90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ບັນດາບົດຮຽນຊີ້ນຳນຳພາການປະຕິວັດຫວຽດນາມ

(VOVWORLD) -90 ປີ ນັບແຕ່ເມື່ອສ້າງຕັ້ງພັກກອມມູນິດຫວຽດນາມ ໃນວັນທີ 3 ກຸມພາ ປີ  1930 ມາຮອດປະຈຸບັນ, ພັກກອມມູນິດຫວຽດນາມ ໄດ້ຊີ້ນຳນຳພາ ແລະ ນຳການປະຕິວັດຫວຽດນາມ ຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ຈາກບັນດາໄຊຊະນະມີຄວາມໝາຍປະຫວັດສາດ ແລະ ຍຸກສະໄຫມ ຊື່ງຍາດມາໄດ້ນັ້ນ ພັກກອມມູນິດຫວຽດນາມ ໄດ້ສະຫລຸບຫລາຍບົດຮຽນໃນວິວັດການຊີ້ນຳນຳພາການປະຕິວັດຫວຽດນາມ. ໃນນັ້ນ ເປັນຫນ້າສົນໃຈແມ່ນບົດຮຽນກ່ຽວກັບການຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ; ບົດຮຽນ ຖືປະຊາຊົນເປັນກົກ; ບົດຮຽນເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ພິເສດ ໃນໄລຍະປະຈຸບັນ ບົດຮຽນກ່ຽວກັບຄວາມເອົາໃຈໃສ່ກໍ່ສ້າງປັບປຸງພັກມີຄວາມໝາຍສຳຄັນພິເສດ.

90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ບັນດາບົດຮຽນຊີ້ນຳນຳພາການປະຕິວັດຫວຽດນາມ - ảnh 1 ພາບປະກອບ

90 ປີຜ່ານມາ, ບົດຮຽນກ່ຽວກັບການຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ ບົນພື້ນຖານລັດທິ ມາກ - ເລນີນ ແລະ ແນວຄິດໂຮ່ຈີມິນຍາມໃດກໍ່ໄດ້ຮັບການຊີ້ນຳນຳພາຈາກພັກ ແລະ ແມ່ນເປົ້າໝາຍຍຸດທະສາດຂອງວິວັດທະນາການປະຕິວັດຫວຽດນາມ ທັງໝົດ. ເປົ້າໝາຍນັ້ນ ໄດ້ວາງອອກນັບແຕ່ເມື່ອໂຄງການການເມືອງທຳອິດຂອງພັກອອກໃນປີ 1930 ແລະ ໄດ້ຫັນເປັນລະອຽດໃນແຕ່ລະໄລຍະຂອງການປະຕິວັດຫວຽດນາມ, ໄດ້ພັດທະນານັບທັງຄວາມຮັບຮູ້ດ້ານທິດສະດີ ແລະ ພຶດຕິກຳໃນບັນດາໂຄງການການເມືອງຕໍ່ໄປຂອງພັກ.  ທ່ານ    ຫງວຽນຈ້ອງຟຸກ ຮອງສາດສະດາຈານ, ປະລີນຍາເອກ ອະດີດຫົວຫນ້າສະຖາບັນປະຫວັດສາດພັກ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢືນຢັນ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ນັບມື້ນັບມີຄວາມຮັບຮູ້ເນື້ອໃນເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ຄວາມເອກະພາບ ບໍ່ອາດຕັດແຍກອອກຈາກກັນໄດ້ໃນສອງເປົ້າໝາຍຍຸດທະສາດນັ້ນ.

