10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2020

(VOVWORLD) - 10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2020 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຄັດເລືອກ
10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2020 - ảnh 1

1.  ໂລກລະບາດໂຄວິດ 19 ໄດ້ກໍ່ໃຫ້ເກີດວິກິດການຮອບດ້ານທີ່ບໍ່ເຄີຍມີມາກ່ອນ, ສົ່ງຜົນກະທົບໄປທົ່ວໂລກ

ຈາກຜູ້ຕິດເຊື້ອໂຄວິດ 19 ລາຍທຳອິດຢູ່ ອູຫັ່ນ ປະເທດຈີນເມື່ອວັນທີ 17 ພະຈິກປີ 2019, ໂລກລະບາດໄດ້ແຜ່ລາມອອກສູ່ວົງກວ້າງເຖິງ 5 ທະວີບ ແລະ ຮອດເດືອນ ທັນວາປີ 2020 ເຮັດໃຫ້ ກວ່າ 83 ລ້ານຄົນຖືກຕິດເຊື້ອ ແລະ ກວ່າ 1.8 ລ້ານ ຄົນຖືກເສຍຊີວິດ ແລະ ຕົວເລກນີ້ຍັງຈະເພີ່ມຂຶ້ນອີກ. ອາເມລິກາ, ອິນເດຍ, ບຣາຊີນ, ລັດເຊຍ ແມ່ນບັນດາປະເທດຖືກຜົນສະທ້ອນຢ່າງຫນັກຫນ່ວງກວ່າໝູ່.

ທະນາຄານໂລກ(WB) ຄາດຄະເນວ່າ ໂລກລະບາດໂຄວິດ 19 ເຮັດໃຫ້ GDP ທົ່ວໂລກ ຫລຸດລົງ 3-6% ແລະ ກໍ່ຄວາມເສຍຫາຍຢ່າງຫນ້ອຍສຸດແມ່ນ 5.000 ຕື້ USD ແລະກໍ່ໃຫ້ເກີດວິກິດການຮອບດ້ານ, ສ້າງຄວາມປ່ຽນແປງຢ່າງເລິກເຊິ່ງໃນຊີວິດການເປັນຢູ່ຂອງປະຊາຊົນ, ກໍ່ຄືດ້ານເສດຖະກິດ, ການເມືອງ, ການທູດ, ວັດທະນະທຳ, ກິລາ, ການສັນຈອນໄປມາຂອງບັນດາປະເທດ ແລະ ບັນດາການພົວພັນສາກົນ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2020 - ảnh 2

2/ ການເລືອກຕັ້ງປະທານາທິບໍດີ ອາເມລິກາ : ການແຂ່ງຂັນເປັນຫນ້າຕືນເຕັ້ນ ລະຫວ່າງທ່ານ Donald Trum ແລະ ທ່ານ Joe Biden

ນີ້ແມ່ນການເລືອກຕັ້ງໂດຍມີ ຜູ້ມີສິດເລືອກຕັ້ງໄປປ່ອນບັດເປັນຈຳນວນຫລາຍສຸດໃນປະຫວັດສາດ ອາເມລິກາ. ການເລືອກຕັ້ງນີ້ ສະແດງໃຫ້ເຫັນການແບ່ງແຍກຢ່າງເລິກເຊິ່ງໃນສັງຄົມ ແລະ ວົງການການເມືອງ ອາເມລິກາ.  ນັບທັງຈຸດເວລາ ທ່ານ Joe Biden ຍາດໄດ້ໄຊຊະນະຢ່າງເປັນທາງການ ແຕ່ທ່ານ Donald Trump ກໍ່ບໍ່ຍອມຮັບປະລາໄຊ ແລະ ອອກຄຳກ່າວຫາເປັນຫລາຍຄັ້ງວ່າມີການສໍ້ໂກງໃນການເລືອກຕັ້ງ. ສ້າງຄວາມສາມັກຄີໃນອາເມລິກາ ແລະ ການຟື້ນຟູບັນດາການພົວພັນພັນທະມິດທີ່ຖືກແຕກແຫງກໍ່ຄືການແກ້ໄຂໂລກລະບາດໂຄວິດ 19 .. ແມ່ນສິ່ງທ້າທາຍໃຫຍ່ຂອງອຳນາດການປົກຄອງ Joe Biden.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2020 - ảnh 3

