10ເຫດການພົ້ນເດັ່ນພາຍໃນປະເທດປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ

10ເຫດການພົ້ນເດັ່ນພາຍໃນປະເທດປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 1
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທ​ນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກກອມ​ມູ​ນິດ​ຫວຽດ​ນາມ

1. ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທ​ນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກກອມ​ມູ​ນິດ​ຫວຽດ​ນາມ ​ປະ​ສົບ​ຜົ​ນ​ສຳ​ເລັດ​ຢ່າງ​ຈົບ​ງາມ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທ​ນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ດຳ​ເນີນ​ແຕ່​ວັນ​ທີ 20 -28/1 ຢູ່ ຮ່າ​ໂນ້ຍ ແມ່ນ​ເຫດ​ການ​ການ​ເມືອງ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ໃນ​ປີ 2016. ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່ ໄດ້​ກຳ​ນົດ 6 ຫນ້າ​ທີ່​ຈຸດ​ສຸມ​ໃຫ້​ແກ່​ໄລ​ຍະ 2016-2021 ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ວຽກ​ງານກໍ່​ສ້າງ​ພັກ, ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ, ສູ້​ຊົນ​ນຳ​ປະ​ເທດ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄຫມ​ໂດຍ​ໄວ; ເດັດ​ດ່ຽວ, ຢຶດ​ໝັ້ນ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອ​ກະ​ພາບ, ຜືນ​ແຜ່ນ​ດິ​ນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ຄົງ. ທ່ານ ຫງວຽນ​ຟູ​ຈ້ອງ ສືບ​ຕໍ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

10ເຫດການພົ້ນເດັ່ນພາຍໃນປະເທດປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 2
ທ່ານ ເຈີນ​ດ້າຍກວາງ, ກຳ​ມະ​ການ​ກົມ​ການ​ເມືອງ ຮັບ​ດຳ​ລົງ​ຕຳ​ແຫນ່ງ​ເປັນ​ປະ​ທານ​ປະ​ເທດ


2. ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິ​ກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ; ບູ​ລະ​ນະ​ກົງ​ຈັກ​ລັດ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກວ່າ 67 ລ້ານ​ຄົນ, ​ກວມ​ເອົາ​ກວ່າ 99% ​ຈຳ​ນວນ​ຜູ​້​ມີ​ສິດ​ເລືອກ​ຕັ້ງ ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ. ຜົນ​ສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 12 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ​ອາ​ຍຸ​ການ 2016-2021 ເມື່ອ​ວັນ​ທີ 20/5 ແມ່ນ​ບາດ​ກ້າວ​ສຳ​ຄັນ​ໃນ​ວິ​ວັດ​ການກໍ່​ສ້າງ, ປັບ​ປຸງ ແລະ ສ້າງ​ລັດ​ແຫ່ງ​ ກົດ​ໝາຍ ແລະ ພື້ນ​ຖານ​ປ​ະ​ຊາ​​ທິ​ປະ​ໄຕ​ສັງ​ຄົມ​ນິ​ຍົມ. ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ທ່ານ ເຈີນ​ດ້າຍກວາງ, ກຳ​ມະ​ການ​ກົມ​ການ​ເມືອງ ຮັບ​ດຳ​ລົງ​ຕຳ​ແຫນ່ງ​ເປັນ​ປະ​ທານ​ປະ​ເທດ; ທ່ານ ຫງວຽນ​ຊວນ​ຟຸກ, ກຳ​ມະ​ການ​ກົມ​ການ​ເມືອງ ຮັບ​ດຳ​ລົງ​ຕຳ​ແຫນ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ; ທ່ານນາງ ຫງວຽນ​ທິ​ກີມ​ເງິນ, ກຳ​ມະ​ການ​ກົມ​ການ​ເມືອງ​ ຮັບ​ດຳ​ລົງ​ຕຳ​ແຫນ່ງ​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ.

