10 ເຫດການພົ້ນເດ່ັນຂອງຫວຽດນາມ ໃນປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ

 

10 ເຫດການພົ້ນເດ່ັນຂອງຫວຽດນາມ ໃນປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 1

1.  ປະຕິບັດສຳເລັດ ສອງເປົ້າໝາຍ: ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ຊຸກຍູ້ການຫັນປ່ຽນໂຄງປະກອບເສດຖະກິດ ແລະ ຄຸນນະພາບການເຕີບໂຕ

        ລັດຖະບານຊີ້ິ້ນຳຢ່າງຂ້ຽວຂາດການປ່ຽນແປງໃໝ່ຮູບແບບຕ່າງໆຂອງການເຕີບໂຕຕາມທິດຍືນຍົງ, ປ່ຽນແປງໃໝ່ປະດິດຄິດສ້າງ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ; ຍົກສູງສະມັດຕະພາບຄຸນນະພາບ, ປະສິດທິຜົນ ແລະ ກຳລັງຄວາມສາມາດໃນການແກ້ງແຍ້ງແຫ່ງຊາດ. ພວກເຮົາໄດ້ບັນລຸ ແລະ ລື່ນກາຍ ທັງໝົດ12 ຄາດໝາຍ ພັດທະນາເສດຖະກິດ - ສັງຄົມ ຊຶ່ງສະພາແຫ່ງຊາດວາງອອກ, ມີຫຼາຍຄາດໝາຍບັນລຸໄດ້ຜົນສຳເລັດໂດຍໄວ. ລະດັບການເຕີບໂຕ GDP ສູງກວ່າ 7%, ແມ່ນລະດັບສູງທີ່ສຸດໃນ 10 ປີທີ່ຜ່ານມາ. ສິ່ງທີ່ເປັນໜ້າສົນໃຈແມ່ນ: ເຖິງແມ່ນວ່າການເຕີບໂຕຢູ່ລະດັບສູງກໍ່ຕາມ, ແຕ່ ຫວຽດນາມ ຍັງຮັກສາໄດ້ສະຖຽນລະພາບດ້ານເສດຖະກິດມະຫາພາກ, ການຫັນປ່ຽນໂຄງການປະກອບເສດຖະກິດໃຫ້ຖືກທິດ, ດັດຊະນີຄ່າໃຊ້ຈ່າຍ (CPI) ເພີ່ມຂຶ້ນພຽງແຕ່ 2,57% ເມື່ອທຽບໃສ່ປີກາຍ, ນີ້ແມ່ນລະດັບເພີ່ມຂຶ້ນຕໍ່າສຸດພາຍໃນ 3 ປີມານີ້.

10 ເຫດການພົ້ນເດ່ັນຂອງຫວຽດນາມ ໃນປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 2

 2.  ສະເຫຼີມສະຫຼອງ 50 ປີແຫ່ງການປະຕິບັດຕາມຄຳພິໄນກຳຂອງປະທານໂຮ່ຈີມິນ, ຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດ,  ຄຸນສົມບັດ ຂອງເພິ່ນ, ຕິດພັນກັບວຽກງານກໍ່ສ້າງ, ປັບປຸງພັກ

        ໄລຍະ 50 ປີແຫ່ງການ ປະຕິບັດຕາມຄຳພິໄນກຳຂອງລຸງໂຮ່ ແມ່ນ ເສັ້ນທາງປະຫວັດສາດທີ່ສຳຄັນໃນພາລະກິດປະຕິວັດ ຫວຽດນາມ ໂດຍພັກນຳພາ, ຢັ້ງຢືນໄດ້ວ່າ ບໍ່ວ່າຢູ່ໃນສະພາບການໃດ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບເຮົາ ຍາມໃດກໍ່ສາມັກຄີກັນ, ເປັນຈິດໜຶ່ງໃຈດຽວ, ຢຶດໝັ້ນຕໍ່ເສັ້ນທາງທີ່ໄດ້ເລືອກ ນັ້ນແມ່ນເພື່ອໃຫ້ປະຊາຊົນຮັ່ງມີ, ປະເທດຊາດ ເຂັ້ມແຂງ, ປະຊາທິປະໄຕ, ຮຸ່ງເຮືອງ, ສີວິໄລ. ການປະຕິບັດຄຳພິໄນກຳຂອງລຸງໂຮ່ ຕິດພັນກັບການປະຕິບັດມະຕິສູນກາງພັກ ຄັ້ງທີ 4 ( ຊຸດທີ XI ແລະ XII) ກ່ຽວກັບການກໍ່ສ້າງ, ປັບປຸງພັກ ແລະ ຄຳສັ່ງ ເລກທີ 05 ຂອງກົມການເມືອງວ່າດ້ວຍການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດຂອງ ໂຮ່ຈີມິນ ປະກອບສ່ວນເຮັດໃຫ້ພັກເຮົາມີຄວາມເຂັ້ມແຂງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ຄຸນສົມບັດຢ່າງແທ້ຈິງ. 