ບົດຮຽນປະສົບຜົນສຳເລັດໃຫຍ່ສຸດຊື່ງພັກໄດ້ສະຫລຸບ ແລະ ປະທານໂຮ່ຈີມິນ ເຄີຍເຕື້ອງເຖິງ ນັ້ນແມ່ນ ບົດຮຽນ “ຖືປະຊາຊົນເປັນກົກ”. ນັບແຕ່ເມື່ອພັກກອມມູນິດຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1930, ພັກຖືເປັນສຳຄັນພາລະກິດຕໍ່ສູ້ຍາດເອົາເອກະລາດ ແລະ ຮັກສາອຳນາດການປົກຄອງ, ຊີ້ນຳການກໍ່ສ້າງ ແລະ ເພີ່ມທະວີກຳລັງແຮງລັດ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ພາຍຫລັງໄຊຊະນະຂອງການປະຕິວັດເດືອນສິງຫາປີ 1945 ພັກ ແລະ ປະທານໂຮ່ຈີມິນ ມີຄວາມເອົາໃຈໃສ່ເປັນພິເສດເຖິງການສ້າງ ແລະ ປົກປັກຮັກສາອຳນາດການປົກຄອງປະຕິວັດແບບໃຫມ່, ອຳນາດການປົກຄອງລັດ ແມ່ນຜູ້ຮັບໃຊ້ປະຊາຊົນ ເພື່ອປະຊາຊົນ ແລະ ແບກຫາບວຽກງານລວມໃຫ້ແກ່ປະຊາຊົນ.

 ໃນກິດຈະການປ່ຽນແປງໃຫມ່, ພັກຊີ້ນຳນຳພາການກໍ່ສ້າງ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ. ທ່ານ ຫງວຽນຕຸກ ກຳມະການ ຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນ: ກຳລັງແຮງຂອງພັກ ແມ່ນການສະຫນິດຕິດພັນຢ່າງແຫນ້ນແຟ້ນກັບປະຊາຊົນ. ປະກົດການອາດຍາສິດ, ສໍ້ລາດບັງຫລວງ, ບໍ່ເອົາໃຈໃສ່ເຖິງປະຊາຊົນ ຈະສົ່ງຜົນກະທົບບໍ່ແມ່ນຫນ້ອຍເຖິງຊາຕາກຳຂອງປະເທດຊາດ, ລະບອບສັງຄົມນິຍົມ ແລະ ພັກ.

 ເມື່ອໃດພວກເຮົາຕົກເຂົ້າສູ່ຄວາມຜິດພາດກ່ຽວກັບນະໂຍບາຍແຫ່ງຊາດ ເວລານັ້ນ ພວກເຮົາຈະປະສົບກັບຄວາມຫຍຸ້ງຍາກ. ນັ້ນແມ່ນບົດຮຽນສຳລັບນັກກອມມູນິດ ແລະ ບັນດາຜູ້ຮັກຊາດຂອງຊາດທັງໝົດ. ບົດຮຽນນັ້ນ ພັດໄດ້ຢ້ຳຄືນເມື່ອພວກເຮົາດຳເນີນການປ່ຽນແປງໃຫມ່. ກອງປະຊຸມໃຫຍ່ຄັ້ງທີ 6 ຂອງພັກ ໄດ້ມີການປ່ຽນແປງໃຫມ່, ບົດຮຽນທຳອິດ ແມ່ນຖືປະຊາຊົນເປັນກົກ.”

 ບົດຮຽນກ່ຽວກັບການເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນການຕໍ່ສູ້ຍາດເອົາເອກະລາດ, ກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດກໍ່ໄດ້ຮັບຖືວ່າແມ່ນລຸລ່ວງໄປ ໃນວິວັດທະນາການຊີ້ນຳນຳພາການປະຕິວັດຫວຽດນາມ. ບົນພື້ນຖານແນວທາງອັນຖືກຕ້ອງ, ພັກໄດ້ເຕົ້າໂຮມ, ສາມັກຄີກຳລັງແຮງຂອງທົ່ວປວງຊົນທັງຊາດ ສູ້ຊົນເພື່ອເປົ້າໝາຍລວມ ແມ່ນເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ. ທ່ານ ເຈີນແທງເໝີນ ເລຂາສູນກາງພັກ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນ:

ລະບົບແນວໂຮມ ຄວນຍົກສູງບົດບາດຄວາມຮັບຜິດຊອບຕໍ່ພັກ, ຕໍ່ປະຊາຊົນໃຫ້ຫລາຍກວ່າອີກ ເພື່ອສະແດງໃຫ້ເຫັນວ່າ ແມ່ນບ່ອນເຕົ້າໂຮມກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຂົນຂວາຍ ສົ່ງເສີມປະຊາຊົນນຳຫນ້າໃນການພັດທະນາເສດຖະກິດ ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ກໍ່ສ້າງລະບົບການເມືອງຂອງປະເທດຊາດ. ເພີ່ມທະວີວຽກງານຕິດຕາມກວດກາ, ໄຈ້ແຍກຕີລາຄາສັງຄົມ, ປະກອບຄຳເຫັນໃຫ້ອຳນາດການປົກຄອງໃນການກໍ່ສ້າງພັກ”

