30 ປີແຫ່ງການປ່ຽນແປງໃຫມ່ ແລະ ບັນດາບົດຮຽນການທູດໃຫຍ່

(vovworld)- ປີ 2016 ເປັນ​ຂີດ​ໝາຍ​ແຫ່ງ​ໄລ​ຍະ​ທາງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ແລະ ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ຫວຽດ​ນາມ ຈາກ​ປະ​ເທດ​ມີ​ລາຍ​ຮັບ​ຕ່ຳ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ປານ​ກາງ, ເສດ​ຖະ​ກິດພັດ​ທະ​ນາ ດ້ວຍ​ລະ​ດັບ​ຈະ​ເລີນ​ເຕີບ​ໂຕ​ສະ​ເລ່ຍກວ່າ 6%/ປີ, ຊ​ີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ. ໃນ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫລວງນັ້ນ ຕ້ອງ​ເວົ້າ​ເຖິງ​ບົດ​ບາດບໍ່​ແມ່ນ​ຫນ້ອຍ​ຂອງ​ຂະ​ແຫນງ​ການ​ທູດ, ປະ​ກອບ​ສ່ວນ​ນຳ​ຫວຽດ​ນາມ ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ກັບ​ໂລກ, ມີ​ທີ່​ຕັ້ງ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ເວ​ທີ​ສາ​ກົນ. ບົດ​ຂຽນ “30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ແລະ ບັນ​ດາ​ບົດ​ຮຽນ​ການ​ທູດ​ໃຫຍ່” ຂອງ​ນັກ​ຂ່າວ ເຈົາ​ແອງ.
30 ປີແຫ່ງການປ່ຽນແປງໃຫມ່ ແລະ ບັນດາບົດຮຽນການທູດໃຫຍ່ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ ແລະ ທ່ານ​ເລ​ຂາ​ທິ​ການ​ໃຫຍ່
ປະ​ທານ​ປະ​ເທດ​ລາວ ຈູມ​ມາ​ລີ ໄຊ​ຍະ​ສອນ (9/2015)
ພາບ:baogiaothong.vn

         ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ປະ​ເທດ​ຊາດ, ວຽກ​ງານ​ການພົວ​ພັນ​ຕ່າງ​ປະ​ເທດ​ກໍ​ໄດ້​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງ ແລະ ສະ​ແດງ​ໃຫ້​ເຫັນຜ່ານ​ບັນ​ດາ​ຂົງ​ເຂດ. 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ໄດ້​ປະ​ໄວ້​ໃຫ້​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຫລາຍ​ບົດ​ຮຽນ​ໃຫຍ່.

        ຍາມ​ໃດ​ກໍ​ຖື​ຜົນ​ປະ​ໂຫຍດ​ຂອງ​ຊາດເຫນືອກວ່າ​ສິ່ງ​ໃດ​ໝົດ

        ພາຍ​ຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ໂສມ​ຫນ້າ​ການ​ພົວ​ພັນ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ. ທ່ານ ບູ່ຍ​ແທງ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຢືນ​ຢັນ: ການ​ພົວ​ພັນ​ຕ່າງ​ປະ​ເທດ ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ປ່ຽນ​ແປງນັ້ນ.

        “ພວກ​ເຮົາ​ໄດ້​ສ້າງ​​ການ​ພົວ​ພັນ​ກັບ 185 ປະ​ເທດ ໃນ​ຍອດ​ຈຳ​ນວນ 193 ປະ​ເທດ ຂອງ ສ​ປ​ຊ. ທີ​ສອງ ພວກ​ເຮົາ​ກໍ​ເຂົ້າ​ຮ່ວມ 70 ອົງ​ການ​ສາ​ກົນ, ພາກ​ພື້ນ ແລະ ສວມ​ບົດ​ບາດ​ຕັ້ງ​ຫນ້າ ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ. ທີ​ສາມ, ສຽງ​ເວົ້າ​ຂອງ​ພວກ​ເຮົາ​ໃນ​ເວ​ທີ​ສາ​ກົນ​ກໍ​ໄດ້​ຮັບ​ຄວາມ​ເຄົາ​ລົບ​ຈາກ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ຂໍ້​ລິ​ເລີ່ມ​ຫລາຍ​​ຂໍ້ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ປະ​ຊາ​ຄົມ​ໂລກ.”

