APEC 2017 ຈະເຂັ້ມຂົ້ນໄປດ້ວຍຂີດໝາຍຫວຽດນາມ

ຍັງ​ອີກບໍ່​ຮອດ 4 ເດືອນ, ຫວຽດ​ນາມ​ຈະ​ຮັບ​ບົດ​ບາດ​ເປັນ​ປະ​ເທ​ດ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຝິກ  APEC ປີ 2017 ຈາກ​ເປ​ຣູ. ວຽກ​ງານ​ກະ​ກຽ​ມ​ໃຫ້​ແກ່​ເຫດ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ອັນດັບ​ໜຶ່ງນີ້ ພວມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຮີບ​ເຮັ່ງ​​ຈາກ​ຫວຽດ​ນາມ, ຈາກ​ການ​ກະ​ກຽມ​ດ້ານ​ເນື້ອ​ໃນ​ຕະຫຼອດ​ຮອດ​ການ​ຮັບ​ໃຊ້, ພິ​ທີ​ການ, ເຮັດ​ແນວ​ໃດ​ເພື່ອ​ໃຫ້​ເຫດ​ການນີ້​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ຂີດ​ໝາຍ​ຫວຽດ​ນາມ.

 

APEC 2017 ຈະເຂັ້ມຂົ້ນໄປດ້ວຍຂີດໝາຍຫວຽດນາມ - ảnh 1
ບັນ​ດາ​ປະ​ມຸກ​ລັດ​ທີ່ກອງ​ປະ​ຊຸມ APEC 2006 ຊຶ່ງ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ

     ນີ້​ເປັນ​ຄັ້ງ​ທີ 2, ພາຍຫຼັງ 10 ປີ​ທີ່ຫວຽດ​ນາມ​​ເປັນ​ປະ​ເທ​ດ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ APEC. ການ​ຕົກ​ລົງເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ APEC 2017 ແມ່ນ​ການ​ຜັນ​ຂະ​ຫຍາຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ ແລະ ຍົກ​ລະ​ດັບ​ການ​ພົວ​ພັນຫຼາຍ​ຝ່າຍ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ໃໝ່.

    ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ຂອງ​ການ​ຮ່ວມ​ມື, ຮ່ວມ​ສຳ​ພັນ​ໃນ APEC

    ປີ APEC 2017 ແມ່ນ​ມີຄວາມ​ໝາຍທີ່​ແທດ​ຈິງ​ສຳ​ລັບ​ຫວຽດ​ນາມ​ໃນ​ການ​ຍາດ​ແຍ່ງ​ແຫຼ່ງ​ກຳ​ລັງ​ສາ​ກົນ​ຢ່າງ​ແຂງ​ແຮງກວ່າ​ເພື່ອ​ຮັບ​ໃຊ້​ການ​ພັດທະ​ນາ, ເຮັດ​ໃຫ້​ບັນ​ດາ​ສາຍ​ພົວ​ພັນ 2 ຝ່າຍ​ຍິ່ງ​ເລິກ​ເຊິ່ງກວ່າ, ເພີ່ມ​ທະ​ວີ​ການ​ລົງ​ນາມ​ໃນ​ບັນ​ດາ​ສັນ​ຍາ, ໂຄງ​ການ​ຮ່ວມ​ມື​ຂອງ​ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ. ພ້ອມ​ກັນ​ນັ້ນ, ນີ້​ກໍ​ແມ່ນ​ໂອ​ກາດ​ເພື່ອ​ໂຄ​ສະ​ນາ​ພາບ​ພົດ​ຫວຽດ​ນາມ​ອອກ​ສູ່​ເວ​ທີ​ສາ​ກົນ​ຢ່າງ​ກ້​ວາງ​ຂວາງ. ມີ​ການ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ເຊັ່ນ​ນັ້ນ, ດັ່ງ​ນັ້ນ​ຫວຽດ​ນາມ​ໄດ້​ຜັນ​ຂະ​ຫຍາຍ​ວຽກ​ງານ​ກະ​ກຽ​ມ​ໂດຍ​ໄວ ຊຶ່ງ​ເລີ່ມ​ແຕ່​ປີ 2013. ແຕ່ມ​ທ້າຍ​ປີ 2013 ຫາ 2014, ຫວຽດ​ນາມ​ໄດ້​ສ້າງ​ຕັ້ງ​ກຸ່ມ​ປະ​ຕິ​ບັດ​ງານ​ລະ​ຫວ່າງ​ຂະ​ແໜງ ແລະ ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ເພື່ອ​ຊີ້​ນຳ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ປີ APEC 2017. ແບ່ງ​ປັນ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ນີ້. ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ຫງວຽນ​ງຽດ​ງາ ທີ່​ປຶກ​ສາ​ລະ​ດັບ​ສູງ ຄະ​ນະ​ເລ​ຂາ​ APEC 2017 ໃຫ້​ຮູ້​ວ່າ : 

