(vovworld)- ບັນດາການປະຊຸມໃນຂອບເຂດກອງປະຊຸມເຈົ້າຫນ້າທີ່ອະວຸໂສຄັ້ງທີ 1 ແມ່ນເວທີປາໄສຮ່ວມມືເສດຖະກິດ ອາຊີ ປາຊີຟີກ (APEC) ພວມດຳເນີນຢູ່ນະຄອນ ຍາຈາງ ແຂວງ ແຄງຮ່ວາ, ປະເທດຫວຽດນາມ. ນີ້ແມ່ນການເຄື່ອນໄຫວເປີດສາກມີຄວາມໝາຍສຳຄັນທີ່ສຸດ, ປະກອບສ່ວນກຳນົດທິດການເຄື່ອນໄຫວໃຫ້ທັງປີ APEC 2017 ຊື່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງ. ດ້ວຍຫົວຂໍ້ວ່າ “ສ້າງກຳລັງຫນູນໃຫມ່, ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ”, APEC 2017 ຈະສ້າງບາດກ້າວຫັນປ່ຽນໃຫມ່ໃຫ້ແກ່ການເຕີບໂຕ, ດ້ານການຄ້າ ແລະ ການລົງທຶນໃນສະພາບເສດຖະກິດໂລກມີການຜັນແປຫລາຍຢ່າງ.
![APEC 2017 ຈະສ້າງບາດລ້ຽວໃຫ້ແກ່ດ້ານການຄ້າ, ການລົງທຶນໂລກ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2017_02_20/tsct 20 thang 2 - ong raul salzar truong phai doan som apec cua peru.jpg)
ທ່ານ Raul Salazar, ຫົວຫນ້າຄະນະຜູ້ແທນບັນດາເຈົ້າຫນ້າທີ່
ອະວຸໂສ (SOM) APEC ຂອງເປຣູ
ພາບ:APEC 2016
|
ໃນສະພາບການວິກິດການປະຕິວັດອຸດສາຫະກຳຄັ້ງທີ 4 ພວມເຮັດໃຫ້ໂລກມີການປ່ຽນແປງຢ່າງວ່ອງໄວ, ການຜັນແປ ແລະ ສິ່ງທ້າທາຍເພີ່ມຂຶ້ນໄດ້ກະທົບ ຢ່າງເລິກເຊິ່ງ, ກວ້າງຂວາງເຖິງພື້ນຖານເສດຖະກິດໂລກທັງໝົດ.
ຕາມການສະຖິຕິແລ້ວ, ປີ 2016 ການເຕີບໂຕດ້ານເສດຖະກິດທົ່ວໂລກໄດ້ຫລຸດລົງຢູ່ໃນລະດັບຕ່ຳສຸດ ນັບແຕ່ພາຍຫລັງວິກິດການເສດຖະກິດເມື່ອປີ 2008 – 2009, ບັນລຸພຽງ 2,2%. ຄຽງຄູ່ກັນນັ້ນ, ໝາກຜົນຂອງສະພາບໂລກາພິວັດບໍ່ໄດ້ຮັບການຈັດແບ່ງຢ່າງສະໝ່ຳສະເຫມີລະຫວ່າງບັນດາພາກພື້ນ, ບັນດາພື້ນຖານເສດຖະກິດ ໄດ້ເຮັດໃຫ້ທ່າອ່ຽງຄັດຄ້ານການຄ້າເສລີເພີ່ມຂຶ້ນຢ່າງແຮງຢູ່ຫລາຍພາກພື້ນໃນໂລກ, ພິເສດ ຢູ່ບັນດາພື້ນຖານເສດຖະກິດໃຫຍ່ຢູ່ ອາເມລິກາ ແລະ ເອີລົບ, ບັນດາປະເທດມີທ່າອ່ຽງນຳໃຊ້ນະໂຍບາຍອາລັກຂາ. ໃນຂະນະນັ້ນ, ພື້ນຖານເສດຖະກິດທົ່ວໂລກພັດຂາດການຊີ້ນຳນຳພາເພື່ອສະກັດກັ້ນທ່າອ່ຽງດ້ານການຄ້າເສລີ. ເພາະສະນັ້ນ, ຫົວເລື່ອງຂອງປີ APEC 2017 ແມ່ນ“ສ້າງກຳລັງຫນູນໃຫມ່, ພ້ອມກັນເພີ່ມພູນຄູນສ້າງໃຫ້ອະນາຄົດລວມ”, ໄດ້ສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະຫນາລວມຂອງ 21 ພື້ນຖານເສດຖະກິດສະມາຊິກ APEC, ເພື່ອສ້າງກຳລັງຫນູນຕື່ມອີກໃຫ້ແກ່ການເຕີບໂຕໃຫມ່ໃນສະພາບການໃຫມ່.
