2017 - ປີຫັນລະບຽບການບໍລິຫານເປັນງ່າຍດາຍ

(VOVWORLD) - ປີ 2017 ແມ່ນປີປະຕິບັດຢ່າງຂ້ຽວຂາດການປະຕິຮູບລະບຽບການບໍລິຫານຂອງບັນດາກະຊວງ, ຄະນະ, ຂະແໜງການ ດ້ວຍລະບຽບການບໍລິຫານນັບພັນຢ່າງໄດ້ຫລຸດລົງ ແລະ ຫັນເປັນງ່າຍດາຍ.

ປີ 2017, ສານ “ລັດຖະບານແຫ່ງການສ້າງສາ, ພັດທະນາ, ຊື່ສັດບໍລິສຸດ, ມີການກະທຳຮັບໃຊ້ປະຊາຊົນ ແລະ ວິສາຫະກິດ” ໄດ້ຫັນເປັນລະອຽດ ໂດຍຜ່ານການເຄື່ອນໄຫວຂອງບັນດາອົງການບໍລິຫານພາກລັດ, ໃນນັ້ນ ການປະຕິຮູບລະບຽບການບໍລິຫານສາທາລະນະ ໄດ້ຮັບຖືວ່າ ມີບາດກ້າວບຸກທະລຸ. ສິ່ງດັ່ງກ່າວ ນຳມາເຊິ່ງຄວາມເພິ່ງພໍໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈໃຫ້ປະຊາຊົນ, ວິສາຫະກິດ ແລະ ບັນດານັກລົງທຶນ.

2017 - ປີຫັນລະບຽບການບໍລິຫານເປັນງ່າຍດາຍ - ảnh 1 (ພາບປະກອບ)

         ປີ 2017 ແມ່ນປີປະຕິບັດຢ່າງຂ້ຽວຂາດການປະຕິຮູບລະບຽບການບໍລິຫານຂອງບັນດາກະຊວງ, ຄະນະ, ຂະແໜງການ ດ້ວຍລະບຽບການບໍລິຫານນັບພັນຢ່າງໄດ້ຫລຸດລົງ ແລະ ຫັນເປັນງ່າຍດາຍ. ວຽກງານປະຕິຮູບລະບຽບການບໍລິຫານບັນລຸໄດ້ໝາກຜົນຕັ້ງໜ້າຫລາຍຢ່າງ, ໄດ້ຮັບການເຫັນດີເປັນເອກະພາບ, ງ່າຍດາຍ, ໂປ່ງໃສ, ສຳພັດກັບທຳນຽມສາກົນຢ່າງເໝາະສົມ.

ປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີຢ່າງຂ້ຽວຂາດ

        ນັບແຕ່ຕົ້ນປີ, ລັດຖະບານໄດ້ສຸມໃສ່ຊີ້ນຳຜັນຂະຫຍາຍການປະຕິບັດຢ່າງຄົບຊຸດ, ຂ້ຽວຂາດບັນດາໜ້າທີ່, ມາດຕະການໜູນຊ່ວຍການພັດທະນາວິສາຫະກິດ, ສົ່ງເສີມການປ່ຽນແປງໃໝ່ຫົວຄິດປະດິດສ້າງ, ເລີ່ມທຸລະກິດຕາມເນື້ອໃນຈິດໃຈສ້າງລັດຖະບານໃຫ້ເປັນລັດຖະບານສ້າງສັນ, ພັດທະນາ, ຊື່ສັດບໍລິສຸດ, ມີການກະທຳຮັບໃຊ້ປະຊາຊົນ ແລະ ວິສາຫະກິດ.