    “ ມາ​ຮອດ​ປະ​ຈຸ​ບັນ, ພວດ​ເຮົາ​ໄດ້​ກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ໃນ​ທຸກໆ​ຂົງ​ເຂດ​ວຽງ​ການ. ຈາກ​ການ​ກະ​ກຽມ​ດ້ານ​ເນື້ອ​ໃນ, ການ​ຮັບ​ໃຊ້, ພິ​ທີ​ການ, ວັດ​ຖຸ​ຕະຫຼອດ​ຮອດ​ວຽກ​ງານ​ຂົນ​ຂວາຍ​ພະ​ນັກ​ງານ, ພວກ​ເຮົາ​ໄດ້​ຍາດ​ແຍ່ງ​ການ​ສະ​ໜັບ​ສະ​ໜູນຫຼາຍ​ຢ່າງ​ຈາກ​ບັນ​ດາ​ຄູ່​ຮ່ວມ​ມື, ບັນ​ດາ​ພື້​ນ​ຖານ​ເສດ​ຖະ​ກິດ​ພາ​ຄີ APEC. ປະ​ຈຸ​ບັນ, ພວກ​ເຮົາ​ໄດ້​ທາບ​ທາມ​ແລກ​ປ່ຽນ​ເປັນຫຼາຍ​ຄັ້ງ​ກັບ​ບັນ​ດາ​ເພື່ອນ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ດ້ານ​ເນື້ອ​ໃນ. ຈະ​ມີ​ກອງ​ປະ​ຂຸມ​ນ້ອຍ​ໃຫຍ່​ປະ​ມານ 200 ຄັ້ງ, ໃນ​ນັ້ນ​ມີ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ​ຂຶ້ນ​ໄປ​ປະ​ມານ 20 ຄັ້ງ ແລະ ສັບ​ປະ​ດາ​ລະ​ດັບ​ສູງ. ເປັນ​ອັນ​ວ່າ ພວກ​ເຮົາ​ຕ້ອງ​ຈັດ​ຕັ້ງ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ຈາກ​ພາກ​ເໜືອ​ລົງ​ຮອດ​ພາກ​ໃຕ້ ທັງ​ໂຄ​ສະ​ນາ​ກ່ຽວ​ກັບ​ຫວຽດ​ນາມ ທັງ​ສ້າງກາ​ລະ​ໂອ​ກາດ​ທຳ​ມາ​ຄ້າ​ຂາຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ ”

     ໂດຍ​ມີ​ຄວາມ​ແຕກ​ຕ່າງ​ກັບການ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ APEC ຄັ້ງ​ກ່ອນ, ສະ​ພາ​ວະ APEC ໃນ​ປະ​ຈຸ​ບັນ, ພ້ອມ​ກັບ​ບັນ​ດາ​ດ້ານ​ດີ, ມີ​ຄວາມ​ສະ​ດວກນັ້ນ, ຍັງ​ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ຮຽກ​ຮ້ອງ​ໃຫ້​ວຽກ​ງານ​ການ​ຈັດ​ຕັ້ງ​ທຸກ​ດ້ານ ຕ້ອງ​ຍົກ​ສູງກວ່າ​ເກົ່າ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ຂອງ​ການ​ຮ່ວມ​ມື ແລະ ຮ່ວມ​ສຳ​ພັນ​ໃນ APEC. ເພາະ​ສະ​ນັ້ນ, ພ້ອມ​ກັບ​ການ​ກະ​ກຽມວຽກ​ງານ​ຮັບ​ໃຊ້​ກອງ​ປະ​ຊຸມ, ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ສະ​ພາ​ວະ​ທີ່​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ໄພ​ກໍ່​ການ​ຮ້າຍ, ຫວຽດ​ນາມ​ໄດ້​ເລັ່ງ​ໃສ່ການ​ລະ​ດົມ​ແຫຼ່ງ​ກຳ​ລັງ ປະ​ກອບ​ສ່ວນ​ບັນ​ດາ​ຂໍ້​ລິ​ເລີ່ມ, ບັນ​ດາ​ເນື້ອ​ໃນ​ທີ່​ສອດ​ຄ່ອງ​ກັບຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ຂອງ APEC. ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ຫງວຽນ​ງຽດ​ງາ ທີ່​ປຶກ​ສາ​ລະ​ດັບ​ສູງ ຄະ​ນະ​ເລ​ຂາ​ APEC 2017 ໃຫ້​ຮູ້​ຕື່ມ​ອີກວ່າ :