3/ ການແກ້ງແຍ່ງຍຸດທະສາດ ອາເມລິກາ -ຈີນ ສືບຕໍ່ເຄັ່ງຕຶງ

ຄວາມເຄັ່ງຕຶງ ລະຫວ່າງ ອາເມລິກາ - ຈີນ ຈາກດ້ານການຄ້າໄດ້ຫັນມາເປັນຄວາມຂັດແຍ້ງຮອບດ້ານ, ເຊິ່ງຫນ້າ ແລະ ດຸເດືອດກວ່າ. ຈາກການໂຕ້ຖຽງກ່ຽວກັບຕົ້ນກຳເນີດ ແລະ ວິທີແກ້ໄຂໂລກລະບາດໂຄວິດ 19, ຄວາມເຄັ່ງຕຶງ ອາເມລິກາ - ຈີນ ປີນຂັ້ນໄດໃນຂົງເຂດເຕັກໂນໂລຊີ, ການທູດ ເມື່ອສອງຝ່າຍອອກຄຳສັ່ງປິດປະຕູກົງສູນຂອງກັນດ້ວຍຄຳກ່າວຫາກ່ຽວຂ້ອງເຖິງການເຄື່ອນໄຫວນັກສືບເສດຖະກິດ ແລະ ເຕັກໂນໂລຊີ. ລັດຖະບານ ອາເມລິກາ ໄດ້ຫ້າມ ບໍ່ໃຫ້ດາວໂລດ ໂປແກມ TikTok  ແລະ WeChat ຂອງຈີນ ຢູ່ດິນແດນ ອາເມລິກາ, ຈັດວາງການລົງໂທດ ແລະ ຫ້າມວິສາຫະກິດຂະຫນາດໃຫຍ່ຫລາຍແຫ່ງຂອງຈີນ.

ການແກ້ງແຍ່ງຍຸດທະສາດ ອາເມລິກາ - ຈີນ ບໍ່ພຽງແຕ່ຢູ່ໃນດ້ານເສດຖະກິດເທົ່ານັ້ນ ຫາກຍັງແຜ່ລາມໄປທົ່ວທຸກຂົງເຂດອີກ້ດວຍ. ການແກ້ງແຍ່ງຮອບດ້ານນີ້ພວມສົ່ງຜົນກະທົບຢ່າງແຮງໄປທົ່ວໂລກ ແລະ ຄາດວ່າຈະແກ່ຍາວອີກ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2020 - ảnh 4

4/ ພິທີເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ RCEP - ກຳນົດໂຄງສ້າງກຸ່ມການຄ້າໃຫຍ່ສຸດໂລກ

ພິທີເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ ແມ່ນຈຸດເວລາປະຫວັດສາດ, ສ້າງຂີດໝາຍຕໍ່ເລື່ອງ ບັນດາປະເທດ ອາຊຽນ ດ້ວຍບົດບາດໃຈກາງຂອງຕົນໄດ້ພ້ອມກັບບັນດາປະເທດຄູ່ຮ່ວມມື : ຈີນ, ຍີ່ປຸ່ນ, ສເກົາຫລີ, ອົດສະຕາລີ ແລະ ນິວເຊີແລນ ຕັ້ງພື້ນຖານໃຫ້ແກ່ໄລຍະຮ່ວມມືໃຫມ່ມີລັກສະນະຮອບດ້ານ, ຍາວນານ, ສອດຄ່ອງກັບລະດັບການພັດທະນາ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາປະເທດເຂົ້າຮ່ວມ.

ພິທີເຊັນສັນຍາ RCEP ຢັ້ງຢືນຂີດໝາຍຕັ້ງຫນ້າ ຊື່ງຫວຽດນາມ ບັນລຸໄດ້ດ້ວຍບົດບາດເປັນປະທານ ອາຊຽນ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2020 - ảnh 5

5/ການປະທະກັນຢູ່ Nagorno – Karabakh ທາງທິດໃຕ້ Kavkaz ກາຍເປັນການຕໍ່ສູ້ອັນນອງເລືອດທີ່ສຸດໃນປີ 2020 ລະຫວ່າງ ອາກເມເນຍ ແລະ ອາແຊກໄບຢານ

