AMM -50 ເຊີດຊູຄັນທຸງສາມັກຄີຂອງ ອາຊຽນ

(VOVWORLD) -ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 50 (AMM-50) ແລະ ບັນດາກອງປະຊຸມກ່ຽວຂ້ອງຈະດຳເນີນແຕ່ວັນທີ 4 ວັນທີ 8 ສິງຫາ. ທ່ານ ຟ້າມບີງມີງ, ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມບັນດາກອງປະຊຸມ, ສືບຕໍ່ທິດນຳເປັນເຈົ້າການ, ຕັ້ງຫນ້າ, ຢືດໝັ້ນຫລັກໝັ້ນ, ມີຄວາມໄຫວພິບ ແລະ ມີຄວາມຄ່ອງແຄ້ວໃນການແກ້ໄຂບັນດາບັນຫາສັບສົນບົນພື້ນຖານຮັບປະກັນຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມໃນອາຊຽນ ແລະ ສອດຄ່ອງກັບຜົນປະໂຫຍດຂອງຫວຽດນາມ, ຜ່ານນັ້ນ ຍົກສູງພາບພົດ, ທີ່ຕັ້ງບົດບາດຂອງຫວຽດນາມ ໃນອາຊຽນ, ຢູ່ ພາກພື້ນ ອາຊີ  ປາຊີຟີກ ກໍຄືໃນໂລກ.
AMM -50 ເຊີດຊູຄັນທຸງສາມັກຄີຂອງ ອາຊຽນ - ảnh 1 ພາບປະກອບ

ນີ້ແມ່ນບັນດາກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດສຳຄັນທີ່ສຸດໃນປີ ຂອງອາຊຽນ, ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ບັນດາກອງປະຊຸມດຳເນີນໃນສະພາບການສາກົນ ແລະ ພາກພື້ນ ສືບຕໍ່ຜັນແປໄປຢ່າງສັບສົນ. ການປັບປຸງນະໂຍບາຍຢ່າງແຮງພາໄປເຖິງການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ນັບມື້ນັບເພີ່ມຂຶ້ນ, ບັນດາສິ່ງທ້າທາຍອາດຊະຍາກຳ ແລະ ອາດຊະຍາກຳແບບໃຫມ່ ດ້ວຍບັນດາຈຸດຮ້ອນເຮັ່ງໃນພາກພື້ນ ຮຽກຮ້ອງບັນດາປະເທດຄວນຮ່ວມມືນຳກັນຢ່າງແຫນ້ນແຟ້ນເພື່ອພ້ອມກັນຮັບມື.

       ພະລັງຊີວິດອາຊຽນ ພາຍຫລັງ 5 ທົດສະວັດແຫ່ງການສ້າງຕັ້ງ

        AMM-50 ແລະ ບັນດາກອງປະຊຸມກ່ຽວຂ້ອງ ດຳເນີນໄປກົງກັບຈຸດເວລາສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາຂອງ ອາຊຽນ (8/8/1967-8/8/2017) ແລະ ກ້າວເຂົ້າສູ່ປີທີ 2ແຫ່ງການສ້າງຕັ້ງປະຊາຄົມ. ໂດຍຮັບຮູ້ໄດ້ໄລຍະປະຫວັດຄວາມເປັນມາທີ່ຍາວນານຂອງຕົນ, ອາຊຽນ ສືບຕໍ່ສ້າງວິວັດການສ້າງປະຊາຄົມ, ຍູ້ແຮງການພົວພັນການຕ່າງປະເທດ ແລະ ເສີມຂະຫຍາຍບົດບາດໃຈກາງຢູ່ພາກພື້ນ.

50 ປີຜ່ານມາ, ຈາກອົງການຫນຶ່ງຂອງພາກພື້ນ, ອາຊຽນ ໄດ້ກາຍເປັນປະຊາຄົມ ແລະ ມີບົດບາດສຳຄັນໃນຊີວິດການເມືອງ, ເສດຖະກິດຂອງພາກພື້ນ ອາຊີ ກໍຄືໃນໂລກ. ບັນດາຄູ່ຮ່ວມມືຄູ່ເຈລະຈານັບມື້ນັບຖືເປັນສຳຄັນ ແລະ ເປັນເຈົ້າການໃນການຊຸກຍູ້ການຮ່ວມມືຫລາຍດ້ານກັບ ອາຊຽນ ຜ່ານຫລາຍລາຍການ, ຂໍ້ລິເລີ່ມ ແລະ ມາດຕະການລະອຽດ.

