60 ປີ ສົນທິສັນຍາ Roma – ສັນຍາລັກແຫ່ງຄວາມ ສາມັກຄີໃນຄວາມຫລາຍຮູບຫລາຍສີ

(vovworld) - ​ໃນ​ເດືອນ 3 ນີ້, ບັນດາ​ປະ​ເທດ​ເອີ​ລົບ ຈະ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ເຊັນ​ບັນດາ​ສົນທິສັນຍາ Roma (1957) ສ້າງ​ພື້ນຖານ​ໃຫ້​ສະຫະພາບ​​ເອີ​ລົບ (ອີ​ຢູ) ​ໃນ​ປະຈຸ​ບັນ. 60 ປີຜ່ານມາ, ​ເຖິງ​ວ່າ​ຕ້ອງ​ຜ່ານຫລາຍ​ໄລຍະ​ປະຫວັດສາດ​ກໍ່ຕາມ ​ແຕ່​ບັນດາ​ປະ​ເທດ​ເອີ​ລົບ​ໄດ​້ພ້ອມ​ກັນກ້າວ​ຂຶ້ນ​ສູ່ເສັ້ນທາງຫັນ​​ເປັນລະບອບ​ໜຶ່ງ​ດຽວ. ສະ​ເຫຼີ​ມສະ​ຫຼອງ 60 ປີ​ແຫ່ງ​ວັນ​ສົນທິສັນຍາ Roma ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ເອີ​ລົບ ​ເນັ້ນ​ໜັກກັບ​ຄືນ​ສູ່ບັນດາ​ຫລັກການ ​ແລະ ຄຸນຄ່າ​ພື້ນຖານ​ຂອງ​ບັນດາ​ປະ​ເທດ​ສະຫະ​ພາບ​ເອີ​ລົບ  ຊຶ່ງ​ພວມ​ຖືກ​ນາບ​ຂູ່​ຈາກ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ.

60 ປີ ສົນທິສັນຍາ Roma – ສັນຍາລັກແຫ່ງຄວາມ ສາມັກຄີໃນຄວາມຫລາຍຮູບຫລາຍສີ - ảnh 1
ວັນ​ເຊັນ​ບັນດາ​ສົນທິສັນຍາ Roma (1957)
ລັດຖະສະພາເອີລົບ EP

ປະຈຸ​ບັນດ້ວຍ 28 ປະ​ເທດ​ເປັນ​ສະມາຊິກ, ສະຫະ​ພາບ​ເອີ​ລົບ (ອີ​ຢູ) ພັດຍັງ​ບໍ່​ຢາກ​ຢຸດ​ຕິ​ການ​ປະຕິວັດບັນດາ​ຄວາມ​ໄຝ່ຝັນ​ຈາກ​ແນວ​ຄວາມ​ຄິດ, ຂອງ​ແຜນການຮ່ວມ​ມື​, ດ້ວຍຄວາມ​ມຸ່ງ​ຫວັງບືນ​ຕົວ​ຂຶ້ນສູງກ່ວາ, ກ້າວ​ໄປ​ໄກ​ກ່ວາ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາກະ​ແສ​ຟອງ​ປະຊາ​ນິຍົມ​ຢູ່ພາຍ​ໃນ​ປະ​ເທດ, ບັນດາ​ສິ່ງ​ທ້າ​ທາຍ​ໃໝ່​​ເກີດ​ຂຶ້ນ​ບົນເວທີ​ສາກົນ, ພິ​ເສດ ​ແມ່ນ​ບັນດາ​ນະ​ໂຍບາຍ​ໃໝ່​ຂອງ​ປະທານາທິບໍດີ​ ອາ​ເມ​ລິ​ກາ ຄົນ​ໃໝ່, ວາງ​ອອກ​ບັນດາ​ສິ່ງ​ທ້າ​ທາຍ​​ຢ່າງໃຫຍ່​ຫລວງຕໍ່ ​ເອີ​ລົບ.

