20 ປີແຫ່ງການພົວພັນ ຫວຽດນາມ -ອາເມລິກາ: ໄລຍະທາງສັ້ນ,ບາດກ້າວເດີນຍາວ


(vovworld)_ ການ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ແມ່ນ​ຈຸດ​ເວ​ລາ​ສ​ຳ​ຄັນ​ເພື່ອ​ໃຫ້​ສອງ​ຝ່າຍ​ຫວນ​ຄືນ​ອະ​ດີ​ດ​ຕະ​ການ, ມຸ່ງ​ໄປ​ສູ່​ພາຍ​ພາກ​ຫນ້າ ເພື່ອ​ພ້ອມ​ກັນ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາ​ມກວ່າ​ໃຫ້​ແກ່​ສອງ​ຊາດ ກໍ​ຄື​ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ແລະ ໃນ​ໂລກ. ເນື່ອ​ງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເປັ​ນ​ປົກ​ກະ​ຕິ (11/7/1995-11/7/2015) ແລະ ເນື່ອງ​ໃນ​ໂອ​ກາດ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽ​ນ​ຟູ​ຈ້ອງ ຫາກໍ​ສິ້ນ​ສຸດ​ການຢ​້ຽມ​ຢາມ​ຄັ້ງ​ປະ​ຫວັດ​ສາດ​ເຖິງ ສະ​ຫະ​ລັດ​ອາ​ເມ​ລິ​ກາ, ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຄັດ​ສະ​ເຫນີ​ບົດ​ຂຽນ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້​າມ​ບີງ​ມີງ ດ​້ວຍ​ຫົວ​ຂໍ້​ວ່າ: 20 ປີ​ແຫ່ງ​ການ​ພົວ​ພັນ​ ຫວຽດ​ນາມ -ອາ​ເມ​ລິ​ກາ: ໄລ​ຍະ​ທາງ​ສັ້ນ,ບາດກ​້າວ​ເດີນ​ຍາວ.

20 ປີແຫ່ງການພົວພັນ ຫວຽດນາມ -ອາເມລິກາ: ໄລຍະທາງສັ້ນ,ບາດກ້າວເດີນຍາວ - ảnh 1
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້​າມ​ບີງ​ມີງ  ແລະ ທ່ານ
 ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ເມື່ອ​ປີ 2013
ພາບ:baotintuc.vn

        ຂຶ້ນ​ຕົ້ນ​ບົດ​ຂຽນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້​າມ​ບີງ​ມີງ ໄດ້​ຢືນ​ຢັນ​ເຖິງຜົນ​ງານອັນ​ໃຫຍ່​ຫລວງ​ຊື່ງ​ສອງ​ຊາດ​ບັນ​ລຸ​ໄດ້​ໃນ 20 ປີ​ຜ່ານ​ມາ, ບໍ່​ແມ່ນ​ບັນ​ດາ​ຕົວ​ເລກ​ເຕີບ​ໂຕ​ກ່ຽວ​ກັບ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ… ເທົ່າ​ນັ້​ນ ຫາກ​ສອງ​ປະ​ເທດ​ໄດ້​ຜ່ານ​ຜ່າ​ຄວາມບໍ່​ລົງ​ລອຍ​ກັນ​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ການ​ເມືອງ​ຢ່າງບໍ່​ຢຸດຢັ້ງ ແລະ ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ. ແຕ່​ປີ 2000 ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ແລະ ອ​າ​ເມ​ລິ​ກາ ໄດ້​ແລກ​ປ່ຽນ ການ​ຢ້ຽມ​ຢາມ​ຂັ້ນ​ສູງ 6 ຄັ້ງ, ໃນ​ນັ້ນ ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ ໄດ້​ຮັບ​ຮອງ​ເອົາ​ຖະ​ແຫລງ​ການ​ຮ່ວມ 4 ສະ​ບັບ ໃນ​ປີ 2005, 2007, 2008 ແລະ 2013. ພິ​ເສດ ຖະ​ແຫລງ​ການ​ຮ່ວມ​ລະ​ຫວ່າງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີນ​ຊາງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໄດ້​ກຳ​ນົດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ ດ້ວຍ 9 ຂົງ​ເຂດ​ຮ່ວມ​ມື, ເປີດ​ໄລ​ຍະ​ພັດ​ທະ​ນາ​ໃຫມ່​ກ່ຽວ​ກັບ​ເນື້ອ​ແທ້​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

