25 ປີທີ່ຫວຽດນາມ ປະກອບສ່ວນ, ຊຸກຍູ້ການພົວພັນກັບຕ່າງປະເທດຂອງອາຊຽນ

(VOVWORLD) -ໃນໄລຍະ 25 ປີຜ່ານມາ, ຍາມໃດຫວຽດນາມ ກໍ່ສະແດງໃຫ້ເຫັນບົດບາດແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ, ມີການປະກອບຄຳເຫັນຫຼາຍຢ່າງເຂົ້າໃນການສ້າງອາຊຽນ ໃຫ້ເຂັ້ມແຂງ ແລະ ນັບມື້ນັບມີທີ່ຕັ້ງສູງກວ່າໃນພາກພື້ນ ແລະ ສາກົນ.

25 ປີທີ່ຫວຽດນາມ ປະກອບສ່ວນ, ຊຸກຍູ້ການພົວພັນກັບຕ່າງປະເທດຂອງອາຊຽນ - ảnh 1(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ

ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ)

ເລື່ອງເຂົ້າເປັນສະມາຊິກອາຊຽນ ໄດ້ສ້າງບາດລ້ຽວໃຫ້ແກ່ຫວຽດນາມ, ສ້າງທ່າຫັນປ່ຽນພື້ນຖານເສດຖະກິດ, ເປີດປະຕູ, ເພີ່ມທະວີການເຊື່ອມໂຍງ ແລະ ກາຍເປັນເພື່ອນມິດຂອງທຸກໆປະເທດໃນໂລກ. ພ້ອມທັງ, ເມື່ອເຂົ້າເປັນສະມາຊິກອາຊຽນ, ຫວຽດນາມ ໄດ້ມີກາລະໂອກາດປະກອບສ່ວນນຳອາຊຽນ ກາຍເປັນອົງການຈັດຕັ້ງທີ່ມີທີ່ຕັ້ງຢູ່ພາກພື້ນ, ນັບມື້ນັບມີຄວາມດຶງດູດສຳລັບບັນດາຄູ່ຮ່ວມມືນອກພາກພື້ນ.

ບັນດາການປະກອບສ່ວນພົ້ນເດັ່ນໃນການສ້າງປະຊາຄົມອາຊຽນ

        25 ປີຜ່ານມາ, ຫວຽດນາມ ໄດ້ມີການການປະກອບສ່ວນສຳຄັນຫຼາຍຢ່າງໃຫ້ແກ່ອາຊຽນ. ສິ່ງທຳອິດ ແລະ ກໍ່ຈື່ງ່າຍນັ້ນແມ່ນ “ເລື່ອງເຂົ້າເປັນສະມາຊິກອາຊຽນ ຂອງຫວຽດນາມ ໄດ້ສິ້ນສຸດໄລຍະແບ່ງແຍກອາຊີຕາເວັນອອກສ່ຽງໃຕ້ ເປັນ 2 ຂົ້ວ”, ສ້າງທ່ວງທ່າເພື່ອໃຫ້ກຳປູເຈຍ ແລະ ມຽນມາ ເຂົ້າເປັນສະມາຊິກຂອງອາຊຽນ ແລະ ນຳອົງການນີ້ກາຍເປັນເຂດເຕົ້າໂຮມທຸກປະເທດອາຊີຕາເວັນອອກສ່ຽງໃຕ້.