10ເຫດການພົ້ນເດັ່ນພາຍໃນປະເທດປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 3
ທ່ານ​ຫງວຽນ​ຮູຍ​ຮ່​ວາງ​, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ ການ​ຄ້າຖືກ​ປົດ​ຕຳ​ແຫນ່ງ​ເລ​ຂາ​ຄະ​ນະ​ພັກກະ​ຊວງ

3.ພັກ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ສູງໃນ​ການ​ເຮັດ​ໃຫ້​ຖັນ​ແຖວ​ສະ​ມາ​ຊິກ​ພັກ​​ປອດ​ໃສ

ມະ​ຕິ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ສືບ​ຕໍ່​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ ແລະ ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງ​ເພື່ອ​ເພີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ພັກ; ສະ​ກັດ​ກັ້ນ, ຍູ້ການ​ເຊື່ອ​ມ​ທາດ​ຂາດ​ຄຸນ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ບັນ​ດາ​ປະ​ກົດ​ການ “ຜັນ​ແປ​ເອງ”, “ຫັນ​ປ່ຽນ​ເອງ” ​ຢູ່ພາຍ​ໃນໃຫ້​ຖອຍ​ໄປ. ພ້ອມ​ກັບ​ບັນ​ດາ​ຄະ​ດີ​ໃຫຍ່​ໄດ້​ຍົກ​ອອກ​ມາ​ພິ​ພາກ​ສາ​ຢ່າງ​ເຂັ້ມ​ງວດ, ມີ​ກຳ​ມະ​ການ​ສູນ​ກາງ​ພັກ 3 ຄົນ ແລະ ຫລາຍ​ອົງ​ການ, ພະ​ນັກ​ງານ​ຂັ້ນ​ສູງ​ອື່ນ​ກໍ​ຖືກ​ປະ​ຕິ​ບັດ​​ວິ​ໄນ​ຍ້ອນ​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ປະ​ກົດການ​​ຫ​ຍໍ້​ທໍ້, ການ​ສໍ້​ລາດ​ບັງ​ຫລວງ.  ​ບັນ​ດາ​ວຽງ​ການນີ້​ໄດ້​ຮັບ​ຄວາມ​ຊົ​ມ​ເຊີຍຈາກ​ຫາງ​ສຽງ, ເປັນການ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພະ​ນັກ​ງານ ສະ​ມາ​ຊິກ​ພັກ ແລະ ປະ​ຊາ​ຊົນ​​ທີ່​ມີຕໍ່​ພັກ, ລັດ.

10ເຫດການພົ້ນເດັ່ນພາຍໃນປະເທດປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 4
ຈຳ​ນວນ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ການ​ສ້າງ​ຕັ້​ງ​ໃຫມ່​ບັນ​ລຸ​​ຕົວ​ເລກສະ​ຖິ​ຕິ

ພ​າບ​ປະ​ກອບ:

4. ຈຳ​ນວນ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ການ​ສ້າງ​ຕັ້​ງ​ໃຫມ່​ບັນ​ລຸ​​ຕົວ​ເລກສະ​ຖິ​ຕິ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເລືອກ​ເຟັ້ນ​ປີ 2016 ແມ່ນ​ປີ​ແຫ່ງ​ຊາດ​ແຫ່ງ​ການ​ເລີ່ມ​ປະ​ກອບ​ອາ​ຊີບ. ຍ້ອນ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫລາຍ​ຢ່າງ ແລະ ຄວາມ​ຕັດ​ສິນ​ໃຈ, ປີ 2016 ຈຳ​ນວນ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃຫມ່​ເພີ່ມ​ຂຶ້ນ​ຫລາຍ ແລະ ມີ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄຸນ​ນະ​ພາບ. ໄລ່​ຮອດ​ເດືອນ 12/2016, ມີ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃຫ​ມ່ ກວ່າ 103.000 ແຫ່ງ ເມື່ອ​ທຽບ​ໃສ່ 94.700 ແຫ່ງ​ໃນ​ປີ 2015. ພ້ອມ​ກັບ​ຈຳ​ນວນ​ວິ​ສາ​ຫະ​ກິດ​ສ້າງ​ຕ​ັ້ງ​ໃຫມ່ນັ້ນ, ທົ່ວ​ປະ​ເທດ ມີ​ວິ​ສາ​ຫະ​ກິດກວ່າ 24.500 ແຫ່ງ​ໄດ້​ກັບ​ຄືນ​ສູ່ເຄື່ອນ​ໄຫວ, ເພີ່ມ​ຂຶ້ນ​ເກືອບ 32% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ບັນ​ດາ​ວິ​ສາ​ຫະ​ກິດ, ບໍ​ລິ​ສັດ​ດຳ​ເນີນ​ທຸ​ລະ​ກິດ​ເຂົ້າ​ຮ່ວມ​ຕະ​ຫລາດ​ໃນ​ບັນ​ຍາ​ກາດ​ເລີ່ມ​ປະ​ກອບ​ອາ​ຊີບ​ຢ່າງ​ຟົດ​ຟື້ນ ຍ້ອນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ການ​ນຳ​ປະ​ເທດ​ ກ່ຽວ​ກັ​ບ​ລັດ​ຖະ​ບານ​ສ້າງ​ສັນ, ຊັດ​ສື່​ບໍ​ລິ​ສຸດ, ຮັບ​ໃຊ້​ທຸກ​ການ​ພັດ​ທະ​ນາ​ຕັ້ງ​ຫນ້າ​ຂອງວິ​ສາ​ຫະ​ກິດ. ຫວຽດ​ນາມ ກໍ​ເພີ່ມ​ຂຶ້ນ 9 ​ຂັ້ນ ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ດຳ​ເນີນ​ທຸ​ລະ​ກ​ິດ​ໃນ​ປີ 2016 ຕາມ​ການ​ຕີ​ລາ​ຄາ​ຂອງ​ທະ​ນາ​ຄານ​ໂລກ ຍ້ອນ​ມີ​ການ​ປັບ​ປຸງ​ລະ​ບຽບ​ການ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ, ການ​ເສຍ​ອາ​ກອນ, ໄດ້​ຊົມ​ໃຊ້​ໄຟ​ຟ້າ. ກະ​ແສ​ການ​ເລີ່ມ​ປະ​ກອບ​ອາ​ຊີບ​ຢ່າງ​ແຮງ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດັ່ງ​ກ່າວ​ຈະ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ​ເຖິງ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2017 ແລະ ຊຸມ​ປີ​ຕໍ່​ໄປ.