        ຫວຽດ​ນາມ ກໍ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ ແລະ ສ້າງ​ຂີດ​ໝາຍ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ, ມ​ີ​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ໃນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຫລາຍ​ຝ່າຍ ແລະ ເປັນ​ກຳ​ມະ​ການບໍ່​ປະ​ຈຳ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2008 -2010, ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ສັງ​ຄົມ ຂອງ ສ​ປ​ຊ, ຄະ​ນະ​ກຳ​ມະ​ການ ມໍ​ລະ​ດົກ​ຂອງ​ອົງ​ການ​ວິ​ທະ​ຍາ​ສາດ, ການ​ສຶກ​ສາ ຂອງ ສ​ປ​ຊ (UNESCO). ພິ​ເສດ, ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໃນ 30 ປີ​ຜ່ານ​ມາ ບັນ​ລຸ​ໄດ້​ຜົນ​ງານ​ໃຫຍ່​ຫລວງ​ຫລາຍ​ຢ່າງ.

        ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ດັ່ງ​ກ່າວ ຍ້ອນ​ວຽກ​ງານ​ການ​ພົວ​ພັນ​ຕ່າງ​ປະ​ເທດ ຍາມ​ໃດ​ກໍ​ຖື​ຜົນ​ປະ​ໂຫຍດ​ຂອງ​ຊາດ​​ເຫນືອກວ່າ​ສິ່ງ​ໃດ​ໝົດ. ໃນ​ກິດ​ຈະ​ການ​ປ່ຽນ​ແປງ​ໃຫມ່, ຍາມ​ໃດ​ຫວຽດ​ນາມ ກໍ​ຮັບ​ຮູ້ ຕ້ອງ​ຮັກ​ສາ​ສັນ​ຕ​ິ​ພາບ, ສະ​ຖຽນ​ລະ​ພາບ​ຢ່າງ​ໝັ້ນ​ຄົງ, ສຸມ​ແຫລ່ງ​ກຳ​ລັງ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ, ພ້ອມ​ທັງ​ເດັດ​ດ່ຽວ​ຢືດ​ໝັ້ນ​ການ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ເພື່ອນ​ມິດ​ສາ​ກົນ. ທ່ານ ບູ່ຍ​ແທງ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຖື​ວ່າ:

        “ນີ້​ທັງ​ແມ່ນ​ຫລັກ​ການ ທັງ​ແມ່ນ​ຈຸດ​ໝາຍ. ດ້ວຍ​ຈຸດ​ໝາຍນັ້ນ ໃນ​ຕະ​ຫລອດ 30 ປີ​ແຫ່ງ​ການ​ປ່ຽ​ນ​ແປງ​ໃຫມ່ ພວກ​ເຮົາ ໄດ້​ມີ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ເພື່ອ​ແກ້​ໄຂ​ ສະ​ພາບການ​ຜັນ​ແປໃນ​ແຕ່​ລະ​ໄລ​ຍະ​ຢ່າງເໝາະ​ສົມ ເພື່ອ​ຍາດ​ແຍ່ງ​ການ​ສະ​ຫນັບ​ສະ​ຫນູນ ການ​ຊ່ວຍ​ເຫລືອ​ຈາກ​ເພື່ອນ​ມິດ​ສາ​ກົນ​ທີ່​ມີ​ຕໍ່​ພາ​ລະ​ກິດ​ປ່ຽນ​ແປງ​ໃຫມ່​ຂອງ​ພວກ​ເຮົາ.”