        ບໍ່ພຽງແຕ່ເທົ່ານັ້ນ, ຫວຽດນາມ ຍັງມີບັນດາການປະກອບສ່ວນສຳຄັນເຂົ້າໃນຄວາມສະຖຽນລະພາບດ້ານການເມືອງ ແລະ ການເຕີບໂຕຂອງອາຊຽນ. ໃນຕະຫຼອດໄລຍະ 25 ປີເຂົ້າເປັນສະມາຊິກອາຊຽນນັ້ນ, “ຫວຽດນາມ ກໍ່ໄດ້ຍົກອອກຂໍ້ລິເລີ່ມສຳຄັນຫຼາຍຂໍ້ ແລະ ສະນັບສະນູນບັນດາໂຄງການຂອງອົງການນີ້ຢ່າງແຮງ”. ບັນດາຂໍ້ລິເລີ່ມໄດ້ປະກອບສ່ວນສ້າງຂີດໝາຍເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ໃນແຕ່ລະເທື່ອ. ເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນ ເປັນຄັ້ງທຳອິດເມື່ອປີ 1998, ຫວຽດນາມ ໄດ້ຍົກອອກໂຄງການດຳເນີນງານຮ່າໂນ້ຍ ຢ່າງທັນການ ເພື່ອຊ່ວຍໃຫ້ບັນດາປະເທດຟື້ນຟູພື້ນຖານເສດຖະກິດພາຍຫຼັງໄລຍະວິກິດການ ແລະ ຮັດແຄບຊ່ອງວ່າງລະຫວ່າງບັນດາປະເທດສະມາຊິກໃນພາກພື້ນ. ເມື່ອດຳລົງຕຳແໜ່ງປະທານອາຊຽນ ຄັ້ງທີ 2 ໃນປີ 2010, ຫວຽດນາມ ພັດຊຸກຍູ້ “ວັດທະນະທຳການກະທຳ”, ສົ່ງເສີມ ແລະ ຊຸກຍູ້ບັນດາປະເທດສະມາຊິກປະຕິບັດສຳເລັດເປົ້າໝາຍເຊິ່ງອາຊຽນ ໄດ້ວາງອອກ. ແລະເມື່ອດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ນີ້, ຄາດໝາຍດັ່ງກ່າວສືບຕໍ່ໄດ້ຮັບການຊຸກຍູ້ ແລະ ໄດ້ສະແດງອອກຜ່ານຫົວຂໍ້ຂອງປີອາຊຽນ 2020 ແມ່ນ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”. ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ, ຕີລາຄາວ່າ.

25 ປີທີ່ຫວຽດນາມ ປະກອບສ່ວນ, ຊຸກຍູ້ການພົວພັນກັບຕ່າງປະເທດຂອງອາຊຽນ - ảnh 2 ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ

(ພາບ: KPL)

(ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ)

        ບໍ່ພຽງແຕ່ສ້າງບັນດາຂີດໝາຍສະເພາະ, ການປະກອບສ່ວນເຂົ້າໃນການພັດທະນາຂອງອາຊຽນ ເທົ່ານັ້ນ, ຫວຽດນາມ ຍັງແບ່ງປັນບົດຮຽນໃນການສ້າງແຜນການໄລຍະຍາວເພື່ອໃຫ້ອາຊຽນ ມີວິໄສທັດຢ່າງຈະແຈ້ງກວ່າກ່ຽວກັບອະນາຄົດຂອງຕົນ. ພ້ອມກັນນັ້ນ, ການຢຶດໝັ້ນປະຕິບັດຕາມຫຼັກການເຫັນດີເຫັນພ້ອມ, ມານະພະຍາຍາມຮັດແຄບຊ່ອງຫວ່າງພັດທະນາຂອງຫວຽດນາມ ຊ່ວຍໃຫ້ອາຊຽນ ຮັກສາຄວາມສາມັກຄີ, ຊຸກຍູ້ການພັດທະນາຢ່າງສະໝ່ຳສະເໝີຢູ່ພາກພື້ນ.