10ເຫດການພົ້ນເດັ່ນພາຍໃນປະເທດປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 5 ​ເປີດສະ​ຫລອງກິດ​ຈະ​ກຳເຂື່ອນ​​ໄຟ​ຟ້າ​ນ້ຳ​ຕົກ​ ລາຍ​ເຈົາ 

5. ​ເປີດສະ​ຫລອງ ໂຮງ​ງານເຂື່ອນ​​ໄຟ​ຟ້າ​ນ້ຳ​ຕົກ​ ລາຍ​ເຈົາ ກ່ອນແຜນ​ການທີ່​ວາງ​ອອກ 1 ປີ

ໂຄງ​ການ​​ເຂື່ອນໄຟ​ຟ້າ​ນ້ຳ​ຕົກ ລາຍ​ເຈົາ ແມ່ນ​ກິດ​ຈະ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ໃຫຍ່​ອັນ​ດັບ 3 ຊື່ງ​ໄດ້​ຮັບ​ການ​ກໍ່​ສ້າງ​ຢູ່​ແມ່​ນ້ຳ ຊົງ​ດ່າ ລວມ​ມີ 3 ​ຫ້ອງ​ເຄື່ອງ​ຈັກ ດ້ວຍຍອດ​ກຳ​ລັງ​ການ​ຜະ​ລິດ 1.200 MW; ມີ​ຫນ້າ​ທີ່​ຕ້ານ​ໄພ​ນ້ຳ​ຖ້ວມ​ເມືື່ອ​ລະ​ດູ​ຝົນ​ວຽນ​ມາ, ສະ​ຫນອງ​ນ້ຳ​​ໃນ​ລະ​ດູ​ແລ້ງ​ໃຫ້​ແກ່​ເຂດ​ທົ່ງ​ພຽງ​ທາງ​ພາກ​ເຫນືອ. ກິດ​ຈະ​ກຳ​ດັ່ງ​ກ່າວ​ໄດ້​ຮັບ​ການກໍ່​ສ້າ​ງ​ສຳ​ເລັດ​ກ່ອນ​ແຜນ​ການ​ທີ່​ວາງ​ອອກ 1 ປີ ດ້ວຍ​ການ​ສະ​ຫນອງ​ໃຫ້​ແກ່​ລະ​ບົບ​ໄຟ​ຟ້າ​ແຫ່ງ​ຊາດ​ເກືອບ 4,7 ຕື້ ກິ​ໂລ​ວັດ, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ງົບ​ປະ​ມານ​ແຫ່ງ​ລັດ​ປະ​ມານ 5000 ຕື້​ດົງ, ປະ​ກອບ​ສ່ວນ​ສຳ​ຄັນ ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ.

