10 ເຫດການທີ່ພົ້ນເດັ່ນຢູ່ພາຍໃນປະເທດໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ

 
10 ເຫດການທີ່ພົ້ນເດັ່ນຢູ່ພາຍໃນປະເທດໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 1(ພາບປະກອບ: TTXVN, VOV)

ເຫດການທີ 1: ມີຫຼາຍນະໂຍບາຍຊີ້ຂາດທີ່ສຳຄັນກາງອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ

ທີ່ກອງປະຊຸມເທື່ອທີ 7, ພ້ອມກັບການຕີລາຄາບັນດາຜົນງານຢ່າງຮອບດ້ານ, ພາວະວິໄສ, ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ໄດ້ຖອດຖອນ 5 ບົດຮຽນ; ວາງອອກ 5 ໜ້າທີ່ຈຸດສຸມໃນ ເຄິ່ງອາຍຸການທີ່ຍັງເຫຼືອຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ປ່ອນບັດໄວ້ວາງໃຈ ສຳລັບບັນດາສະຫາຍກຳມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ. ທີ່ກອງປະຊຸມເທື່ອທີ 8, ຄະນະບໍລິຫານງານສູນກາງພັກໄດ້ປະກາດໃຊ້ມະຕິສຳຄັນ 4 ສະບັບ; ພິຈາລະນາ, ປະກອບຄຳເຫັນ ໃສ່ການວາງແຜນບຸກຄະລາກອນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ອາຍຸການ 2026- 2031.

10 ເຫດການທີ່ພົ້ນເດັ່ນຢູ່ພາຍໃນປະເທດໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 2(ພາບປະກອບ: TTXVN, VOV)

ເຫດການທີ 2: ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຢືນຢັນທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ

ບັນດາການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ, ທ່ານປະທານາທິບໍດີ ສະຫະລັດ ອາເມລິກາ Joe Biden ແລະ ການນຳຂັ້ນສູງຂອງຫຼາຍປະເທດ; ບັນດາການຢ້ຽມຢາມຢ່າງເປັນທາງການຂອງການນຳພັກ, ລັດ ຫວຽດນາມ ຢູ່ຫຼາຍປະເທດ ກໍ່ໄດ້ສ້າງຂີດໝາຍສຳຄັນຫຼາຍຢ່າງຂອງການຕ່າງປະເທດຫວຽດນາມ. ປີ 2023, ຫວຽດນາມ ແລະ ຈີນ ໄດ້ເຫັນດີສ້າງ “ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ”; ຍົກລະດັບການພົວພັນຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ກັບ ອາເມລິກາ ແລະ ຍີ່ປຸ່ນ, ຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມມືຮອບດ້ານ, ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 30 ປະເທດ, ໃນນັ້ນມີ 5 ປະເທດກຳມະການຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ຜົນສຳເລັດຂອງການພົວພັນຕ່າງປະເທດປີ 2023 ໄດ້ຫັນແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ເປັນລະອຽດ, ປະກອບສ່ວນສ້າງ ແລະ ຮັກສາສະພາບແວດລ້ອມ ແຫ່ງສັນຕິພາບ, ສະຖຽນລະພາບເພື່ອການພັດທະນາ, ຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ.

10 ເຫດການທີ່ພົ້ນເດັ່ນຢູ່ພາຍໃນປະເທດໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 3(ພາບປະກອບ: TTXVN, VOV)

ເຫດການທີ 3: ສ້າງກົນໄກຄວບຄຸມສິດອຳນາດໃຫ້ສົມບູນແບບ; ຍູ້ແຮງການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້

ປີ 2023, ກົມການເມືອງສູນກາງພັກໄດ້ປະກາດໃຊ້ຂໍ້ກຳນົດກ່ຽວກັບການຄວບຄຸມສິດອຳນາດ, ການປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ໃນວຽກງານພະນັກງານ; ສືບສວນ, ຮ້ອງຟ້ອງ, ພິພາກສາ, ດຳເນີນຄະດີ… ບັນດາຂໍ້ກຳນົດດັ່ງກ່າວໄດ້ປະກອບສ່ວນເພີ່ມທະວີການຄວບຄຸມສິດອຳນາດຂອງພະນັກງານ, ສະມາຊິກພັກ, ພິເສດແມ່ນບັນດາຜູ້ເປັນຫົວໜ້າຢ່າງເຂັ້ມງວດ.

