2017 - ປີແຫ່ງຕົວເລກສະຖິຕິຂອງການດຶງດູດທຶນ FDI ຫວຽດນາມ

(VOVWORLD) - ໃນປີ 2017, ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 19 ຂະແໜງ, ຂົງເຂດ, ໃນນັ້ນ, ຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດ ໄດ້ດຶງດູດຄວາມສົນໃຈຫລາຍຢ່າງຈາກນັກລົງທຶນຕ່າງປະເທດ ດ້ວຍຍອດຈຳນວນທຶນເກືອບ 16 ຕື້ USD, ກວມກ່ວາ 44% ຍອດຈຳນວນເງິນລົງທຶນຈົດທະບຽນ.

ປີ 2017, ຍອດຈຳນວນທຶນຈົດທະບຽນໃໝ່, ເພີ່ມຕື່ມ ແລະ ປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດເຂົ້າ ຫວຽດນາມ ບັນລຸເກືອບ 36 ຕື້ USD, ທຶນປະຕິບັດບັນລຸເກືອບ 20 ຕື້ USD. ນີ້ແມ່ນຕົວເລກເຕີບໂຕສູງສຸດຂອງເງິນລົງທຶນໂດຍກົງຕ່າງປະເທດເຂົ້າ ຫວຽດນາມ (FDI) ໃນ 10 ປີມານີ້.

2017 - ປີແຫ່ງຕົວເລກສະຖິຕິຂອງການດຶງດູດທຶນ FDI ຫວຽດນາມ  - ảnh 1 (ພາບປະກອບ)

        ໃນປີ 2017, ນັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 19 ຂະແໜງ, ຂົງເຂດ, ໃນນັ້ນ, ຂົງເຂດອຸດສາຫະກຳປຸງແຕ່ງ, ຜະລິດ ໄດ້ດຶງດູດຄວາມສົນໃຈຫລາຍຢ່າງຈາກນັກລົງທຶນຕ່າງປະເທດ ດ້ວຍຍອດຈຳນວນທຶນເກືອບ 16 ຕື້ USD, ກວມກ່ວາ 44% ຍອດຈຳນວນເງິນລົງທຶນຈົດທະບຽນ. ຖັດມາແມ່ນຂົງເຂດຜະລິດ, ສະໜອງໄຟຟ້າ; ທຸລະກິດອະສັງຫາລິມະຊັບ, ມີ 115 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນຢູ່ ຫວຽດນາມ. ໃນນັ້ນ ຍີ່ປຸ່ນ ຢືນອັນດັບທີ 1 ດ້ວຍຍອດຈຳນວນເງິນລົງທຶນກ່ວາ 9 ຕື້ USD, ຖັດຈາກນັ້ນ ແມ່ນ ສ.ເກົາຫຼີ ແລະ ສິງກະໂປ.

ສະພາບແວດລ້ອມແຫ່ງການລົງທຶນ - ປັດໄຈເປັນໄລກອນສຳເລັດຜົນຂອງ ຫວຽດນາມ

        ຕາມທ່ານ ໂດເຍີດຮ່ວາງ ຫົວໜ້າກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ມີຫລາຍສາຍເຫດທີ່ພາໃຫ້ FDI ປີ 2017 ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ກັບປີ 2016 ແລະ ລື່ນກາຍການຄາດຄະເນຂອງບັນດານັກຊ່ຽວຊານດ້ານເສດຖະກິດທີ່ຄາດວ່າ ດຶງດູດປະມານ 30 ຕື້ USD. ບໍ່ພຽງແຕ່ແມ່ນທຶນຈົດທະບຽນເທົ່ານັ້ນ ຫາກຍັງທຶນປະຕິບັດກໍ່ໄດ້ຮັບການປັບປຸງພໍສົມຄວນອີກດ້ວຍ. ໂດຍລະອຽດແມ່ນ ທຶນປະຕິບັດບັນລຸເກືອບ 20 ຕື້ USD, ໃນນັ້ນ ທຶນ FDI ປ່ອຍສິນເຊື່ອປະມານ 17,5 ຕື້ USD, ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ປີ 2016; ທຶນປະຕິບັດໂດຍຜ່ານການປະກອບທຶນຊື້ຫຸ້ນຂອງນັກລົງທຶນຕ່າງປະເທດປະມານ 3 ຕື້ USD. ນອກຈາກສາຍເຫດແມ່ນສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢູ່ ຫວຽດນາມ ໄດ້ຮັບການປັບປຸງ, ຫວຽດນາມ ຍັງຄົງໄດ້ຮັບການຕີລາຄາວ່າ ແມ່ນປະເທດທີ່ມີທ່າໄດ້ປຽບໃນການດຶງດູດການລົງທຶນຄື: ດ້ານການເມືອງມີສະຖຽນລະພາບ, ປະຊາກອນຫລາຍ, ຈຳນວນຄົນໃນເກນອາຍຸອອກແຮງງານຫລາຍ…ທ່ານ Hirohide Sagara ປະທານຮ່ວມສຳພັນທະພາບເວທີປາໄສວິສາຫະກິດ ຫວຽດນາມ 2017 ຖືວ່າ:

        “ໃນໄລຍະຜ່ານມາ, ລັດຖະບານ ຫວຽດນາມ ໄດ້ມີຄວາມມານະພະຍາຍາມຫລາຍຢ່າງ ເພື່ອປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ດຶງດູດການລົງທຶນຈາກຕ່າງປະເທດ. 56% ສະມາຊິກຂອງເວທີປາໄສວິສາຫະກິດ ຫວຽດນາມ (VBF) ຕີລາຄາວ່າ ຫວຽດນາມ ແມ່ນສະພາບແວດລ້ອມແຫ່ງການລົງທຶນທີ່ດີ ແລະ ມີຄວາມສະດວກຫລາຍຢ່າງໃນການລົງທຶນ, ດຳເນີນທຸລະກິດ. ພວກຂ້າພະເຈົ້າຫວັງວ່າ ລັດຖະບານ ຫວຽດນາມ ສືບຕໍ່ມີການປັບປຸງກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຫລາຍຢ່າງກ່ວາອີກ, ພິເສດແມ່ນເອົາໃຈໃສ່ເຖິງຄວາມໄວ ແລະ ປະສິດທິຜົນ.

