10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ

(VOVWORLD) -ປີ 2021, ເສດຖະກິດໂລກໄດ້ຄາດຄະເນບັນລຸລະດັບເຕີບໂຕ 5-6%, ເປັນການຫັນປຽນຢ່າງຕັ້ງໜ້າເມື່ອທຽບໃສ່ລະດັບການເຕີບໂຕ ລົບ 4,4% ຂອງປີ 2020.
10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 1ປີ 2021 ແມ່ນປີທີ 2 ທີ່ໂລກລະບາດໂຄວິດ - 19 ຄຸກຄາມດ້ວຍກະແສຕິດແປດຮ້າຍແຮງກວ່າ
(ພາບ: Reuters)

1. ໂລກລະບາດໂຄວິດ - 19 ສືບຕໍ່ການຄຸກຄາມ

        ປີ 2021 ແມ່ນປີທີ 2 ທີ່ໂລກລະບາດໂຄວິດ - 19 ຄຸກຄາມດ້ວຍກະແສຕິດແປດຮ້າຍແຮງກວ່າ, ໄດ້ເກີດຄວາມເສຍຫາຍຫຼາຍກວ່າຍ້ອນການເກີດໃໝ່ຂອງບັນດາສາຍພັນໄວລັດ SARS – CoV – 2 ຄື Delta, Omicron… ຮອດທ້າຍເດືອນທັນວາປີ 2021, ໃນໂລກມີກວ່າ 280 ລ້ານຄົນຕິດໂລກລະບາດ ໂຄວິດ - 19, ເກືອບ 5,5 ລ້ານຄົນເສຍຊີວິດ. ດ້ວຍວັກຊິນຫຼາຍຊະນິດໄດ້ຜະລິດໃໝ່, ຫຼາຍປະເທດໄດ້ຮັບມືປອດໄພເທື່ອລະກ້າວ, ທັງຄວບຄຸມໂລກລະບາດ, ທັງເປີດປະຕູປະເທດ, ຟື້ນຟູເສດຖະກິດຄືນໃໝ່. ເຖິງຢ່າງໃດກໍ່ຕາມ, ການເກີດສາຍພັນໃໝ່ຢ່າງລຽນຕິດໄດ້ສ້າງສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ວິວັດການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19.

10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 2(ພາບປະກອບ: vov.vn)

2. ເສດຖະກິດໂລກປີ 2021 ມີສັນຍານຟື້ນຟູ

        ປີ 2021, ເສດຖະກິດໂລກໄດ້ຄາດຄະເນບັນລຸລະດັບເຕີບໂຕ 5-6%, ເປັນການຫັນປຽນຢ່າງຕັ້ງໜ້າເມື່ອທຽບໃສ່ລະດັບການເຕີບໂຕ ລົບ 4,4% ຂອງປີ 2020. ການສັກວັກຊິນຢ່າງທົ່ວເຖິງໂດຍໄວ ແລະ ການຜັນຂະຫຍາຍບ້ວງເງິນສົ່ງເສີມເສດຖະກິດກ້ອນໃຫຍ່, ໂດຍສະເພາະແມ່ນຢູ່ “ພື້ນຖານເສດຖະກິດແຖວໜ້າ” ຄື ອາເມລິກາ, ເອີຣົບ ແລະ ຈີນ, ຍັງເປັນກຳລັງໜູນຫຼັກແຫຼ່ງຂອງວິວັດການຟື້ນຟູເສດຖະກິດທົ່ວໂລກ. ເຖິງຢ່າງໃດກໍ່ຕາມ, ດ້ວຍລະດັບຜົນເສຍຫາຍປະມານ 3,3 ພັນຕື້ USD ກັບຫຼາຍລ້ານຄົນທີ່ເສຍວຽກເຮັດງານທຳ ແລະ ລະບົບການສະໜອງທົ່ວໂລກຖືກຂາດສະບັ້ນ, ຄວາມສາມາດເຄື່ອນໄຫວຂອງພື້ນຖານເສດຖະກິດໂລກໃນປີ 2022 ຍັງຂຶ້ນກັບສະພາບການໂລກລະບາດໂຄວິດ - 19 ຫຼາຍທີ່ສຸດ.