        ບາດກ້າວ​ຍາວ​ນານໃນ​ວິວັດທະນາ​ການຫັນ​​ເປັນລະບອບ​ໜຶ່ງດຽວ

​ເມື່ອຫວນ​ຄືນ 60 ປີ​ຂອງ ອີ​ຢູ ດ້ວຍ​ບັນ​ດາ​ບາດ​ກ້າວ​ຍາວນານ ​ແລະ ຄວາມມຸ່ງ​ຫວັງ​ໃຫຍ່​ໃນ​ວິວັດ​ການ​ຫັນ​ເປັນ​ລະບອບ​ໜຶ່ງ​ດຽວ ດ້ວຍ​ບັນດາ​ບົດ​ຮຽນ​​ສຳຄັນ. ສົງຄາມ​ໂລກ​ຄັ້ງ​ທີ 2 ​​ສິ້ນ​ສຸດ​ລົງ​ ​ໄດ້ສ້າງ​ໂສມ​ໜ້າດ້ານ​ການ​ເມືອງ​ໃໝ່ໃຫ້​ບັນດາ​ປະ​ເທດ​ຢູ່​ເອີ​ລົບ. ​ເປັນ​ຄັ້ງ​ທຳ​ອິດ ພາຍຫລັງ​​ຫລາຍ​ສະຕະວັດ​ຜ່ານ​ມາ, ​ເອີ​ລົບ ຍັງ​ຄົງບໍ່​ແມ່ນສູນກາງ​ແຫ່ງ​ອຳນາດ​ຂອງ​ໂລກອີກ​ແລ້ວ. ​ຍ້ອນສະພາບ​ການ​ນັ້ນ, ມີ​ແນວ​ຄວາມ​ຄິດໜຶ່ງ​ທີ່​ມີ​ລັກສະນະປະຕິວັດ ​ໄດ້​ນຳເສັ້ນ​ທາງກ້າວ​​ໄປ​ເຖິງ​ຄວາມຟື້ນ​ຟູມາ​ສູ່​ເອີ​ລົບ. ສົນທິສັນຍາ Roma ​ໄດ້​ກຳ​ເນີ​ດມາ​ຈາກ​ຖະ​ແຫຼ​ງການຂໍ້​ລິ​ເລີ່​ມ​ໄກ່​ເກ່ຍປອງ​ດອງລະຫວ່າງ ຝະລັ່ງ ​ແລະ ​ເຢຍລະ​ມັນ ​ໂດຍ​ທ່ານລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຝະລັ່ງ Robert Schumann ຍົກ​ອອກ​ມາ​ໃນ​ວັນ​ທີ 09/05/1950, ຕາມ​ນັ້ນ​ແລ້ວ ​ໄດ້ຢຸດຕິການ​​ເປັນປໍ​ລະ​ປັກ​ກັນລະຫວ່າງ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ໂດຍ​ຜ່ານ​ການ​ສ້າງ​ຕັ້ງ​ກົນ​ໄກ​ລວມ ​ເພື່ອ​ຄຸ້ມ​ຄອງ​ການ​ຜະລິດ ​ແລະ ນຳ​ໃຊ້​ຖ່ານ​ຫີນ ​ແລະ ​ເຫຼັກ​ກ້າ. ກົນ​ໄກ​ຮ່ວມ​ມື​ນີ້ ກໍ່​ເປີດ​ປະຕູ​ໃຫ້​ທຸກ​ປະ​ເທດ​​ໃນເອີ​ລົບ​ ​ໄດ້​ເຂົ້າ​ຮ່ວມ.