        ແລະ ກໍ​ຕາ​ມ​ ທ່ານ ບູ່ຍ​ແທງ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລ້ວ, ພາຍ​ຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ການ​​​ຕ່າງ​ປະ​ເທດ ແມ່ນ​ການ​ສົມ​ທົບ​ລະ​ຫວ່າງ​ກຳ​ລັງ​ແຮງ​ຂອງ​ຊາດ ກັບ​ກຳ​ລັງ​ແຮງ​ຂອງ​ຍຸກ​ສະ​ໄຫມ. ບົດ​ຮຽນ​ນີ້ ໂດຍ​ທ່ານ​ປະ​ທານ​ໂຮ່​ຈິ​ມີນ ໄດ້ເນັ້​ນ​ຫນັກ​ເຖິງ​​ເມື່ອ​ຂະ​ແຫນງການ​ທູດ​ໄດ້​ຮັບ​ການ​ສ້າງ​ຕັ້ງ. ໃນ​ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ແຕ່​ລະ​ໄລ​ຍະ​ມີ​ບັນ​ດາ​ການ​ຜັນ​ແປ​ແຕກ​ຕ່າງ​ກັນ, ຫວຽດ​ນາມ ກໍ​ໄດ້​ໝູນ​ໃຊ້​ບົດ​ຮຽນ​ນັ້ນ​ຢ່າງ​ຄ່ອງ​ແຄ້ວ ແລະ ສຳ​ເລັດ​ຜົນ.

        ເສີມ​ຂະ​ຫຍາຍ​ຜົນ​ງານ​ໃນ​ໄລ​ຍະ​ເຊື່ອມ​ໂຍງ​ໃຫມ່

        ປະ​ຈຸ​ບັນ, ສະ​ພາບ​ການ​ໂລກ​ພວມ​ມີ​ການ​ຜັນ​ປ່ຽນ​ ຫລາຍ​ຢ່າງ​ທີ່​ເລິກ​ເຊິ່ງ, ວ່ອງ​ໄວ​ ແລະ ສັບ​ສົນ. ຢູ່​ຫລາຍ​ພາກ​ພື້ນ​ຂາດ​ຄວາມ​ສະ​ຫງົບ​ປອດ​ໄພ. ການກໍ່​ການ​ຮ້າຍ, ​ບັນ​ຫາຊາວ​ອົບ​ພະ​ຍົບ, ພິ​ເສດແມ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ພວມ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຫຍໍ້​ທ​ໍ້​ເຖິງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເກືອບ​ທັງ​ໝົດ. ໃນ​ສະ​ພາບ​ການນັ້ນ, ວຽກ​ງານ​ການ​​ຕ່າງ​ປະ​ເທດ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ຄົ້ນ​ຄ້​ວາ, ຄາດ​ຄ​ະ​ເນ​ສະ​ພາບ​ການ​ຢ່າງວ່ອງ​ໄວ, ເປັນ​ເຈົ້າ​ການ, ທັນ​ການກວ່າ​ອີກ ເພື່ອ​ມີ​ຍຸດ​ທະ​ສາດ ແລະ ນະ​ໂຍ​ບາຍ​ໃກ້​ຊິດ​ຕິດ​ແທດ​ກັບ​ຄວາມ​ຈິງ, ມີ​ປະ​ສິດ​ທິ​ຜົນ, ມີ​ໄຫວ​ພິບ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ຂອງ​ຊາດ, ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ຢ່າງ​ສູດ​ຂີດ, ແກ້​ໄຂ​ບັນ​ດາ​ຄວາມ​ສ່ຽງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປະ​ກອບ​ສ່ວນ​ສ້າງ​​ທີ່​ຕັ້ງ ແລະ ແຫລ່ງ​ກຳ​ລັງ​ໃຫ້​ປະ​ເທດ​ຊາດ.