10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 3ກອງປະຊຸມ COP26
(ພາບ: Reuters)

3. ຄວາມຫວັງໃໝ່ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດໃນໂລກຈາກກອງປະຊຸມ COP26

        ວັນທີ 13 ພະຈິກ ປີ 2021, ທີ່ກອງປະຊຸມຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, 197 ປະເທດໄດ້ຮັບຮອງເອົາ “ສົນທິສັນຍາວ່າດ້ວຍດິນຟ້າອາກາດ Glassgow”. ທີ່ກອງປະຊຸມ, 100 ປະເທດໄດ້ໃຫ້ຄຳໝັ້ນສັນຍາຢຸດການທຳລາຍປ່າໄມ້, ຫຼຸດການປ່ອຍອາຍພິດເມຕານລົງ 30% ໃນປີ 2030. ພິເສດ, 2 ປະເທດທີ່ມີການປ່ອຍອາຍພິດຫຼາຍທີ່ສຸດໃນໂລກແມ່ນ ອາເມລິກາ ແລະ ຈີນ ໄດ້ອອກຖະແຫຼງການຮ່ວມ, ໃຫ້ຄຳໝັ້ນສັນຍາຈະຮ່ວມມືກັນ ສ້າງຍຸດທະສາດຍາວນານຕ້ານການປ່ຽນແປງຂອງດິນຟ້າອາກາດ. ໝາກຜົນຂອງກອງປະຊຸມນຳເອົາຄວາມຫວັງໃໝ່ມາໃຫ້ທົ່ວໂລກເພື່ອສະກັດກັ້ນຜົນກະທົບຢ່າງຮ້າຍແຮງຈາກການປ່ຽນແປງຂອງດິນຟ້າອາກາດ.

10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 4ສະພາບວຸ່ນວາຍເມື່ອບັນດາທະຫານ ອາເມລິກາ ຄົນສຸດທ້າຍໄດ້ອອກຈາກ Afghanistan
(ພາບ: Getty Images)

4. ອາເມລິກາ ຖອນທະຫານອອກຈາກ Afghanistan ພາຍຫຼັງສົງຄາມເປັນເວລາ 20 ປີ, Taliban ກັບຄືນກຳອຳນາດ

ວັນທີ 30 ສິງຫາປີ 2021, ບັນດາທະຫານອາເມລິກາ ຄົນສຸດທ້າຍ ໄດ້ອອກຈາກ Afghanistan, ເລີ່ມຕົ້ນການສິ້ນສຸດສົງຄາມທີ່ແກ່ຍາວທີ່ສຸດໃນປະຫວັດສາດປະເທດອາເມລິກາ. ພາຍຫຼັງເວລາ 20 ປີ, ທະຫານອາເມລິກາ ແລະ ພັນທະມິດ 3500 ຄົນ ພ້ອມດ້ວຍທະຫານ ແລະ ປຊຊ Afghanistan ນັບໝື່ນຄົນ ໄດ້ເສຍຊີວິດຢູ່ Afghanistan,   ກາຍເປັນຄວາມຫຼອກຫຼອນ      ສຳລັບປະເທດອາເມລິກາ. ບໍ່ພຽງແຕ່ເທົ່ານັ້ນ, ວັນທີ 15 ສິງຫາປີ 2021, ກຳລັງ Taliban ໄດ້ຄວບຄຸມນະຄອນຫຼວງ Kabul ພາຍຫຼັງໄດ້ຍາດເອົາສິດຄວບຄຸມເຂດດິນແດນອື່ນໆເກືອບທັງໝົດຂອງ Afghanistan, ອັນໄດ້ເຮັດໃຫ້ອະນາຄົດຂອງປະເທດອາຊີໃຕ້ນີ້ຕົກເຂົ້າສູ່ສະພາບການໂອ່ນເອນ ແລະ ໜ້າວິຕົກກັງວົນ.