10 ເຫດການພົ້ນເດ່ັນຂອງຫວຽດນາມ ໃນປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 3

3. ປ່ຽນແປງໃໝ່, ບູລະນະ ແລະ ເຮັດໃຫ້ກົງຈັກການຈັດຕັ້ງກະທັດລັດ

ໂດຍປະຕິບັດຕາມມະຕິກອງປະຊຸມຄັ້ງທີ 6 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຊຸດທີ 12; ການປັບປຸງ, ເພີ່່ມເຕີມເນື້ອໃນກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ; ກົດໝາຍວ່າດ້ວຍພາລະກອນ; ກົດໝາຍວ່າດ້ວຍການຈັດຕັ້ງລັດຖະບານ; ກົດໝາຍວ່າດ້ວຍການຈັດຕັ້ງອໍານາດການປົກຄອງທ້ອງຖິ່ນ...., ໃນເບື້ອງຕົ້ນ ທັງປະເທດ ຫຼຸດຜ່ອນໄດ້ 5 ຫົວໜ່ວຍບໍລິຫານຂັ້ນເມືອງ, ຫຼາຍກວ່າ 560 ຫົວໜ່ວຍບໍລິຫານຂັ້ນຕາແສງ; ຫຼຸດຜ່ອນໄດ້ 4 ອົງການຂຶ້ນກັບສູນກາງ, ນັບຮ້ອຍອົງການຂຶ້ນກັບເມືອງ, ກົມໃຫຍ່ ແລະ ອົງການທຽບເທົ່າ 7 ແຫ່ງ, 81 ກົມ ແລະ ຫົວໜ່ວຍທຽບເທົ່າກົມ, 73 ຫົວໜ່ວຍ ຢູ່ຂັ້ນສູນກາງ; ຫຼຸດຜ່ອນຈໍານວນຫ້ອງການ ແລະ ຫົວໜ່່ວຍທຽບເທົ່າຫ້ອງການໄດ້ຫຼາຍກວ່າ 2.600 ຫົວໜ່ວຍ... ບາງອົງການຈັດຕັ້ງພັກ ແລະ ບາງກົມກອງຄື ຄະນະພັກການທະຫານສູນກາງ, ຄະນະພັກຕໍາຫຼວດສູນກາງ ໄດ້ມີວິທີເຮັດຢ່າງຂ້ຽວຂາດ, ມີວິທະຍາສາດ ແລະ ມີປະສິດທິຜົນ.

        ໃນ 2 ປີທີ່ຜ່ານມາ, ໂດຍສະເພາະແມ່ນປີ 2019, ທັງປະເທດ ຫຼຸດຜ່ອນພະນັກງານໄດ້ຈໍານວນ 236.039 ຄົນ, ແຕ່ລະປີຫຼຸດງົບປະມານຂອງລັດຢ່າງໜ້ອຍສຸດ ແມ່ນ 10.000 ຕື້ ດົ່ງ. ວຽກງານການຈັດຕັ້ງກົງຈັກ ແລະ ພະນັກງານ ຕິດພັນກັບການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກທຸກຂັ້ນ ມຸ່ງໄປສູ່ກອງປະຊຸມໃຫຍ່ ຊຸດທີ 13 ຂອງພັກ ແມ່ນໄດ້ດໍາເນີນຢ່າງຄົບຊຸດ ແລະ ແໜ້ນແຟ້ນ. 

10 ເຫດການພົ້ນເດ່ັນຂອງຫວຽດນາມ ໃນປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 44. ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຮັບການຍູ້ແຮງ ແລະ ບັນລຸໝາກຜົນສໍາຄັນ

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍການນໍາພັກ, ລັດ ໄດ້ຕັດສິນໃຈປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້. ຜູ້ຕ້ອງຫາ, ຈໍາເລີຍນັບຮ້ອຍຄົນໃນຫຼາຍຄະດີໃຫຍ່ທີ່ກ່ຽວຂ້ອງເຖິງດ້ານເສດຖະກິດ, ໂດຍສະເພາະແມ່ນອາດຊະຍາກໍາສໍ້ລາດບັງຫຼວງກໍ່ຖືກນໍາມາພິພາກສາ, ໃນນັ້ນ ມີພະນັກງານຂັ້ນສູງຫຼາຍຄົນ, ນາຍ ແລະ ພົນຕໍາຫຼວດ, ທະຫານຈໍານວນໜຶ່ງ.

