30 ປີ ແຫ່ງການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ: ຫວນຄືນຫຼັງ ແລະ ກ້າວເດີນຕໍ່

(VOVWORLD) -ປີ 2018 ແມ່ນຂີດໝາຍ 30 ປີ ແຫ່ງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ. ກວ່າ 03 ທົດສະວັດຜ່ານມາ, ເຂດທີ່ມີເງິນລົງທຶນ FDI ໄດ້ກາຍເປັນກໍາລັງຫຼັກແຫຼ່ງ, ປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດຫວຽດນາມ. ໃນສະພາບການເສດຖະກິດໂລກໃນປັດຈຸບັນ ຍັງຂາດສະຖຽນລະພາບຫຼາຍຢ່າງ, ບັນດາການປະທະກັນ ກ່ຽວກັບດ້ານພູມີສາດການເມືອງ ຍັງຜັນແປຢ່າງສັບສົນ, ທ່າອ່ຽງອາລັກຂາການຄ້າພວມແຜ່ລາມອອກໃນທົ່ວໂລກ, ເພື່ອໃຫ້ FDI ສືບຕໍ່ຮັກສາບົດບາດຫຼັກແຫຼ່ງຂອງພື້ນຖານເສດຖະກິດ, ຫວຽດນາມ ພວມມີບັນດາບາດກ້າວປະຕິຮູບຢ່າງແຮງໃນຂົງເຂດນີ້.

ນັບແຕ່ເມື່ອ FDI ເຂົ້າມາລົງທຶນຢູ່ຫວຽດນາມ ປີ 1988, ການລົງທຶນຈາກຕ່າງປະເທດ ໄດ້ສ້າງວິທີດຶງດູດການລົງທຶນໃໝ່, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ, “ປຸກລຸກ” ແລະຍົກສູງປະສິດທິຜົນໃນການນໍາໃຊ້ບັນດາແຫຼ່ງກໍາລັງລົງທຶນພາຍໃນປະເທດ, ຊ່ວຍໂຄສະນາເຄື່ອງໝາຍການຄ້າແຫ່ງຊາດ, ຍົກສູງທີ່ຕັ້ງ ແລະ ກໍາລັງແຮງຂອງຫວຽດນາມໃນສະພາບການຫັນເປັນໂລກາພິວັດ ເທື່ອລະກ້າວ.

ບັນດາຕົວເລກທີ່ໜ້າປະທັບໃຈ

        ຕາມຂໍ້ມູນຂອງກົມລົງທຶນຈາກຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມແລ້ວ, ພາຍຫຼັງ 30 ປີແຫ່ງການ ດຶງດູດການລົງທຶນຈາກຕ່າງປະເທດ, ໄລ່ຮອດເດືອນພຶດສະພາ 2018, ທົ່ວປະເທດມີເກືອບ 26.000 ໂຄງການ ຍັງມີຜົນສັກສິດ ດ້ວຍຍອດທຶນຈົດທະບຽນ ຫຼາຍກວ່າ 320 ຕື້ USD. ປັດຈຸບັນ, ເຂດເຂດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດກວມເອົາປະມານ 25% ຍອດເງິນລົງທຶນທົ່ວສັງຄົມ, ກວມເອົາກວ່າ 70% ຍອດມູນຄ່າສົ່ງອອກສິນຄ້າຂອງທົ່ວປະເທດ.

30 ປີ ແຫ່ງການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ: ຫວນຄືນຫຼັງ ແລະ ກ້າວເດີນຕໍ່ - ảnh 1(ພາບປະກອບ:TTXVN) 

        ໄລ່ຮອດທ້າຍເດືອນ ມິຖຸນາ 2018, ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດ FDI ແມ່ນກວ່າ 20 ຕື້ USD, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ປັດຈຸບັນ ມີ 87 ປະເທດ ແລະ ເຂດແຄວ້ນ ມີໂຄງການລົງທຶນຢູ່ຫວຽດນາມ. ໝາກຜົນດັ່ງກ່າວ ເຊິ່ງນັກຊ່ຽວຊ່ານເສດຖະກິດຫຼາຍຄົນໃຫ້ຮູ້ວ່າ ແມ່ນຈຸດເດັ່ນ ເມື່ອທຽບໃສ່ຫຼາຍປະເທດໃນພາກພື້ນ. ດ້ວຍພື້ນຖານມີສະຖຽນລະພາບດ້ານການເມືອງ, ມີທີ່ຕັ້ງສະດວກໃນພາກພື້ນ ອາຊຽນ ທີ່ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ຫວຽດນາມ ຍາມໃດກໍໄດ້ຮັບການຕີລາຄາວ່າ ແມ່ນ ຈຸດນັດພົບທີ່ດູດດື່ມຂອງກະແສເງິນລົງທຶນຈາກຕ່າງປະເທດໃນໄລຍະຈະມາເຖິງ. ທ່ານ ຫງວຽນກົງອ໊າຍ, ຮອງຜູ້ອໍານວຍການໃຫຍ່ບໍລິສັດກວດສອບ ແລະ ລົງທຶນສາກົນ KPMG ແບ່ງປັນວ່າ:

        “ໃນໄລຍະປະມານ 01 ປີ ມານີ້, ພິເສດແມ່ນບັນດາຊຸມເດືອນຕົ້ນປີ 2018 ນັ້ນ ຢູ່ KPMG ຍັງບໍ່ທັນມີຍາມໃດທີ່ພວກຂ້າພະເຈົ້າ ຫຍຸ້ງວຽກງານຄືແບບນີ້, ນັ້ນແມ່ນການຕ້ອນຮັບບັນດານັກລົງທຶນຢາກເຂົ້າມາລົງທຶນຢູ່ຫວຽດນາມ. ດັ່ງນັ້ນ, ລະດັບຄວາມສົນໃຈຂອງບັນດານັກລົງທຶນຕ່າງປະເທດຢາກເຂົ້າມາລົງທຶນຢູ່ຫວຽດນາມ ໃນປັດຈຸບັນ ແມ່ນຫຼາຍທີ່ສຸດ, ພິເສດແມ່ນບັນດານັກລົງທຶນ ອາຊີເໜືອ”.

ດຶງດູດ FDI ດ້ວຍວິທີກ້າວເດີນໃໝ່ໃນສະພາບການໃໝ່

        ປະຈຸບັນ, ຄວາມສາມາດບົ່ມຊ້ອນແມ່ນແນວນັ້ນ ແຕ່ສະພາບການເສດຖະກິດໂລກ ພວມມີການປ່ຽນແປງຫຼາຍຢ່າງ. ນັ້ນແມ່ນສະພາບການອາລັກຂາດ້ານການຄ້າເພີ່ມຂຶ້ນ, ເຮັດໃຫ້ກະແສເງິນລົງທຶນຈາກຕ່າງປະເທດ ມີການຜັນແປຫຼາຍຢ່າງໃນໄລຍະຈະມາເຖິງ. ສາດສະດາຈານ ຫງວຽນໝ້າຍ, ປະທານສະຫະສະມາຄົມວິສາຫະກິດລົງທຶນຕ່າງປະເທດໃຫ້ຮູ້ວ່າ:

        “ປະເທດຊາດມີການປ່ຽນແປງ, ໂລກມີການປ່ຽນແປງ, FDI ທົ່ວໂລກມີການປ່ຽນແປງນັ້ນ ຮຽກຮ້ອງໃຫ້ພວກເຮົາຕ້ອງ ປ່ຽນແປງການກຳນົດທິດ ແລະ ນະໂຍບາຍດຶງດູດເງິນລົງທຶນຈາກຕ່າງປະເທດ. ການກຳນົດທິດໃໝ່ແມ່ນການເຕີບໂຕຂຽວ, ແມ່ນການເຕີບໂຕແບບຍືນຍົງ ແລະ ດຶງດູດການລົງທຶນຈາກຕ່າງປະເທດເຂົ້າບັນດາຂົງເຂດເຕັກໂນໂລຊີອະນາຄົດ,ພູມປັນຍາ … ປັດຈຸບັນ,  ບັນດາການກຳນົດທິດເຫຼົ່ານີ້ ບໍ່ພຽງແຕ່ມາຈາກບັນດາປະເທດທີ່ ພວມເຄື່ອນໄຫວຢູ່ ຫວຽດນາມ ເຫຼົ່ານັ້ນ ຫາກຍັງແມ່ນບັນດາປະເທດອຸດສາຫະກຳເຕັກໂນໂລຊີກ້າວໜ້າທີ່ສຸດໃນໂລກອີກດ້ວຍ. ຢາກເຮັດໄດ້ຄືແນວນັ້ນ, ພວກເຮົາຕ້ອງປ່ຽນແປງວິທີເຮັດ, ຈາກການສົ່ງເສີມການລົງທຶນ, ປະເມີນໂຄງການ, ປະຕິຮູບຮອບດ້ານກ່ຽວກັບການຄຸ້ມຄອງຂອງລັດ.”

        ໄລຍະຈະມາເຖິງ, ຄາດວ່າການຂັດແຍ້ງກັນໃນການດຶງດູດການລົງທຶນຈາກຕ່າງປະເທດ ຈະດຳເນີນໄປຢ່າງຂ້ຽວຂາດ. ຍ້ອນເຫດນັ້ນ, ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງມີການປະຕິຮູບຢ່າງແຮງໃນການຄຸ້ມຄອງລັດໃນຂົງເຂດດຶງດູດການລົງທຶນຈາກຕ່າງປະເທດ. ໄປຄຽງຄູ່ກັນນັ້ນ, ແມ່ນປະຕິບັດນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຖະບານ ຫວຽດນາມ ກ່ຽວກັບການດຶງດູດການລົງທຶນຈາກຕ່າງປະເທດໃນ 3 ທົດສະວັດຜ່ານມາເປັນຢ່າງດີ, ນັ້ນແມ່ນສ້າງ ລະບົບກົດໝາຍ, ນະໂຍບາຍກ່ຽວຂ້ອງຕາມທິດສະເໝີຕົ້ນສະເໝີປາຍໃຫ້ສໍາເລັດ, ມີຄວາມເປີດເຜີຍ, ໂປ່ງໃສ, ສ້າງຄວາມສະດວກສູງສຸດໃຫ້ແກ່ນັກລົງທຶນ, ຫວຽດນາມ ກໍ່ພວມມານະພະຍາຍາມປັບປຸງຂອດການປະຕິບັດກົດໝາຍ, ເພີ່ມທະວີການໂອ້ລົມສົນທະນາຢ່າງແທດຈິງ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ນັກລົງທຶນ. ທ່ານ ປອ ຫງວຽນມິງຟອງ, ນັກຊ່ຽວຊານເສດຖະກິດ ຢັ້ງຢືນວ່າ:

