20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ

(VOVWORLD) -  ວັນທີ 23 ສິງຫາ, ຢູ່ນະຄອນ ອງກາຍ, ຫວຽດນາມ ແລະ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍເຂດຊາຍແດນ ແລະ 10 ປີແຫ່ງວັນຜັນຂະຫຍາຍເອກະສານນິຕິກຳ ກ່ຽວກັບເຂດຊາຍແດນທາງບົກ ຫວຽດນາມ-ຈີນ. ນີ້ແມ່ນເຫດການສຳຄັນເພື່ອສອງປະເທດສະຫລຸບ, ຕີລາຄາບັນດາຜົນງານ, ບົດຮຽນໃນວຽກງານປະສານສົມທົບກັນ ພາຍຫຼັງ10 ປີທີ່ໄດ້ຜັນຂະຫຍາຍເອກະສານນິຕິກຳ 3 ສະບັບກ່ຽວກັບເຂດຊາຍແດນທາງບົກ ແລະ 20 ປີແຫ່ງວັນເຊັນສົນທິສັນຍາວ່າດ້ວຍເຂດຊາຍແດນ ຫວຽດນາມ-ຈີນ ກໍ່ຄືການຮ່ວມມື, ພັດທະນາທີ່ເຂດຊາຍແດນ.
20 ປີ​ແຫ່ງ​ການ​ຮ່ວມມື​ຊາຍ​ແດນ​ທາງ​ບົກ​ຫວຽດ​ນາມ-ຈີນ - ảnh 1

ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ-ຈີນ ເປັນປະທານຮ່ວມພິທີສະເຫຼີມສະຫຼອງ (ພາບ: baoquocte.vn)

    ຫວນຄືນປະຫວັດສາດ, ວິວັດທະນາການເຈລະຈາການກຳນົດເຂດຊາຍແດນ ແລະ ແບ່ງເຂດປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ-ຈີນ ໄດ້ຜ່ານບັນດາຂີດໝາຍທີ່ສຳຄັນ.

  ເດືອນພະຈິກປີ 1957, ຄະນະເລຂາສູນກາງພັກແຮງງານຫວຽດນາມ (ພັກກອມມູນິດຫວຽດນາມ ປະຈຸບັນ) ໄດ້ສົ່ງຈົດໝາຍໄປຍັງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ສະເໜີໃຫ້ສອງຝ່າຍ ຈົ່ງເຄົາລົບເສັ້ນຊາຍແດນປະຫວັດສາດ.  ເດືອນເມສາປີ 1958, ສູນກາງພັກກອມມູນີດຈີນ ໄດ້ຕອບເຫັນດີກັບຂໍ້ສະເໜີຂອງຫວຽດນາມ ກ່ຽວກັບການເຄົາລົບເສັ້ນຊາຍແດນປະຫວັດສາດ ໂດຍສົນທິສັນຍາ 2 ສະບັບກ່ຽວກັບການກຳນົດເສັ້ນຊາຍແດນ ເຊິ່ງໄດ້ລົງນາມໃນປີ 1887 ແລະ 1895 ລະຫວ່າງອຳນາດການປົກຄອງຝະລັ່ງ ຢູ່ອິນດູຈີນ ແລະ ລາຊະວົງ ຊິງ ຢູ່ຈີນ ກ່ຽວກັບການແກ້ໄຂທຸກການຍາດຊິງກັນດ້ວຍການເຈລະຈາ. ຈົນຮອດຫຼັງສັນຍາ ປາຣີ ເມື່ອເດືອນມັງກອນປີ 1973, ບັນດາການເຈລະຈາກ່ຽວກັບເຂດຊາຍແດນ ຫວຽດນາມ-ຈີນ ຈຶ່ງໄດ້ຮັບການເລີ່ມປະຕິບັດ. ການເຈລະຈາຄັ້ງທີ 1 ໄດ້ດຳເນີນເມື່ອເດືອນສິງຫາປີ 1974 ແຕ່ຍ້ອນຫຼາຍສາຍເຫດ, ການເຈລະຈາຄັ້ງຕ່າງໆບໍ່ບັນລຸໝາກຜົນໄດ້.

ວິວັດທະນາການແຫ່ງການກຳນົດເຂດຊາຍແດນທາງບົກ

  ພາຍຫຼັງການພົວພັນລະຫວ່າງສອງປະເທດ ຫວຽດນາມ-ຈີນ ໄດ້ຮັບການສ້າງເປັນປົກກະຕິຄືນໃໝ່, ວັນທີ 30 ທັນວາປີ 1999, ຢູ່ຮ່າໂນ້ຍ, ລັດຖະບານສອງປະເທດ ໄດ້ເຊັນ “ສົນທິສັນຍາວ່າດ້ວຍການກຳນົດເຂດຊາຍແດນທາງບົກລະຫວ່າງ ສສ ຫວຽດນາມ ແລະ ສປ ຈີນ.”