ເພື່ອໃຫ້ APEC ຮ່ວມມືຢ່າງມີປະສິດທິຜົນ, ແທດຈິງກວ່າ
ໃນສະພາບການຢູ່ພາຍໃນປະເທດ ແລະ ສາກົນ ມີການປ່ຽນແປງຢ່າງວ່ອງໄວ, ຄຽງຂ້າງບັນດາການບຸລິມະສິດ ຊື່ງຫວຽດນາມ ວາງຈຸດສຸມ ແມ່ນ APEC 2017 ຊຸກຍູ້ວິວັດການພັດທະນາ, ການຮ່ວມມື APEC ຢ່າງແທດຈິງ ແລະ ມີປະສິດທິຜົນກວ່າ, ສຳເລັດບັນດາເປົ້າໝາຍ Bogor ກ່ຽວກັບການຄ້າເສລີ ແລະ ການລົງທຶນໃນປີ 2020, ຫວຽດນາມ ໄດ້ພ້ອມກັບບັນດາພື້ນຖານເສດຖະກິດສະມາຊິກຖືຈຸດສຸມເຂົ້າໃນການຊຸກຍູ້ການເຕີບໂຕແບບຍືນຍົງ ແລະ ມີຫົວຄິດປະດິດສ້າງ, ຫນູນຊ່ວຍຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ມີຫົວຄິດປະດິດສ້າງຂອງບັນດາວິສາຫະກິດຂະຫນາດນ້ອຍ ແລະ ນ້ອຍທີ່ສຸດ ໃນສັງກະລາດດີຈີຕອນ, ເປັນຕົ້ນແມ່ນວິສາຫະກິດໂດຍແມ່ຍິງນຳພາ, ເພີ່ມທະວີການເຊື່ອມຕໍ່, ຮັດແຄບຊ່ອງຫວ່າງ, ເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ, ຊຸກຍູ້ການສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຄົມ. ທ່ານ Raul Salazar, ຫົວຫນ້າຄະນະຜູ້ແທນບັນດາເຈົ້າຫນ້າທີ່ອະວຸໂສ (SOM) APEC ຂອງ ເປຣູ ຖືວ່າ:
“ຂ້າພະເຈົ້າຄິດວ່າ ບັນດາການກຳນົດທິດບຸລິມະສິດຄັ້ງນີ້ ແມ່ນສຳຄັນທີ່ສຸດ. ບັນຫາທຳອິດ ນັ້ນແມ່ນເລື່ອງໝູນໃຊ້ບັນດາຂໍ້ລິເລີ່ມ ແລະ ເຕັກໂນໂລຊີໃຫມ່. ຂ້າພະເຈົ້າຖືວ່າ ຫວຽດນາມ ໄດ້ເລືອກເຟັ້ນບັນຫານີ້ ແມ່ນຖືກຕ້ອງທີ່ສຸດ ເພາະວ່າ ນີ້ແມ່ນວິທີເພື່ອໃຫ້ພວກເຮົາຊ່ວຍສັງຄົມພັດທະນາຕາມທິດຮອບດ້ານກວ່າ. ພວກຂ້າພະເຈົ້າກໍຕີລາຄາສູງເລື່ອງຫວຽດນາມ ວາງທິດທາງບຸລິມະສິດຈຸດສຸມເຂົ້າຕະຫລາດສະບຽງອາຫານ ເພາະສິ່ງນີ້ແມ່ນສຳຄັນທີ່ສຸດສຳລັບບັນດາພື້ນຖານເສດຖະກິດໃຫມ່.”