10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 5(ພາບປະກອບ: vov.vn)

5. ອາເມລິກາ-ຈີນ ສືບຕໍ່ແກ່ງແຍ້ງຍຸດທະສາດທີ່ເຄັ່ງຕຶງ ແຕ່ບໍ່ເກີນຄວາມຄວບຄຸມ

ນັບແຕ່ໄດ້ກາຍເປັນປະທານາທິບໍດີຄົນທີ 46 ຂອງອາເມລິກາ ເມື່ອວັນທີ 20 ມັງກອນປີ 2021, ທ່ານ Joe Biden ໄດ້ອອກແຮງກໍ່ສ້າງແນວໂຮມສຳພັນທະມິດໃໝ່ ຮັບມືກັບຈີນ. ການແກ່ງແຍ້ງຍຸດທະສາດອາເມລິກາ-ຈີນ ກາຍເປັນການສູ້ຢັນກັນຢ່າງຮອບດ້ານ, ຂ້ຽວຂາດກ່ວາ. ໃນນັ້ນ, ອາເມລິກາ ຮຽກຮ້ອງໃຫ້ຈີນ ຕ້ອງປະນີປະນອມໃນບັນຫາ ໄທເປ-ຈີນ, ທະເລຕາເວັນອອກ, ທະເລຮວາຕຸງ, ປະຊາທິປະໄຕ, ສິດທິທະນຸດ…. ສ່ວນຈີນ ກໍ່ບໍ່ໄດ້ປະນີປະນອມ ຫາກຍັງໄດ້ເພີ່ມທະວີກຳລັງແຮງພາຍໃນ ເພື່ອແນໃສ່ແກ່ງແຍ້ງທີ່ຕັ້ງເປັນພື້ນຖານເສດຖະກິດໃຫ່ຍກວ່າໝູ່ໃນໂລກຂອງອາເມລິກາ. ເຖິງວ່າ ບໍ່ໄດ້ປະນີປະນອມ ແລະ ຕົກລົງກັນກໍ່ຕາມ, ແຕ່ທັງອາເມລິກາ ແລະ ຈີນ ຍັງໄດ້ສົ່ງສັນຍານວ່າພ້ອມແລ້ວທີ່ຈະເຈລະຈາ, ບໍ່ປະໃຫ້ຄວາມເຄັ່ງຕຶງ ແລະ ການສູ້ຢັນກັນເກີນການຄວບຄຸມ.

10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 6ກົນໄກ AUKUS ໄດ້ຊ່ວຍຮັດແໜ້ນການພົວພັນສາມຝ່າຍ ອາເມລິກາ, ອັງກິດ ແລະ ອົດສະຕາລີ
(ພາບ: Reuters)

6. ສຳພັນທະມິດ AUKUS ໄດ້ສ້າງຕັ້ງຂຶ້ນ ເຮັດໃຫ້ປ່ຽນແປງສະພາບການຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ຢ່າງເລິກເຊິ່ງ.

ຂໍ້ຕົກລົງວ່າດ້ວຍການປ້ອງກັນຄວາມສະຫງົບ 3 ຝ່າຍລະຫວ່າງ ອາເມລິກາ, ອັງກິດ ແລະ ອົດສະຕາລີ (AUKUS) ລົງນາມເມື່ອວັນທີ 15 ກັນຍາ ໄດ້ເປັນຂີດໝາຍແຫ່ງບາດກ້າວເດີນໃໝ່ຂອງອາເມລິກາ ໃນຍຸດທະສາດຫັນທິດໄປສູ່ມະຫາສະໝຸດອິນເດຍ-ປາຊີຟິກ, ພ້ອມທັງສ້າງການປ່ຽນແປງໃຫ່ຍຫຼວງ ໃນຍຸດທະສາດຂອງພາກພື້ນ. ກົນໄກ AUKUS ໄດ້ຊ່ວຍຮັດແໜ້ນການພົວພັນສາມຝ່າຍ ອາເມລິກາ, ອັງກິດ ແລະ ອົດສະຕາລີ, ແຕ່ໄດ້ເຮັດໃຫ້ເພີ່ມຄວາມເຄັ່ງຕຶງໃນການພົວພັນລະຫວ່າງອາເມລິກາ-ຈີນ ກໍ່ຄືກໍ່ຄວາມແຕກແຫງໃນການພົວພັນລະຫວ່າງອາເມລິກາ ແລະ ສຳພັນທະມິດເອີລົບ.

