20 ປີຮ່ວມມືພ້ອມກັບຫວຽດນາມພັດທະນາ

(vovwordl)- ກ່ອນ​ນີ້ 20 ປີ, ວັນ​ທີ 8/11/1993, ກອງ​ປະຊຸມ​​ໂຕະມົນ​ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ພັດທະນາ​ຢ່າງ​ເປັນ​ທາ​ງການ (ODA) ສະຫງວນ​ໃຫ້​ແກ່ ຫວຽດນາມ ​ໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ຢູ່ ປາຣີ ປະ​ເທດ ຝລັ່ງ. ​ເຫດການ​ສຳຄັນ​ດັ່ງກ່າວ​ເປັນ​ຂີດ​ໝາຍ​ເປີດ​ສາກ​​ໃຫ້​ແກ່ສາຍ​ພົວພັນ​ຮ່ວມ​ມື​ພັດທະນາ​ ລະຫວ່າງ ຫວຽດນາມ ​ບົນເສັ້ນທາງ​ປ່ຽນ​​ໃຫມ່​ກັບ​ບັນດາ​ນັກ​ອຸປະ​​​ຖຳສາກົນ. ​ໃນ​ໄລຍະ 20 ປີຜ່ານ​ມາ, ຈາກ​ປະ​ເທດ​ທຸກ​ຍາກ, ດ້ອຍ​ພັດທະນາ, ​ແຕ່ຍ້ອນ​ມີ​ກຳລັງ​ແຮງ​ພາຍ​ໃນ​ຂອງ​ຕົນ ພ້ອມ​ກັບ​ການນຳ​ໃຊ້​ແຫ​ລ່ງກຳລັງ​ຫນູນ​ຊ່ວຍ ODA ຂອງ​ປະຊາ​ຄົມ​ສາກົນຢ່າງ​ມີ​ປະສິດທິ​ຜົນ ​ຫວຽດນາມໄດ້​ກາຍ​ເປັນ​ປະ​ເທດ​ພວມ​ພັດທະນາ​ມີ​ລະດັບ​ລາຍ​ຮັບ​ປານ​ກາງ. ຫວນ​ຄືນ​ໄລຍະ 20 ປີ​ແຫ່ງ​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ນັກ​ອຸປະຖຳ, ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງ​ວ່າ: 20 ປີ​ຮ່ວມ​ມື​ພ້ອມ​ກັບ​ຫວຽດນາມ​ພັດທະນາ

        ຕົວ​ເລກ​ຊື່​ງກະຊວງ​ແຜນການ ​ແລະ ການ​ລົງທຶນ ປະກາດທີ່​ພິທີ​ສະ​ເຫລີ​ມສະຫລອງ 20 ປີ​ແຫ່ງ​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ນັກ​ອຸປະ​ຖຳ ຊື່​ງ​ດຳ​ເນີນ​ໃນ​ວັນ​ທີ 17/10 ຢູ່ ຮ່າ​ໂນ້ຍ ​ໃຫ້​ເຫັນ​ວ່າ: 20 ປີຜ່ານມາ, ຍອດ​ມູນ​ຄ່າ​ທຶນ ODA ໝັ້ນ​ໝາຍ​ຂອງ​ບັນດາ​ນັກ​ອຸປະ​ຖຳທີ່ສະຫງວນ​ໃຫ້​ແກ່​ຫວຽດນາມ ບັນລຸ​ປະມານ​ກວ່າ 78 ຕື້ USD. ບັນດາ​ບ້ວງ​​ເງິນ ODA ຊື່​ງຫວຽດນາມ​ໄດ້​ລົງ​ນາມ​ໃນ 20 ປີຜ່ານມາ ຄິດ​ສະ​ເລ່ຍປະມານ 3 ຕື້ USD/ປີ ​ແມ່ນ​ແຫລ່ງ​ກຳລັງ​ການ​ເງິນ​ຫລາຍ​ພໍ​ສົມຄວນ​ທີ່​ຫວຽດນາມ​ໄດ​້​ນຳ​ໃຊ້​ຢ່າງ​ມີ​ປະສິດ​ທິຜົນ​ໃນ​ວິວັດ​ການ​ປ່ຽນ​ໃຫມ່​ຊີວິດ​ທາງ​ດ້ານເສ​ດຖ​ະກິດ​ສັງຄົມຢ່າງຮອບດ້ານ.