10ເຫດການພົ້ນເດັ່ນພາຍໃນປະເທດປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 6
ກາບກອນ​ຄວັດ​ແກະ​ສະ​ຫລັກເທິງ​ພາບ​ໃມ້​ຢູ່​ພະ​ລາດ​ຊະ​ວັງ ເຫ້ວ

6. ເພີ່ມ​ທະ​ວີ​ການອ​ະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ ແລະ ໂຄ​ສະ​ນາ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ

ປີ 2016, ມີ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ​ ຕື່ມ​ອີກ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​​ເປັນ​ຕົວ​ແທນ​ໃຫ້​ມວນ​ມະ​ນຸດ ນັ້ນ​​ແມ່ນການ​ການ​ເຫລື້ອມ​ໃສ​ບູ​ຊາ​ພະ​ແມ່ 3 ພະ​ນາງ ຂອງ​ຫວຽດ​ນາມ ຍົກ​ສູງ​ຈຳ​ນວນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​​ເປັນ​ຕົວ​ແທນໃຫ້​ມວນ​ມະ​ນຸດ ຢູ່​ຫວຽດ​ນາມ ຂຶ້ນ​ເຖິງ 11 ມໍ​ລະ​ດົກ. ນອກ​ນັ້ນ 2 ມໍ​ລະ​ດົກ​ອື່ນ​ຄື ກາບກອນ​ຄວັດ​ແກະ​ສະ​ຫລັກເທິງ​ພາບ​ໃມ້​ຢູ່​ພະ​ລາດ​ຊະ​ວັງ ເຫ້ວ ແລະ ແມ່​ພິມ​ເອ​ກະ​ສານ ໂຮງ​ຮຽນ ຟຸກ​ຢາງ ກໍ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO ແມ່ນ​ມໍ​ລະ​ດົກ​ວັດ​ຖຸ​ເອ​ກະ​ສານ ຂຶ້ນ​ກັ​ບ​ໂຄງ​ການ​ຄວາມ​ຊົງ​ຈຳ​ຂອງ​ໂລກ ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ.

10ເຫດການພົ້ນເດັ່ນພາຍໃນປະເທດປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 7
​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​10 ລ້ານ​ເທື່ອ​ຄົນ

7. ຂະ​ແຫນງທ່ອງ​ທ່ຽວ​ຫວຽດ​ນາມ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​10 ລ້ານ​ເທື່ອ​ຄົນ

​ຂະ​ແຫນງ​ທ່ອງ​ທ່ຽວ​ມີ​ບາດ​ກ້າວ​ພັດ​ທະ​ນາ​ເປັນ​ຫນ້າ​ປະ​ທັບ​ໃຈ ເມື່ອ​ບັນ​ລຸ​​ຕົວ​ເລກຈຳ​ນວນ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ແມ່ນ 10 ລ້ານ​ເທື່ອ​ຄົນ ແລະ ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດກວ່າ 62 ລ້ານ​ເທື່ອ​ຄົນ. ຫວຽດ​ນາມ ພວມ​​ຢັ້ງ​ຢືນ​ແມ່ນ​ຈຸດ​ນັດ​ພົບ​ອັນ​ດູດ​ດື່ມ, ​ມີຄວາມ​ປອດ​ໄພ​ ແລະ ໄມ​ຕ​ີ​ຈິດ​ໃນ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ. ນີ້​ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ໃຫ້​ຂະ​ແຫນງ​ທ່ອງ​ທ່ຽວ​ປະ​ຕິ​ບັດ​​ເປົ້າ​ໝາຍ​ກາຍ​ເປັນ​ຂະ​ແຫນງ​ເສດ​ຖະ​ກິດ​ປາຍ​ແຫລມ​ຂອງ​ປະ​ເທດ​ຊາດ​ໃນ​ປີ 2020.

10ເຫດການພົ້ນເດັ່ນພາຍໃນປະເທດປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 8
ມົນ​ລະ​ພິດ​ຢູ່​ທະ​ເລ​ພາກ​ກາງ​ຫວຽດ​ນາມ

8.ເຫດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ທະ​ເລ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ຢູ່​ພາກ​ກາງ​ຫວຽດ​ນາມ