ບັນດາທິດບຸລິມະສິດຂອງປີ APEC 2017 ຊື່ງຫວຽດນາມ ຍົກອອກມາໄດ້ຕອບສະຫນອງຢ່າງຖືກຕ້ອງກັບບັນດາບັນຫາຂອງສະພາບການເສດຖະກິດທົ່ວໂລກ ຊື່ງພື້ນຖານເສດຖະກິດສະມາຊິກທັງໝົດມີຄວາມສົນໃຈ. ສະນັ້ນ ບັນດາການກຳນົດທິດບຸລິມະສິດນີ້ໄດ້ຮັບຄວາມເຫັນດີເຫັນພ້ອມ ໃນ APEC ຢ່າງວ່ອງໄວ. ອາດຈະເຫັນໄດ້ຢ່າງຈະແຈ້ງວ່າ ພາຍຫລັງວິກິດການເສດຖະກິດທົ່ວໂລກສອງຄັ້ງນັ້ນ, ເລື່ອງຊອກໄດ້ບັນດາກຳລັງຫນູນເຕີບໂຕໃຫມ່ ແມ່ນສຳຄັນທີ່ສຸດ. ຫນຶ່ງໃນບັນດາກຳລັງຫນູນໃຫມ່ ນັ້ນແມ່ນ ຍົກສູງກຳລັງຄວາມສາມາດຂອງບັນດາວິສາຫະກິດຂະຫນາດກາງ, ນ້ອຍ ແລະ ນ້ອຍສຸດ, ພິເສດແມ່ນວິສາຫະກິດໂດຍແມ່ຍິງນຳພາ. ສະນັ້ນ ເລື່ອງຫວຽດນາມ ມີຂໍ້ລິເລີ່ມຈັດຕັ້ງກອງປະຊຸມໂອ້ລົມສົນທະນານະໂຍບາຍກັບບັນດາວິສາຫະກິດ ໂດຍແມ່ຍິງເປັນເຈົ້າຂອງໃນຂອບເຂດປີ APEC 2017 ໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຄວາມເອົາໃຈໃສ່ຈາກບັນດາພື້ນຖານເສດຖະກິດສະມາຊິກ APEC, ແລະຖືວ່າ ນີ້ແມ່ນບາດລ້ຽວໃຫມ່, ປະກອບສ່ວນຊຸກຍູ້ບົດບາດແມ່ຍິງເວົ້າລວມໃນສັງກະລາດດີຈີຕອນເວົ້າລວມ ແລະ ໃນການພັດທະນາບັນດາວິສາຫະກິດ ນ້ອຍ ແລະ ນ້ອຍສຸດ ແລະ ຂະຫນາດກາງເວົ້າສະເພາະ. ທ່ານ Allan Boollard, ຜູ້ອຳນວຍການຝ່າຍບໍລິຫານຄະນະເລຂາທິການ APEC ສາກົນ ກໍຖືວ່າ:
“APEC ລໍຖ້າການເຂົ້າຮ່ວມຂອງແມ່ຍິງເຂົ້າໃນກຳລັງແຮງງານ. ໃນບັນດາການແລກປ່ຽນ, APEC ໄດ້ເຕື້ອງເຖິງບັນດານະໂຍບາຍຫນູນຊ່ວຍ, ສ້າງເງື່ອນໄຂໃຫ້ແກ່ແມ່ຍິງ ກໍຄື ເຮັດແນວໃດເພື່ອຊຸກຍູ້ການພັດທະນາຂອງພາກພື້ນແລະ ທິດທາງຂອງ APEC ແມ່ນຕ້ອງສຸມໃສ່ເພື່ອຫນູນຊ່ວຍບັນດາພື້ນຖານເສດຖະກິດຍັງບໍ່ທັນພັດທະນາໃນພາກພື້ນ ເພື່ອໝູນໃຊ້ແຫລ່ງກຳລັງຈາກແມ່ຍິງ ແລະ ວິສາຫະກິດຂະຫນາດນ້ອຍ. ຄວາມຈິງ ມີແມ່ຍິງຫລາຍຄົນໄດ້ປະສົບຜົນສຳເລັດເມື່ອເຂົາເຈົ້າມີແຫລ່ງການເງິນຮັບໃຊ້ບັນດາໂຄງການ, ຫລືລະດົມທຶນຈາກອິນເຕີແນັດ.”
