100 ວັນກຳອຳນາດຂອງປະທານາທິບໍດີຝະລັ່ງ Francois Holland

​ວັນ​ທີ 15/8, ​ແມ່ນຄົບຮອບ 100 ວັນ​ເຕັມ​ແຫ່ງ​ການ​ກຳ​ອຳນາດ​ຂອງປະທາ ນາທິບໍດີຝະລັ່ງ Francois Holland-ຊື່​ງ​​ແມ່ນ​ປະທານາທິບໍດີ​ຜູ້​ທຳ​ອິດ​ຂອງ​ພັກ​ສັງຄົມ ພາຍຫຼັງ 17 ປີ​ທີ່​ຝ່າຍ​ຂວາກຳ​ອຳນາດ​ຢູ່​ຝະລັ່ງ. ​ເຖິງ​ວ່າ​ໄດ້​ຮັບ​ໄຊຊະນະ​ຄັ້ງ​ປະຫວັດສາດ​ກໍ່ຕາມ, ​ແຕ່​ໃນ 100 ວັນ​ຜ່ານ​ມາ, ປະທານາທິບໍດີ​ຄົນ​ໃໝ່​ຂອງ​ພັກ​ສັງຄົມ​ ກໍ່ບໍ່​ທັນ​ມີ​ຄວາມສຸກ​ສະບາຍ​ຫຼັງ​ການ​ເລືອກ​ຕັ້ງ​ເທື່ອ ຍ້ອນສະພາບ​ວິ​ກິດ​ການ​ຂອງ​ປະ​ເທດ​ຊາດ ​ແລະ ຄວາມ​ມຸ້ງ​ຫວັງ​ອັນ​ໃຫ່ຍຫຼວງຂອງ​ປະຊາຊົນ.

100 ວັນກຳອຳນາດຂອງປະທານາທິບໍດີຝະລັ່ງ Francois Holland - ảnh 1

(ພາບ:voatiengviet.com)

   ກ່ອນ​ອື່ນ​ໝົດ, ສາມາດ​ຢືນຢັນ​ວ່າ, ​ໃນ 3 ​ເດືອນ​ຜ່ານ​ມາ, ປະທານາທິບໍດີຄົນ​ໃໝ່ຂອງ​ພັກ​ສັງຄົມ Francois Holland ​ໄດ້ພ້ອມ​ກັບລັດຖະບານ​ໃໝ່ ​ຜັນ​ຂະ​ຫຍາ​ຍບັນດາ​ນະ​ໂຍບາຍ​ທີ່​ທ່ານ​ໄດ້​​ໃຫ້​ຄຳໝັ້ນ ສັນຍາ​ເມື່ອອອກ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ທັນທີ. ​ໃນ​ເດືອນ 5, ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງພຽງ 2 ອາທິດ, ປະທານາທິບໍດີຄົນ​ໃໝ່ຂອງ​ພັກ​ສັງຄົມ ​ໄດ້​ປະຕິບັດ​ການ​ຫລຸດ 30% ​ເງິນ​ເດືອນຂອງ​ບັນດາ​​ລັດຖະມົນຕີ​ໃນ​ລັດຖະບານ, ​ເຊັນ​ເອກະສານ​ກ່ຽວ​ກັບ​ຂໍ້​ກຳນົດ​ການ​ເຄື່ອນ​ໄຫວ, ພັນທະ​ຂອງ​ລັດຖະບານ, ປະກາດ​ຖອດ​ທະຫານ​ອອກ​ຈາກ​ອາບ​ການ​ນີສະຖານ….. ​ໃນ​ເດືອນ 6 ​ແລະ 7, ພາຍຫຼັງ​ຝ່າຍ​ຊ້າຍຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ, ລັດຖະບານ​ຂອງປະທານາທິບໍດີ Francois Holland ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ໃໝ່​ທີ່​ໜ້າ​ສົນ​ໃຈ​ຄື: ​ເພີ່ມ​ເງິນ​ເດືອນ​ພື້ນຖານ, ປະກາດ​ອາຍຸ​ການ​ກິນ​ເບັ້ຍບຳນານ​ຄືນ​ໃໝ່​ແມ່ນ 60 ປີສຳລັບ​ບາງ​ຂະ​ແໜງ​ການ, ​ເພີ່ມ​ເງິນ​ອຸດ​ໜູນ​ໃຫ້​ຄອບຄົວ​ມີ​ເດັກ​ໄປ​ຮຽນ ​ແລະ ​ເຈລະຈາ​ຂໍ້​ຕົກລົງຮ່ວມ​​ເອີ​ລົບ ​ໃຫ້​ບຸລິມະສິດ​ການ​ເຕີບ​ໂຕ ​ແລະ ວຽກ​ເຮັດ​ງານ​ທຳ…. ​ແລະ ​ໃນ​ວັນ​ທີ 1/8 ທີ່​ຜ່ານ​ມາ, ລັດຖະບານ​ຂອງ​ທ່ານ Francois Holland ​ໄດ້​ຍົກ​ອອກ​ຂໍ້​ຕົກລົງ​ສຳຄັນ​ທີ່​ມີ​ຄວາມ​ໝາຍ​ເປັນ​ສັນຍາ​ລັກ​ສູງ ​ແລະ ​ໄດ້​ຮັບ​ການ​ລໍ​ຄອຍ​ຈາກ​ປະຊາຊົນ​ຝະລັ່ງ, ນັ້ນ​ແມ່ນ​ຫລຸດ 30% ​ເງິນ​ເດືອນ​ຂອງ​ປະທານາທິບໍດີ​ ​ແລະ ນາຍົກລັດຖະມົນຕີ.

   ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ Francois Holland ​ແລະ ​ລັດຖະບານ​ໃໝ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ປະຊາຊົນ ​ແຕ່​ໄປ​ຄຽງ​ຄູ່​ກັບ​ບັນດາ​ນະ​ໂຍບາຍ​ໄດ້ຮັບ​ການ​ຜັນ​ຂະຫຍາຍ​ແລ້ວ, ມີ​ບັນດາ​ສິ່ງ​ທີ່​ປະຊາຊົນ​ລໍຄອຍ ​ແຕ່​ລັດຖະບານ​ບໍ່​ທັນປະຕິບັດ​ຢ່າງ​ວ່ອງ​ໄວ​ໄດ້. ບັນຫາ​ກໍ່​ຄວາມ​ຮ້ອນ​ເຮັ່ງ​ໃນ​ຫາງ​ສຽງ​ຝະລັ່ງ​ ໃນ​ໄລຍະ​ຜ່ານ​ມາ​ແມ່ນ​ເລື່ອງ​ບັນດາ​ບໍລິສັດ​ໃຫ່ຍຂອງ​ຝະລັ່ງ ​ໄດ້ໄລ່​ຄົນ​ງານອອກ​ເປັນ​ຈຳນວນ​ຫຼາຍ. ລັດຖະບານ​ຂອງ​ທ່ານ Francois Holland ຖືກ​ຕຳ​ນິວ່າ​ຊັກ​ຊ້າ ​ແລະ ບໍ່​ເປັນ​ເຈົ້າການ​ໃນ​ການ​ແຊກ​ແຊງ​ເຂົ້າບັນດາ​ແຜນການ​ໄລ່​ດັ່ງກ່າວ​. ​ແລະ ຄຳໝັ້ນສັນຍາ​ສະກັດ​ກັ້ນ​ເລື່ອງ​ເພີ່ມ​ລາຄາ​ນຳມັນ​ເ​ຊື້​ອ​ໄຟ, ການ​ຜັນຂະຫຍາຍ​ເກັບ​ອາກອນບັນດາ​ບຸກຄົນ​ທີ່​ມີ​ລະດັບ​ເງິນ​ເດືອນ​ສູງ….​ຊື່​ງ ທ່ານ Francois Holland ບໍ່​ທັນ​ເຮັດ​ໄດ້​ເທື່ອ. ສະພາບ​ຂາດ​ສະຖຽນ​ລະ​ພາບ​ໄດ້​ເພີ່ມ​ຂຶ້ນຢູ່ບາງ​ແຫ່ງ​ໃນ​ປະ​ເທດ​ຝະລັ່ງ ກໍ່​ເຮັດ​ໃຫ້​ລັດຖະບານ​ຂອງ​ພັກ​ສັງຄົມ​ຮັບ​ມື​ກັບການ​ກ່າວ​ປະນາມຂອງຫາງ​ສຽງ.

 
100 ວັນກຳອຳນາດຂອງປະທານາທິບໍດີຝະລັ່ງ Francois Holland - ảnh 2

ການປະ​ທ້ວງ​ຂອງກຳມະກອນຝະລັ່ງ​

(ພາບ: tuoitre.vn)

​ ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຫາ​ສຽງຖືວ່າ, ​ເສັ້ງທາງ​ເດີນ​ຂອງ​ປະທານາທິບໍດີ Francois Holland ພຽງ​ແຕ່​​ຫາ​ກໍ່ເລີ່​ມຕົ້ນ​ເທົ່າ​ນັ້ນ ​ແລະ ​ເສັ້ນທາງ​ໃນ​ຕໍ່ໜ້າ​ຍັງ​ຈະ​ປະສົບ​ກັບ​ຄວາມ​ຫຍູ້ງຍາກ​ຫຼາຍ​ຢ່າງ. ວຽກ​ງານ​ທີ່​ທ່ານ ​ແລະ ລັດຖະບານ​ຂອງ​ທ່ານ​ຕ້ອງ​ປະຕິບັດ​ແມ່ນ​ຫຼາຍ​ທີ່​ສຸດ. ທຳ​ອິດ​ແມ່ນ​ໃນ​ຮອບ​ເວລາ​ອີກ 3 ​ເດືອນ, ຕ້ອງ​ສະກັດ​ກັ້ນ​ເລື່ອງ​ເພີ່ມ​ລາຄາ​ນ້ຳມັນ​ເຊື້ອ​ໄຟ, ຊຸກຍູ້​ວຽກ​ເຮັດ​ງານ​ທຳ ​ແລະ ​ໂອກາດ​ສຳ​ພັດ​ກັບ​ເຮືອນ​ຢູ່​ສຳລັບ​​ໄວໜຸ່ມ….​ປັບປຸງ​ຄວາມ​ສະຫງົບ​ປອດ​ໄພ​ກໍ່​ແມ່ນກໍ່​ແມ່ນ 1 ​ໃນ​ບັນດາ​ການ​ໃຫ້​ບຸລິມະສິດ​ອັນ​ດັບ 1 ຊື່​ງລັດຖະບານ​ຂອງ​ທ່ານ Francois Holland ຕ້ອງ​ເອົາ​ໃຈ​ໃສ່. ​ແຕ່​ກ່ອນ​ອື່ນ​ໝົດການ​ທ້າ​ທາຍ​ອັນ​ໃຫ່ຍຫຼວງ​ທີ່​ສຸດ​ສຳລັບ​ທ່ານ Francois Holland ​ແມ່ນ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຊີ້​ນຳ​ນຳພາ​ຢ່າງ​ແຂງ​ແຮງ​ກ່ວາ​ອີກ. ​ໄປ​ຄຽງ​ຄູ່​ກັບ​ກ່ານ​ສ້າງພາບ​ພົດ​ຂອງ​ຕົນ​ເອງ​ແລ້ວ, ປະທານາທິບໍ​ດີ Francois Holland  ຍັງ​ຕ້ອງ​ຍົກ​ສູງ​ພາບ​ພົດ​ຂອງ​ປະ​ເທດ​ຝະລັ່ງ ກ່ວາ​ອີກ, ​ເພື່ອ​ຟື້ນ​ຟູ​ປະ​ເທດ​ຝະລັ່ງ ທີ່​ເຂັ້ມ​ແຂງ​ໃນ​ສະຫະພາບ​ເອີ​ລົບ, ​ແກ່ງ​ແຍ້​ງກັບຮູບ​ແບບປະ​ເທດ​ເຢຍລະ​ມັນ ທີ່​ພວມ​ໄດ້​ຮັບ​ການ​ເຊີດ​ຊູ​ຢູ່​ເອີ​ລົບ ຍ້ອນ​ສາມາດ​ຢືນຢູ່​ຢ່າງໝັ້ນຄົງ​ໄດ້​ໃນ​ວິ​ກິດ​ການ​ດ້ານ​ການ​ເງິນ-​​ເສດຖະກິດ.

  ທ່ານ Francois Holland ​ໄດ້​ຜ່ານ​ຜ່າ​ໄລຍະ​ເວລາ 100 ວັນກຳ​ອຳນາດ​ແລ້ວ, ​ເມື່ອ​ຫວນ​ຄືນ​ຫຼັງ​ກໍ່​ເຫັນ​ວ່າ ທ່ານ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແຕ່​ປະຊາຊົນ​ຝະລັ່ງ ​ໄດ້ ​ແລະ ພວມ​ຕີ​ລາຄາ​ສູງ​ບັນດາ​ວຽກ​ງານ​ທີ່​ການ​ນຳ​ວັງ Elysse ​ໄດ້ ​ແລະ ພວມ​ປະຕິບັດ​ຕາມ​ຄຳໝັ້ນສັນຍາ​ຂອງ​ຕົນ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ. ​ເສັ້ນທາງ​ໃນ​ຕໍ່ໜ້າ​ຍັງ​ຈະ​ຕ້ອງປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ຢູ່, ​ໂດຍ​ສະ​ເພາະ​ແມ່ນ​ເມື່ອ​ພື້ນຖານ​ເສດຖະກິດ​ເອີ​ລົບ​ພວມ​ຢູ່​ໃນ​ໄລຍະອຶດ​ອາດ​ຊັກ​ຊ້າ, ປະ​ເທດ​ຝະລັ່ງ ຈະ​ສາມາດ​ຜ່ານ​ຜ່າ​ວິ​ກິດ​ການ, ການ​ຊຸມ​ໂຊມ​ດັ່ງກ່າວ​ໄດ້​ຫຼື​ບໍ່? ຄຳ​ຕອບ​ຍັງ​ຢູ່​ໃນ​ພາຍ​ພາກ​ໜ້າ ​ແຕ່​ຫາງ​ສຽງມີ​ຄວາມ​ເຊື່ອໝັ້ນວ່າ, ​ເສັ້ນທາງນັ້ນຈະ​ສະດວກ​ສະບາຍ ​ແລະ ດຳ​ເນີນ​ໄປ​ດ້ວຍ​ດີ ຂະນະ​ທີ່​ປະທານາທິບໍດີ Francois Holland ພວມ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຄວາມ​ເຊື່ອໝັ້ນຈາກ​ປະຊາຊົນ​ປະ​ເທດ​ນີ້.

 

 



ຕອບກັບ

ຂ່າວ/ບົດ​ອື່ນ