10 ເຫດການສາກົນພົ້ນເດັ່ນໃນປີ 2018 ໂດຍ VOV ຄັດເລືອກ

(VOVWORLD) -  ຖະແຫຼງການທີ່ບັນລຸໄດ້ພາຍຫຼັງກອງປະຊຸມຄັ້ງຕ່າງໆແມ່ນສັນຍານຕັ້ງໜ້າຂອງບັນດາຝ່າຍເພື່ອມຸ່ງໄປເຖິງການປອດນິວເຄຼຍ ຢ່າງສິນເຊິງ, ສ້າງສັນຕິພາບ

10 ເຫດການສາກົນພົ້ນເດັ່ນໃນປີ 2018 ໂດຍ VOV ຄັດເລືອກ - ảnh 1 ການພົລປະສຸດຍອດລະຫວ່າງການນຳ ສປປ ເກົາຫຼີ ແລະ ອາເມລິກາ

(ພາບ: Reuters)

ເຫດການທີ 1: ກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ ແລະ ກອງປະຊຸມສຸດຍອດລະຫວ່າງ ສ.ເກົາຫຼີ ແລະ ສປປ ເກົາຫຼີ: ກາລະໂອກາດສ້າງປະຫວັດສາດກ່ຽວກັບສັນຕິພາບໃຫ້ແກ່ແຫຼມເກົາຫຼີ

       ເປັນຄັ້ງທຳອິດພາຍຫຼັງ 11 ປີ, ວັນທີ 27 ເມສາ, ບັນດາການນຳ ສ. ເກົາຫຼີ ແລະ ສປປ ເກົາຫຼີ ໄດ້ມີການພົບປະຢູ່ Panmunjeon, ພ້ອມກັບການພົບປະຂັ້ນສຸດຍອດລະຫວ່າງ ສ. ເກົາຫຼີ ແລະ ສປປ ເກົາຫຼີ ຫຼັງຈາກນັ້ນ (ເດືອນພຶດສະພາ 2018 ແລະ ເດືອນກັນຍາ 2018) ແລະ ການພົບປະຂັ້ນສຸດຍອດຄັ້ງປະຫວັດສາດລະຫວ່າງ ອາເມລິກາ - ສປປ ເກົາຫຼີ ໃນວັນທີ 12 ມິຖຸນາ ຢູ່ສິງກະໂປ ໄດ້ຮັບຖືວ່າແມ່ນຂີດໝາຍໃນພາບພົດຂອງໂລກໃນປີ 2018. ຖະແຫຼງການທີ່ບັນລຸໄດ້ພາຍຫຼັງກອງປະຊຸມຄັ້ງຕ່າງໆແມ່ນສັນຍານຕັ້ງໜ້າຂອງບັນດາຝ່າຍເພື່ອມຸ່ງໄປເຖິງການປອດນິວເຄຼຍ ຢ່າງສິນເຊິງ, ສ້າງສັນຕິພາບ, ສະຖຽນລະພາບໃນແຫຼມເກົາຫຼີ. ແຕ່ເຖິງຢ່າງໃດກໍ່ຕາມ, ຮອດທ້າຍປີ 2018, ວິວັດການປະຕິບັດບັນດາຖະແຫຼງການນີ້ຍັງມີສິ່ງກີດຂວາງຫຼາຍຢ່າງ ແລະ “ຍັງຢູ່ບ່ອນເກົ່າ”.

10 ເຫດການສາກົນພົ້ນເດັ່ນໃນປີ 2018 ໂດຍ VOV ຄັດເລືອກ - ảnh 2 ບັນດາເຈົ້າໜ້າທີ່ທີ່ກອງປະຊຸມ ອາຊຽນ - ຈີນ

(ພາບ: ແວບໄຊ ອາຊຽນ)

2. ອາຊຽນ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງ “ເອກະສານສະບັບໜຶ່ງດຽວ” ໃນການເຈລະຈາກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC)

        ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີ ອາຊຽນ - ຈີນ ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ບັນດາປະເທດ ອາຊຽນ (AMM 51) ເມື່ອວັນທີ 8 ສິງຫາ, ທ່ານ Vivian Balakrishnan, ລັດຖະມົນຕີການຕ່າງປະເທດ ສິງກະໂປ ໄດ້ຖະແຫຼງວ່າ: ອາຊຽນ ແລະ ຈີນ ບັນລຸໄດ້ຂໍ້ຕົກລົງ “ເອກະສານສະບັບໜຶ່ງດຽວ” ກ່ຽວກັບການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ນີ້ແມ່ນບາດກ້າວເດີນສຳຄັນມຸ່ງໄປເຖິງການຮັດແຄບຄວາມແຕກໂຕນກັນ. ສອງຝ່າຍກໍ່ເຫັນດີເປັນເອກະພາບກ່ຽວກັບບັນດາວິທີການຕົ້ນຕໍໃຫ້ແກ່ບັນດາການເຈລະຈາກ່ຽວກັບ COC ໃນໄລຍະຈະມາເຖິງ.

3. ລັດທິອາລັກຂາການຄ້າໄດ້ຖືເປັນສຳຄັນ; ສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ ປິນຂັ້ນໄດສົ່ງຜົນສະທ້ອນເຖິງເສດຖະກິດໂລກ

ເຖິງວ່າ ອາເມລິກາ ໄດ້ຖອນຕົວອອກຈາກບັນດາສັນຍາການຄ້າສອງຝ່າຍກໍ່ຕາມ, ແຕ່ທ່າອ່ຽງອາລັກຂາການຄ້າຍັງມີໄຊຊະນະຜ່ານບັນດາສັນຍາການຄ້າທີ່ໄດ້ລົງນາມແລ້ວຄື ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP); ສັນຍາການຄ້າເສລີ ຍີ່ປຸ່ນ - ອີຢູ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ກໍ່ພວມຄ່ອຍໆສຳເລັດເທື່ອລະໜ້ອຍ. ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ ມີຜົນສັກສິດຢ່າງເປັນທາງການແຕ່ວັນທີ 30 ທັນວາ 2018 ມີຄວາມຫວັງວ່າຈະສ້າງກຸ່ມການຄ້າເສລີອັນກ້ວາງໃຫຍ່, ເຊິ່ງລວມມີ 11 ປະເທດ, ໃນນັ້ນມີ ຫວຽດນາມ ດ້ວຍຍອດມູນຄ່າ GDP ປະມານ 10.000 ຕື້ USD, ເທົ່າກັບ 13% GDP ທົ່ວໂລກ.

ວັນທີ 6 ກໍລະກົດ, ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ເລີ່ມເກີດຂຶ້ນພາຍຫຼັງທີ່ຂໍ້ກຳນົດຈັດວາງອັດຕາພາສີທີ່ມີມູນຄ່າ 34 ຕື້ USD ຂອງ ອາເມລິກາ ແນໃສ່ສິນຄ້າຂອງ ຈີນ ມີຜົນສັກສິດຢ່າງເປັນທາງການ. ຈີນ ໄດ້ໂຕ້ຕອບໃນທັນທີດ້ວຍການຈັດວາງອັດຕາພາສີທີ່ຄ້າຍຄືກັນຕໍ່ບັນດາຜະລິດຕະພັນຂອງອາເມລິກາ. ເຖິງວ່າສອງຝ່າຍບັນລຸໄດ້ຂໍ້ຕົກລົງທີ່ໂຈະໄວ້ 90 ວັນ ພາຍຫຼັງການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສືຈິ້ນຜິງ ຢູ່ນອກກອງປະຊຸມ ຈີ20 ກໍ່ຕາມແຕ່ວ່າບັນດາການຄ້າລະຫວ່າງ ອາເມລິກາ - ຈີນ ຍັງໄດ້ຮັບຖືວ່າມີການຜັນແປສັບສົນຫຼາຍຢ່າງ, ສົ່ງຜົນສະທ້ອນເຖິງສະພາບການເສດຖະກິດທົ່ວໂລກໃນໄລຍະຈະມາເຖິງ.