        ຈິດ​ໃຈ​​ປິດ​ອະ​ດີດ​ຕະ​ການ​ໄວ້, ມຸ່ງ​ໄປ​ສູ່ອະ​ນາ​ຄົດ ແລະ ເຄົາ​ລົບ​ຄວາມ​ແຕກ​ຕ່າ​ງ

        ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້​າມ​ບີງ​ມີງ ຊີ້​ແຈ້ງວ່າ: ອະ​ດີ​ດ​ຕະ​ການບໍ່​ອາດຫລົງ​ລືມ​ໄດ້ຢ່າງ​ງ່າຍ​ດາຍ, ເປັນ​ຕົ້ນ​ແມ່ນ​ຜົນ​ຮ້າຍ​ຍ້ອນ​ສົງ​ຄາມ​ປ​ະ​ໄວ້. ແຕ່​ດ້ວຍ​ຈີນ​ຕະ​ນາ​ການ​ຍາມ​ໃດ​ກໍ​ມຸ້ງ​ໄປ​ສູ່ພາຍ​ພາກ​ຫນ້າ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ຫລາຍ​ຢ່າງ​ເພື່ອ​ຜ່ານ​ຜ່າອະ​ດີດ​ຕະ​ການ ແລະ ກຳ​ນົດ​ການ​ພົວ​ພັນ​ໃນ​ອະ​ນາ​ຄົດ. ດ້ວຍ​ຈິດ​ໃຈ​ອະ​ນຸ​ໂລມ, ມະ​ນຸດ​ສະ​ທຳ, ຫວຽດ​ນາມ ໄດ້​ຕັ້ງ​ຫນ້າ​ຮ່ວມ​ມື​ກັບ​ຝ່າຍ ອາ​ເມ​ລິ​ກາ ໃນ​ການ​ຊອກ​ຫາ​ທະ​ຫານ​ອາ​ເມ​ລິ​ກາ ຖືກ​ຫາຍ​ສາບ​ສູນ​ໃນ​ສົງ​ຄາມ. ມາ​ຮອດ​ປະ​ຈຸ​ບັນ,  ​ຄົ້ນພົບອັດ​ຖິ​ທະ​ຫານ ອາ​ເມ​ລິ​ກາໄດ້ 950 ຊຸດ​, ໃນ​ນັ້ນ 700 ຊຸດ ໄດ້​ຮູ້​ຈັກ​ລາຍ​ຊື່​ແລ້ວ. ສ່ວນ ຝ່າຍ ອາ​ເມ​ລິ​ກາ ກໍ​ໄດ້​ສະ​ຫນອງ ສຳ​ເນົາ​ເອ​ກະ​ສານ 300 ຊຸດ, ປະ​ກອບ​ສ່ວນ​ເພີ່ມ​ເຕີມ​ຂໍ້​ມູນ​ຂ່າວ​ໃນ​ການ​ຊອກ​ຫາ​ອັດ​ຖິ​ທະ​ຫານ​ຫວຽດ​ນາມ ທີ່​ເສຍ​ສະ​ຫລະ​ຊີ​ວິດ​ເພື່ອ​ຊາດ ກ​ວ່າ 1000 ຊຸດ. ມາ​ຮອດ​ປະ​ຈຸ​ບັນ, ລັດ​ຖະ​ບານ ອາ​ເມ​ລິ​ກາ ໄດ້​ຫນູນ​ຊ່ວຍ​ຫວຽດ​ນາມ​ຈຳ​ນວນ​ເງິນກວ່າ 100 ລ້ານ USD ເພື​່ອ​ລ້າງທາດ​ພິດ​ສີ​ສົ້ມ ດີ​ໂອ​ຊີນ ຢູ່ ນະ​ຄອນ ດາ​ຫນັງ ແລະ 80 ລ້ານ USD ຫນູນ​ຊ່ວຍ​ການ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ​ຫລັງ​ສົງ​ຄາມ. ຍັງ​ມີ​ຫລາຍ​ບັນ​ຫາ​ຕ້ອງ​ແກ້​ໄຂ, ແຕ່ ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທັງ​ສອງ​ຝ່າຍ ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮຳ​ບາດ​ແຜ​ສົງ​ຄາມ, ຊຸກ​ຍູ້​ການ​ໄກ່​ເກ່ຍ, ສ້​າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ​ສອງ​ປະ​ເທດ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ສອງ​ຝ່າຍ​ຍັງ​ມີ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ, ທັດ​ສະ​ນະ​​ແຕກ​ຕ່າງ​, ເປັນ​ຕົ້ນ​ໃນ​ຂົງ​ເຂດ​ອະ​ທິ​ປະ​ໄຕ, ສິດ​ທິ​ມະ​ນຸດ, ແຕ່​ສິ່ງ​ສຳ​ຄັນ​ກວ່ານັ້ນ​ແມ່ນ ທັງ​ສອງ​ຝ່າຍ​ໄດ້ ແລະ ພວມສະ​ແດງ​​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງຈິດ​ໃຈ​ເຄົາ​ລົບ​ຄວາມ​ແຕກ​ຕ່າງ, ການ​ໂອ້​ລົມ​ສົ​ນ​ທະ​ນາ​ຢ່າງ​ກົງ​ໄປ​ກົງ​ມາ, ເປີດ​ອົກ​ເປ​ີດ​ໃຈ​ເພື່ອ​ຮັດ​ແຄບ​ຄວາມບໍ່​ລົງ​ລອຍ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມມ​ື. ມາ​ຮອດ​ປະ​ຈຸ​ບັນ, ສອງ​ປະ​ເທດ ໄດ້​ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສິດ​ທິ​ມະ​ນຸດ 19 ຄັ້ງ ແລະ ພວມ​ພ້ອມ​ກັນ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ.

       ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໃນ “​ສັດ​ຕະ​ວັດ​ ອາ​ຊີ”

               ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້ ແລະ ພວມ​ມີບັນ​ດາ​ການ​ປະ​ກອບ​ສ່ວນ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ແລະ ໃນ​ທົ່ວ​ໂລກ. ຈາກ​ບັນ​ດາ​ຂອບ​ເຂດ ໂດຍ ອາ​ຊຽນ ສ​ວມ​ບົດ​ບາດ​ສູນ​ກາງ​ຄື: ກອງ​ປະ​ຊ​ຸມ​ສຸດຍອດ ອາ​ຊີ​ຕາ​ເວັນ​ອອກ (EAS), ກອງ​ປະ​ຊຸມຄວາມ​ໝັ້ນ​ຄົງ ພາກ​ພື້ນ ARF, ກອງ​ປະ​ຊຸມ​ປ້ອງ​ກັນ​ຊາດ ອາ​ຊຽນ ເປີດກວ້າງ ADMM+ ຕະ​ຫລອດ​ຮອດ​ບັນ​ດາ​ເວ​ທີ​ປາ​ໄສ​ອັນ​ກວ້າງ​ໃຫຍ່​ຄື​: ການ​ຮ່ວ​ມ​ມື ອາ​ຊີ ປາ​ຊີ​ຟີກ APEC ແລະ ສ​ປ​ຊ, ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພວມ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ການ​ຕ້ານ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດລ້າງ​ຜານ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ແຫລ່ງ​ນ້ຳ, ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ. ດ້ວຍ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ​ໃນ​ທ້າຍ​ປີ 2015, ທັງ​ສອງ​ຝ່າຍ​ພວມ​ມຸ້ງ​ໄປ​ເຖິງ​ການ​ຫັນ​ຈຸດ​ໝາຍ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