        ບັນດາຄູ່ຮ່ວມມືໃຫຍ່ໃນພາກພື້ນ ແລະ ນອກພາກພື້ນ ລ້ວນແຕ່ສະຫນັບສະຫນູນບົດບາດໃຈກາງຂອງ ອາຊຽນ ໃນໂຄງປະກອບຂອງພາກພື້ນທີ່ພວມສ້າງຂຶ້ນ, ຄຳໝັ້ນສັນຍາສືບຕໍ່ຫນູນຊ່ວຍ ອາຊຽນ ສ້າງປະຊາຄົມ ພ້ອມທັງ ຍາມໃດກໍ່ເນັ້ນຫນັກ ວ່າ ອາຊຽນ ແມ່ນຄູ່ຮ່ວມມືດ້ານເສດຖະກິດສຳຄັນ. ທ່ານ Hirotoshi Ito, ຮອງຜູ້ອຳນວຍການ ຮັບຜິດຊອບ ອາຊຽນ ຂອງ ອົງການ Jetro ປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ: ວິສາຫະກິດ ຍີ່ປຸ່ນ ໄດ້ເພີ່ມທະວີການລົງທຶນເຂົ້າ ອາຊຽນ ພາຍຫລັງ ອາຊຽນ ເຊື່ອມໂຍງຢ່າງເລິກກວ້າງເຂົ້າພື້ນຖານເສດຖະກິດໂລກ.

        “ອາຊຽນ ແມ່ນຄູ່ຮ່ວມມືດ້ານການຄ້າສຳຄັນຂອງ ຍີ່ປຸ່ນ. ຍີ່ປຸ່ນ ກໍ່ແມ່ນນັກລົງທຶນໃຫຍ່ສຸດຢູ່ບັນດາປະເທດ ອາຊຽນ, ກວມປະມານ 50% ຍອດຈຳນວນບັນດານັກລົງທຶນຕ່າງປະເທດ. ປະຈຸບັນ ວິສາຫະກິດ ຍີ່ປຸ່ນ ມີແຜນການເປີດກວ້າງການດຳເນີນທຸລະກິດໃນໄລຍະຈະມາເຖິງ. ບໍ່ພຽງແຕ່ດ້ານການຄ້າເທົ່ານັ້ນ, ຍີ່ປຸ່ນ ນັບມື້ນັບຮ່ວມມືຢ່າງເລິກກວ້າງ ແລະ ແຫນ້ນແຟ້ນກັບ ອາຊຽນກວ່າ.”

        ບົດບາດຄວາມໝັ້ນຄົງພາກພື້ນຂອງ ອາຊຽນ ກໍ່ໄດ້ພັດທະນາຢ່າງແຮງໃນຊຸມປີມໍ່ໆ ມານີ້ ຍ້ອນມີການຮັບຮູ້ຈາກປະຊາຄົມສາກົນ ແລະ ການສະຫນັບສະຫນູນຈາກບັນດາຄູ່ຮ່ວມມືຄູ່ເຈລະຈາ. ບັນດາກົນໄກໂດຍ ອາຊຽນ ນຳພາ ໄດ້ຮັບການສ້າງຂຶ້ນ ເພື່ອແນໃສ່ຊຸກຍູ້ການເຈລະຈາພາກພື້ນ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການພົວພັນຄູ່ຮ່ວມມື.

        ໃນໄລຍະມໍ່ໆມານີ້, ອາຊຽນ ໄດ້ສະແດງ ໃຫ້ເຫັນຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງກວ່າໃນບັນຫາທະເລຕາເວັນອອກ, ຄວາມໝັ້ນຄົງໃນແຫລມເກົາຫລີ. ອາຊຽນ ຍາມໃດກໍ່ເອົາໃຈໃສ່ ແລະ ສະແດງໃຫ້ເຫັນບົດບາດ, ຄວາມຮັບຜິດຊອບຢ່າງຈະແຈ້ງໃນການສ້າງສະພາບແວດລ້ອມຢ່າງສະດວກໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນ ຢູ່ ທະເລຕາເວັນອອກ, ໃນນັ້ນ ມີເລື່ອງຊຸກຍູ້ການປະຕິບັດ ຖະແຫລງການຂອງບັນດາຝ່າຍກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຄົບຖ້ວນ ແລະ ມີປະສິດທິຜົນ ແລະ ພ້ອມກັບ ຈີນ ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຢູ່ ທະເລຕາເວັນອອກ (COC) ໂດຍໄວ.

