10 ເຫດການພົ້ນເດັ່ນຂອງຫວຽດນາມໃນປີ 2012 ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ

ເຫດ​ການ​ທີ 1. ການສຳຫຼວດກວດ​ກາ, ຕຳ​ນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​ນິ​ຕິ​ຊົມ​ເພື່ອນ​ສະ​ຫາຍ​ຕາມ​ມະ​ຕິ​ສູນ​ກາງ​ທີ 4 (ຊຸດ​ທີ 11) ກາຍ​ເປັນ​ການ​ດຳ​ເນີນ​ຊີ​ວິດ​ດ້ານ​ການ​ເມືອງ​ຢ່າງເລິກ​ເຊິ່ງກວ້າງ​ຂວາງ, ເຂັ້ມ​ງວດ​ໃນ​ທົ່ວ​ພັກ, ໃນ​ເບື້ອງ​ຕົ້ນ​ໄດ້​ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ຢ່າງ​ຕັ້ງ​ໜ້າ

        ການສຳຫຼວດກວດ​ກາ, ຕຳ​ນິ​ຕິ​ຊົມ​ຕົນ​ເອງ ແລະ ຕຳ​ນິ​ຕິ​ຊົມ​ເພື່ອນ​ສະ​ຫາຍ​ຕາມ​ມະ​ຕິ​ສູນ​ກາງ​ທີ 4 ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ. ນີ້​ແມ່ນ​ວຽກ​ງານ​ເປັນ​ປ​ະ​ຈຳ, ຍາວ​ນານ ແລະ ຮອບ​ດ້ານ​ໃນ​ການກໍ່​ສ້າງ​ພັກ, ເຊິ່ງ​ກ່ຽວ​ຂ້ອງ​ເຖິງ​ຄວາມ​ເປັນ​ຕາຍ​ຂອງ​ພັກ, ການ​ຍື່ນ​ຍົງ​ຄົງ​ຕົວຂອງ​ລະ​ບອບ. ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ​ ຢືນ​ຢັນ​ວ່າ “ບົດ​ຮຽນ​​ຕົວ​ຈິງ​ຂອງ​​ປະ​ຫວັດ​ສາດຫວຽດ​ນາມ​ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ເມື່ອ​ພັກ​ເຮົາ​ຮັບ​ຮູ້​ໄດ້​ຄວາມ​ຜິດ​ພາດ, ຂໍ້​ຂາດ​ຕົກ​ບົກ​ຜ່ອງ ແລະ ຕັດ​ສິນ​ໃຈ​ແກ້​ໄຂ, ກຳ​ລັງ​ແຮງ​ຂອງ​ພັກຍິ່ງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ; ປະ​ຊາ​ຊົນ​ຍິ່ງ​ມີ​ຄວາມ​ເຊື່ອ​ໝັ້ນ, ຮັກ​ແພງ ແລະ ສະ​ໜັບ​ສະ​ໜູນ​ພັກ. ໃນ​ສະ​ພາບ​ການ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫ​ຍຸ້ງ​ຍາກ, ການ​ທ້າ​ທາຍ​ໃນ​ປະ​ຈຸ​ບັນ, ສິ່ງ​ດັ່ງ​ກ່າວ​ຍິ່ງ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ.”

10 ເຫດການພົ້ນເດັ່ນຂອງຫວຽດນາມໃນປີ 2012 ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 1
ກົມການເມືອງຈັດຕັ້ງກອງປະຊຸມພະນັກງານທົ່ວປະເທດແນະນຳການສຳຫຼວດກວດກາ
ຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍຕາມມະຕິສູນກາງທີ 4 ຊຸດທີ XI

        ເຫດ​ການ​ທີ 2, ມີຫຼາຍ​ເນື້ອ​ໃນ​ທີ່​ສຳ​ຄັນ​ໄດ້​ຮັບ​ການ​ປຶກ​ສາ​ຫາ​ລື ແລະ ຕົກ​ລົງ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 4 (ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ​ຊຸດ​ທີ 13)

        ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 4 (ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13), ສະ​ພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ​ປີ 1992 ແລະ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ); ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ການ​ລົງ​ມະ​ຕິ​ໄວ້​ວາງ​ໃຈ ​ສຳ​ລັບ​ບັນ​ດາ​ຕຳ​ແໜ່ງ​ໂດຍ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ປະ​ຊາ​ຊົນ​ເລືອກ​ຕັ້ງ ຫຼື​ເຊັນ​ອະ​ນຸ​ມັດ. ນີ້​ແມ່ນ​ການ​ຫັນ​ເປັນ​ລະ​ອຽດ​ບັນ​ດາ​ເນື້ອ​ໃນ​ເຊິ່ງກອງ​ປະ​ຊຸມ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຄັ້ງ​ທີ 5, ຄັ້ງ​ທີ 6  (ຊຸດ​ທີ 11) ຂອງ​ພັກ​​ໄດ້ຕົກ​ລົງ.

10 ເຫດການພົ້ນເດັ່ນຂອງຫວຽດນາມໃນປີ 2012 ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 2

ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ
XIII ປະສົບຜົນສຳເລັດຢ່າງຈົບງາມ

        ເຫດ​ການ​ທີ 3. ເສດ​ຖະ​ກິດ​ຫວຽດ​ນາມ​ ຍັງ​ຄົງ​ເປັນ​ປົກ​ກະ​ຕິ ແລະ ຮັກ​ສາ​ລະ​ດັບ​ເຕີບ​ໂຕ ດ້ວຍລະ​ດັບ GDP ເພີ່ມ​ຂຶ້ນກວ່າ 5%, ໄພ​ເງິນ​ເຟີ້​ຕ່ຳ​ກວ່າ 7%

        ນີ້​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອັນ​ໃຫ​ຍ່ຫຼວງ​ຂອງ​ທົ່ວ​ພັກ, ທົ່ວ​ກອງ​ທັບ, ທົ່ວ​ປວງ​ຊົນ​ ໃນ​ເງື່ອນ​ໄຂ​ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການແກ້​ໄຂຢ່າງ​ມີ​ປະ​ສິດ​ທິ​ຜົນ, ໄພ​ທຳ​ມະ​ຊາດ​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ການ​ກະ​ທົບ​​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພ້ອມ​ກັບ​ຜົນ​ສະ​ທ້ອນ​ບໍ່​ໜ້ອຍ​ຈາກວິ​ກິດ​ການ​ເສດ​ຖະ​ກິດ​ໂລກ. ບັນ​ດາ​ມາດ​ຕະ​ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ, ຕະຫຼາດ​ການ​ເງິນ, ທະ​ນາ​ຄານ ແລະ ການ​ລົງ​ທຶນ​ຄືນ​ໃໝ່​ ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍໃນ​ເບື້ອງ​ຕົ້ນ. ໃນ​ສະ​ພາບ​ທີ່​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກນັ້ນ, ແຕ່​ການ​ຜະ​ລິດ​ກະ​ສີ​ກຳ​ຍັງ​ຄົງ​ພັດ​ທະ​ນາ, ປະ​ກອບ​ສ່ວນ​ຮັກ​ສາ​ເສດ​ຖະ​ກິດ​ສັງ​ຄົມ​ເປັນ​ປົກ​ກະ​ຕິ: ຍອດ​ປະ​ລິ​ມານ​ການ​ຜະ​ລິດ​ທັນ​ຍາ​ຫານ​ທັງ​ປີ​ບັນ​ລຸ​ເກືອບ 44 ລ້ານ​ໂຕນ; ຍອດ​ວົງ​ເງິນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າຂອງ​ດົງ, ສິນ​ໃນ​ນ້ຳບັນ​ລຸກວ່າ 25 ຕື້​ໂດ​ລາ​ສະ​ຫະ​ລັດ, ໃນ​ນັ້ນ​ເຂົ້າ​ສານ, ກາ​ເຟ, ໝາກ​ຜິກ​ໄທ…ບຶນ​ຕົວ​ຂຶ້ນ​ຢືນ​ດັບ​ໜຶ່ງ​ຂອງ​ໂລກ.