 ໃນໄລຍະປະຈຸບັນ ບົດຮຽນ ກ່ຽວກັບຄວາມເອົາໃຈໃສ່ວຽກງານກໍ່ສ້າງ ປັບປຸງພັກ ເພື່ອໃຫ້ພັກຮັບຜິດຊອບຫນ້າທີ່ສຳຄັນຕໍ່ປະຫວັດສາດ, ຕໍ່ປະເທດຊາດ, ຕໍ່ຊົນຊັ້ນ ແລະ ປະຊາຊົນ ແມ່ນມີຄວາມໝາຍສຳຄັນພິເສດ. ພັກເຄື່ອນໄຫວ, ຊີ້ນຳນຳພາຕາມຫລັກການສຸມໃສ່ ປະຊາທິປະໄຕ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ຕຳຫນິຕິຊົມຕົນເອງ ແລະ ຕຳຫນິຕິຊົມບັນດາການຜິດພາດ, ຂໍ້ຂາດຕົກບົກຜ່ອງ ແລະ ມີຄວາມຕັດສິນໃຈໃນການປັບປຸງປ່ຽນແປງ.

 ຄວາມຈິງໃນວຽກງານກໍ່ສ້າງ ປັບປຸງພັກ ໃນຊຸມປີຜ່ານມາ, ກ່ອນທີ່ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ພັກໄດ້ຊີ້ນຳຢ່າງຂ້ຽວຂາດກ່ຽວກັບການຄັດເລືອກ ບໍ່ປະໃຫ້ຜູ້ມີຄຸນທາດການເມືອງບໍ່ໝັ້ນແກ່ນ, ຈັນຍາບັນ, ກຳລັງຄວາມສາມາດ, ອິດທິພົນຊື່ສຽງຫລຸດລົງ, ບໍ່ເປັນແບບຢ່າງ, ບໍ່ມີຄວາມສາມັກຄີ, ມີປະກົດການເຊື່ອມທາດເສຍຄຸນແນວຄິດດ້ານການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, “ຜັນປ່ຽນເອງ” “ຫັນປ່ຽນເອງ”ພາຍໃນ, ສໍ້ລາດບັງຫລວງ…… ເຂົ້າໃນຖັນແຖວອົງຄະນະພັກຊຸດໃຫມ່.

 90 ປີ ແມ່ນໄລຍະທາງຍາວໄກ ເພື່ອຢືນຢັນລັກສະນະອັນຖືກຕ້ອງບົນເສັ້ນທາງຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ. 90 ປີ ກໍ່ຢືນຢັນບົດຮຽນມະຫາສາມັກຄີ ແລະ ຖືປະຊາຊົນເປັນກົກ ແມ່ນບົດຮຽນໃຫມ່ຕະຫລອດການ. ດ້ວຍບັນດາບົດຮຽນຖອດຖອນມາໄດ້ພາຍຫລັງ 90 ປີ ແຫ່ງການຊີ້ນຳນຳພາການປະຕິວັດຫວຽດນາມ ຂອງພັກ ຍິ່ງສະແດງໃຫ້ເຫັນວ່າ: ຄວາມເອົາໃຈໃສ່ເຖິງວຽກງານກໍ່ສ້າງ, ປັບປຸງພັກ ແມ່ນຫນ້າທີ່ສຳຄັນເພື່ອເພື່ອໃຫ້ພັກຮັບພາລະຫນ້າທີ່ສຳຄັນຕໍ່ປະຫວັດສາດ, ຕໍ່ຊາດ. ການຊີ້ນຳນຳພາອັນຖືກຕ້ອງຂອງພັກ ແມ່ນປະຖົມປັດໄຈແຖວຫນ້າ ຕັດສິນຊີ້ຂາດໄຊຊະນະຂອງການປະຕິວັດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