        “ພວມເຮົາພວມໄປຖືກທິດໃນທ່າອ່ຽງເຊື່ອມໂຍງ ແລະ ເຂົ້າຮ່ວມລະບົບທົ່ວໂລກ. ດ້ວຍສະພາບການນີ້, ເລື່ອງດຶງດູດ FDI ຕ້ອງແມ່ນວິສາຫະກິດມີເຄື່ອງໝາຍການຄ້າ, ມີບັນດາເງື່ອນໄຂ ແລະ ມີບັນດາຜະລິດຕະພັນເຊິ່ງມີມູນຄ່າເພີ່ມສູງ ກໍ່ຄືກຽມພ້ອມມອບສົ່ງ ໃຫ້ ຫວຽດນາມ ແລະ ພວກເຮົາກໍຕ້ອງມີຄວາມສາມາດຮັບເອົາ. ວຽກງານສົ່ງເສີມການລົງທຶນຕ້ອງເປັນມືອາຊີບກ່ວາ, ຕ້ອງມຸ່ງໄປເຖິງບັນດາສະຖານທີ່ເຊິ່ງແມ່ນຕົ້ນກຳເນີດຂອງເຕັກໂນໂລຊີ, ເຄື່ອງໝາຍການຄ້າ, ຕົ້ນກຳເນີດກ່ຽວກັບຜະລິດຕະພັນ ເພື່ອຈາກນັ້ນເສີມຂະຫຍາຍໃຫ້ດີກ່ວາ.”

        ຕ້ອງຫັນທິດໄປລົງທຶນເຂົ້າບັນດາຂົງເຂດເຕັກໂນໂລຊີສູງ, ມີການກຳນົດທິດ ແລະ ໃຫ້ບຸລິມະສິດບັນດາມາດຕະຖານຄື ການຜະລິດຂຽວ, ຮັບປະກັນສິ່ງແວດລ້ອມສະອາດ ແມ່ນທັດສະນະຂອງທ່ານ ໂດ໊ເຍີດຮ່ວາງ, ຫົວໜ້າກົມລົງທຶນຈາກຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ:

        “ໃນສະພາບການໃໝ່ນັ້ນ, ພວກເຮົາຕ້ອງມີການດຶງດູດການລົງທຶນໂດຍມີການເລືອກເຟັ້ນ. ເມື່ອພວກເຮົາມີກົດໝາຍ, ມີຄວາມສະເໝີພາບລະຫວ່າງບັນດາພາກສ່ວນເສດຖະກິດ ແລະ ພວກເຮົາໄດ້ເຂົ້າຮ່ວມສັນຍາເສດຖະກິດ 2 ຝ່າຍ ແລະ ຫຼາຍຝ່າຍຫຼາຍສະບັບນ້ັນ, ຕ້ອງເຮັດແນວໃດເພື່ອດຶງດູດການລົງທຶນໂດຍມີການເລືອກເຟັ້ນ, ຕ້ອງມີຮົ້ວກີດຂວາງດ້ານເຕັກນິກ.”

        ສະຖຽນລະພາບດ້ານເສດຖະກິດ, ການເມືອງ, ການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ ຢ່າງຕໍ່ເນື່ອງ ແມ່ນທ່າໄດ້ປຽບ ອັນໃຫຍ່ຫຼວງຂອງ ຫວຽດນາມ ໃນການດຶງດູດເງິນລົງທຶນຈາກຕ່າງປະເທດ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນສະພາບການເສດຖະກິດໂລກຍັງຂາດສະຖຽນລະພາບຫຼາຍຢ່າງ, ທ່າອ່ຽງອາລັກຂາຍັງແຜ່ລາມອອກສູ່ວົງກວ້າງໃນໂລກ, ເພື່ອໃຫ້ແຫຼ່ງທຶນ FDI ສືບຕໍ່ມີການປະກອບສ່ວນຢ່າງ ຕັ້ງໜ້າໃຫ້ແກ່ການເຕີບໂຕເສດຖະກິດ, ຫວຽດນາມ ກໍ່ບໍ່ຢຸດຕິການສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງກະແສເງິນລົງທຶນ FDI.

 

ຕອບກັບ

ຂ່າວ/ບົດ​ອື່ນ