  ບົນພື້ນຖານສົນທິສັນຍາປີ 1999, ສອງຝ່າຍໄດ້ສົມທົບກັນດຳເນີນການສຳຫຼວດພື້ນທີ່ຕົວຈິງ ເພື່ອແບ່ງເຂດຳນົດ ການປັກຫຼັກໝາຍຊາຍແດນໃນຕະຫຼອດເຂດຊາຍແດນທີ່ມີຄວາມຍາວເກືອບ 1450 ກມ ດ້ວຍຫຼັກໝາຍ 1970 ຫຼັກ. ວັນທີ 31 ທັນວາ ປີ 2008, ວຽກງານແບ່ງເຂດປັກຫຼັກໝາຍຊາຍແດນທາງບົກ ຫວຽດນາມ-ຈີນ ໄດ້ປະຕິບັດສຳເລັດໂດຍພື້ນຖານ. ຕໍ່ຈາກນັ້ນແມ່ນການເຈລະຈາ ແລະ ເຊັນບັນດາອະນຸສັນຍາກ່ຽວກັບ ວຽກງານແບ່ງເຂດປັກຫຼັກໝາຍຊາຍແດນ, ກ່ຽວກັບຂໍ້ກຳນົດການຄຸ້ມຄອງຊາຍແດນ, ກ່ຽວກັບດ່ານ ແລະ ການຄຸ້ມຄອງດ່ານ. ວັນທີ 14 ກໍລະກົດ ປີ 2010, ສອງຝ່າຍໄດ້ປະກາດບັນດາເອກະສານກ່ຽວຂ້ອງເຖິງການແບ່ງເຂດປັກຫຼັກໝາຍຊາຍແດນ ແລະ ການຄຸ້ມຄອງຊາຍແດນຕາມເສັ້ນຊາຍແດນໃໝ່ ຢ່າງເປັນທາງການ.

ກຳນົດເສັ້ນຊາຍແດນທາງບົກຢ່າງຈະແຈ້ງ

   ສົນທິສັນຍາວ່າດ້ວຍເຂດຊາຍແດນທາງບົກ ໄດ້ເປັນຂີດໝາຍແຫ່ງບາດກ້າວເດີນທີ່ສຳຄັນ ໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບລະຫວ່າງສອງປະເທດ ແລະ ໃນພາກພື້ນ. ເປັນຄັ້ງທຳອິດໃນປະຫວັດສາດ, ສອງປະເທດ ທີ່ໄດ້ກຳນົດເສັ້ນຊາຍແດນທາງບົກຢ່າງຈະແຈ້ງ ດ້ວຍລະບົບຫຼັກໝາຍແຫ່ງຊາດທີ່ທັນສະໄໝ, ສ້າງພື້ນຖານໜັກແໜ້ນໃຫ້ແກ່ການສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບອັນຍາວນານ, ການຮ່ວມມື ແລະ ພັດທະນາລະຫວ່າງສອງປະເທດ, ເປີດໜ້າປະຫວັດສາດໃໝ່ໃນການພົວພັນຫວຽດນາມ-ຈີນ.

   ສົນທິສັນຍາວ່າດ້ວຍເຂດຊາຍແດນທາງບົກ ຫວຽດນາມ-ຈີນ ແລະ ການປະຕິບັດສຳເລັດວຽກງານແບ່ງເຂດປັກຫຼັກໝາຍຊາຍແດນ, ກຳນົດເສັ້ນຊາຍແດນທາງບົກທີ່ຈະແຈ້ງ ແມ່ນປະຖົມປັດໃຈ, ແມ່ນພື້ນຖານດ້ານກົດໝາຍທີ່ສຳຄັນ ເພື່ອສອງຝ່າຍດຳເນີນການຄຸ້ມຄອງເຂດຊາຍແດນທາງບົກ ຫວຽດນາມ-ຈີນ, ເປີດກາລະໂອກາດໃໝ່ໃຫ້ແກ່ການພັດທະນາຂອງແຕ່ລະປະເທດ, ພິເສດແມ່ນໄດ້ສ້າງເງື່ອນໄຂໃຫ້ບັນດາທ້ອງຖິ່ນເຂດຊາຍແດນສອງຝ່າຍ ປັບປຸງຄວາມສະຫງົບປອດໄພ, ເປີດກ້ວາງການຮ່ວມມື ແລະ ພັດທະນາເສດຖະກິດ.

  ສົນທິສັນຍາດັ່ງກ່າວ ກໍ່ສະແດງໃຫ້ເຫັນເຈດຕະນາດີ ແລະ ຄວາມຕັດສິນໃຈຂອງຫວຽດນາມ ທີ່ພ້ອມແລ້ວທີ່ຈະແກ້ໄຂທຸກການຍາດຊິງກັນ ກ່ຽວກັບເຂດຊາຍແດນ ຜືນແຜ່ນດິນ, ບັນດາເຂດນ່ານທະເລ ແລະ ໄຫຼ່ທະວີບ, ສອດຄ່ອງກັບກົດໝາຍ ແລະ ພຶດຕິກຳຕົວຈິງສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