ເລື່ອງ​ບໍ​ລິ​ສັດ​ເຫລັກ​ກ້າ ຮືງງຽບ Formosa ຮ່າ​ຕິ້ງ ຈຳ​ກັດ ໄດ້​ປ່ອຍ​ທາດ​ພິດ​​ລົງ​ສູ່​ທະ​ເລຢ່າງ​ຜິດ​ກົດ​ໝາຍ ໄດ້​ທຳ​ລາຍ​ສິ່ງ​ແວດ​ລ້ອມ​ທະ​ເລ​ຢູ່​ບັນ​ດາ​ແຂວງ​ພາກ​ກາງ ຈາກ ແຂວງ ຮ່າ​ຕີງ​ ເຖິງ​ແຂວງ ເທ​ື່ອ​ທຽ​ນ​ເຫ້ວ ຢ່າງ​ຮ້າຍ​ແຮງ, ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ປະ​ຊາ​ຊົນ​ນັບ​ແສນໆ​ຄົນ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ໂດຍ​ອີງ​ໃສ່​​ການ​​ທຳ​ມາຫາ​ກິນ​ຢູ່​ທະ​ເລ. ເຫດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ທະ​ເລ​ຢູ່​ພ​າກ​ກາງ ແມ່ນ​ບົດ​ຮຽນ​ກ່ຽວ​ກັບ​ການ​ເລືອກ​ເຟັ້ນ​ໂຄງ​ການ​ລົງ​ທຶນ, ເດັດ​​ຂາດບໍ່​​ເອົາ ​ສິ່ງ​ແວດ​ລ້ອມ​ແລກ​​​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ​. ບັນ​ດາ​ອົງ​ການ​ມີ​ຫນ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ ໄດ້ ແລະ ພວມ​ພິ​ຈາ​ລະ​ນາ ເພື່ອ​ແກ້​ໄຂ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄ​ົນ​ທີ່​ກ່ຽວ​ຂ້ອງ​ເຖິງ​ເຫດ​ການ​ດັ່ງ​ກ່າວ.

10ເຫດການພົ້ນເດັ່ນພາຍໃນປະເທດປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 9
ໄພ​ແຫ້ງ​ແລ້ງ​ຢູ່​ເຂດ ໄຕ​ງວຽນ

9.ໄພ​ທຳ​ມະ​ຊາດ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ພາຍ​ໃນ​ປະ​ເທດ

ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊຶມ​ເຂົ້າ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອ​ງ​ທາງ​ພາກ​ໃຕ້​ຫວຽດ​ນາມ, ເຂດ​ໄຕ​ງວຽນ, ທາງ​ທິດ​ໃຕ້​ພາກ​ກາງ ຢ່າງ​ຮ້າຍ​ແຮງ​ທີ່​ສຸດ​ໃນ 100 ປີ​ຜ່ານ​ມາ ຊື່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ນັບ​ສີບໆ​ລ້ານ​ຄົນ​ຖືກ​ຜົນ​ສະ​ທ້ອນ, ໄດ້​ກໍ່​ຄວາ​ມ​ເສຍ​ຫາຍ​ນັບ​ພັນໆ​ຕື້​ດົງ. ໄພ​ແຫ້ງ​ແລ້ງ ເກີດ​ຂຶ້ນ​ໃນ​ຂອບ​ເຂດ 70% ເນື້ອ​ທີ່​ປູກ​ຝັງ​ຢູ່​ເຂດ​ໄຕ​ງວຽນ ແລະ ທາງ​ທິດ​ໃຕ້​ພາກ​ກາງ. ນ້ຳ​ເຄັມ​ຊຶມ​ເຂົ້າ​ເລິກເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ເຖິງ 90 ກິ​ໂລ​ແມັດແມ່ນ​ເຫດ​ການ​ທີ່ບໍ່​ເຄີຍ​ປະ​ກົດ​ມີ​​ມາຢູ່ ​ຫວຽດ​ນາມ. ໃນ​ຊຸມ​ມື້​ທ້າຍ​ປີ, ຝົນ​ຕົກ​ຫນັກໄພ​ນ້ຳ​ຖ້ວມເກີດ​ຂຶ້ນ​ຢ່າງ​ລຽນ​ຕິດ​ຢູ່​ພາກ​ກາງ​ໄດ້​ເຮັດ​ໃຫ້​ມີ​ຜູ້ຖືກ​ເສຍ​ຊີ​ວິດ ແລະ ຫາຍ​ສາບ​ສູນ ເກືອບ 100 ຄົນ​, ເຮືອນ​ຊານ​ເກືອບ 200.000 ຫ​ລັງ​ຖືກ​​ນ້ຳ​ຖ້ວມ. ຍອດ​ຄວາມ​ເສຍ​ຫາຍ​ຄາດ​ວ່າ​ຂຶ້ນ​ເຖິງ​ເກືອບ 10.000 ຕື້​ດົງ.