ສາຍ​ເຫດ​ທີ່​ເອີ້ນ​ແນວ​ຄວາມ​ຄິດ​ນີ້ ມີລັກສະນະ​ປະຕິວັດ ຍ້ອນວ່າ​ໃນ​ຈຸດ​ເວລາ​ນັ້ນ, ຍັງ​ບໍ່​ທັນ​ມີ​ຮູບ​​ແບບການ​ຮ່ວມ​ມື​ສາກົນ​ໃດ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແຕ່​ພັດອີງ​ໃສ່​​ການ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ຂົງ​ເຂດຢ່າງລະອຽດ ​ແຕ່​ບໍ່​ແມ່ນ​ແຜນການຫັນ​​​ເປັນ​ເອກະ​ພາບ​ໂດຍສັງ​ລວມ ​ແລະ ທະ​ເຍີ​ທະຍານ​ຫລາຍ​ເກີນ​ໄປ ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເມື່ອ​ໄດ້​ຮັບ​ຄວາມ​ເຫັນ​ດີ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ ​ແລະ ການ​ເມືອງ ບັນດາ​ປະ​ເທດ​ເອີ​ລົບ ຕ້ອງ​ເສຍ​​ເວລາ​ຫລາຍ​ປີ. ວັ​ນ​ທີ 25/3/1957, ​ສົນ​ທິ​ສັນ​ຍາ Roma ທີ່ສ້າງ​ຕັ້ງ​ປະ​ຊາ​ຄົມເອີ​ລົບ​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ, ອັນ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່ EU ໃນ​ວັນ​ນີ້. ກ້າວ​ເຂົ້າ​ສູ່​ຊຸ​ມ​ປີ 1970 ແລະ 1980, ວິ​ວັດ​ທະ​ນາ​ການ​ຫັນ​ເອີ​ລົບ​ເປັນ​ເອ​ກະ​ພາບ​ໄດ້​ມີ​ບັນ​ດາ​ບາດ​ກ້າວ​ໃໝ່​ຕ​ື່ມ​ອີກ ນັບ​ທັງ​ທາງ​ດ້ານ​ປະ​ລິ​ມາ​ນ ແລະ ຄຸນ​ນະ​ພາບ. ຈາກ 6 ປະ​ເທດ, ປະ​ຊາ​ຄົມ​ເອີ​ລົບ​ໄດ້​ຂະ​ຫຍາຍ​ເປັນ 9 ປະ​ເທດ ແລ້ວ​ກໍ​ເປັນ 12 ປະ​ເທດ. ຈາກ​ສະ​ຫະ​ພັນພາ​ສີ, ເອີ​ລົບ​ໄດ້​ບືນ​ຕົວຂື້ນສ້າງ​ເປັນ​ຕະຫຼາດ​ຮ່ວມ​ເປັນ​ເອ​ກະ​ພາບ​ດ້ວຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ຫັນ​ສິນ​ຄ້າ, ທຶນ​ຮອນ, ການ​ບໍ​ລິ​ການ ແລະ ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ເສ​ລີ.  ແລະ ​ສະ​ຫະ​ພັນ​ເສດ​ຖະ​ກິດ - ເງິນ​ຕາ​ເອີ​ລົບໄດ້​ກາຍ​ເປັນ​ເປົ້າ​ໝາຍ​ສູ້​ຊົນ​ຂອງ ປະ​ຊາ​ຄົມ​ເອີ​ລົບ. ສົງ​ຄາມ​ເຢັນ​ໄດ້​ຢຸດ​ຕິ​ລົງ, ປະ​ຊາ​ຄົມ​ເອີ​ລົບໄດ້​ກາຍ​ເປັນ​ສະ​ຫະ​ພາບ​ເອີ​ລົບ ແລະ ຮັບເອົາ​ບັນ​ດາ​ສະ​ມາ​ຊິກ​ໃໝ່​ຕື່ມ​ອີກ. ຈາກ 12 ປະ​ເທດ​ສະ​ມາ​ຊິກ, ສະ​ຫະ​ພາບ​ເອີ​ລົບໄດ້​ກາຍ​ເປັນ​ກຸ່ມ​ເຕົ້າ​ໂຮມ 15 ແລະ  25 ປະ​ເທດ​ສະ​ມາ​ຊິກ ແລະ ສຸດ​ທ້າຍ​ແມ່ນ 28 ປະ​ເທດ​ສະ​ມາ​ຊິກ. ສະ​ຫະ​ພາບ​ເອີ​ລົບໃນ​ປະ​ຈຸ​ບັນ ໄດ້​ເຮັດ​ສຳ​ເລັດ​ເປົ້າ​ໝາຍ​ຫັນ​ເປັນ​ເສ​ລີ 4 ປະ​ການ, ມີ​ສະ​ກຸນ​ເງິນ​ຕາ​ລວມ ເອີ​ໂຣ ຮັບ​ໃຊ້​ຈຳ​ນວນ​ກ່​ວາ​ເຄິ່ງ​ໜຶ່ງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

     ບັນ​ດາ​ສິ່ງ​ທ້າ​ທາຍບົນ​ເສັ້ນ​ທາງ​ສ້າງ​ເອີ​ລົບເປັນ​ເອ​ກະ​ພາບ

    ດ້ວຍຄວາມ​ມັກ​ໃຫຍ່​ໄຝ່​ສູງ​ຂອງ​ບັນ​ດາ​ຜູ້​ສ້າງສົນ​ທິ​ສັນ​ຍາ Roma ເມື່ອ​ກ່ອນນີ້ 60 ປີ, EU ຕ້ອງ​ມີ​ບັນ​ດ​າ​ຄຸນ​ຄ່າ​ລວມ​ໂດຍ​ພື້ນ​ຖານ​ດ້ວຍ 3 ເສົາ​ຄ້ຳ ຄວາມ​ໝັ້ນ​ຄົງ - ການ​ເມືອງ - ເສດ​ຖະ​ກິດ, ດ້ວຍ​ບັນ​ດາ​ລະ​ບອບ​ລະ​ບຽບ​ການ ແລະ ກົດ​ລະ​ບຽ​ບ​ລວມ, ຊາວ​ເອີ​ລົບ​ໃນ​ວັນ​ນີ້ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ບັນ​ດາ​ໝາກ​ຜົນ​ຫັນ​ເອີ​ລົບ​ເປັນ​ເອ​ກະ​ພາບ​ຊ​ຶ່ງ EU ບັນ​ລຸໄດ້. ແຕ່​ເຂົາ​ເຈົ້າ​ຍັງ​ມີ​ຄວາມ​ລັງ​ເລ​ໃຈ, ຊ້ຳ​ບໍ່​ໜຳ​ແມ່ນ​ຂາດ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ຂອງ​ສະ​ຫະ​ພາບນີ້ ຂ​ະ​ນະ​ທີ່ໃນ​ໄລ​ຍະ​ມໍ່ໆ​ມານີ້, ມີ​ຄຳ​ຖາມ​ຫຼາຍ​ຂໍ້ພວມ​ຕັ້ງ​ຂຶ້ນ​ແຕ່ຍັງ​ບໍ່​ທັນ​ໃຫ້​ຄຳ​ຕອບ​ເທື່ອ.