        ເພື່ອເພີ່ມທະວີການຄວບຄຸມສິດອໍານາດໃນວຽກງານພະນັກງານ ແລະ ປ້ອງກັນ, ຕ້ານການວີ້ງເຕັ້ນສິດອໍານາດ, ວີ້ງເຕັ້ນຕໍາແໜ່ງ, ກົມການເມືອງ ໄດ້ປະກາດໃຊ້ຂໍ້ກໍານົດເລກທີ 205. ນີ້ແມ່ນຂັ້ນຕອນຫັນມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ບັນດາມະຕິຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ກົມການເມືອງ ກ່ຽວກັບການກໍ່ສ້າງພັກ ແລະ ວຽກງານຈັດຕັ້ງພະນັກງານ ເປັນລະອຽດ. 

10 ເຫດການພົ້ນເດ່ັນຂອງຫວຽດນາມ ໃນປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 5

5. ບັນລຸຜົນງານຫຼາຍຢ່າງໃນຂົງເຂດພົວພັນຕ່າງປະເທດ

        ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ດ້ວຍຈໍານວນບັດສະໜັບສະໜູນສູງບັນລຸສະຖິຕິ (192/193 ບັດ); ຮັບຕໍາແໜ່ງເປັນປະທານ ອາຊຽນ ໃນປີ 2020; ຈັດຕັ້ງກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຢ່າງລອບຄອບຖີ່ຖ້ວນ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບ.

        ການເຊື່ອມໂຍງເຂົ້າກັບສາກົນ ແລະ ການທູດເສດຖະກິດ ຮັບໃຊ້ໃຫ້ແກ່ການພັດທະນາໄດ້ມີບາດກ້າວກະໂດດຂັ້ນ, ຜັນຂະຫຍາຍ ສັນຍາ CPTPP; ນອກຈາກນັ້ນຍັງລົງນາມໃນສັນຍາການຄ້າເສລີ ກັບ ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ ອີກດ້ວຍ.

10 ເຫດການພົ້ນເດ່ັນຂອງຫວຽດນາມ ໃນປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 6

6. ຂະແໜງກະສິກໍາຫັນໄປສູ່ການຜະລິດເປັນສິນຄ້າທີ່ມີຂອບຂະໜາດໃຫຍ່ຢ່າງແຮງ, ຍົກສູງສະມັດຕະພາບການຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນ.

        ເປັນຄັ້ງທໍາອິດໃນປະຫວັດສາດ, ຂະແໜງກະສິກໍາຂອງຫວຽດນາມ ຕ້ອງປະເຊີນໜ້າກັບໂລກອະຫິວາໝູ ອາຟະລິກາ ທີ່ແຜ່ລາມໄປທົ່ວປະເທດ, ອັນໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ຜູ້ລ້ຽງໝູ, ເຮັດໃຫ້ຊີ້ນໝູ່ຂາດຕະຫຼາດໃນຊຸມເດືອນທ້າຍປີ. ຍອດວົງເງິນສົ່ງອອກບັນລຸກວ່າ 41,3 ຕື້ USD, ມູນຄ່າສ່ວນເກີນການຄ້າບັນລຸ 10,4 ຕື້ USD, ອັດຕາປົກຄຸມປ່າບັນລຸ 41,8%, ມີ 54% ຕາແສງບັນລຸມາດຕະຖານຊົນນະບົດໃໝ່, 111 ຫົວໜ່ວຍຂັ້ນເມືອງບັນລຸມາດຕະຖານເມືອງກໍ່ສ້າງຊົນນະບົດໃໝ່.