ການເປີດຕົວປື້ມ “ເດັດດ່ຽວ, ຢືດໝັ້ນໃນການຕໍ່ສູ້, ປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດ ຫວຽດນາມ ໃຫ້ນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ” ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ໄດ້ປະກອບສ່ວນເຮັດແຈ້ງຈີນຕະນາການ ທິດສະດີຂອງພັກ  ກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ສິ່ງຫຍໍ້ທໍ້ ແລະ ການກໍ່ສ້າງພັກ, ປັບປຸງພັກ.

10 ເຫດການທີ່ພົ້ນເດັ່ນຢູ່ພາຍໃນປະເທດໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 4(ພາບປະກອບ: TTXVN, VOV)

ເຫດການທີ 4: ເສດຖະກິດ ຫວຽດນາມ ພັດທະນາຢ່າງມີສະຖຽນລະພາບໃນໂລກທີ່ຂາດສະຖຽນລະພາບ

ປີ 2023, ບັນດາເປົ້າໝາຍໃຫຍ່ຂອງພື້ນຖານເສດຖະກິດສາມາດບັນລຸໄດ້, ການຮັກສາເສດຖະກິດມະຫາພາກ ໄດ້ເປັນປົກກະຕິໂດຍພື້ນຖານ, ຄາດວ່າ ການເຕີບໂຕ GDP ບັນລຸລະດັບກວ່າ 5 %, ບັນດາຄວາມດຸ່ນດ່ຽງໃຫຍ່ ໄດ້ຮັບການຮັບປະກັນ. ມີຫຼາຍນະໂຍບາຍປີການເງິນ, ເງິນຕາຢູ່ລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ເຊິ່ງໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ຂ້ຽວຂາດ ເພື່ອແນໃສ່ໜູນຊ່ວຍການຟື້ນຟູ, ພັດທະນາເສດຖະກິດ, ສັງຄົມ; ສ້າງບັນດາກົນໄກ, ນະໂຍບາຍໃຫ້ສົມບູນແບບເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຕະຫຼາດ ການເງິນ, ທີ່ດິນ, ການກໍ່ສ້າງ, ອະສັງຫາລິມະຊັບ.

10 ເຫດການທີ່ພົ້ນເດັ່ນຢູ່ພາຍໃນປະເທດໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 5(ພາບປະກອບ: TTXVN, VOV)

ເຫດການທີ 5: ຂອດບຸກທະລຸໃນການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ - ສ້າງທ່ວງທ່າລະດັບ ການພັດທະນາທີ່ວ່ອງໄວ

ປີ 2023, ຫວຽດນາມ ໄດ້ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກກ່ຽວກັບກົນໄກ, ນະໂຍບາຍ, ສ້າງຂອດບຸກທະລຸກ່ຽວກັບບັນດາກິດຈະກຳພື້ນຖານໂຄງລ່າງສຳຄັນ, ຄື: ເລີ່ມລົງມືກໍ່ສ້າງອາຄານຜູ້ໂດຍສານ ແລະ ລານເຮືອບິນລົງຈອດ ຢູ່ສະໜາມບິນ ລອງແທ່ງ, ກໍ່ສ້າງເສັ້ນທາງຄວາມໄວສູງເກືອບ 700 ກມ, ຍົກຍອດຄວາມຍາວຂອງເສັ້ນທາງຄວາມໄວສູງທີ່ໄດ້ນຳເຂົ້າໃຊ້ການແມ່ນ 1.852 ກມ. ພ້ອມກັນນັ້ນ, ກໍ່ແມ່ນຫຼາຍໂຄງການພື້ນຖານໂຄງລ່າງຄົມມະນາຄົມອື່ນໆ ດ້ວຍຍອດເງິນລົງທຶນສາທາລະນະຂຶ້ນເປັນເກືອບ 94.000 ຕື້ດົ່ງ, ປະກອບສ່ວນແກ້ໄຂຄວາມອຸດຕັນທາງຄົມມະນາຄົມ, ສ້າງການເຊື່ອມຕໍ່ເຂດໃຫ້ສົມບູນແບບ ເທື່ອລະກ້າວ, ສ້າງກຳລັງໜູນເພື່ອເລັ່ງຄວາມໄວໃນການພັດທະນາເສດຖະກິດ - ສັງຄົມ.