10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 7ໄລຍະກຳອຳນາດຂອງທ່ານນາງ Merkel ໄດ້ສິ້ນສຸດລົງພາຍຫຼັງນຳພາປະເທດ ເຢຍລະມັນ ເປັນເວລາ 16 ປີ
(ພາບ: Reuters)

7. ສະໄໝກຳອຳນາດຂອງທ່ານນາງ Merkel ໄດ້ສິ້ນສຸດລົງ-ຄວາມມຸ່ງຫວັງຕໍ່ອະນາຄົດໃຫ້ແກ່ປະເທດເຢຍລະມັນ ກໍ່ຄືເອີລົບ.

ໄລຍະກຳອຳນາດຂອງທ່ານນາງ Merkel ໄດ້ສິ້ນສຸດລົງ ຂະນະທີ່ສະພາຕ່ຳເຢຍລະມັນ ໄດ້ໃຫ້ສັດຕະຍາບັນທ່ານ Olaf Schozl ເປັນນາຍົກລັດຖະມົນຕີ ເຢຍລະມັນ ເມື່ອວັນທີ 8 ທັນວາ. ໃນເວລາ 16 ປີທີ່ກຳອຳນາດ, ທ່ານນາງນາຍົກລັດຖະມົນຕີ Merkel ໄດ້ນຳພາປະເທດ ເຢຍລະມັນ ແລະ ອີຢູ ຜ່ານຜ່າຫຼາຍວິກິດການໃຫ່ຍຄື: ວິກິດການດ້ານການເງິນປີ 2008, ວິກິດການອົບພະຍົບປີ 2015, ວິກິດການໜີ້ສາທາລະນະປີ 2010, ວິວັດການ Brexit…, ນຳປະເທດເຢຍລະມັນ ກາຍເປັນ “ປະເທດແຖວໜ້າ” ຂອງເອີລົບ ຢ່າງແທ້ຈິງ ພ້ອມທັງຊຸກຍູ້ວິວັດການ “ຫັນເອີລົບ ເປັນພາກພື້ນດຽວ” ໂດຍໄວ. ຍ້ອນເຫດນັ້ນ, ເລື່ອງທ່ານນາງ Merkel ຖອນຕົວອອກຈາກເວທີການເມືອງ ໄດ້ກໍ່ໃຫ້ເກີດຄວາມວິຕົກກັງວົນ ກ່ຽວກັບຊ່ອງຫວ່າງລະຫ່າງປະເທດເຢຍລະມັນ ແລະ ອີຢູ, ແຕ່ກໍ່ໄດ້ມີຄວາມຫວັງກ່ຽວກັບການປ່ຽນແປງໃນໄລຍະຈະມາເຖິງ.

10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 8ສະພາບຄວາມຂາດສະຖຽນລະພາບດ້ານການເມືອງ, ສັງຄົມເກີດຂຶ້ນຢູ່ຫຼາຍປະເທດໃນໂລກ
(ພາບປະກອບ: Reuters)

8. ການລັດຖະປະຫານຢູ່ມຽນມາ, ຊູດັງ, ກີເນ…

ວັນທີ 1 ກຸມພາປີ 2021, ສະຫະພັນແຫ່ງຊາດເພື່ອປະຊາທິປະໄຕ, ຂຶ້ນກັບລັດຖະບານພົນລະເຮືອນ ມຽນມາ ຖືອຳນາດການປົດຄອງທາງການທະຫານຢຶດເອົາສິດອຳນາດການປົກຄອງພົນລະເຮືອນ. ຢູ່ອາຟຼິກກາ, ຊູດັງ ໄດ້ຕົກເຂົ້າສູ່ສະພາບວິກິດການດ້ານການເມືອງ ພາຍຫຼັງທີ່ກອງທັບໄດ້ຍຸບເລີກລັດຖະບານ ແບ່ງປັນສິດອຳນາດຊູດັງ ແລະ ປະກາດສະພາວະສຸກເສີນເມື່ອວັນທີ 25 ຕຸລາປີ 2021. ປີ 2021, ອາຟຼິກກາ ກໍ່ໄດ້ເຫັນປະຈັກຕາການລັດຖະປະຫານຢູ່ ມາລີ, ກີເນ…

10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 9(ພາບປະກອບ: vov)

