6 ເດືອນການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ

(VOVWORLD) -

ວັນທີ 7 ເມສາ, ການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ ຢູ່ເຂດ ກາຊາ ເກີດຂຶ້ນພໍດີຄົບ 6 ເດືອນ. ພາຍຫຼັງເວລາ 6 ເດືອນ, ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບຂອງທັງ 2 ຝ່າຍນັບມື້ນັບເພີ່ມຂຶ້ນໃນຂະນະທີ່ບັນດາຄວາມມານະພະຍາຍາມຊອກຫາມາດຕະການທາງການທູດເພື່ອຢຸດຕິການປະທະກັນຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ.

6 ເດືອນການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ - ảnh 1ເຂດໜຶ່ງຢູ່ເຂດ ກາຊາ ພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອນ
(ພາບ:ສຳນັກຂ່າວສານຊິນຮວາ/TTXVN)

        ວັນທີ 7 ຕຸລາ ປີ 2023, ກອງທັບ ອິດສະຣາແອນ ໄດ້ເປີດບັ້ນຮົບການທະຫານຢູ່ເຂດ ກາຊາ ເພື່ອແນໃສ່ໂຕ້ຕອບບັນດາການບຸກໂຈມຕີຂອງກຳລັງ ຮາມາດ ແນໃສ່ເຂດດິນແດນ ອິດສະຣາແອນ ກ່ອນນັ້ນ, ເປີດສາກໃຫ້ແກ່ການປະທະກັນທີ່ຮ້າຍແຮງທີ່ສຸດຢູ່ເຂດ ຕາເວັນອອກກາງ ໃນຫຼາຍປີຜ່ານມາ.

ວິກິດການມະນຸດສະທຳທີ່ໜັກໜ່ວງ

        6 ເດືອນພາຍຫຼັງການປະທະກັນເກີດຂຶ້ນ, ຄວາມເສຍຫາຍດ້ານຊີວິດອິນຊີ ແລະ ວັດຖຸຢູ່ເຂດກາຊາ ໄດ້ຂຶ້ນເຖິງລະດັບສູງ ເຊິ່ງປະຊາຄົມສາກົນສ່ວນຫຼາຍໄດ້ຕີລາຄາວ່າ ແມ່ນ “ບໍ່ສາມາດຍອມຮັບໄດ້”. ບັນດາຕົວເລກໂດຍ ສປຊ ແລະ ອົງການສາທາລະນະສຸກ ປາແລດສະຕິນ ຢູ່ເຂດ ກາຊາ ຍົກອອກມາໄດ້ສະແດງໃຫ້ເຫັນວ່າ: ໄລ່ຮອດທ້າຍເດືອນ ມີນາ, ມີຊາວ ປາແລດສະຕິນ ເກືອບ 33.000 ຄົນເສຍຊີວິດ, ໃນນັ້ນສ່ວນຫຼາຍແມ່ນສາມັນຊົນ. ພິເສດ, ຕາມຕົວເລກຂອງກອງທຶນເພື່ອເດັກ ສປຊ (UNICEF) ແລ້ວ, ເດັກນ້ອຍກ່ວາ 13.000 ຄົນຖືກເສຍຊີວິດຍ້ອນບັນດາການປະທະກັນຢູ່ເຂດ ກາຊາ ໃນ 6 ເດືອນຜ່ານມາ, ຫຼາຍກ່ວາທຸກໆການປະທະກັນອື່ນທີ່ເກີດຂຶ້ນໃນໂລກ ໃນຮອບເວລາ 1 ທົດສະວັດຜ່ານມາ. ໄປຄຽງຄູ່ກັນນັ້ນ, ກໍ່ມີຜູ້ຖືກບາດເຈັບກ່ວາ 75.000 ຄົນ ແລະ ປະມານ 1,9 ລ້ານໃນຈຳນວນປະຊາກອນ 2,3 ລ້ານຄົນຢູ່ເຂດກາຊາ ຕ້ອງປະລະເຮືອນຊານບ້ານຊ່ອງອົບພະຍົບໄປບ່ອນອື່ນ. ສ່ວນຝ່າຍ ອິດສະຣາແອນ, ທະຫານ ແລະ ປະຊາຊົນນັບພັນຄົນກໍ່ໄດ້ເສຍຊີວິດ, ໃນຂະນະທີ່ຕົວປະກັນນັບຮ້ອຍຄົນພວມຖືກກຳລັງ ຮາມາດ ຈັບຕົວ.