ກາລະໂອກາດດຶງດູດ FDI ໃຫ້ ຫວຽດນາມ ໃນອະນາຄົດ

        ໃນສະພາວະຫລາຍປະເທດໃນພາກພື້ນຂາດສະຖຽນລະພາບ, ຫວຽດນາມ ພັດພົ້ນເດັ່ນຂຶ້ນແມ່ນສະຖານທີ່ລົງທຶນແຖວໜ້າ, ດ້ວຍຄວາມສະຖຽນລະພາບດ້ານການເມືອງ, ຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດ, ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ. ພິເສດ, ເລື່ອງເປັນເຈົ້າພາບຈັດຕັ້ງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017 ໄດ້ຖືວ່າ ແມ່ນ “ໂອກາດທີ່ດີສຸດ” ເພື່ອໃຫ້ ຫວຽດນາມ ຊຸກຍູ້ການຮ່ວມມືເສດຖະກິດກັບບັນດາພື້ນຖານເສດຖະກິດສະມາຊິກ APEC, ໃນນັ້ນ ມີການດຶງດູດການລົງທຶນ. ກ່ວາ 10 ປີກ່ອນນີ້, ພາຍຫລັງເປັນເຈົ້າພາບຈັດຕັ້ງກອງປະຊຸມ APEC 2006, ຫວຽດນາມໄດ້ກາຍເປັນ “ສະຖານທີ່” ດຶງດູດ FDI ດ້ວຍຈຸດຍອດແມ່ນປີ 2007 – 2008.

        ທ່ານ Robert E.Moritz, ປະທານທົ່ວໂລກຂອງ PricewaterhouseCoopers (PwC) ຖືວ່າ: ການມີໜ້າຂອງທ່ານປະທານາທິບໍດີ Donald Trump ທີ່ສັບປະດາຂັ້ນສູງ APEC 2017 ຢູ່ ດາໜັງ ເມື່ອເດືອນ ພະຈິກ ປີ 2017 ຜ່ານມາ, ໄດ້ນຳມາເຊິ່ງກາລະໂອກາດໃຫຍ່ຫລວງ ເພື່ອໃຫ້ ຫວຽດນາມ - ອາເມລິກາ ຊຸກຍູ້ການຮ່ວມມືລົງທຶນ ແລະ ບັນດານັກລົງທຶນ ອາເມລິກາ ພ້ອມກັບບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ, ຈະເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ໃນໄລຍະຈະມາເຖິງ. ທ່ານ Robert E.Moritz ຢັ້ງຢືນວ່າ: ຫວຽດນາມ ຈະແມ່ນແດນສະຫວັນແຫ່ງການລົງທຶນໃນຊຸມປີຈະມາເຖິງ.

        “ໂດຍບໍ່ວ່າປະເທດໃດໆໃນໂລກນີ້, ເພື່ອສາມາດກາຍເປັນ “ແດນສະຫວັນ” ໃຫ້ບັນດານັກລົງທຶນ, ຫວຽດນາມ ຕ້ອງການສ້າງຕັ້ງໄດ້ຂັ້ນຕອນດຶງດູດການລົງທຶນທີ່ດູດດື່ມ ແລະ ເຂັ້ມແຂງ. ໃນ 2,3 ປີຜ່ານມາ, ສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມໄດ້ມີການປັບປຸງສົມຄວນ ແລະ ບັນດານັກລົງທຶນຕ່າງປະເທດ ລ້ວນແຕ່ຫວັງວ່າ ທ່າອ່ຽງນີ້ຈະສືບຕໍ່ດຳເນີນໄປ. ເຖິງຢ່າງໃດກໍ່ຕາມ, ສິ່ງສຳຄັນທີ່ສຸດ ເຊິ່ງ ຫວຽດນາມ ຄວນປະຕິບັດ ນັ້ນແມ່ນຮັບປະກັນໃຫ້ມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບ.

        ຕາມການສຳຫລວດກວດກາໂດຍ PwC ຈັດຕັ້ງ, ຫວຽດນາມ ນອນໃນຈຳນວນ 5 ປະເທດ ແລະ ພື້ນຖານເສດຖະກິດແຖວໜ້າ ຊຶ່ງບັນດາ CEO APEC ຢາກລົງທຶນ, ສິ່ງດັ່ງກ່າວໄດ້ຮັບການຕີລາຄາວ່າ ມີຄວາມໝາຍຍຸດທະສາດໃນສະພາວະຂອບຂະໜາດປະຊາກອນ ຫວຽດນາມ ພວມມີການປ່ຽນແປງຢ່າງໃຫຍ່ຫລວງ. ຫວຽດນາມ ແມ່ນປະເທດພວມຮັກສາໄດ້ລະດັບການເຕີບໂຕເສດຖະກິດໃນຊຸມວັນຜ່ານມາເປັນຢ່າງດີ, ເສດຖະກິດ ຫວຽດນາມ ຍາມໃດກໍ່ຮັກສາໄດ້ການເປັນປົກກະຕິ ແລະ ສ້າງບັນດາກາລະໂອກາດດຳເນີນທຸລະກິດທີ່ດູດດື່ມ ./.

ຕອບກັບ

ຂ່າວ/ບົດ​ອື່ນ