AMM – 49 ປັບປຸງ ແລະ ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ

ວັນ​ທີ 24/7, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 49 (AMM – 49) ດ້ວຍ​ຫົວ​ຂໍ້ “ ນຳ​ວິ​ໄສ​ທັດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ເພື່ອ ປະ​ຊາ​ຄົມ​ອາ​ຊຽນທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ ” ໄດ້​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ຢ່າງ​ເປັນ​ທາງ​ການ. ພ້ອມ​ກັບ​ການ​ໃຫ້​ບຸ​ລິ​ມະ​ສິດ​ຊຸກ​ຍູ້​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ ກໍ​ຄື​ສາຍ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ສານ​ລວມ​ທີ່ບັນ​ດາ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​​ຂອງ 10 ປະ​ເທດອາ​ຊຽນ​  ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຍົກ​ອອກ​ມາ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນອາ​ຊຽນ​ຄວນເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ຢູ່​ພາກ​ພື້ນ ໃນ​ການ​ພົວ​ພັນ​ກັບບັນ​ດາ​ຄູ່​ຮ່ວມ​ມື ກໍ​ຄື​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ເຄັ່ງ​ຮ້ອນ ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສັນ​ຕ​ິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ.

 

AMM – 49 ປັບປຸງ ແລະ ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ  - ảnh 1
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ຄັ້ງ​ທີ 49 (TTXVN)

      ກ່ອນ​ທີ່​ຈະ​ດຳ​ເນີນ​ພິ​ທີ​ໄຂ​ກອງ​ປະ​ຊຸມ, ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໂດຍ​ຕ່າງ​ໜ້າ​ໃຫ້​ປະ​ເທດ​ເປັນ​ປະ​ທານ​ອາ​ຊຽນ 2016 ໄດ້​ເນັ້ນ​ໜັກ​ເຖິງ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ AMM – 49 ຄັ້ງ​ນີ້ ຈະ​ສ້າງ​ພື້ນ​ຖານ​ຢ່າງ​ໜັກ​ແໜ້ນ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ ແລະ ບັນ​ດາ​ກອງ​ປະ​ຊຸມ​ປີນ​ອ້ອມ​ທີ່​ຈະຈັດ​ຂຶ້ນໃນ​ເດືອນ 9 ນີ້​ຢູ່​ນະ​ຄອນຫຼວງວຽງ​ຈັນ. ເພາະ​ສະ​ນັ້ນ, ຍິ່ງກວ່າ​ເວ​ລາ​ໃດ​ໝົດ, ອ​າ​ຊຽນຄວນເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ແລະ ​ບົດ​ບາດ​ໃຈ​ກາງ​ໃນ​ການ​ແກ້​ໄຂ​ທຸກ​ບັນ​ຫາ.

   ໃຫ້​ບຸ​ລິ​ມະ​ສິດປັບ​ປຸງ, ເພີ່ມ​ທະ​ວີຄວາມ​ສາ​ມັກ​ຄີ,ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ໃນ​ອາ​ຊຽນ

 ໃນ​ເກືອບ 5 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ອາ​ຊຽນ​ໄດ້​ຜ່ານ​ການ​ຜັນ​ແປຫຼາຍ​ຢ່າງ, ແຕ່​ປະ​ຈຸ​ບັນ​ໄດ້​ກາຍ​ເປັນ​ພາກ​ພື້ນ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ. ອາ​ຊຽນບັນ​ລຸ​ໄດ້ບັນ​ດາ​ໝາກ​ຜົນ​ໃນ 49 ປີ​ທີ່​ຜ່ານ​ມາ ແມ່ຍ​ຍ້ອນ​ມີ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ສະ​ຖຽນ​ລະ​ພາບ ແລະ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ, ກໍ​ຄື​ການ​ຮ່ວມ​ມື ແລະ ສະ​ໜັບ​ສະ​ໜູນ​ຂອງ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ເຈ​ລະ​ຈາ, ສອດ​ຄ່ອງ​ກັບ​ບັນ​ດາຫຼັກ​ການ​ຂອງ​ອາ​ຊຽນ. ການ​ສ້າງ​ຕັ້ງປະ​ຊາ​ຄົມ​ອາ​ຊຽນເມື່ອ​ວັນ​ທີ 31/12/2015 ກໍ​ຄື​ການ​ຮັບ​ຮອງ​ເອົາ ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ພ້ອມ​ກັບ 3 ແຜນ​ການ​ສັງ​ລວມປະ​ຊາ​ຄົມ​ອາ​ຊຽນ ພວມ​ສືບ​ຕໍ່​ສ້າງ​ທ່ວງ​ທ່າ​ໃຫ້​ແກ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ປະ​ຈຸ​ບັນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກແນ​ໃສ່​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