        ແນວພັນເຂົ້າ ST25 ຂອງຫວຽດນາມ ໄດ້ລື່ນກາຍຄຸນນະພາບແນວພັນເຂົ້າຂອງ ໄທ, ກໍາປູເຈຍ ແລະ ອາເມລິກາ ເພື່ອກາຍເປັນແນວພັນເຂົ້າແຊບທີ່ສຸດຢູ່ໃນໂລກ, ປະກອບສ່ວນຍົກອິດທິພົນຊື່ສຽງຂອງເຂົ້າຫວຽດຢູ່ເວທີສາກົນ, ສ້າງກໍາລັງໜູນ ເພື່ອໃຫ້ບັນດາທ້ອງຖິ່ນ, ວິສາຫະກິດ ແລະ ຊາວກະສິກອນລົງທຶນໃສ່ການຜະລິດເຂົ້າໃຫ້ມີຄຸນນະພາບສູງ. 

10 ເຫດການພົ້ນເດ່ັນຂອງຫວຽດນາມ ໃນປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 7

7 ປະເທດຫວຽດນາມປະຕິບັດແຜນນະໂຍບາຍ, ມາດຕະການສະເໝີຕົ້ນສະເໝີປາຍ, ຢ່າງເດັດດ່ຽວ ແລະ ເໝາະສົມ ເພື່ອປົກປັກຮັກສາອະທິປະໄຕ, ສິດອຳນາດອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ

        ເດືອນ ກໍລະກົດ 2019, ຈີນ ໄດ້ນຳກຸ່ມກ່ຳປັ່ນ ໄຮ່ຢາງ 8 ດຳເນີນອັນທີ່ເອີ້ນວ່າ “ສຳຫຼວດ” ບ໋າຍຕືຈິ໊ງ, ລ່ວງລະເມີດເຂດເສດຖະກິດຈຳເພາະ ແລະ ເຂດໄຫຼ່ທະວີບຂອງຫວຽດນາມ. ລັດຖະບານ, ກະຊວງການຕ່າງປະເທດ, ບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ມີໜ້າທີ່ຂອງຫວຽດນາມ ໄດ້ຢຶດໝັ້ນຕໍ່ທັດສະນະຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ດ້ານອື່ນແມ່ນ, ຕັດສິນໃຈຕໍ່ສູ້, ປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ຢ່າງເຂັ້ມງວດ, ດຳເນີນບັນດາບາດກ້າວເດີນທີ່ເໝາະສົມເພື່ອປົກປັກຮັກສາເຂດອະທິປະໄຕທະເລຂອງຫວຽດນາມ ໄວ້ຢ່າງໝັ້ນຄົງ. ຫາງສຽງສາກົນ ແລະ ຫວຽດນາມ ກໍ່ລະມັດລະວັງ, ຮູ້ຈັກເຖິງ, ຄັດຄ້ານ ແລະ ສະກັດກັ້ນຍຸດໂທບາຍ “ຮຸກຮານວັດທະນະທຳ” ຂອງຈີນ ສຳລັບບັນດາການກະທຳຈັດພິມຈຳໜ່າຍແຜນທີ່ເສັ້ນ “ລີ້ນງົວ” 9 ຕອນຢ່າງຕໍ່ເນື່ອງໃສ່ບັນດາສື່ສິ່ງພິມວັດທະນະທຳ, ຮູບເງົາຈຳໜ່າຍອອກສູ່ທົ່ວໂລກ.

10 ເຫດການພົ້ນເດ່ັນຂອງຫວຽດນາມ ໃນປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 8

8 ຄະນະນັກກິລາຫວຽດນາມຍາດໄດ້ຜົນງານດີເດັ່ນຢູ່ SEA Games 30

        ຄວ້າໄດ້ຫຼຽນຄຳ 98 ຫຼຽນ ແລະ ຢືນອັນດັບທີ 2 ໃນຕາຕະລາງຈັດອັນດັບ ໄດ້ເປັນການຢັ້ງຢືນລະດັບກິລາຫວຽດນາມ ໃນການແຂ່ງຂັນລະດັບພາກພື້ນ. ໃນນັ້ນ, ສິ່ງທີ່ໜ້າປະທັບໃຈທີ່ສຸດແມ່ນທິມບານເຕະຍິງ ແລະ ທິມບານເຕະຊາຍ U22 ຂອງຫວຽດນາມ ຄວ້າໄດ້ຫຼຽນຄຳ; ນັກກິລາລອຍນ້ຳ ຫງວຽນຮຸຍຮ່ວາງ ໄດ້ທຳລາຍສະຖິຕິ SEA Games ແຂ່ງຂັນລອຍນ້ຳ 400ມ ເສລີຊາຍ ແລະ 1.500ມ ເສລີຊາຍ; ນັກກິລາແລ່ນ ແລະ ລານ ຫງວຽນທິແອງ ໄດ້ທຳລາຍສະຖິຕິ 3.000ມ ແລ່ນຂ້າມສິ່ງກີດຂວາງ; 4 ສະຖິຕິປະເພດກິລາຍົກນ້ຳໜັກຂອງ ລ້າຍຢາແທັ່ງ (55 ກິໂລກຣາມ)…