        ຫວຽດນາມ ພ້ອມກັບ ອາຊຽນ ປັບປຸງຄວາມສາມັກຄີພາຍໃນກຸ່ມ

ໃນປີ 2017, ອາຊຽນ ໄດ້ ແລະ ພວມຍູ້ແຮງການຜັນຂະຫຍາຍບັນດາແຜນການດຳເນີນງານ, ບັນດາມາດຕະການຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍອາດຊະຍາກຳ ແລະ ອາດຊະຍາກຳແບບໃຫມ່, ຊຸກຍູ້ການເຕີບໂຕຮອບດ້ານ ແລະ ອີງໃສ່ການມີຫົວຄິດປະດິດສ້າງ, ພິເສດ ແມ່ນບັນດາການເຄື່ອນໄຫວມຸ້ງໄປເຖິງປະຊາຊົນ. ດ້ວຍເລື່ອງເນັ້ນຫນັກຢ່າງແຮງເຖິງປັດໄຈມະນຸດເປັນໃຈກາງ, ບັນດາປະເທດ ອາຊຽນ ໄດ້ຢັ້ງຢືນຄືນຄວາມຕັດສິນໃຈສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ປະຊາຊົນມີຊີວິດທີ່ມີຄຸນນະພາບກວ່າໃນຫລາຍດ້ານ, ຈາກເສດຖະກິດ, ວັດທະນະທຳ, ຕະຫລອດຮອດຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເພື່ອແນໃສ່ມຸ້ງໄປເຖິງການສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງ ໃນສາມເສົາຄ້ຳ ການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ ສັງຄົມ. ເຖິງຢ່າງໃດກໍຕາມ ຄຽງຄູ່ກັບບັນດາກາລະໂອກາດພັດທະນາມຸ່ງໄປເຖິງຄວາມວັດທະນາຖາວອນລວມຂອງກຸ່ມ ແລະ ພາກພື້ນ, ອາຊຽນ ກໍ່ຕ້ອງປະເຊີນຫນ້າກັບສິ່ງທ້າທາຍບໍ່ແມ່ນຫນ້ອຍ. ທ່ານ ເລຂາທິການໃຫຍ່ ອາຊຽນ ເລເລືອງມີງ ຖືວ່າ:

        “ຊ່ອງຫວ່າງການພັດທະນາໃນແຕ່ລະປະເທດ ອາຊຽນ ຍັງຄົງໃຫຍ່ຫລວງຢູ່. ຕົວຢ່າງ ລາຍຮັບສະເລ່ຍໃສ່ຫົວຄົນຂອງປະເທດຮັ່ງມີທີ່ສຸດໃນອາຊຽນ ແມ່ນສູງກວ່າ ທົບ 43 ເທົ່າເມື່ອທຽບໃສ່ລາຍຮັບສະເລ່ຍໃສ່ຫົວຄົນຂອງປະເທດທຸກຍາກກວ່າໝູ່. ແລະ ນີ້ແມ່ນສິ່ງທ້າທາຍໃຫຍ່ສຸດຂອງ ອາຊຽນ ໃນຄວາມມານະພະຍາຍາມສ້າງປະຊາຄົມພັດທະນາໃຫ້ທົ່ວເຖິງ.”

        ນອກນັ້ນ, ອາຊຽນ ສືບຕໍ່ນະໂຍບາຍອີງໃສ່ລັດທິພາກພື້ນເປີດ, ສະຫນັບສະຫນູນໂລກາພິວັດ, ການຄ້າເສລີ  ແຕ່ໃນໂລກ ທ່າອ່ຽງໂລກາພິວັດ, ການອາລັກຂາການຄ້າພັດພວມເກີດຂຶ້ນ, ພິເສດ ປະກົດອອກຢູ່ບັນດາປະເທດ ເສດຖະກິດໃຫຍ່ ຊື່ງແມ່ນຄູ່ຮ່ວມມືຂອງອາຊຽນ. ນີ້ກໍແມ່ນສິ່ງທ້າທາຍບໍ່ແມ່ນຫນ້ອຍສຳລັບ ອາຊຽນ ໃນໄລຍະຈະມາເຖິງ.

 ພາຍຫລັງ 50 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ ອາຊຽນ, ການສ້າງຕັ້ງຂອງປະຊາຄົມ ອາຊຽນ ບໍ່ແມ່ນຈຸດສຸດທ້າຍ ຫາກແມ່ນຈຸດເລີ່ມຕົ້ນໃຫ້ແກ່ວິວັດການໃຫມ່. ດ້ວຍບົດບາດແມ່ນສະມາຊິກຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບໃນ ອາຊຽນ, ເລີ່ມຕົ້ນຈາກຜົນປະໂຫຍດໂດຍກົງໃນ ອາຊຽນ, ເຂົ້າຮ່ວມ AMM-50 ແລະ ບັນດາກອງປະຊຸມກ່ຽວຂ້ອງຄັ້ງນີ້, ຫວຽດນາມ ສືບຕໍ່ປະກອບສ່ວນຮັກສາຄວາມສາມັກຄີໃນ ອາຊຽນ, ຍົກສູງທີ່ຕັ້ງບົດບາດຂອງ ອາຊຽນ, ເສີມຂະຫຍາຍບົດບາດໃຈກາງ, ຍູ້ແຮງການພົວພັນແທດຈິງລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ຜ່ານນັ້ນ ກໍ່ເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍລະຫວ່າງຫວຽດນາມ ກັບບັນດາປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