ກາລະໂອກາດເພື່ອໃຫ້ຫວຽດນາມ ສ້າງການພົວພັນຮ່ວມມືດຳເນີນທຸລະກິດ
APEC 2017, ຄຽງຄູ່ກັບກາລະໂອກາດໂຄສະນາປະເທດຊາດ, ດຶງດູດການທ່ອງທ່ຽວ, ຊອກໄດ້ຄູ່ຮ່ວມມືແລ້ວ, ຫວຽດນາມ ມີເງື່ອນໄຂຕື່ມອີກເພື່ອສ້າງການພົວພັນດຳເນີນທຸລະກິດກັບບັນດາຄູ່ຮ່ວມມືແຖວຫນ້າຢູ່ພາກພື້ນ. ມີວິສາຫະກິດສາກົນ ປະມານ 1000 ແຫ່ງຢູ່ບັນດາປະເທດສະມາຊິກ APEC ມາຫວຽດນາມ ໃນໂອກາດດຳເນີນກອງປະຊຸມສຸດຍອດ APEC ຈະນຳມາເຊິ່ງກາລະໂອກາດໃຫມ່ຫລາຍຢ່າງ. ທ່ານ ຮ່ວາງວັນຢູງ, ປະທານ ສະພາໃຫ້ຄຳປຶກສານັກທຸລະກິດ APEC (ABAC) ຫວຽດນາມ ຢືນຢັນວ່າ:
“ນັບແຕ່ປີ 2016 ມາຮອດປະຈຸບັນ, ຫວຽດນາມ ຮ່ວມມືກັບບັນດາຄູ່ຮ່ວມມືສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ, ພິເສດ ກັບບັນດາປະເທດສະມາຊິກ APEC. ພ້ອມກັບການຮ່ວມມືນັ້ນ, ວິສາຫະກິດຫວຽດນາມ ນັບມື້ນັບພັດທະນາ. ເລື່ອງເປັນເຈົ້າພາບຈັດຕັ້ງ APEC 2017 ຄັ້ງນີ້ ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຊອກແຫລ່ງລົງທຶນໃຫມ່, ນຳມາເຊິ່ງ ມູນຄ່າສ່ວນເກີນສູງກວ່າ, ຍົກສູງກຳລັງຄວາມສາມາດການແກ້ງແຍ້ງຂອງວິສາຫະກິດຫວຽດນາມ, ຊື່ງແມ່ນຕະຫລາດ ມີຈຳນວນວິສາຫະກິດຂະຫນາດກາງ ແລະ ນ້ອຍກວມເຖິງ 98%”
ປີ APEC 2017 ຫາກໍ່ເລີ່ມຕົ້ນ. ດ້ວຍຫົວຂໍ້ ແລະ ບັນດາການກຳນົດທິດ, APEC 2017 ໝັ້ນໝາຍຈະສ້າງບາດກ້າວຫັນປ່ຽນໃຫມ່ໃຫ້ແກ່ການເຕີບໂຕ, ການຄ້າ ແລະ ການລົງທຶນ, ເພື່ອໃຫ້ APEC ກາຍເປັນອົງການນຳຫນ້າໃນການກະຕຸກຊຸກຍູ້ການເຕີບໂຕທົ່ວໂລກ.