        ບັນດາຜົນສຳເລັດຢູ່ SEA Games 30 ພ້ອມກັບເລື່ອງທິມບານເຕະແຫ່ງຊາດຍື່ນອັນດັບທີ 1 ໃນຮອບຄັດເລືອກ World Cup ສິ້ນສຸດປີ 2019, ສ້າງທ່າສະດວກເພື່ອໃຫ້ປີ 2020 ສ້າງຄວາມໄຝ່ຝັນຈຸດຢືນທີ່ດີງາມກວ່າ - ລອດເຂົ້າຮອບຄັດເລືອກທີ 2 ຂອງ World Cup.

10 ເຫດການພົ້ນເດ່ັນຂອງຫວຽດນາມ ໃນປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 9

9 ສະພາແຫ່ງຊາດຫວຽດນາມຮັບຮອງເອົາກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ຍົກອາຍຸພັກກິນເບ້ຍບຳນານສຳລັບຜູ້ອອກແຮງງານຂຶ້ນ ແລະ ລົບລ້າງລະບອບພາລະກອນຕະຫຼອດຊີວິດ

ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ຮັບຮອງເອົາກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ), ໃນນັ້ນມາດຕາ 169 ກຳນົດ, ອາຍຸພັກກິນເບ້ຍບຳນານຂອງຜູ້ອອກແຮງງານໃນເງື່ອນໄຂອອກແຮງງານທຳມະດາ ໄດ້ປັບປຸງຕາມວິວັດການຈົນຮອດອາຍຸຄົບ 62 ປີ ສຳລັບຜູ້ອອກແຮງງານຊາຍໃນປີ 2028 ແລະ ຄົບ 60 ປີສຳລັບຜູ້ອອກແຮງງານຍິງໃນປີ 2035.

ສະພາແຫ່ງຊາດກໍ່ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍພະນັກງານ, ລັດຖະກອນ ແລະ ກົດໝາຍວ່າດ້ວຍພາລະກອນ. ໜຶ່ງໃນບັນດາຈຸດໃໝ່ຂອງກົດໝາຍສະບັບນີ້ແມ່ນຈະປະຕິບັດການລົບລ້າງຕຳແໜ່ງ “ພາລະກອນຕະຫຼອດຊີວິດ” ເພື່ອປະຕິບັດລະບອບເຊັນສັນຍາໂດຍມີການກຳນົດເວລາສຳລັບພາລະກອນ.

10 ເຫດການພົ້ນເດ່ັນຂອງຫວຽດນາມ ໃນປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 10

10 ບັນດາໄພສິ່ງແວດລ້ອມທີ່ເກີດຂຶ້ນໄດ້ຊີ້ໃຫ້ເຫັນຄວາມອ່ອນດ້ອຍຂອງບັນດາອົງການ, ຫົວໜ່ວຍທີ່ມີໜ້າທີ່ຮັບຜິດຊອບ

ຍັງບໍ່ທັນມີເວລາໃດບັນຫາມົນລະພິດສິ່ງແວດລ້ອມ, ນ້ຳຖ້ວມເຂດຕົວເມືອງຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ເກີນເທີ, ວິງ, ຟຸ໊ກວ໊ກ, ພິເສດແມ່ນມົນລະພິດອາກາດຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ບາງເຂດຕົວເມືອງໃຫຍ່ ໄດ້ເຖິງຂັ້ນກ່າວເຕືອນຢ່າງຮ້າຍແຮງຄືໃນໄລຍະຜ່ານມາ. ນອກຈາກບັນດາສາຍເຫດພາວະວິໄສແລ້ວ, ຍັງມີຫຼາຍບັນຫາທີ່ກ່ຽວຂ້ອງເຖິງໜ້າທີ່ຮັບຜິດຊອບຂອງອົງການຄຸ້ມຄອງ ແລະ ການປະຕິບັດຂອງບັນດາອົງການ, ວິສາຫະກິດ, ສ່ວນບຸກຄົນໃນການປົກປັກຮັກສາສິ່ງແວດລ້ອມ, ຍົກສູງຄຸນນະພາບໃນການດຳລົງຊີວິດ.


ຕອບກັບ

ຂ່າວ/ບົດ​ອື່ນ