ທ່ານ ບູ່ຍ​ແທງ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຖື​ວ່າ: ໃນ​ສະ​ພາບ​ການນັ້ນ, ວຽກ​ງານ​ການ​ຕ່າງ​ປະ​ເທດ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ຫນ້າ​ທີ່​ຕົ້ນ​ຕໍ. ທີ​ຫນຶ່ງ ແມ່ນ​ຊາບ​ຊຶມ​ການ​ໝູນ​ໃຊ້​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ ຊື່ງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ໄດ້​ວາງ​ອອກ. ໃນ​ນັ້ນ ມີ 2 ບັນ​ຫາ​ຕົ້ນ​ຕໍ ນັ້ນ​ແມ່ນ ສືບ​ຕໍ່​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ເພື່ອ​ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ. ທີ​ສອງ ແມ່ນ​ສືບ​ຕໍ່ຢືດ​ໝັ້ນ​ເດັດ​ດ່ຽວ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ໃຫ້​ຍືນ​ຍົງ. ທີ​ສາມ​ແມ່ນ​ສືບ​ຕໍ່​ນຳ​ການ​ພົວ​ພັນ​ຂອງ​ພວກ​ເຮົາ​ກັບ​ບັນ​ດາ​ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ.

        “ເພື່ອ​ປະ​ຕິ​ບັດ​ຈຸດ​ໝາຍນີ້ ຕ້ອງ​ສ້າງ​ໂຄງ​ການ​ດຳ​ເນີນ​ງານ​ຢ່າງ​ລະ​ອຽດ. ພວກ​ເຮົາ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຊື່ອງ​ໂຍງ​ໃຫມ່ ພາ​ຍ​ຫລັງ​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ ຫລື ຫລາຍ​ຝ່າຍຫລາຍ​ສະ​ບັບ, ຫນ້າ​ທີ່​ຂອງ​ພວກ​ເຮົາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ​ນັ້ນ​ແມ່ນຕ້ອງ​ໂຄ​ສະ​ນາ, ເຜີຍ​ແຜ່, ອັບ​ເດັດ​ຂໍ້​ມູນ​ຂ່​າວ​ສານ​ຢ່າງ​ຄົບ​ຖ້ວນ​ໃຫ້​ປະ​ຊາ​ຄົມ, ວິ​ສາ​ຫະ​ກິດ ເຂົ້າ​ໃຈ​ແຈ້ງ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ, ​ຍາດ​ແຍ່ງ ແລະ ຫັນ​ສິ່ງ​ທ້າ​ທາຍ​ເປັນ​ກາ​ລະ​ໂອ​ກາດ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ.”

        ປີ 2016 ແມ່ນ​ປີ​ທຳ​ອິດ ​ທີ່ຫວຽດ​ນາມ ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ ແລະ ແຜນ​ນະ​ໂຍ​ບາຍ​ໃຫຍ່​ຂອງ​ພັກ ກ່ຽວ​ກັບ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມໄລ​ຍະ 2016- 2020. ຖື​ຜົນ​ປະ​ໂຫຍດ​ຂອງ​ຊາດເຫນືອກວ່າ​ສິ່ງ​ໃດ​ໝົດ , ຢືດ​ໝັ້ນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ພ້ອມ​ທັງ​ເປັນ​ເຈົ້າ​ການ ແລະ ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ບົນ​ພື້ນ​ຖານ​​ຄວາມສະ​ເຫມີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສົມ​ທົບ ​ການ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ຊາດກັບ​ກຳ​ລັງ​ແຮງ​ຂອງ​ຍຸກ​ສະ​ໄຫມ ເພື່ອ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ ສ​ສ ຫວຽດ​ນາມ ​ຢ່າງ​ໝັ້ນ​ຄົງແມ່ນ​ການ​ກຳ​ນົດ​ທິດ​ຂອງວຽກ​ງານ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