25 ປີທີ່ຫວຽດນາມ ປະກອບສ່ວນ, ຊຸກຍູ້ການພົວພັນກັບຕ່າງປະເທດຂອງອາຊຽນ - ảnh 3(ທ່ານສາດສະດາຈານ Carl Thayer)

ຊຸກຍູ້ການພົວພັນການຕ່າງປະເທດຂອງອາຊຽນ

        ໜຶ່ງໃນບັນດາການປະກອບສ່ວນສຳຄັນອື່ນໆຂອງຫວຽດນາມ ເຂົ້າອາຊຽນ ແມ່ນຕ້ອງເວົ້າເຖິງນັ້ນແມ່ນ ເລື່ອງຫວຽດນາມ ໄດ້ນຳໃຊ້ບົດຮຽນການທູດຫຼາຍຟ່າຍ ແລະ ການພົວພັນຕ່າງປະເທດ 2 ຝ່າຍ ເພື່ອຊຸກຍູ້ການພົວພັນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາ. ທ່ານສາດສະດາຈານ Carl Thayer, ນັກຊ່ຽວຊານຄົ້ນຄວ້າກ່ຽວກັບຫວຽດນາມ ສັງກັດມະຫາວິທະຍາໄລ New South Wales, ອົດສະຕາລີ, ຖືວ່າ.

        “ນະໂຍບາຍການຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍທິດ ກໍຄືບົດຮຽນໃນການພົວພັນທາງການທູດ 2 ຝ່າຍ ເຊິ່ງຫວຽດນາມ ໄດ້ນຳໃຊ້ເພື່ອຊ່ວຍໃຫ້ອາຊຽນ ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມື, ຄູ່ເຈລະຈາ, ໃນນັ້ນມີລັດເຊຍ ແລະ ອິນເດຍ. ໃນບັນດາບັນຫາພາກພື້ນ, ຫວຽດນາມ ແມ່ນປະເທດສະມາຊິກສ້າງຂໍ້ລິເລິ່ມຈັດຕັ້ງເວທີປາໄສພາກພື້ນ ARF, ຫວຽດນາມ ກໍ່ເປັນເຈົ້າພາບຈັດຕັ້ງກອງປະຊຸມເຈົ້າໜ້າທີ່ອະວຸໂສປ້ອງກັນປະເທດ ADMM+ ເປັນຄັ້ງທຳອິດເມື່ອປີ 2010. ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດສະມາຊິກສະໜັບສະໜູນຢ່າງແຮງເລື່ອງລັດເຊຍ ແລະ ອາເມລິກາ ເຂົ້າຮ່ວມເວທີປາໄສສຸດຍອດອາຊີ ເພື່ອຍົກສູງເວທີປາໄສນີ້”

        ໃນບັນດາທະເລຕາເວັນອອກ, ຫວຽດນາມ ກໍ່ແມ່ນປະເທດຕັ້ງໜ້າຖືກເປັນສຳຄັນບັນດາກົນໄກ ແລະ ວິທີການຂອງອາຊຽນ ເພື່ອມີການປະພຶດຕໍ່ກັບບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ. ຫວຽດນາມ ໄດ້ສວມບົດບາດສຳຄັນໃນຄວາມສາມັກຄີອາຊຽນ ໃນບັນຫາທະເລຕາເວັນອອກ ເພື່ອມຸ່ງໄປເຖິງເລື່ອງບັນດາຝ່າຍກ້າວໄປເຖິງການປະພຶດຢ່າງຕັ້ງໜ້າ.

        ອາດເຫັນໄດ້ວ່າ, ເລື່ອງເຂົ້າເປັນສະມາຊິກອາຊຽນ ບໍ່ພຽງແຕ່ສ້າງການປ່ຽນແປງໃນທຸກດ້ານສຳລັບຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງບັນດາຂີດໝາຍ ແລະ ທີ່ຕັ້ງເຊິ່ງອາຊຽນ ບັນລຸໄດ້ໃນປະຈຸບັນອີກດ້ວຍ. ຜົນປະໂຫຍດຄວບຄູ່ຈະແມ່ນພື້ນຖານຢ່າງໝັ້ນແກ່ນເພື່ອໃຫ້ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນການສ້າງອາຊຽນ ໃຫ້ພັດທະນາກວ່າອີກໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