       ວິ​ໄສ​ທັດ​ຮ່ວມ​ໃຫ້​ແກ່​ໄລ​ຍະ​ທາງ​ໃນ​ຕໍ່​ຫນ້າ

        ໃນ​ຈົດ​ໝາຍ​ສົ່ງ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ Truman ເມື່ອ​ວັນ​ທີ 16/2/1946, ທ່ານ​ປະ​ທານ​ໂຮ່​ຈິ​ມີນ ໄດ້​ຊີ້​ແຈ້ງ ຈຸດ​ໝາຍ​ຂອງ​ຫວຽດ​ນາມ ແມ່ນ “ເອ​ກະ​ລາດ​ຢ່າງ​ສົມ​ບູນ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ ອາ​ເມ​ລິ​ກາ”. ເພີ່ນ​ກ​ໍ​ໄດ້​ຢືນ​ຢັນ ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ເຮັດ​ໃຫ້​ພື້ນ​ຖານ​ເອ​ກະ​ລາດ ແລະ ການ​ຮ່ວມ​ມື​ນີ້​ໃຫ້​ກາຍ​ເປັນສິ່ງ​ມີ​ຜົນ​ປະ​ໂຫຍດ​ໃຫ້​ທົ່ວ​ໂລກ.” ໂລກ​ປະ​ຈຸ​ບັນ ພວມພັດ​ທະ​ນາ​ຢ່າງວ່ອງ​ໄວ, ຮຽກ​ຮ້ອງ​ສອງ​ປະ​ເທດບໍ່​ໄດ້​ພາດບັນ​ດາກາ​ລະ​ໂອ​ກາດປະ​ຫວັດ​ສາດ​ຄືບັນ​ດາ​ໄລ​ຍະ​ກ່ອນ. ໄລ​ຍະ​ 20 ປີ ຜ່ານ​ມາ, ເປັນ​ຕົ້ນ​ເມືື່ອ​ສອງ​ປະ​ເທດ​ໄດ້​ກຳ​ນົດ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ເມື່ອ​ເດືອນ 7/2013 ໄດ້​ຊີ້​ແຈ້ງວ່າ: ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເວົ້າ​ສະ​ເພາະ ແລະ ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ ເວົ້າ​ລວມ ມີ​ຫລາຍ​ເງື່ອນ​ໄຂ​ໄດ້​ຮັບ​ການ​ຮັກ​ສາດີກວ່າ​ ຂະ​ນະ​ທີ່ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ພັດ​ທະ​ນາ​ຢ່າງ​ສະ​ດວກ, ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມມ​ື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ເທດທັງ​ໝົດ​ໃນ​ພາກ​ພື້ນ.

        ມ້ວນ​ທ້າຍ​ບົດ​ຂຽນ, ​ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດນາມ ຟ້າມ​ບີງ​ມີງ ໄດ້​ຢືນ​ຢັນ​ວ່າ: ໃນ​ປ​ະ​ຫວັດ​ສາດ​ແຫ່ງການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແມ່ນ​ມີ​ການ​ຜັນ​ແປ​ຫລາຍ​ຢ່າງ​, ພິ​ເສດ​ແມ່ນ​​ບັນ​ດາບາດ​ກ້າວ​ເດີນຢ່າງ​ແຮງ​ໃນ 20 ປີ​ຜ່ານ​ມາ, ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ບໍ່​ມີ​ການ​ເລືອກ​ເຟັ້ນ​ໃດ​ນອກ​​ເຫນືອຈາກ ການ​ຮ່ວມ​ມື​ສະ​ເຫ​ມີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ບົນ​ຈິດ​ໃຈ​ເຄົາ​ລົບ​ລະ​ບອບ​ການ​ເມືອງ, ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ, ການ​ເຈ​ລະ​ຈາ​ແທນ​ທີ​ການ​ສູ້​ຢັນ. ນັ້ນ​ແມ່ນ​ເສັ້ນ​ທາງ​ຫນຶ່ງ​ດຽວ ເພື່ອ​ຜ່ານ​ຜ່າ​ອະ​ດີດ​ຕະ​ການ, ຮ່ວມ​ແຮງ​ຮ່​ວມ​ໃຈ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາມກວ່າ​ໃຫ້​ແກ່​ແຕ່​ລະ​ປະ​ເທດ​ກໍ​ຄື​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໃນ​ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