9. ການພົວພັນລະຫວ່າລັດເຊຍ-ຝ່າຍຕາເວັນຕົກ ອາດຈະເກີດຄວາມແຕກແຫງ

ປີ 2021, ການພົວພັນລະຫວ່າງ ລັດເຊຍ-ຢູແກຼນ ເກີດຄວາມເຄັ່ງຕຶງໂດຍກະທັນຫັນ ດ້ວຍເລື່ອງສອງຝ່າຍ ແລະ ທັງອາເມລິກາ ໄດ້ເພີ່ມທະວີການຜັນຂະຫຍາຍກຳລັງທະຫານໄປຍັງເຂດຊາຍແດນສອງປະເທດ. ເລີ່ມຈາກບັນດາບັນຫາຢູ່ທະເລບານຕິກ ເຖິງທະເລດຳ ຕະຫຼອດຮອດວິກິດການອົບພະຍົບຢູ່ເຂດຊາຍແດນ ໂປໂລຍ-ເບລາຣຸດ, ໄພອັນຕະລາຍເກີດການປະທະກັນລະຫວ່າງຝ່າຍຕາເວັນຕົກ ແລະ ລັດເຊຍ ພວມຢູ່ໃນລະດັບສູງສຸດນັບແຕ່ສະໄໝສົງຄາມເຢັນ. ວັນທີ 17 ທັນວາ, ລັດເຊຍ ໄດ້ປະກາດຮ່າງສົນທິສັນຍາລວມ 8 ຂໍ້ກັບຝ່າຍຕາເວັນຕົກ ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງຢູ່ ເອີລົບ ແລະ ຜ່ອນຄາຍວິກິດການ ຢູແກຼນ. ຖ້າບໍ່ບັນລຸໄດ້ບັນດາຂໍ້ຕົກລົງໃໝ່, ການພົວພັນລະຫວ່າງລັດເຊຍ-ຝ່າຍຕາເວັນຕົກ ອາດຈະເກີດຄວາມເຄັ່ງຕຶງ.

10 ເຫດການສາກົນທີ່ພົ້ນເດັ່ນປີ 2021 ໂດຍວິທະຍຸກະຈາຍສຽງຫວຽດນາມ ຄັດເລືອກ - ảnh 10ຖ້ຽວບິນການຄ້າຖ້ຽວທຳອິດເຂົ້າວົງໂຄຈອນຂອງໜ່ວຍໂລກ
(ພາບ: Reuters)

10. ຖ້ຽວບິນການຄ້າຖ້ຽວທຳອິດເຂົ້າວົງໂຄຈອນຂອງໜ່ວຍໂລກໄດ້ເປີດສັງກະລາດໃໝ່ໃຫ້ແກ່ການເດີນອາວະກາດ

ຕອນຄ່ຳວັນທີ 15 ກັນຍາປີ 2021 ຕາມເວລາອາເມລິກາ, ກຸ່ມບໍລິສັດເຕັກໂນໂລຊີ SpaceX ໄດ້ຍິງຍານອາວະກາດສຳເລັດຜົນ, ນຳແຂກຂະບວນທຳອິດໃນໂລກໄປທ່ອງທ່ຽວຢູ່ວົງໂຄຈອນຂອງໜ່ວຍໂລກ. ນີ້ແມ່ນເຫດການສ້າງຂີດໝາຍຢ່າງກ້າວກະໂດດຂັ້ນ ທີ່ມີຄວາມຄາດຫວັງທີ່ສຸດຂອງຂະແໜງທ່ອງທ່ຽວຈັກກະວານໂລກ. ນອກຈາກກຸ່ມບໍລິສັດເຕັກໂນໂລຊີ SpaceX ແລ້ວ, ບັນດາບໍລິສັດຈັກກະວານແຖວໜ້າໂລກ ຄື Virgin Galactic, Blue Origin ກໍ່ໄດ້ທົດລອງບັນດາຖ້ຽວບິນເອກະຊົນ ນຳແຂກທ່ອງທ່ຽວຂຶ້ນສູ່ວົງໂຄຈອນ, ຊື່ງໄດ້ເປີດທາງໃຫ້ຂະແໜງທ່ອງທ່ຽວນັກກະວານໂລກມີການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