        ບັນລຸ​ໄດ້ຜົນ​ງານ​ດັ່ງກ່າວ ​ແມ່ນຍ້ອນ​ລັດຖະບານ​ຫວຽດນາມ ຍາ​ມ​ໃດ​ກໍຮັກສາ​ຫລັກໝັ້ນ​ຂອງ​ຕົນ​ໃນ​ການ​ຮັບ​ແຫ​ລ່ງທຶນ ODA, ​ເໝາະ​ສົມ​ກັບ​ບັນດາ​ເງື່ອນ​ໄຂ​ລະອຽດ​ຂອງ​ຫວຽດນາມ. ​ໂດຍ​ຖືກ​ກັບ​ເນື້ອ​ໃນ​ຈິດ​ໃຈ​​ຂອງສານ​ສະບັບ​ຫນຶ່ງ​ຊື່​ງອະດີດ​ນາຍົກລັດຖະມົນຕີ ຫວໍ​ວັນ​ກຽດ ​ໄດ​້​​ຝາກ​ມາເຖິງ​ກອງ​ປະຊຸມ​ໂຕະມົນ​ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ພັດທະນາ​ຢ່າງ​ເປັນ​ທາງ​ການ (ODA) ທີ່ສະຫງວນ​ໃຫ້​ແກ່​ຫວຽດນາມ ຢູ່ ປາຣີ ​ໃນ 20 ປີກ​່ອນນີ້ ວ່າ: ລັດຖະບານ ຫວຽດນາມ ຮັບຜິດຊອບ​ຫນ້າ​ທີ່​ປະສານ​ງານ ​ແລະ ນຳ​ໃຊ້​ການ​ຊ່ວຍ​ເຫລືອ​ຈາກຕ່າງປະ​ເທດ, ດ້ວຍ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ ປະຊາຊົນ​ຫວຽດນາມ ຈະ​ແມ່ນ​ຜູ້​ແບກ​ຫາບ​ຜົນຢ​້ອນຫລັງ​ຈາກການ​ປະລາ​ໄຊ​ຖ້າ​ຫາກ​ແຫ​ລ່ງທຶນ​ນີ້ ນຳ​ໃຊ້ບໍ່​ ປະສິດທິ​ຜົນ, ​ໃນ 20 ປີຜ່ານມາ ສະ​ເລ່ຍ 4 ປີ/​ເທື່ອຫນຶ່ງ, ບັນດາ​ດຳລັດ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້ ODA ​ໄດ້​ຮັບ​ການ​ປ່ຽນ​ໃຫມ່. ພິ​ເສດ ​ແມ່ນ​ນະ​ໂຍບາຍ​ແບ່ງ​ຂັ້ນ​ສຳລັບບັນດາ​ອົງການ​ຮັບຜິດຊອບ​ໃນ​ວິວັດ​ການ​ປະຕິບັດ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ການປະຕິບັດ​ບັນດາ​ໂຄງການ ODA, ​ຈາກ​ນັ້ນ ແຫ​ລ່ງທຶນ ODA ​ຈຶ່ງໄດ້​ນຳ​ໃຊ້​ ບັນດາ​ຈຸດໝາຍ​ພັດທະນາ​ປະ​ເທດ​ຊາດຢ່າງຖືກຕ້ອງ​. ສິ່ງ​ດັ່ງກ່າວ​ແມ່ນ​ພິສູດ​ໃຫ້​ເຫັນ​ວ່າ ​ເປັນ​ຫຍັງ​ແຫ​ລ່ງທຶນໝັ້ນ​ໝາຍ ODA ຊື່​ງ​ບັນດາ​ນັກ​ອຸປະ​ຖຳ​ສະ​ຫງວນ​ໃຫ​້​ແກ່​ຫວຽດນາມ​ນັບ​ມື້​ນັບເພີ່ມ​ຂຶ້ນ, ປີ​ນີ້​ສູງ​ກວ່າ​ປີ​ກ່ອນ, ນັບ​ທັງ​ໄລຍະວິ​ກິດ​ການ​ເສດຖະກິດ​ໂລກ ​ແລະ ​ເສດຖະກິດ​ຂອງບັນດາ​ນັກ​ອຸປະຖຳ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ທ່ານ​ນາງ Victoria Kwakwa, ຜູ້ອຳນວຍການ​ທະນາຄານ​​ໂລກ​ປະຈຳ ຫວຽດນາມ ຢືນຢັນ​ວ່າ:

        “ຫນ່ຶງ​ໃນ​ບັນດາ​ສາຍ​ເຫດ​ພາ​ໃຫ້​ຫວຽດນາມ​ສຳ​ເລັດ​ຜົນ​ໃນ​ການ​ຮ່ວມ​ມື ODA ​ແມ່ນ​ການບໍລິຫານຢ່າງ​ໃກ້ຊິດ​ຂອງ​ລັດຖະບານ​ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ​ການ​ກຳນົດ​ທິດ​ຍຸດ​ທະ​ສາດ, ສ້າງ​ແຜນການ​ພັດທະນາ​ຢ່າງ​​ເໝາະ​ສົມ. ຫວຽດນາມ ກໍ​ຊອກຫາ​ວິທີ​ການ ນຳ​ບັນດາ​ແນວ​ຄວາມ​ຄິດ, ຄວາມ​ຮູ້ ​ແລະ ຄຳ​ເຫັນ​ໂດຍ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ປະກອບ​ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ຫວຽດນາມ. ສາຍ​ເຫດ​ທີ​ສອງ, ​ແມ່ນຍ້ອນ​ລັດຖະບານ​ຫວຽດນາມ ​ໄດ້​ນຳ​ໃຊ້​ທຶນ​ຊ່ວຍ​ເຫລືອ ODA ຄື​ດັ່ງ​ເຄື່ອງມື​ເພື່ອ​ຕີ​ລາຄາ​ບັນດາ​ການ​ເລືອກ​ເຟັ້ນ ​ແລະ ມີ​ຕົກລົງ​ອັນ​ຖືກຕ້ອງ​ກ່ຽວ​ກັບ​ນະ​ໂຍບາຍ​ສຳລັບ​ຫລາຍ​ຂົງ​ເຂດ​ແຕກ​ຕ່າງ​ກັນ.”

20 ປີຮ່ວມມືພ້ອມກັບຫວຽດນາມພັດທະນາ - ảnh 1
ມີຫລາຍກິດຈະກຳສຳຄັນໄດ້ຮັບການຜັນຂະຫຍາຍ
ດ້ວຍແຫລ່ງທຶນ ODA
ພາບປະກອບ: internet

​        ​ເຖິງ​ວ່າ​​ໄດ້ຜ່າ​ນ​ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ​ແລ້ວ​ ​ແຕ່​ຕາມ​ຂໍ້​ສັງ​ເກດ​ລວມຂອງ​ບັນດາ​ຜູ້​ຊ່ຽວຊານ, ຫວຽດນາມ ພວມ​ຢືນ​ຕໍ່ຫນ້າ​ຄວາມ​ຫຍຸ້ງຍາກ ​ແລະ  ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ຫນ້ອຍ ​ໃນ​ໄລຍະ​ພັດທະນາ​ຈະ​ມາ​ເຖິງ. ນັ້ນ​ແມ່ນ​ກຳລັງ​ດັນ ​ເຮັດ​ແນວ​ໃດ​ຍູ້​ໄວ​ຄວາມ​ຄືບ​ຫນ້າ​​ໃນ​ການປ່ອຍ​ເງິນ​ໃຫ້​ແກ່​ບັນດາ​ໂຄງການ ODA ທີ່​ໄດ້​ລົງ​ນາ​ມໃນ​ໄລຍະ 2006-2010 ພ້ອມ​ທັງ​ຕ້ອງ​ແກ້​ໄຂບັນດາ​ແຫ​ລ່ງທຶນ​ຢ່າງ​ກົມກຽວ​  ​ຂະນະ​ທີ່​ບໍ່​ໄດ້​ຮັບ​ບຸລິມະສິດ​ດ້ານ​ການ​ເງິນຫລາຍ​ຄື​ແຕ່​ກອ່ນເມື່ອ​ຫວຽດນາມ ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ. ສິ່ງທີ່​ເປັນ​ຫນ້າ​ພາກພູມ​ໃຈ ນັ້ນ​ແມ່ນ​ປະຊາ​ຄົມ​ສາກົນ, ບັນດາ​ນັກ​ອຸປະ​ຖຳ ຢືນຢັນ ສືບ​ຕໍ່​ຮ່ວມ​ມື​ໃນ​ວິວັດ​ການ​ພັດທະນາ​ຂອງ​ຫວຽດນາມ. ທ່ານ Motonori Tsuno ຫົວຫນ້າ​ອົງການ​ຮ່ວມ​ມື​ສາກົນ​ຍີ່​ປຸ່ນ  ຊື່​ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ນັກ​ອຸປະຖຳ​ທຶນ ODA ສອງ​ຝ່າຍ​ຫລາຍ​ສຸດ​ໃຫ້​ແກ່​ຫວຽດນາມ ຊີ້​ແຈງ​ວ່າ:

        “ລັດຖະບານ​ຫວຽດນາມ ວາງ​ຈຸດໝາຍ​ຮອດ​ປີ 2020 ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ​ເພື່ອ​ປະຕິບັດ​ຈຸດໝາຍ​ນີ້ ຫວຽດນາມ ສຸມ​ໃສ່ 3 ບຸລິມະສິດ​ໃຫຍ່​ຄື: ທີ​ຫນຶ່ງ ສຳ​ເລັດ​ພື້ນຖານ​ໂຄງ​ລ່າງ, ທີ​ສອງ ​ແມ່ນ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ ​ແລະ ທີ​ສາມ ​ແມ່ນ​ສຳ​ເລັດ​ລະບອບ​ນະ​ໂຍບາຍ. ພວກ​ຂ້າພະ​ເຈົ້າ​ສາມາດ​ຫນູນ​ຊ່ວຍ​ຫວຽດນາມ​ປະຕິບັດ​ບັນດາ​ຈຸດໝາຍ​ດັ່ງກ່າວ. ນັບ​ແຕ່​ກອ່ນມາ​ຮອດ​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ ​ໄດ້​ປະຕິບັດ​ແລ້ວ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ຫນູນ​ຊ່ວຍ​ຫວຽດນາມ ນັບທັງ​ດ້ານການ​ເງິນ​ກໍ​ຄື​ດ້ານ​ເຕັກນິກ, ​ເຕັກ​ໂນ​ໂລ​ຊີ.”

        ຕີ​ລາຄາ​ການ​ຫນູນຊ່ວຍ, ຊ່ວຍ​ເຫລືອຂອງ​ປະຊາ​ຄົມ​ສາກົນ, ​ໃນ​ພິທີ​ສະ​ເຫລີ​ມສະຫລອງ 20 ປີ ​ແຫ່ງ​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ຫວຽດນາມ ​ແລະ ບັນດາ​ນັກ​ອຸປະຖຳ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​​ເວົ້າ​ວ່າ:

        “ສຳລັບ​ພວກ​ຂ້າພະ​ເຈົ້າ ການ​ຫນູນ​ຊ່ວຍ​ຂອງ​ບັນດາ​ນັກ​ອຸປະ​​ຖຳ ບໍ່​ພຽງ​ແຕ່​ແມ່ນ​ແຫ​ລ່ງທຶນ​ອັນ​ລ້ຳ​ຄ່າ ສຳລັບ​ໄລຍະ​ທີ່​ຫວຽດນາມ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຫັນປ່ຽນ​ພື້ນຖານ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ, ລັກສະນະ​ວັດທະນະທຳ​ມະນຸດ, ການ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ​ໃນ​ວົງ​ຄະນາ​ຍາດອີກ​ດ້ວຍ. ຍາມ​ໃດ​ລັດຖະບານ​ຫວຽດນາມ ກໍ​ເຄົາລົບ ​ແລະ ນຳ​ໃຊ້​ແຫ​ລ່ງທຶນ ODA ຂອງ​ປະຊາ​ຄົມ​ສາກົນ​ຢ່າງ​ມີປະສິດທິ​ຜົນ. ”

        ບົນ​ພື້ນຖານ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແລະ ພັດທະນາ​ໃນ 20 ປີຜ່ານມາ, ຍາມ​ໃດ​ຫວຽດນາມ ກໍ​ປາດ​ຖະຫນາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມືຈາກ​ບັນດາ​ເພື່ອນ​ມິດສາ​ກົນຢ່າງ​ແຂງ​ແຮງ​ກວ່າ, ປະສິດທິ​ຜົນ​ກວ່າ ​ເພື່ອ​ຫນູນ​ຊ່ວຍ​ຫວຽດນາມ ປັບປຸງ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ, ສືບ​ຕໍ່​ເຮັດ​ໃຫ້​ປະ​ເທດ​ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງ ​ແລະ ວັດທະນາ​ຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