        ຕາມນັ້ນແລ້ວ, ລັດຖະບານໄດ້ປະກາດໃຊ້ມະຕິກ່ຽວກັບການສືບຕໍ່ປະຕິບັດບັນດາໜ້າທີ່, ມາດຕະການຕົ້ນຕໍປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງລະດັບຊາດ ແລະ ມະຕິກ່ຽວກັບການຫັນລະບຽບການບໍລິຫານ, ເອກະສານຂອງພົນລະເມືອງເປັນງ່າຍດາຍ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໋ຽນຢຸງ ຢືນຢັນວ່າ:

        “ບັນດາລະບຽບການບໍລິຫານໄດ້ຮັບການປະຕິບັດເປັນຢ່າງດີທີ່ສຸດ. ບັນດາລະບຽບການພາສີ, ລະບຽບການສ່ວຍສາອາກອນລ້ວນແຕ່ໄດ້ຫລຸດລົງ. ພິເສດແມ່ນດຳລັດ 50 ສະບັບໄດ້ປະກາດໃຊ້ມີຜົນສັກສິດໃນປີ 2017 ໄດ້ສ້າງເງື່ອນໄຂໃຫ້ວິສາຫະກິດລົງທຶນດຳເນີນທຸລະກິດ. ບັນດາລະບຽບການທີ່ກ່ຽວຂ້ອງເຖິງການກູ້ຢືມທຶນ, ນຳໃຊ້ທີ່ດິນ, ນະໂຍບາຍກໍ່ສ້າງຊາວຜູ້ອອກແຮງງານ ໄດ້ຮັບການພິຈາລະຈາສັງລວມພໍສົມຄວນ, ແກ້ໄຂບັນດາສິ່ງກີດຂວາງຫຍຸ້ງຍາກຈາກບັນດາທ້ອງຖິ່ນ, ຈາກບັນຫາລະບຽບການສ້າງຕັ້ງວິສາຫະກິດ, ການອອກໜັງສືອະນຸຍາດໃຫ້ລົງທຶນ…

        ໄລ່ລວມໝົດປີ 2017, ມີລະບຽບການບໍລິຫານໃນຂົງເຂດແຮງງານ, ສັງຄົມເກືອບ 50 ຢ່າງໄດ້ຫັນເປັນງ່າຍດາຍ ປະເພດສິນຄ້າຕ້ອງໄດ້ຮັບການກວດກາຄືນຢູ່ຂັ້ນຕອນແຈ້ງພາສີໄດ້ຫລຸດລົງ 420 ຢ່າງ, ເງື່ອນໄຂການລົງທຶນ, ດຳເນີນທຸລະກິດສັງກັດຂົງເຂດຄຸ້ມຄອງຂອງກະຊວງອຸດສາຫະກຳ ແລະ ການຄ້າໄດ້ຫັນເປັນງ່າຍດາຍກ່ວາ 670 ເງື່ອນໄຂ…

        ຄຽງຄູ່ກັບການປັບປຸງລະບຽບການບໍລິຫານ, ບັນດາອົງການ, ຄະນະ, ຂະແໜງການຍາມໃດກໍ່ໃກ້ຊິດຕິດແທດກັບການກວດກາ, ກຳແໜ້ນບັນດາສິ່ງຄົງຄ້າງທີ່ເກີດຂຶ້ນໃນວິວັດການປະຕິບັດຢ່າງທັນການ ເພື່ອມີບັນດາການດັດປັບໃຫ້ເໝາະສົມ.

        ພິເສດ, ເວັບໄຊ “ລັດຖະບານ ກັບ ວິສາຫະກິດ” ໄດ້ສ້າງຕັ້ງແຕ່ປີ 2016, ແຕ່ເດືອນ ເມສາ 2017 ນາຍົກລັດຖະມົນຕີກໍ່ມອບໝາຍໃຫ້ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຊີ້ນຳໂດຍກົງການຄຸ້ມຄອງ, ດຳເນີນລະບົບຮັບ, ຕອບຄຳສ່ອງແສງ, ຂໍ້ສະເໜີແນະຂອງປະຊາຊົນຜ່ານປະຕູຖານຂໍ້ມູນເອເລັກໂຕນິກລັດຖະບານຜ່ານໜ້າເວັບ “ລັດຖະບານ ກັບ ປະຊາຊົນ”. ນີ້ແມ່ນກົນໄກຕິດຕາມກວດກາຢ່າງແໜ້ນແຟ້ນ ເພື່ອແນໃສ່ສ້າງກົນໄກທີ່ມີປະສິດທິຜົນ, ໂປ່ງໃສ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໋ຽນຢຸງ ໃຫ້ຮູ້ວ່າ: ການປະຕິບັດຕາມຄຳຊີ້ນຳຂອງນາຍົກລັດຖະມົນຕີ ວຽກງານຕິດຕາມກວດກາພະນັກງານປີຜ່ານມາໄດ້ຮັບການຜັນຂະຫຍາຍຢ່າງແຮງ ແລະ ເຂັ້ມງວດ:

        “ດ້ວຍການຕິດຕາມກວດກາຈາກປະຊາຊົນ, ວິສາຫະກິດ, ບັນດາອົງການສຳນັກງານ, ບັນດາພະນັກງານ, ລັດຖະກອນ, ພາລະກອນລ້ວນແຕ່ຕ້ອງປະຕິບັດ, ວິສາຫະກິດກໍ່ຕ້ອງປະຕິບັດ. ພະນັກງານຢູ່ບັນດາຂັ້ນຕອນເຫຼົ່ານີ້ ຕ້ອງມີບັນດາມາດຕະການຢ່າງແຮງ, ນັບທັງການປົດຕຳແໜ່ງ, ບັງຄັບເຊົາເຮັດວຽກ, ຍົກຍ້າຍ…ສືບຕໍ່ມອບຫລາຍໃຫ້ກະຊວງ, ຂະແໜງການ, ທ້ອງຖິ່ນຄຸ້ມຄອງລັດຖະກອນຕາມທິດນັ້ນ. ບົນຈິດໃຈ ທັງໝົດນັ້ນ ແມ່ນເພື່ອການເປີດເຜີຍ, ໂປ່ງໃສ, ພ້ອມກັນປະຕິບັດ ແລະ ຕິດຕາມກວດກາ.

ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ວິສາຫະກິດ

        ຕົ້ນປີ 2017, ໃນບົດລາຍງານຂອງສະຫະປະຊາຊາດ, ຫວຽດນາມ ຈັດອັນດັບທີ 89/193 ໃນໂລກກ່ຽວກັບດັດຊະນີການພັດທະນາລັດຖະບານເອເລັກໂຕນິກໃນປີ 2016, ເພີ່ມຂຶ້ນ 10 ອັນດັບເມື່ອທຽບໃສ່ປີ 2015. ນີ້ແມ່ນໝາກຜົນແຫ່ງຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງໃນໄລຍະຍາວ ເຊິ່ງລັດຖະບານພ້ອມກັບບັນດາກະຂວງ, ຂະແໜງການຕັດສິນໃຈປະຕິບັດ. ໝາກຜົນນີ້ ສືບຕໍ່ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງໃນປີ 2017 ຜ່ານມາ.

        ປີ 2017 ໄດ້ຮັບຖືວ່າ ແມ່ນປີປະຕິບັດຢ່າງຂ້ຽວຂາດການປະຕິຮູບດ້ານລະບຽບການບໍລິຫານຂອງບັນດາກະຊວງ, ຄະນະ, ຂະແໜງການ ດ້ວຍລະບຽບການບໍລິຫານນັບພັນຢ່າງໄດ້ຮັບການຫລຸດລົງ ແລະ ຫັນເປັນງ່າຍດາຍ. ບັນດາບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ໃນການປະຕິຮູບລະບຽບການບໍລິຫານ ໃນເບື້ອງຕົ້ນໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ປະຊາຄົມວິສາຫະກິດ, ສ້າງທ່ວງທ່າໃຫ້ການຫັນຄວາມຕັດສິນໃຈຂອງລັດຖະບານແມ່ນສ້າງລັດຖະບານ “ແຫ່ງການສ້າງສັນ, ພັດທະນາ, ຊື່ສັດບໍລິສຸດ, ມີການກະທຳ” ໃຫ້ປະກົດຜົນເປັນ”ຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