ນີ້ໄດ້ຮັບຖືວ່າ ແມ່ນການຕໍ່ສູ້ນອງເລືອດທີ່ສຸດລະຫວ່າງ ອາກເມເນຍ ແລະ ອາແຊກໄບຢານ ນັບແຕ່ປີ 1994 ໄດ້ເຮັດໃຫ້ 5000 ຄົນຢູ່ທັງສອງຝ່າຍຖືກເສຍຊີວິດ. ດ້ວຍການເປັນກາງຂອງລັດເຊຍ ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຢຸດຍິງໃນຮຸ່ງເຊົ້າວັນທີ 10 ພະຈິກປີ 2020. ເຖິງວ່າບັນລຸໄດ້ຂໍ້ຕົກລົງຢຸດຍິງກໍຕາມ ແຕ່ຄວາມຂັດແຍ້ງລະຫວ່າງ ອາກເມເນຍ ແລະ ອາແຊກໄບຢານ, ຄວາມຂັດແຍ້ງເຜົ່າພັນຢູ່ Nagorno-Karabakh ຍັງຄົງຕົວ ແລະຍາກທີ່ຈະແກ້ໄຂໄດ້, ຍາມໃດກໍ່ມີຄວາມສ່ຽງເກີດຂຶ້ນ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2020 - ảnh 6

6/ ການປະທະກັນຢູ່ເຂດຊາຍແດນ ຈີນ - ອິນເດຍ ໄດ້ກາຍເປັນການປະທະກັນແບບເຊິ່ງຫນ້າ

ຄວາມເຄັ່ງຕຶງລະຫວ່າງ ອິນເດຍ ແລະ ຈີນ ໄດ້ກາຍເປັນການປະທະກັນແບບເຊິ່ງຫນ້າຢູ່ເຂດຊາຍແດນທີ່ນອງເລືອດທີ່ສຸດໃນປະຫວັດສາດກວ່າ 50 ປີຜ່ານມາ ຢູ່ຮ່ອມພູ Galwan ເມື່ອເດືອນມິຖຸນາ. ເຫດການນີ້ ຍິ່ງເຮັດໃຫ້ຄວາມແຕກແຫງ ແລະ ຄວາມຂັດແຍ້ງລະຫວ່າງສອງປະເທດຮ້າຍແຮງກວ່າ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2020 - ảnh 7

7/ອິດສະຣາແອນ ແລະ ບາງປະເທດຕາເວັນອອກກາງ ລົງນາມໃນຂໍ້ຕົກລົງສັນຕິພາບຄັ້ງປະຫວັດສາດ

ປີ 2020 ແມ່ນປີ ມີບັນດາບາດກ້າວປະຫວັດສາດຢູ່ພາກພື້ນຕາເວັນອອກກາງ ເມື່ອ ອິດສະຣາແອນ ແລະ ບາງປະເທດຢູ່ພາກພື້ນນີ້ ຄື UAE, Bahrain ໄດ້ລົງນາມໃນຂໍ້ຕົກລົງສັນຕິພາບຄັ້ງປະຫວັດສາດພາຍຫລັງສູ້ຢັນກັນມາເປັນເວລາຫລາຍປີ. ບັນດາຂໍ້ຕົກລົງນີ້ສ້າງຂີດໝາຍແຫ່ງຄວາມມານະພະຍາຍາມໃນການໄກ່ເກ່ຍຂອງອຳນາດການປົກຄອງ ອາເມລິກາ. ເຖິງຢ່າງໃດກໍຕາມ ໃນສະພາບການບັນດາຄວາມຂັດແຍ້ງດ້ານພູມສາດການເມືອງ ແລະ ສາສະຫນາທີ່ຄົງຕົວຍາວນານຢູ່ພາກພື້ນ, ບັນດາຂໍ້ຕົກລົງນີ້ຍັງບໍ່ທັນມີກຳລັງແຮງພຽງພໍເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນທີ່ແກ່ຍາວເປັນເວລາຫລາຍສີບປີຢູ່ພາກພື້ນຕາເວັນອອກກາງ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2020 - ảnh 8

8/ບັນດາເຫດລອບສັງຫານໄດ້ເຮັດໃຫ້ການພົວພັນລະຫວ່າງ ອາເມລິກາ ແລະ ອີຣານເພີ່ມຄວາມເຄັ່ງຕຶງຂຶ້ນ