10 ເຫດການທີ່ພົ້ນເດັ່ນຢູ່ພາຍໃນປະເທດໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 6(ພາບປະກອບ: TTXVN, VOV)

ເຫດການທີ 6: 80 ປີໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ

ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ, ດ້ວຍ 3 ຫຼັກການກຳນົດພື້ນຖານວັດທະນະທຳປະຕິວັດ ຫວຽດນາມ: ຊົນຊາດ, ວິທະຍາສາດ ແລະ ມະຫາຊົນ, ຜ່ານ 80 ປີແຫ່ງວັນເປີດຕົວນັ້ນ, ໂຄງຮ່າງຍັງຮັກສາບັນດາຄຸນຄ່າ ແກ່ນສານໄວ້, ຮັກສາຄຸນຄ່າທິດສະດີ ແລະ ລັກສະນະຍຸກສະໄໝຢ່າງເລິກເຊິ່ງ, ສືບຕໍ່ເຍືອງທາງໃຫ້ແກ່ ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນເປີດຕົວໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ ໄດ້ສົ່ງສານທີ່ມີຄວາມໝາຍຫຼາຍຢ່າງ, ເພື່ອສືບຕໍ່ເສີມຂະຫຍາຍຄຸນຄ່າປະຫວັດສາດ, ຄຸນຄ່າຕົວຈິງຂອງໂຄງຮ່າງ, ເພື່ອໃຫ້ວັດທະນະທຳກາຍເປັນພື້ນຖານທາງດ້ານຈິດໃຈ, ກຳລັງແຮງພາຍໃນ, ກຳລັງໜູນແກ່ການພັດທະນາ ປະເທດຊາດ ແລະ ປົກປັກຮັກສາປະເທດຊາດຢ່າງແທດຈິງ, ຄືດັ່ງເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ.

10 ເຫດການທີ່ພົ້ນເດັ່ນຢູ່ພາຍໃນປະເທດໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 7(ພາບປະກອບ: TTXVN, VOV)

ເຫດການທີ 7: ເກີດບັນດາເຫດອັກຄີໄພຢ່າງຮ້າຍແຮງ ກໍ່ຜົນເສຍຫາຍຢ່າງໜັກໜ່ວງ

ເກີດເຫດອັກຄີໄພເກືອບ 2.000 ຄັ້ງ, ເຮັດໃຫ້ມີເກືອບ 150 ຄົນເສຍຊີວິດ, ກໍ່ຄວາມເສຍຫາຍຢ່າງໜັກໜ່ວງໃນປີ 2023, ໃນນັ້ນ, ເຫດອັກຄີໄພເກີດຂຶ້ນຢ່າງຮ້າຍແຮງຢູ່ຄອນໂດນ້ອຍໃນວັນທີ 12 ກັນຍາ, ຢູ່ເມືອງ ແທັງຊວັນ, ນະຄອນ ຮ່າໂນ້ຍ, ໄດ້ເຮັດໃຫ້ 56 ຄົນເສຍຊີວິດ ແລະ 37 ຄົນຮັບບາດເຈັບ.

ບັນດາຕົວເລກດັ່ງກ່າວໄດ້ເຕື້ອງເຖິງສະພາບທີ່ໜ້າເຕືອນໄພໃນວຽກງານປ້ອງກັນ, ດັບເພີງ, ໃນນັ້ນມີສະພາບ ບໍ່ຮັບປະກັນຄວາມປອດໄພໃນການປ້ອງກັນ, ດັບເພີງ; ວຽກງານກວດກາຍັງບໍ່ທັນເຂັ້ມງວດ ພາໄປເຖິງການລະເມີດທີ່ແກ່ຍາວ; ສະຕິຮັບປະກັນຄວາມປອດໄພ, ການປ້ອງກັນ ແລະ ດັບເພີງ ຂອງປະຊາຊົນຍັງບໍ່ທັນສູງເທື່ອ… ຮຽກຮ້ອງໃຫ້ຕ້ອງມີການປັບປຸງ.

10 ເຫດການທີ່ພົ້ນເດັ່ນຢູ່ພາຍໃນປະເທດໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 8(ພາບປະກອບ: TTXVN, VOV)

ເຫດການທີ 8: ສະພາບຂາດຢຸກຢາ, ອຸປະກອນການແພດຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ

ເຖິງວ່າ, ສະພາແຫ່ງຊາດ, ລັດຖະບານ ແລະ ກະຊວງສາທາລະນະສຸກ ຫວຽດນາມ ໄດ້ປະກາດໃຊ້ ເອກະສານຫຼາຍສະບັບ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຂະແໜງການແພດ, ແຕ່ສະພາບຂາດຢຸກຢາ, ຂາດເຄື່ອງອຸປະກອນການແພດຢູ່ບັນດາໂຮງໝໍຈາກຂັ້ນສູນກາງ ລົງຮອດຂັ້ນທ້ອງຖິ່ນ ຍັງບໍ່ທັນໄດ້ຮັບການແກ້ໄຂ ຢ່າງເຖິງຖອງ. ສາຍເຫດແມ່ນຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19, ຍ້ອນລະບົບເອກະສານນິຕິກຳ ຍັງຄົງຄ້າງຈຸດອ່ອນ. ໃນໄລຍະຍາວ, ຮຽກຮ້ອງຕ້ອງມີບັນດາມາດຕະການແກ້ໄຂຢ່າງແຮງກວ່າ ເພື່ອແກ້ໄຂສະພາບການດັ່ງກ່າວຢ່າງສິ້ນເຊີງ.

10 ເຫດການທີ່ພົ້ນເດັ່ນຢູ່ພາຍໃນປະເທດໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 9(ພາບປະກອບ: TTXVN, VOV)

ເຫດການທີ 9: ກຳນົດຈຸດເວລາປະຕິບັດການປະຕິຮູບນະໂຍບາຍເງິນເດືອນ

ເລື່ອງປະຕິບັດການປະຕິຮູບກ່ຽວກັບນະໂຍບາຍເງິນເດືອນທັງໝົດ ໂດຍອີງໃສ່ຕຳແໜ່ງວຽກງານ, ຮັບປະກັນບໍ່ຕ່ຳກວ່າເງິນເດືອນທີ່ພວມໄດ້ຮັບ ຈະໄດ້ຮັບການປະຕິບັດແຕ່ວັນທີ 01 ກໍລະກົດ 2024. ເປົ້າໝາຍຫຼັກ ຂອງນະໂຍບາຍດັ່ງກ່າວແມ່ນເພື່ອໃຫ້ເງິນເດືອນເປັນແຫຼ່ງລາຍຮັບຕົ້ນຕໍ ຮັບປະກັນຊີວິດການເປັນຢູ່ຂອງ ຜູ້ອອກແຮງງານ ແລະ ຄອບຄົວ; ຈ່າຍເງິນເດືອນຢ່າງຖືກຕ້ອງເພື່ອລົງທຶນໃຫ້ແກ່ການພັດທະນາ ແຫຼ່ງຊັບພະຍາກອນມະນຸດ, ສ້າງກຳລັງໜູນຍົກສູງສະມັດຕະພາບການອອກແຮງງານ ແລະ ປະສິດທິຜົນ ການເຮັດວຽກ, ປະກອບສ່ວນຍົກສູງຄຸນນະພາບການເຕີບໂຕ ແລະ ການພັດທະນາແບບຍືນຍົງ.

10 ເຫດການທີ່ພົ້ນເດັ່ນຢູ່ພາຍໃນປະເທດໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ - ảnh 10(ພາບປະກອບ: TTXVN, VOV)

ເຫດການທີ 10: ກຳນົດວິຊາເສັງຈົບຊັ້ນມັດທະຍົມຕອນປາຍແຕ່ປີ 2025

ການເສັງຈົບຊັ້ນມັດທະຍົມຕອນປາຍ ແຕ່ປີ 2025 ຈະມີ 4 ວິຊາ, ລວມມີ 2 ວິຊາບັງຄັບແມ່ນ ວິຊາຄະນິດສາດ, ວິຊາວັນນະຄະດີພາສາສາດ ແລະ 2 ວິຊາໂດຍເລືອກເອົາໃນຈຳນວນວິຊາທີ່ຮຽນຢູ່ຊັ້ນ ມໍ 7. ວີທີດັ່ງກ່າວແມ່ນເພື່ອຫຼຸດຜ່ອນຄວາມກົດດັນໃນການສອບເສັງ ແລະ ຕິດແທດກັບຈິດໃຈປ່ຽນແປງໃໝ່ຂອງຫຼັກສູດການສືກສາສາມັນ, ຕີລາຄາຄວາມສາມາດຮ່ຳຮຽນຂອງນັກຮຽນຢ່າງແທດຈິງ. ໂດຍຈະໄດ້ປະຕິບັດນັບແຕ່ປີ 2025, ແຜນການນີ້ໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງຈາກນັກຮຽນ, ພໍ່ແມ່ນັກຮຽນ ແລະ ຄູອາຈານເປັນສ່ວນຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