        ພ້ອມກັບຄວາມເສຍຫາຍດ້ານຊີວິດອິນຊີ, ພື້ນຖານໂຄງລ່າງຢູ່ເຂດ ກາຊາ ກໍ່ຖືກທຳລາຍຢ່າງໜັກໜ່ວງ. ບົດລາຍງານໂດຍ ສປຊ ແລະ ທະນາຄານໂລກ (WB) ປະກາດໃນວັນທີ 2 ເມສາ ໄດ້ສະແດງໃຫ້ເຫັນວ່າ 62% ເຮືອນຊານຢູ່ເຂດ ກາຊາ ຖືກທຳລາຍ, ຍູ້ໃຫ້ປະຊາຊົນກ່ວາ 1 ລ້ານຄົນຕົກເຂົ້າສູ່ສະພາບບໍ່ມີເຮືອນຢູ່. 84% ພື້ນຖານດ້ານສາທາລະນະສຸກຖືກເປເພ ຫຼື ຖືກທຳລາຍ. WB ໄດ້ຄາດຄະເນຄວາມເສຍຫາຍດ້ານພື້ນຖານໂຄງລ່າງຢູ່ເຂດ ກາຊາ ແມ່ນປະມ່ນ 18,5 ຕື້ໂດລາສະຫະລັດ, ເທົ່າກັບ 97% ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງເຂດ ກາຊາ ແລະ ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນໃນປີ 2022. ສະພາບການຊຸດໂຊມແລະ ຂາດແຄນໜັກໜ່ວງຂອງບັນດາບໍລິການສາທາລະນະ (ການແພດ, ນ້ຳສະອາດ, ທັນຍາຫານ…) ຍູ້ໃຫ້ປະຊາຊົນຢູ່ເຂດກາຊາ ນັບລ້ານຄົນຕົກເຂົ້າສູ່ສະພາບລຳບາກກາກກຳພາຍຫຼັງການປະທະກັນເກີດຂຶ້ນເປັນເວລາ 6 ເດືອນ. ທ່ານ Jeremy Laurence, ໂຄສົກຂອງອົງການ ສິດທິມະນຸດ ສປຊ (OHCHR) ໃຫ້ຂໍ້ສັງເກດວ່າ:

        “ສະພາບການໃນປະຈຸບັນແມ່ນເຈັບປວດຢ່າງແທ້ຈິງ, ແຕ່ອາດໄດ້ຮັບການສະກັດກັ້ນ ແລະ ຕ້ອງຢຸດຕິ. ຄືດັ່ງພວກຂ້າພະເຈົ້າໄດ້ເວົ້າກ່ອນນີ້ແລ້ວວ່າ, ບັນດາບັນຫາເຊິ່ງປະຊາຊົນຢູ່ເຂດ ກາຊາ ຕ້ອງແບກຫາບ ແມ່ນຮ້າຍແຮງທີ່ສຸດ”