    ທຳ​ອິດ​ແມ່ນ​ວິ​ກິດ​ການ​ເ​ສດ​ຖະ​ກິດ, ສະ​ພາບ​ໜີ້​ສາ​ທາ​ລະ​ນະ​ໄດ້​ພາ​ໃຫ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພາ​ຄີ​ອຶດ​ອາດ​ຊັກ​ຊ້​າ. ໃນ​ຂະ​ນະ​ທີ່ EU ຍັງ​ບໍ່​ສາ​ມາດ​ຟື້ນ​ຟູ​ໄດ້​ນັ້ນ, ເຫດ​ການ “ Brexit ” ກໍສືບຕໍ່​ທັບ​ຖົມ EU , ອັນ​ໄດ້​ກໍ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ຕໍ່​ອະ​ນາ​ຄົດ​ຂອງ​ທະ​ວີບນີ້. ຂະ​ບວນ​ຊາວ​ອົບ​ພະ​ຍົ​ບຫຼັ່ງ​ໄຫຼ​ເຂົ້າ​ມາ​ເອີ​ລົບ ໄດ້​ເຮັດ​ເຂົາ​ເຈົ້​າ​ມີ​ຄວາມ​ລະ​ແວງ​ສົງ​ໄສ​ກ່ຽວ​ກັບ​ສີ​ສັນ​ຂອງ​ເອີ​ລົບ. EU ຈະ​ອີງ​ໃສ່​ບັນ​ດາ​ຄຸນ​ຄ່າ​ເລີ່ມ​ຕົ້ນ,  ນັ້ນແມ່ນ​ຈິດ​ໃຈ​ຂອງ​ສາ​ສະ​ໜາ​ຄ​ິດຫຼື​ຕ້ອງ​ຍອມ​ຮັບ​ການ​ປະ​ສານ​ສົ​ມ​ທົບ​ດ້ວຍ​ບັນ​ດາ​ຄຸນ​ຄ່າ​ຂອງ​ປະ​ຊາ​ຄົມສາ​ສະ​ໜາອິດ​ສະ​ລາມ​ເຂົ້າ​ເມືອງ ? ຄຳ​ຖາມນີ້ ແມ່ນ​ຍັງ​ບໍ່​ທັນ​ມີ​ຄຳ​ຕອບ​ໃນ​ສະ​ພາບ​ການ​ປະ​ຈຸ​ບັນ.

       EU ພວມ​ຕົກ​ຢູ່​ໃນ​ຈຸດ​ເວ​ລາ​ທີ່​ເປັນ​ບານ​ພັບ​ດ້ວຍ​ບັນ​ດາ​ການ​ຜັນ​ປ່ຽນ​ທີ່​ຮ້າຍ​ແຮງ​ທີ່​ມີ​ຕໍ່​ກຸ່ມນີ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ. ວິກິດ​ການໜີ້​ສາ​ທາ​ລະ​ນະ, ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ, Brexit ແລະ ໃນ​ມໍ່ໆ​ມານີ້, ແມ່ນ​ຄວາມ​ແຕກ​ສະ​ຫຼາຍ​ຂອງ​ການ​ພົວ​ພັນ​ແບບສຳ​ພັນ​ທະ​ມິດອັນ​ເປັນ​ຕາຍ​ກັບ​ອາ​ເມ​ລິ​ກາ, ພວມ​ນາບ​ຂູ່​ຕໍ່​ການ​ຄົງ​ຕົວ​ຂອງ​ກຸ່​ມນີ້. ຕ້ອງ​ຮັບ​ມື​ກັບ​ໄພ​ອັນ​ຕະ​ລາຍ​ເຫຼົ່າ​ນັ້ນ​ໃນ​ພາບ​ດຽວ ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ​ທີ່​ເອີ​ລົບ​ຕ້ອງ​ປະ​ເຊີນ​ໜ້າ. ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງ​ສົນ​ທິ​ສັນ​ຍາ Roma ຈະ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ EU ຢ້ຳ​ຄືນ​ເຖິງ​ບັນ​ດາຫຼັກ​ການ ແລະ ຄຸນ​ຄ່າ​ພື້ນ​ຖານ​ຂອງ​ຕົນຫຼືບໍ່ ? ຄຳ​ຖາມນີ້​ພວມ​ໄດ້​ຮັບ​ຄວາມ​ລໍຄອຍ​ຈາກ​ຫາງ​ສຽງ. /. 


ຕອບກັບ

ຂ່າວ/ບົດ​ອື່ນ