອນ; ຄັ້ງທຳອິດ ທີ່ ມາຣົກ - ທິມບານເຕະໜຶ່ງຂອງ ອາຟະລິກາ ໄດ້ເຂົ້າຮອບຮອງຊະນະເລີດ ແລະ ພົ້ນເດັ່ນທີ່ສຸດແມ່ນການແຂ່ງຂັນທີ່ໜ້າຈັບໃຈລະຫວ່າງ ທິມບານເຕະຂອງຝລັ່ງ ແລະ ອາກຊັງຕິນໃນຮອບຊີງຊະນະເລີດ./.

ຕອບກັບ

ຂ່າວ/ບົດ​ອື່ນ