        ໃນສະພາບການນັ້ນ, ບັນດາຄວາມມານະພະຍາຍາມໜູນຊ່ວຍຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນລະດັບຮ້າຍແຮງຂອງການປະທະກັນ, ກໍ່ຄືການກີດຂວາງຈາກຫຼາຍຝ່າຍ. ຕາມອົງການອາຫານໂລກ (WFP) ແລ້ວ, ສະບຽງອາຫານທີ່ສົ່ງເຂົ້າ ກາຊາ ຕອບສະໜອງໄດ້ພຽງ 20% ຄວາມຕ້ອງການຂອງປະຊາຊົນເທົ່ານັ້ນ. ຮ້າຍແຮງກວ່ານັ້ນ, ບັນດາພາລະກອນໜູນຊ່ວຍ ແລະ ພາລະກອນຂອງບັນດາອົງການສາກົນກໍ່ກາຍເປັນຜູ້ປະສົບເຄາະຮ້າຍ. ພາລະກອນໜູນຊ່ວຍມະນຸດສະທຳກ່ວາ 190 ຄົນຖືກເສຍຊີວິດຢູ່ເຂດ ກາຊາ ໃນ 6 ເດືອນຜ່ານມາ, ຫຼ້າສຸດແມ່ນເຫດການເກີດຂຶ້ນໃນວັນທີ 2 ເມສາ, ໃນຂະນະທີ່ພາລະກອນຂອງອົງການ “ຄົວໂລກ” (WCK) 7 ຄົນເສຍຊີວິດພາຍຫຼັງການບຸກໂຈມຕີທາງອາກາດຂອງກອງທັບ ອິດສະຣາແອນ. ທ່ານ Stephane Dujarric, ໂຄສົກຂອງ ສປຊ, ໃຫ້ຮູ້ວ່າ:

        “ຫຼາຍເດືອນຜ່ານມາ, ບັນດາພາລະກອນໜູນຊ່ວຍມະນຸດສະທຳຍາມໃດກໍ່ຕ້ອງປະເຊີນໜ້າກັບຄວາມສ່ຽງ. ເຫດການເກີດຂຶ້ນກັບພາລະກອນຂອງອົງການ “ຄົວໂລກ” WCK ແມ່ນພະຍານຫຼັກຖານຈະແຈ້ງທີ່ສຸດໃຫ້ແກ່ບັນດາສິ່ງທ້າທາຍອັນຕະລາຍເຊິ່ງບັນດາພາລະກອນຕ້ອງປະເຊີນໜ້າໃນທຸກວັນຢູ່ເຂດ ກາຊາ, ເຖິງວ່າເຂົາເຈົ້າແມ່ນພາລະກອນ ສາກົນ ຫຼື ສ່ວນຫຼາຍແມ່ນຊາວ ປາແລດສະຕິນ”.

6 ເດືອນການປະທະກັນລະຫວ່າງ ຮາມາດ - ອິດສະຣາແອນ - ảnh 2
ທ່ານ Stephane Dujarric, ໂຄສົກຂອງ ສປຊ
(ພາບ:IRNA/TTXVN)

        ການທູດບໍ່ມີທາງອອກ

        ໂດຍບໍ່ຫົວຊາຕໍ່ສະພາບມະນຸດສະທຳຢູ່ເຂດ ກາຊາ ທີ່ຮ້າຍແຮງລົງໃນແຕ່ລະວັນ, ບັນດາຄວາມມານະພະຍາຍາມທາງການທູດຂອງປະຊາຄົມສາກົນເພື່ອບັນລຸໄດ້ຄຳສັ່ງຢຸດຍິງຍາວນານລະຫວ່າງ ອິດສະຣາແອນ ແລະ ກຳລັງ ຮາມາດ ຍັງບໍ່ທັນບັນລຸໄດ້ໝາກຜົນ. ຮອບເຈລະຈາຫຼ້າສຸດ, ໂດຍ ກາຕາ, ອີຢິບ ແລະ ອາເມລິກາ ອຸປະຖຳ, ສິ້ນສຸດລົງໃນວັນທີ 3 ເມສາ, ຢູ່ນະຄອນຫຼວງ ກາຍໂຣ (ປະເທດ ອີຢິບ) ກໍ່ບໍ່ສາມາດບັນລຸໄດ້ຄວາມຄືບໜ້າໃດໆ. ໃນຂອບເຂດທົ່ວໂລກ, ບັນດາປະເທດຍັງມີການແບ່ງແຍກຢ່າງເລິກເຊິ່ງຍ້ອນ ການປະທະກັນຢູ່ເຂດ ກາຊາ.