ວັນທີ 3 ມັງກອນ, ພົນຈັດຕະວາ Qassem Soleimani ຜູ້ບັນຊາການກຳລັງພິເສດ Quds, ສັງກັດກຳລັງພິທັກປະຕິວັດອິດສະລາມ ອີຣານ(IRGC), ຖືກເສຍຊີວິດໃນການບຸກໂຈມຕີທາງອາກາດຂອງອາເມລິກາ ເພື່ອໂຕ້ຕອບການບຸກໂຈມຕີໃສ່ສະຖານທູດ ອາເມລິກາ ຢູ່ ນະຄອນ ແບກແດດ ຂອງ ອີຣັກ. ການເສຍຊີວິດຂອງນາຍພົນຄົນນີ້ ແລະ ຄວາມເຄັ່ງຕຶງ ລະຫວ່າງ ອາເມລິກາ ແລະ ອີຣານ ເກີດຂຶ້ນໃນໄລຍະຍາວ ໄດ້ຍູ້ການພົວພັນລະຫວ່າງ ອາເມລິກາ ແລະ ອີຣານ ຢືນຢູ່ຕໍ່ຫນ້າ “ເສັ້ນສີແດງ”ຂອງການປະທະກັນໃນຕະຫລອດປີ 2020.

ເຫດການ ວັນທີ 17 ພະຈິກ, ອີຣານ ຍອດຮັບຢ່າງເປັນທາງການວ່າໄດ້ຖອນອອກຈາກຂໍ້ຕົກລົງນິວເຄຼຍ ປີ 2015 ກັບ ກຸ່ມ P5+1 ແມ່ນການກະທຳໂຕ້ຕອບ ອາເມລິກາ ແລະ ຝ່າຍຕາເວັນຕົກ. ຄຽງຄູ່ກັນນັ້ນ ເຫດລອບສັງຫານທ່ານ Mohsen Fakhrizadeh ນັກວິທະຍາສາດນິວເຄຼຍ ເມື່ອວັນທີ 27 ພະຈິກ ມີຄວາມສ່ຽງກໍ່ໃຫ້ເກີດກະແສການໃຊ້ຄວາມຮຸນແຮງຄັ້ງໃຫມ່ລະຫວ່າງ ອີຣານ, ອິດສະຣາແອນ ແລະ ອາເມລິກາ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2020 - ảnh 9

9/ ອັງກິດຖອນອອກຈາກ ອີຢູ ຢ່າງເປັນທາງການ ດ້ວຍຂໍ້ຕົກລົງດ້ານການຄ້າທາງການ

ພາຍຫລັງ 47 ປີເປັນສະມາຊິກຂອງສະຫະພາບເອີລົບ (EU), ອັງກິດໄດ້ຖອນອອກຈາກກຸ່ມຢ່າງເປັນທາງການເມື່ອວັນທີ 31 ມັງກອນປີ 2020 ແຕ່ຫລັງຈາກນັ້ນແມ່ນວິວັດການມອບໂອນເຕັມໄປດ້ວຍຄວາມສັບສົນ. ໃນຕະຫລອດ 1 ປີຜ່ານມາ, ບັນດາການເຈລະຈາກຳນົດສ້າງການພົວພັນລະຫວ່າງ ອັງກິດ ແລະ ອີຢູ ສືບຕໍ່ປະສົບກັບສິ່ງກີດຂວາງ ແລະ ແກ່ຍາວ.

10 ເຫດການສາກົນທີ່ພົ້ນເດັ່ນໃນປີ 2020 - ảnh 10

10/ ເຫດລະເບີດຢູ່ ທ່າກຳປັ່ນ Beirut ລີບັງ- ໄພພິບັດໄດ້ຮັບການກ່າວເຕືອນກ່ອນ

ວັນທີ 4 ສິງຫາ, ມີ ຝຸ່ນເຄມີກວ່າ 2.700 ໂຕນ ຢູ່ ທ່າກຳປັ່ນ Beirut ຂອງລີບັງ ມາກວ່າ 6 ປີ ໄດ້ລະເບີດ ກໍ່ໃຫ້ເກີດການສັ່ນສະເທື່ອນມີຄວາມແຮງ 3,3 ຣີກເຕີ. ມີກວ່າ 200 ຄົນຖືກເສຍຊີວິດ ແລະ ຫລາຍກວ່າ 7000  ຄົນຖືກຮັບບາດເຈັບ ແລະ ສ່ວນຫນຶ່ງຂອງທ່າກຳປັ່ນ Beirut ຖືກມຸ່ນທະລາຍ ກໍ່ຄວາມເສຍຫາຍ 10 - 15 ຕື້ USD. ນີ້ໄດ້ຮັບຖືວ່າ ແມ່ນຫນຶ່ງໃນບັນດາເຫດລະເບີດປອດນິວເຄຼຍຄັ້ງໃຫຍ່ສຸດໃນປະຫວັດສາດ.

ຕອບກັບ

ຂ່າວ/ບົດ​ອື່ນ