    ເພາະ​ສະ​ນັ້ນ, ດ້ວຍ​ຫົວ​ຂໍ້ : “ນຳ​ວິ​ໄສ​ທັດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ເພື່ອ ປະ​ຊາ​ຄົມ​ອາ​ຊຽນທີ່​ຂະ​ຫຍັນ​ຂັ່ນ​ເຄື່ອນ  ”, ບັນ​ດາລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ໄດ້​ເນັ້ນ​ໜັກ​ເປັນ​ພິ​ເສດ​ວ່າ ອາ​ຊຽນ​ຄວນ​ໃຫ້​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ກ່ຽວ​ກັບການປັບ​ປຸງ, ເພີ່ມ​ທະ​ວີຄວາມ​ສາ​ມັກ​ຄີ,ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ເພາະວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເງື່ອນ​ໄຂ​ຕັດ​ສິນ​ຜົນ​ສຳ​ເລັດ​ຂອງວິ​ວັດ​ທະ​ນາ​ການກໍ່​ສ້າງປະ​ຊາ​ຄົມ​ອາ​ຊຽນ. ນີ້​ກໍ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ອາ​ຊຽນ​ຢັ້ງ​ຢືນ ແລະ ເສີມ​ຂະ​ຫຍາຍ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ ແລະ ສຽງ​ເວົ້າໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ​ທີ່​ກ່ຽວ​ຂ້ອງ​ເຖິງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລ​ະ​ພາບໃນ​ພາກ​ພື້ນ, ເຊີດ​ຊູ​ພາບ​ພົດ ແລະ ອິດ​ທິ​ພົນ​ຊື່​ສຽງຂອງປະ​ຊາ​ຄົມ​ອາ​ຊຽນ. ໃນ​ພິ​ທີ​ໄຂ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ ໃນ​ນາມ​ເປັນ​ປະ​ທານ​ອາ​ຊຽນ 2016, ໄດ້​ເນັ້ນ​ໜັກ​ວ່າ : (ເທບ) : “ ໃນ​ສະ​ພາບ​ການ​ສາກ​ກົນ ແລະ ພາກ​ພື້ນ​ທີ່​ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ດ້ວຍ​ບັນ​ດາ​ສິ່ງ​ທ້າ​ທາຍ ແລະ ກາ​ລະ​ໂອ​ກາດ, ການ​ຂັດ​ແຍ່ງ​ກ່ຽວ​ກັບ​ເຂດ​ນ້ຳ​ແດນ​ດິນ ແລະ ຫົວ​ຮຸນ​ແຮງ, ໄພ​ກໍ່​ການ​ຮ້າຍ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາ​ດ, ການ​ອົບ​ພະ​ຍົບ​ຢ່າງ​ຜິດ​ກົດ​ໝາຍ, ການ​ຄ້າ​ມະ​ນຸດ ແລະ ບັນ​ຫາ​ອື່ນໆ. ນອກ​ຈາກນັ້ນ, ສິ່ງທ້າ​ທາຍຢູ່​ບາງ​ພາກ​ພື້ນ​ໃນ​ໂລກ​ເຊັ່ນ ເຫດ​​ການ “ Brexit  ” ຢູ່​ເອີ​ລົບ ກໍ​ຄື​ຜົນ​ສະ​ທ້ອນ ແລະ ການ​ກະ​ທົບ​ເຖິງ​ພາກ​ພື້ນ, ມັນ​ຮຽກ​ຮ້ອງ​ໃຫ້​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊຽນ. ໃນ​ສະ​ພາບ​ການ​ເຊັ່ນ​ນັ້ນ, AMM – 49 ແລະ ບັນ​ດາ​ຄູ່​ຮ່ວມ​ມື​ຈະ​ຊ່ວຍ​ຊຸກ​ຍູ້​ບັນ​ດາ​ການ​ສົນ​ທະ​ນາ​ຢ່າງ​ຕັ້ງ​ໜ້າ ແລະ ສ້າງ​ສັນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ ແລະ ໃນ​ທົ່ວ​ໂລກ ”