4. ການແຫ່ຂະບວນປະທ້ວງ, ການຈາລະຈົນເກີດຂຶ້ນຢູ່ ຝລັ່ງ ແລະ ໄພແຜ່ລາມອອກສູ່ບັນດາປະເທດ ເອີລົບ

       ໂດຍເລີ່ມມາຈາກຂະບວນການຂອງບັນດາຜູ້ຄັດຄ້ານຕໍ່ການເພີ່ມລາຄາເຊື້ອເພີງເຮັດໃຫ້ຄ່າຄອງຊີບເພີ່ມຂຶ້ນ, ການແຫ່ຂະບວນປະທ້ວງຂອງບັນດາຜູ້ “ນຸ່ງເສື້ອເຫຼືອງ” ໄດ້ກາຍເປັນບັນດາການຈາລະຈົນ ທີ່ຮ້າຍແຮງ. ປະຊາຊົນນັບໝື່ນຄົນໄດ້ລົງຖະໜົນເພື່ອແຫ່ຂະບວນປະທ້ວງ, ຫຼາຍຄົນສວຍໃຊ້ໂອກາດເພື່ອທຳລາຍບັນດາສັນຍາລັກຂອງປະເທດ ຝລັ່ງ, ຕຳຫຼວດຕ້ອງໃຊ້ອາຍແກັດນ້ຳຕາເພື່ອປາບປາມ…ໄດ້ກໍ່ໃຫ້ເກີດສະພາບສັນສົນວຸ້ນວາຍ. ກະແສການຈາລະຈົນ “ເສື້ອເຫຼືອງ” ລະເບີດຂຶ້ນໄດ້ສ່ອງແສງໃຫ້ເຫັນຄວາມຂັດແຍ້ງກັນ ແລະ ການແບ່ງແຍກກັນຢ່າງຮ້າຍແຮງພາຍໃນປະເທດ ຝລັ່ງ, ພ້ອມທັງກ່າວເຕືອນການແຜ່ລາມອອກສູ່ ເອີລົບ.

10 ເຫດການສາກົນພົ້ນເດັ່ນໃນປີ 2018 ໂດຍ VOV ຄັດເລືອກ - ảnh 3 ປະທານາທິບໍດີ ອາເມລິກາ ຖະແຫຼງຖອນກຳລັງທະຫານອອກຈາກ ຊີີິຣີ

(ພາບ:Reuters)

5. ອາເມລິກາ ຖະແຫຼງຖອນກຳລັງທະຫານອອກຈາກ ຊີຣີ

        ວັນທີ 19 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ອາເມລິກາ ໄດ້ເລີ່ມຖອນກຳລັງທະຫານອອກຈາກ ຊີຣີ ຍ້ອນໄດ້ຕີຊະນະອົງການ IS ຢູ່ຊີຣີ. ຖະແຫຼງການຂອງທ່ານ Donald Trump ໄດ້ປະເຊີນໜ້າກັບຄວາມເຫັນທີ່ແຕກຕ່າງກັນໃນທັນທີ. ໃນວັນດຽວກັນ, ທ່ານ Tobias Ellwood, ເຈົ້າໜ້າທີ່ຂັ້ນສູງກະຊວງປ້ອງກັນປະເທດ ອັງກິດ ໄດ້ຖືວ່າທ່ານປະທານາທິບໍດີ ອາເມລິກາ ໄດ້ຜິດພາດເມື່ອເວົ້າວ່າອົງການ IS ຖືກປະລາໄຊຢູ່ຊີຣີ. ຂໍ້ຕົກລົງຂອງປະທານາທິບໍດີ ອາເມລິກາ ກໍ່ຕ້ອງປະເຊີນໜ້າກັບກະແສຟອງຄັດຄ້ານໃນສະພາແຫ່ງຊາດ ອາເມລິກາ. ແຕ່ເຖິງຢ່າງໃດກໍ່ຕາມ, ທຳນຽບຂາວບໍ່ທັນໄດ້ຍົກອອກ ການກຳນົດເວລາລະອຽດໃຫ້ແກ່ການຖອນກຳລັງທະຫານເທື່ອ.

10 ເຫດການສາກົນພົ້ນເດັ່ນໃນປີ 2018 ໂດຍ VOV ຄັດເລືອກ - ảnh 4ພິທີເປີດຕົວສະຖານທູດ ອາເມລິກາ ຢູ່ Tel Aviv

(ພາບ: Getty)

6. ວິກິດການຢູ່ເຂດອ່າວເປີເຊຍ, ອາເມລິກາ ຍົກຍ້າຍສະຖານທູດຈາກ Tel Aviv ໄປຍັງ Jerusalem

        ວິກິດການການທູດຢູ່ເຂດອ່າວເປີເຊຍ ລະຫວ່າງ ກາຕາ ກັບອາຣັບບິ ຊາອຸດິ, ປະເທດ ສະຫະລັດ ອາຣັບ ເອມີເລັດ (UEA), ບາເຣັນ ແລະ ອີຢິບ, ບໍ່ມີສັນຍານຫລຸດຜ່ອນລົງໃນປີ 2018. ບັນດາປະເທດໃນພາກພື້ນສືບຕໍ່ຮັກສາມາດຕະການຂວ້ຳບາດສຳລັບກາຕາ. ກົງກັນຂ້າມ, ກາຕາ ກໍ່ບໍ່ປານິປານອມ. ສອງຝ່າຍມີບັນດາມາດຕະການລົງໂທດດ້ານເສດຖະກິດຕໍ່ກັນ.