10 ເຫດການພົ້ນເດັ່ນຂອງຫວຽດນາມໃນປີ 2012 ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 3

ປີ 2012, ເສດຖະກິດຫວຽດນາມ ຍັງເປັນປົກກະຕິ ແລະ ຮັກສາລະດັບເຕີບໂຕ
 ດ້ວຍ GDP ເພີ່ມຂຶ້ນກວ່າ 5%, ໄພເງິນເຟີ້ຕ່ຳກວ່າ 7%

        ເຫດ​ການ​ທີ 4. ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຢູ່​ເຂດ​ຊາຍ​ແດນ, ທະ​ເລ​ເກາະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ຈາກ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ

        ຫວຽດ​ນາມ​ມີ​ແຜນ​ນະ​ໂຍ​ບາຍ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນອັນ​ຄົບ​ຖ້ວນ​ຂອງ​ຊາດ​ ແລະ ແກ້​ໄຂການ​ພິ​ພາດ​ບົນ​ພື້ນ​ຖານ​ເຄົາ​ລົບ​ຄວາມ​ຈິງ​ປະ​ຫວັດ​ສາດ, ກົດ​ໝາຍ​ສາ​ກົນ, ໂດຍ​ຜ່ານ​ການ​ເຈ​ລະ​ຈາ, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ. ບໍ່​ພ​ຽງ​ແຕ່​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ນັກ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ເທົ່າ​ນັ້ນ, ຫາກ​​ປະ​ຊາ​ຊົນຫຼາຍ​ຄົນ, ໃນ​ນັ້ນ​ມີ​ຊາວ​ຫວຽດ​ນາມ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຕ່າງ​ປະ​ເທດ ໄດ້​ສະ​ໜອງ​ເອ​ກະ​ສານ, ຫຼັກ​ຖານ​ປະ​ຫວັດ​ສາດຫຼາຍ​ຢ່າງ​ ເຊິ່ງ​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ​ທີ່​ມີ​ຕໍ່​ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ.

10 ເຫດການພົ້ນເດັ່ນຂອງຫວຽດນາມໃນປີ 2012 ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 4

ຮູບພາບທຸງຊາດສີແດງດາວເຫຼືອງຢູ່ໝູ່ເກາະ ເຈື່ອງຊາໃຫຍ່, ເມືອງເກາະເຈື່ອງຊາ, ແຂວງແຄ໋ງຮ່ວາ

​        ເຫດ​ການ​ທີ 5. ປີ​ແຫ່ງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ແລະ ປີ​​ມິດ​ຕະ​ພາບ​ຫວຽດ​ນມ - ກຳ​ປູ​ເຈຍ ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ

        ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ຖືກ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ, ຢັ້ງ​ຢືນ​ຄວາມ​ສາ​ມັກ​ຄີ, ມິດ​ຕ​ະພາບ, ພ້ອມ​ກັນ​ຕັດ​ສິນ​ໃຈ​ສ້າງ​ສາ​ແຕ່​ລະ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ​ເຂັ້ມ​ແຂງ, ວັດ​ທະ​ນາ​ຖາ​ວອນ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ສາມ​ປະ​ເທດ​ອິນ​ດູ​ຈີນ​ອ້າຍ​ນ້ອງ. ໃນ​ນັ້ນ​ມີ​ງານ​ໂຮ​ມ​ຊຸມ​ນຸມ, ງານ​ພົບ​ປະ​ສ້າງ​ສັນ; ການ​ນຳ​ຂັ້ນ​ສູງ 3 ປະ​ເທດ​ດຳ​ເນີນ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ ແລະ ກັນ; ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ - ການ​ຄ້າ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖີ່ນ​ຕ່າງໆ​; ແລກ​ປ່ຽນ​ມິດ​ຕິ​ພາບ​ປະ​ຊາ​ຊົນ, ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ແລະ ກິ​ລາລະ​ຫວ່າງ​ສາມປະ​ເທດ.