     ຢັ້ງຢືນ​ບົດ​ບາດ​ໃຈ​ກາງ​ຂອງອາ​ຊຽນ

  ປະ​ຈຸ​ບັນ, ອາ​ຊຽນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ອົງ​ການ​ຮ່ວມ​ສຳ​ພັນ​ໃນ​ພາກ​ພື້ນ​ຢ່າງ​ສຳ​ເລັດ​ຜົນ. ບັນ​ດາ​ຜົນ​ງານ​ທີ່​ອາ​ຊຽນ​ຍາດ​ມາ​ໄດ້​ນັ້ນ ແມ່ນ​ຍ້ອນ​ເປົ້າ​ໝາຍ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້​ນໃນ​ຄຳ​ໝັ້ນ​ສັນ​ຍາ​ໃນ​ກຸ່ມ. ພ້ອມ​ກັນ​ນັ້ນ ແມ່ນ​ການ​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ​ຂອງ​ປະ​ເທດ​ສະ​ມາ​ຊິກ, ການ​ສະ​ໜັບ​ສະ​ໜູນ​ຂອງ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ເຈ​ລະ​ຈາ​ພາຍນອກ; ດ້ວຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ພາຍ​ໃຕ້​ບົດ​ບາດ​ການ​ຊັກ​ຈູງ​ຂອງ​ອາ​ຊຽນ ຄື : ອາ​ຊຽນ + 1, ອາ​ຊຽນ +3, EAS, ARF. ການ​ເຂົ​້າຮ່ວມຂອງບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ໂລກ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ນີ້ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີີ່ມ​ທະ​ວີ​ການ​ຮ່ວມ​ມື, ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື, ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້​ນ ແລະ ໃນ​ໂລກ. ການ​ພົວ​ພັນ​ລະ​ຫວ່າງ ອາ​ຊຽນກັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື, ຄູ່​ເຈ​ລະ​ຈາ ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ກະ​ໂດດ​ຂັ້ນ. ປະ​ຈຸ​ບັນ, ມີ​ເຖິງ 86 ຄູ່​ຮ່ວມ​ມື ແຕ່ງ​ຕັ້ງ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ​ອາ​ຊຽນ ແລະ 50 ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ຢູ່​ປະ​ເທດ​ທີ 3 , ເຫັນ​ດີ​ພ້ອມ​ກັນ​ປະ​ກອບ​ສ່​ວນ​ສ້າງ​ການ​ຮ່ວມ​ມື​ລວມ​ໃນ​ພາກ​ພື້ນ, ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍທີ່​ໄດ້​ວາງ​ອອກ ກໍ​ຄື​ການ​ໜູນ​ຊ່ວຍ​ອາ​ຊຽນ​ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ 2025, ເຊື່ອມ​ຕໍ່ ແລະ ຮັດ​ແຄບ​ຄວາມ​ຜິດ​ໂຕນ​ໃນ​ການ​ພັດ​ທະ​ນາ. ເມື່ອ​ຢືນ​ຢັນ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊ​ຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື, ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ຊີ້​ແຈ້ງວ່າ : 