ໂດຍບໍ່ຫົວຊາຕໍ່ການຄັດຄ້ານຈາກ ປາແລັດສະຕິນ ແລະ ບັນດາປະເທດໃນໂລກ, ເດືອນພຶດສະພາ 2018 ຜ່ານມາ, ອາເມລິກາ ໄດ້ຍົກຍ້າຍສະຖານທູດຈາກ Tel Aviv ໄປຍັງ Jerusalem ຢ່າງເປັນທາງການ ແລະ ນີ້ແມ່ນໜຶ່ງໃນບັນດານະໂຍບາຍດ້ານການທູດທີ່ໄດ້ກໍ່ໃຫ້ເກີດການຖົກຖຽງກັນທີ່ສຸດຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໃນປີ 2018. ການຜັນແປນີ້ໄດ້ກໍ່ໃຫ້ເກີດກະແສຟອງແຫ່ຂະບວນປະທ້ວງ ແລະ ຈາລະຈົນທີ່ນອງເລືອດຢູ່ເຂດ ກາຊາ, ເຮັດໃຫ້ສະພາບການຢູ່ຕາເວັນອອກກາງ ສັບສົນຂຶ້ນຕື່ມ.

10 ເຫດການສາກົນພົ້ນເດັ່ນໃນປີ 2018 ໂດຍ VOV ຄັດເລືອກ - ảnh 5 ນັກຂ່າວ Jamal Khashoggi

(ພາບ:DW)

7. ເຫດການເຂັ່ນຂ້ານັກຂ່າວຊາວ ອາຣັບບິ ຊາອຸດິ Khashoggi

        ທ່ານ Jamal Khashoggi ຖືກຫາຍສາບສູນໃນວັນທີ 2 ຕຸລາ, ພາຍຫຼັງທີ່ເຂົ້າໄປສະຖານກົງສູນ ອາຣັບບິ ຊາອຸດິ ຢູ່ Istanbul (ປະເທດ ຕວກກີ), ເພື່ອເຮັດເອກະສານສົມລົດກັບແມ່ຍິງຄົນໜຶ່ງທີ່ເປັນຊາວ ຕວກກີ. ຮອດວັນທີ 20 ຕຸລາ, ສະຖານທູດ ອາຣັບບິ ຊາອຸດິ ໄດ້ຮັບຮູ້ວ່າ ທ່ານ Khashoggi ໄດ້ເສຍຊີວິດພາຍຫຼັງການປະທະກັນຢູ່ສຳນັກງານສະຖານກົງສູນຢູ່ປະເທດນີ້ທີ່ Istanbul ແລະ ພາຍໃຕ້ຄວາມກົດດັນຈາກສາກົນ, ຮອດວັນທີ 15 ພະຈິກ, ຫ້ອງການໄອຍະການ ອາຣັບບິ ຊາອຸດິ ໃຫ້ຮູ້ວ່າ: ມີ 11 ຄົນຖືກດຳເນີນຄະດີ, ໃນນັ້ນ, 5 ຄົນຖືກປະຫານຊີວິດຍ້ອນກ່ຽວຂ້ອງເຖິງເຫດການດັ່ງກ່າວ.