10 ເຫດການພົ້ນເດັ່ນຂອງຫວຽດນາມໃນປີ 2012 ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 5
ສາຍພົວພັນທີ່ເປັນມູນເຊື້ອອັນດີງາມຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍ ໄດ້ຮັບການເພີ່ມພູມຄູນສ້າງຜ່ານລຸ້ນຕ່າງໆ

        ເຫດ​ການ​ທີ ​6. ຈຳ​ນວນ​ອຸ​ບັດ​ຕິ​ເຫດ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຖືກ​ບາດ​ເຈບ ຖືກຫຼຸດ​ລົງ​ຢ່າງ​ແຮງ​ໃນ​ປີແຫ່ງ​ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ

        ປີແຫ່ງ​ຄວາມ​ປອດ​ໄພ​ທາງ​ຄົມ​ມະ​ນາ​ຄົມ​ແຫ່ງ​ຊາດ ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ເຕິນ​ຢຸງ ປຸກ​ລະ​ດົມ​ທາງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ. ຕາມ​ຕົວ​ເລກ​ສະ​ຖິ​ຕິ, ອຸ​ບັດ​ຕິ​ເຫດ​ທາງ​ຄົມ​ມະ​ນາ​ຄົມ​ໄດ້ຫຼຸດ​ລົງ 17%, ຈຳ​ນວນ​ຜູ້​ເສຍ​ຊີ​ວິດຫຼຸດ​ລົງ 14%, ຈຳ​ນວນ​ຜູ້​ຖືກ​ບາດ​ເຈບຫຼຸດ​ລົງ 20%. ບັນ​ລຸ​ໄດ້​ຜົນ​ງານ​ດັ່ງ​ກ່າວ ແມ່ນ​ຍ້ອນ​ມີ​ການ​ຊີ້​ນຳ​ຢ່າງ​ເດັດ​ດຽວ​ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖີ່ນ​ຕ່າງໆ, ແລະ ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ຜ່ານ​ວຽກ​ງານ​ໂຄ​ສະ​ນາ​ຢ່າງ​ແຮງ​ຂອງ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ.


10 ເຫດການພົ້ນເດັ່ນຂອງຫວຽດນາມໃນປີ 2012 ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 6

ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ ສົ່ງສານປີແຫ່ງຄວາມປອດໄພທາງຄົມມະນາຄົມແຫ່ງຊາດ
ຜ່ານຄື້ນວິທະຍຸກະຈາຍສຽງຫວຽດນາມ