10ເຫດການພົ້ນເດັ່ນພາຍໃນປະເທດປີ 2016 ໂດຍວິທະຍຸກະຈາຍສຽງຫວຽດນາມຄັດເລືອກ - ảnh 10
ການ​ຜະ​ລິດ​ນ້ຳ​ປາ


10. ການ​ປະ​ໝາດ​ກໍ​ຄືຄວາມ​ອ່ອນ​ດ້ອຍ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ຂອງ​ມະ​ນຸດ​ໄດ້ກໍ່​ຄວາມ​ເສຍ​ຫາຍບໍ່​ແມ່ນ​ຫນ້ອຍ

ໃນ​ປີ 2016, ໄດ້​ເກີດ​​ບັນ​ດາເຫດ​ອັກ​ຄີໄຟ​ໄຫມ້​ຢ່າງ​ຮ້າຍ​ແຮງ​ຢູ່ ຮ່າ​ໂນ້ຍ, ນະ​ຄອນ ໂຮ່​ຈິ​ມີນ, ບີງ​ເຢືອງ, ດົງ​ນາຍ, ລອງ​ອານ, ບີງ​ທ້ວນ, ໃນ​ນັ້ນ​ມີ​ບາງ​ເຫດ​ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​ເສຍ​ຊີ​ວິດ. ອຸ​ປະ​ຕິ​ເຫດ​ຄົມ​ມະ​ນາ​ຄົມ​ເຖິງວ່າ​ໄດ້​ຫລຸດ​ຜ່ອນ​ຫລາຍ​ສົມ​ຄວນ​ກໍ​ຕາມ, ແຕ່​ໃນ​ທົ່ວ​ປະ​ເທດ​ຍັງ​ຄົງ​ເກີດ​ຂຶ້ນ​ອຸ​ປະ​ຕິ​ເຫດ​ທາງ​ຄົມ​ມະ​ນາ​ຄົມ​ຢ່າງ​ຮ້າຍ​ແຮງຫລາຍ​ຄັ້ງ, ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ຫນັກ​ຫນ່ວງ. ອຸ​ປະ​ຕິ​ເຫດ​ທາງ​ຄົມ​ມະ​ນາ​ຄົມ ບໍ່​ພຽງ​ແຕ່ກໍ່​ຄວາມ​ເຈັບ​ປວດ​​ສູນ​ເສຍໃຫ້​ແກ່​ຜູ້​ຖືກ​ປະ​ສົບ​ໄພ​ເທົ່າ​ນັ້ນ ຫາກ​ຍັງ​ກໍ່​ຜົນ​ຮ້າຍຢ້ອນ​ຫລັງ​ໃຫ້​ແກ່​ຄອບ​ຄົວ​ແລະ ທົ່ວ​ສັງ​ຄົມ​ອີກ​ດ້ວຍ. ຄຳ​ປະ​ກາດ​ຂອງ​ສະ​ມາ​ຄົມ​ມາດ​ຖານ ແລະ ປົກ​ປ້ອງ​ຜູ້​ໃຊ້​ສອຍ​ຫວຽດ​ນາມ (Vinastas) ກ່ຽວ​ກັບ​ນ້ຳ​ປາ ມີ​ປະ​ລິ​ມານ​ທາດ​ພິດ​ລື່ນ​ກາຍ​ລະ​ດັບ​ທີ່​ໄດ້​ກຳ​ນົດໄດ້​ເຮັດ​ໃຫ້​ຫາງ​ສຽງ​ມີ​ຄວາມ​ວິ​ຕົກ​ກັງ​ວົນ ແລະ ເກີດ​ຄວາມ​ຂັດ​ຂ້ອງໃນສັງ​ຄົມ.  ອົງ​ການ​ມີ​ຫນ້າ​ທີ່​ຮັບ​ຜິດ​ຊອບ​ໄດ້​ກວດ​ກາຢັ້ງ​ຢືນ​ວ່າ ນີ້​ແມ່ນ​ບັນ​ດາ​ຂ່າວ​ຄາວ​ທີ່​ຜິດ​ຄວາມ​ຈິງ ແລະ ມີ​ສັນ​ຍານ​ລະ​ເມີດ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ເຫດ​ການນີ້​ໄດ້​ຮັບ​ຖື​ວ່າ​ແມ່ນບັ້​ນ​​ໂຄ​ສະ​ນາ “ຊົ່ວ​ຮ້າຍ” ເພື່ອ​ຍູ້​ຂະ​ແຫນງ​ການ​ຜະ​ລິດ​ນ້ຳ​ປາ​ຕົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ.


ຕອບກັບ

ຂ່າວ/ບົດ​ອື່ນ