8. ກູ້ເອົາຊີວິດຂອງທິມບານເຕະເຍົາວະຊົນໄທສຳເລັດ

        ການເຄື່ອນໄຫວກອບກູ້ເອົາຊີວິດທີ່ຫຍຸ້ງຍາກສັບສົນທີ່ສຸດໃນປະຫວັດສາດ ໄທ ໄດ້ບັນລຸຜົນສຳເລັດເມື່ອວັນທີ 10 ກໍລະກົດ, ນັກບານເຕະເຍົາວະຊົນ ພ້ອມກັບຄູຝຶກທັງໝົດ 12 ຄົນ ຂອງ ໄທ ໄດ້ກອບກູ້ເອົາຊີວິດ ພາຍຫຼັງທີ່ຖືກຕິດຄ້າງຢູ່ໃນຖ້ຳຫຼວງ, ເຂດອີສານ ໄທ ເປັນເວລາ 18 ວັນ. ເພື່ອປະຕິບັດການເຄື່ອນໄຫວນີ້, ປະເທດໄທໄດ້ລະດົມນັກດຳນ້ຳ, ກຳລັງພິເສດ, ນັກຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດເກືອບ 100 ຄົນພ້ອມກັບການໜູນຊ່ວຍດ້ານວິຊາສະເພາະຈາກຫຼາຍປະເທດ.

10 ເຫດການສາກົນພົ້ນເດັ່ນໃນປີ 2018 ໂດຍ VOV ຄັດເລືອກ - ảnh 6ການເຄື່ອນໄຫວຂອງ ພູເຂົາໄຟ ຢູ່ ອິນໂດເນເຊຍ

(ພາບ:Reuters)

9. ປີ 2018, ໂລກເກີດໄພພິບັດຫຼາຍຢ່າງ

        ເຫດແຜ່ນດິນໄຫວຢູ່ ຍີ່ປຸ່ນ, ສະພາບການຝົນຕົກໜັກ ນ້ຳຖ້ວມຢູ່ ຈີນ, ໄຟໄໝ້ປ່າຢູ່ ອາເມລິກາ, ເກຼັກ, ເຫດຄື້ນຟອງຍັກ ຊຸນາມິ ແລະ ເຮືອບິນຕົກຢູ່ ອິນໂດເນເຊຍ, ເຂື່ອນໄຟຟ້າແຕກຢູ່ ສປປ ລາວ… ບັນດາໄພພິບັດດັ່ງກ່າວໄດ້ເຮັດໃຫ້ນັບພັນຄົນເສຍຊີວິດ ແລະ ຫາຍສາບສູນ, ເກີດຄວາມມືດມົວໃນໂລກປີ 2018. ໃນສະພາບການນັ້ນ, ກອງປະຊຸມຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 24 (COP 24) ໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 2 -14 ທັນວາຢູ່ໂປໂລຍ ບັນລຸໄດ້ບັນດາໄຊຊະນະສຳຄັນ, ດ້ວຍການວາງອອກຫຼັກການລະອຽດ, ບັງຄັບໃຫ້ບັນດາປະເທດຕ່າງໆຕ້ອງມີຄວາມຮັບຜິດຊອບ, ແກ້ໄຂບັນດາຂໍ້ຕິດຂັດໃນການປະຕິບັດຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

10 ເຫດການສາກົນພົ້ນເດັ່ນໃນປີ 2018 ໂດຍ VOV ຄັດເລືອກ - ảnh 7 ພາບປະກອບ

10. ສື່ສັງຄົມອອນລາຍ Facebook ປະເຊີນໜ້າກັບວິວິດການກ່ຽວກັບຄວາມປິດລັບ

        ປີ 2018 ໄດ້ຮັບຖືວ່າແມ່ນປີທີ່ຊົ່ວຮ້າຍສຳລັບ facebook, ເຊິ່ງເປັນສື່ສັງຄົມອອນລາຍໃຫຍ່ສຸດໃນໂລກ ດ້ວຍຈຳນວນຜູ້ຊົມໃຊ້ແມ່ນ 2 ຕື້ຄົນ. ບໍ່ພຽງແຕ່ຖືກກ່າວຫາວ່າໄດ້ເຂົ້າເຖິງຂໍ້ມູນຂອງຜູ້ທີ່ໃຊ້ຢ່າງຜິດກົດໝາຍໃນບັ້ນຂົນຂວາຍຫາສຽງເລືອກຕັ້ງປະທານາທິບໍດີ ອາເມລິກາ 2016, facebook ຍັງເຜີຍຈຸດອ່ອນໃນການຮັກສາຄວາມລັບ ເຮັດໃຫ້ບັນດາ hacker ສວຍໃຊ້ເພື່ອເຂົ້າເຖິງ ແລະ ລັກເອົາຂໍ້ມູນສ່ວນຕົວຂອງຜູ້ຊົມໃຊ້ນັບຫຼາຍລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