        ຕາມວົງການຜູ້ສັງເກດການແລ້ວ, ເຖິງວ່າຄຳສັ່ງຢຸດຍິງຍາວນານ, ໄປຄຽງຄູ່ກັບການປ່ອຍຕົວບັນດາຕົວປະກັນເປັນອິດສະຫຼະ, ແມ່ນຍາກທີ່ບັນລຸໄດ້ໃນໄລຍະເວລາສັ້ນໆຕໍ່ໜ້າ ແຕ່ບັນດາຄວາມກົດດັນໃນປະຈຸບັນອາດຈະຊ່ວຍປັບປຸງສະພາບການມະນຸດສະທຳຢູ່ເຂດ ກາຊາ. ພິເສດ, ເລື່ອງອຳນາດການປົກຄອງ ອາເມລິກາ ເພີ່ມທະວີທັດສະນະແຂງກະດ້າງ ຕໍ່ກັບອິດສະຣາແອນ ອາດຈະບັງຄັບໃຫ້ ອິດສະຣາແອນ ຍອມຮັບການຄວາມປະນິປະນອມສ່ວນໃດໜຶ່ງ. ວັນທີ 4 ເມສາ, ທ່ານ Antony Blinken, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ສົ່ງຄຳກ່າວເຕືອນເຖິງລັດຖະບານຂອງທ່ານ ນາຍົກລັດຖະມົນຕີ ອິດສະຣາແອນ Benjamin Netanyahu, ວ່າ:

        “ໂດຍກ່ຽວຂ້ອງເຖິງນະໂຍບາຍຂອງພວກຂ້າພະເຈົ້າຢູ່ເຂດ ກາຊາ, ຂ້າພະເຈົ້າຢາກເວົ້າວ່າ: ຖ້າພວກຂ້າພະເຈົ້າບໍ່ເຫັນບັນດາການປ່ຽນແປງເຊິ່ງພວກຂ້າພະເຈົ້າຢາກເຫັນ, ແມ່ນພວກຂ້າພະເຈົ້າຈະປ່ຽນແປງນະໂຍບາຍຂອງຕົນ”.

        ໃນຊ່ວງເວລານີ້, ພ້ອມກັບສະພາບບໍ່ມີທາງອອກທາງການທູດ, ການປະທະກັນທີ່ເພີ່ມຂຶ້ນ ແລະ ແຜ່ລາມອອກຢ່າງກວ້າງຂວາງຍັງປະກົດຂຶ້ນ. ແຕ່ທ້າຍປີ 2023, ກຳລັງ ຮູທິ ຢູ່ ເຢແມນ ໄດ້ດຳເນີນບັນດາການບຸກໂຈມຕີແນໃສ່ກ່ຳປັ່ນທະຫານຂອງຝ່າຍຕາເວັນຕົກ ແລະ ກຳປັ່ນການຄ້າຢູ່ ທະເລແດງ ເພື່ອໂຕ້ຕອບບັ້ນຮົບການທະຫານຂອງ ອິດສະຣາແອນ, ອັນໄດ້ກໍ່ໃຫ້ເກີດສະພາບຕັດຕອນຂອງການຄ້າທົ່ວໂລກ. ຢູ່ເຂດຊາຍແດນລະຫວ່າງອິດສະຣາແອນ ແລະ ລີບັງ, ບັນດາການປະທະກັນລະຫວ່າງກອງທັບ ອິດສະຣາແອນ ກັບກຳລັງ Hezbollah ຍັງສືບຕໍ່ເກີດຂຶ້ນ. ຮ້າຍແຮງກ່ວານັ້ນ, ເລື່ອງ ອິດສະຣາແອນ ບຸກໂຈມຕີທາງອາກາດແນໃສ່ບັນດາເປົ້າໝາຍຂອງ ອີຣານ ຫວ່າງມໍ່ໆມານີ້ ຢູ່ ຊີຣີ ໄດ້ເຮັດໃຫ້ເກີດໄພປະທະກັນໂດຍກົງລະຫວ່າງສອງປະເທດມະຫາອຳນາດດ້ານການທະຫານຢູ່ເຂດຕາເວັນອອກກາງ./.

ຕອບກັບ

ຂ່າວ/ບົດ​ອື່ນ