    “ ບັນ​ດາ​ກອບ​ການຮ່ວມມື​ໃນ​ອາ​ຊຽນ ແລະ ລະ​ຫວ່າງ​ອາ​ຊຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ພວມ​ສ້າງ​ພື້ນ​ຖານ ບໍ່​ພຽງ​ແຕ່​ຊຸກ​ຍູ້​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ​ເທົ່າ​ນັ້ນ, ຫາກ​ຍັງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງອາ​ຊຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ແລະ ຄູ່​ເຈ​ລະ​ຈາ. ພິ​ເສດ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່ ຊຶ່ງ​ໄດ້ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈກັນ, ຊຸກ​ຍູ້​ສະ​ພາບ​ແວດ​ລ້ອມ​ແຫ່ງສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​, ການ​ຮ່ວມ​ມືໃນ​ພາກ​ພື້​ນ. ອາ​ຊຽນ​ຈະ​ເດີນ​ຕາມ​ນະ​ໂຍ​ບາຍ​ເປີດກ້​ວາງ ກໍ​ຄືເພີ່ມ​ທະ​ວີ​ບົດ​ບາດ​ໃຈ​ກາງ​ຂອງອາ​ຊຽນ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ພາກ​ພື້ນ​ໃຫ້​ເປັນ​ຮູບ​ປະ​ທຳ ​ອີງ​ໃສ່​ບັນ​ດາ​ກົນ​ໄກໂດຍ​ອາ​ຊຽນ​ຊັກ​ຈູງ”

     ຄວາມ​ສຳ​ຄັນ​ຂອງ​ທະ​ເລ​ຕາ​ເວັນ​ອອກ​ທີ່​ມີ​ຕໍ່​ສັນ​ຕິ​ພາບ​ໃນ​ພາກ​ພື້ນ

   ພ້ອມ​ກັບ​ບັນ​ດາ​ເນື້ອ​ໃນເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ກຸ່ມ, ການ​ປັບ​ປຸງ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ອາ​ຊຽນ, AMM – 49 ອີກ​ເທື່ອ​ໜຶ່ງ​ໄດ້​ຢືນ​ຢັນ​ຄວາມ​ສຳ​ຄັນ​ຂອງ​ທະ​ເລ​ຕາ​ເວັນ​ອອກ​ທີ່​ຕິດ​ພັນ​ກັບສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ ແລະ ການ​ຮ່ວມ​ມືໃນ​ພາກ​ພື້​ນ. ບັນ​ດາ​ລັດ​ຖະ​ມົນ​ຕີ​ໄດ້​ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ອາ​ຊຽນ​ຄວນເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​, ຮຽກ​ຮ້ອງໃຫ້​ລະ​ງັບ​ໃຈ ແລະ ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ສະ​ດວກ​ໃຫ້​ແກ່​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ ແລະ ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ກໍ​ແມ່ນ ການ​ທົດ​ສອບ​ສຳ​ລັບ​ຄວາມ​ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ໃຈ​ກາງ​ຂອງ​ອາ​ຊຽນ.

     ຜ່ານ​ໄລ​ຍະ​ເກືອບ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ, ອາ​ຊຽນ​ໄດ້​ບັນ​ລຸ​ບັນ​ດາ​ບາດ​ກ້າວ​ໃຫຍ່, ບໍ່​ພຽງ​ແຕ່​ເປີດ​ກ້​ວາງ​ຂອບ​ຂະ​ໜາດ​ພາ​ຄີ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຫັນ​ຈາກສະ​ມາ​ຄົມ​ປະ​ຊາ​ຊາດ​ໄປ​ສູ່​ປະ​ຊາ​ຄົມ​ເປັນ​ເອ​ກະ​ພາບ. ບັນ​ດາ​ຜົນ​ສຳ​ເລັດ​ທີ່​ອົງ​ການນີ້​ບັນ​ລຸ​ມາ​ໄດ້​ນັ້ນ ພວມ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ ຍ້ອນ​ມີ​ການ​ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າ​ຂອງ​ທຸກໆ​ປະ​ເທດ​ສະ​ມາ​ຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