        ເຫດ​ການ​ທີ 7. ກໍ່​ສ້າງ​ສຳ​ເລັດຫຼາຍ​ກິດ​ຈະ​ກຳ​ຈຸດ​ສຸມ​ແຫ່ງ​ຊາດ

        ພາຍຫຼັງ 7 ປີ ແຫ່ງ​ການ​ກໍ່​ສ້າງ, ເຂື່ອນ​ໄຟ​ຟ້ານ້ຳຕົກ ເຊີນ​ລາ - ເຊິ່ງ​ແມ່ນ​ກິດ​ຈະ​ກຳເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ໃຫ​ຍ່ກວ່າ​ໝູ່​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້  ດ້ວຍ​ກຳ​ລັງ​ໄຟ​ຟ້າ 2.400 MW ໄດ້ເປີດ​ສະຫຼອງ​​ກ່ອນ​ກຳ​ນົດເວ​ລາ 3 ປີ, ອັນ​ໄດ້​ປະ​ຢັດ ແລະ ສ້າງ​ຜົນປະ​ໂຫຍດໃຫ້​ແກ່​ປະ​ເທດ 40.000 ຕື້​ດົ່ງ. ກ່ອນ​ນັ້ນ, ດ່າວ​ທຽມ​ໂທ​ລະ​ຄົມ VINASAT-2 ຖືກ​ຍິງ​ເຂົ້າ​ວົງ​ໂຄ​ຈອນ​ສຳ​ເລັດ​ຜົນ, ອັນ​ໄດ້​ຢືນ​ຢັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ຂອງ​ຫວຽດ​ນາມ​ໃນ​ຈັກ​ກະ​ວານ. ພ້ອມ​ກັນ​ນັ້ນ, ຫວຽດ​ນາມ ​ໄດ້​ລົງ​ມື​ກໍ່​ສ້າງ​ສູນ​ອາ​ວະ​ກາດ​ຫວຽດ​ນາມ​ ຢູ່​ເຂດ​ອຸດ​ສາ​ຫະ​ກຳ​ສູງ ຮ່​ວາ​ລາກ - ຮ່າ​ໂນ້ຍ.

10 ເຫດການພົ້ນເດັ່ນຂອງຫວຽດນາມໃນປີ 2012 ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 7

ພິທີຕັດແຖບຜ້າເປີດສະຫຼອງກິດຈະກຳເຂື່ອນໄຟຟ້ານ້ຳຕົກເຊີນລາ 

        ເຫດ​ການ​ທີ 8. ປີ 2012, 3 ອົງ​ການ​ຈັດ​ຕັ້ງ​ການ​ເມືອງ - ສັງ​ຄົມ​ທີ່​ສຳ​ຄັນຂອງຫວຽດ​ນາມ ຈັດກອງ​ປະ​ຊຸມ​ໃຫ​ຍ່​.

        ນັ້ນ​ແມ່ນກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ແມ່​ຍິງ​ທົ່ວ​ປະ​ເທດ​ຄັ້ງ​ທີ 11, ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ທົ່ວ​ປະ​ເທດ​ຄັ້ງ​ທີ 10, ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ຫວຽດ​ນາມ​ທົ່ວ​ປະ​ເທດ​ຄັ້ງ​ທີ 5. ຜ່ານກອງ​ປະ​ຊຸມ​ໃຫ​ຍ່, ສະ​ມາ​ຊິກ​ຊາວ​ໜຸ່ມ, ນັກ​ຮົບ​ເກົ່າ ແລະ ແມ່​ຍິງ​ຫວຽດ​ນາມ​ ສືບ​ຕໍ່​ຢັ້ງ​ຢືນ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳ​ພາ​ຂອງ​ພັກ, ເສັ້ນ​ທາງ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ ແລະ ສູ້​ຊົນ​ປະ​ກອບ​ກຳ​ລັງ​ຂອງ​ຕົນ ເພື່ອ​ກໍ່​ສ້າງ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ.

10 ເຫດການພົ້ນເດັ່ນຂອງຫວຽດນາມໃນປີ 2012 ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 8

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມກອມມູນິດ ໂຮ່ຈີມິນທົ່ວປະເທດ ຄົ້ງທີ 10

        ເຫດ​ການ​ທີ 9. ເຊີດ​ຊູ​ການ​ເຫຼື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ແລະ ແມ່​ພິມ​ດ້ວຍ​ໄມ້​ວັດ ວິ້ງ​ງຽມ

        ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທະ​ນະ​ທຳ​ສະ​ຫະ​ປະ​ຊາ​ຊາດ (UNESCO) ໄດ້​ຮັບ​ຮອງການ​ເຫຼື້ອມ​ໃສ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງຂອງ​ຊາວ​ຫວຽດ​ນາມ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ມີ​ຮູບ​ຮ່າງ ເປັນ​ຕົວ​ແທນ​ຂອງມວນ​ມະ​ນຸດ; ແລະ ຮັບ​ຮອງ​ແມ່​ພິມ​ຄຳ​ພີ​ດ້ວຍ​ໄມ້​ຂອງວັດ ວິ້ງ​ງຽມ (ແຂວງ​ບັກ​ຢາງ) ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ. ສິ່ງ​ດັ່ງ​ກ່າວ, ອີກ​ເທື່ອ​ໜຶ່ງ ໄດ້​ຢັ້ງ​ຢືນ​ບັນ​ດາ​ຄູນ​ຄ່າ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ທະ​ນະ​ທຳ​ຫວຽດ​ນາມ, ​ພ້ອມ​ທັງ​ວາງ​ອອກ​ຄວາມ​ຮຽກ​ຮ້ອງ​ອະ​ນຸ​ລັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ບູ​ຮານ, ວັດ​ທະ​ນະ​ທຳ​ທີ່​ມີ​ຮູບ​ຮ່າງ ແລະ ບໍ່​ມີ​ຮູບ​​ຮ່າງ.

10 ເຫດການພົ້ນເດັ່ນຂອງຫວຽດນາມໃນປີ 2012 ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 9

ການເຫຼື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງກາຍເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ຕາງໜ້າໃຫ້ມວນມະນຸດ

        ເຫດ​ການ​ທີ 10. ກິ​ລາ​ຫວຽດ​ນາມ​ ບໍ່​ໄດ້​ຮັບ​ຜົນ​ຢູ່ ໂອ​ລີມ​ປິກ ລອນດອນ 2012 ແລະ ການ​ແຂ່ງ​ຂັນ​ບານ​ເຕະຊິງ​ຊະ​ນະ​ເລີດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

        ຄະ​ນະ​ກິ​ລາ​ຫວຽດ​ນາມ​ບໍ່​ໄດ້​ຮັບຫຼຽນ​ຢູ່ໂອ​ລີມ​ປິກ ລອນດອນ. ໃນ​ຂະ​ນະ​ນັ້ນ​ທິມ​ຊາດ​ບານ​ເຕະ​ຫວຽດ​ນາມ​ ຖືກ​ປັດ​ເຂ່ຍ​ອອກ​ຈາກການ​ແຂ່ງ​ຂັນ​ບານ​ເຕະ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (AFF Cup). ສິ່ງ​ດັ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ກິ​ລາ​ຫວຽດ​ນາມ​ ຍັງ​ມີ​ວຽກ​ງານຫຼາຍ​ຢ່າງ​ທີ່​ຈະ​ຕ້ອງ​ເຮັດ ເພື່ອ​ມີ​ບາດ​ກ້າວ​ຢ່າງ​ໝັ້ນ​ຄົງ ໂດຍລະ​ອຽດແມ່ນ​ແຜນ​ຍຸດ​ທະ​ສາດ, ກ​ານ​ຄຸ້ມ​ຄອງ, ການ​ລົງ​ທຶນ, ການ​ເຝິກ​ແອບ, ການ​ບຳ​ລຸງ​ສ້າງ​ຖັນ​ແຖວ​​ນັກ​ກິ​ລາທັງ​ມີ​ຈິດ​ໃຈ ທັງ​ມີ​​ຄວາມ​ສາ​ມາດ.

10 ເຫດການພົ້ນເດັ່ນຂອງຫວຽດນາມໃນປີ 2012 ໂດຍວິທະຍຸກະຈາຍສຽງຫວຽດນາມເລືອກເຟັ້ນ - ảnh 10

ທິມຊາດບານເຕະຫວຽດນາມຖືກປະລາໄຊໃນຮອບຄັດເລືອກ AFF cup

       

ຕອບກັບ

ຂ່າວ/ບົດ​ອື່ນ