    “ ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ເລັ່ງ​ໃສ່​ບັນ​ດາ​ບຸ​ລິ​ມະ​ສິດ​ໃຫຍ່​ຂອງ APEC, ສອດ​ຄ່ອງ​ກັບຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ຂອງ​ການ​ຂະ​ຫຍາຍ​ຕົວ ແລະ ຮ່ວມ​ສຳ​ພັນ​. ໃນ​ນັ້ນ, ສິ່ງ​ທີ່​ໃຫຍ່ກວ່າ​ໝູ່​ແມ່ນ​ການ​ເຕີບ​ໂຕ​ທາງ​ດ້ານ​ຄຸນ​ນະ​ພາບ​, ການ​ເຊື່ອມ​ຕໍ່, ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່. ສິ່ງນີ້ ແມ່ນ​ສອດ​ຄ່ອງ​ກັບຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​​ຂອງ​ຫວຽດ​ນາມ ແລະ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃໝ່​ຂອງ​ APEC ໃນ​ປະ​ຈຸ​ບັນ​ໃນ​ສະ​ພາ​ວະ​ທີ່​ມີ​ລະ​ດັບ​ຊຸດ​ໂຊມ​ດ້ານ​ເສດດ​ຖະ​ກິດ​ຂອງ​ພາກ​ພື້ນ. ພິ​ເສດ​ແມ່ນ​ຂໍ້​ລິ​ເລີ່ມ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ…ນີ້​ແມ່ນ​ບັນ​ດາ​ບັນ​ຫາທີ່ບໍ່​ພຽງ​ແຕ່​ຫວຽດ​ນາມມີ​ຄວາມ​ຕ້ອງ​ການ​ເທົ່າ​ນັ້ນ, ຫາກ​ຍັງ​ນັບ​ທັງ APEC ມີ​ຄວາມ​ຕ້ອງ​ການ​ອີກ​ດ້ວຍ. ”

    ສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ເຊື່ອມ​ໂຍງ​ໃໝ່​ຂອງ​ຫວຽດ​ນາມ

   ປີ 2017 ກໍ​ແມ່ນ​ປີທຳ​ອິດ​ທີ່​ບັນ​ດາ​ການ​ນຳ APEC ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື APEC. ສຳ​ລັບ​ຫວຽດ​ນາມ​ແລ້ວ, ໃນ​ປີ 2017 ກໍ​ແມ່ນ​ປີ​ທີ່​ຫວຽດ​ນາມເປັນ​ປະ​ເທ​ດ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ  APEC, ສອດ​ຄ່ອງ​ກັບ​ແຜນ​ນະ​ໂຍ​ບາຍ ແລະ ບັນ​ດາ​ຄວ​າມ​ມາ​ນະ​ພະ​ຍາ​ຍາມຂອງ​ຫວຽດ​ນາມໃນ​ການໂຄ​ສະ​ນາ​ພາບ​ພົດ​ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ມະ​ນຸດ, ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ. ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ຫງວຽນ​ງຽດ​ງາ ທີ່​ປຶກ​ສາ​ລະ​ດັບ​ສູງ ຄະ​ນະ​ເລ​ຂາ​ APEC 2017 ເນັ້ນ​ໜັກວ່າ :

 “ ໃນ​ສະ​ພາບ​ການ​ພາກ​ພື້ນ ແລະ ໂລກ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍກ່ຽວ​ກັບ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ນັ້ນ, ຍິ່ງກວ່າ​ເວ​ລາ​ໃດ​ໝົດ, ວິ​ທີ​ການ​ແກ້​ໄຂ​ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ໃນ​ໂລກ ​ແມ່ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ລ​ະຫວ່າງມະ​ນຸດ​ດ້ວຍ​ກັນ. ສິ່ງ​ພົວ​ພັນ​ແລກ​ປ່ຽນ, ຍິ່ງ​ເຊື່ອມ​ຈອດ ແລະ ເຂົ້າ​ໃຈ​ວັດ​ທະ​ນະ​ທຳ, ເຄົ​າ​ລົບ​ຊຶ່ງ​ກັນ ແລະ ກັນ​ນັ້ນ ກໍ​ຈະ​ມີ​ເງື່ອນ​ໄຂ​ເພື່ອ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ ແລະ ຮ່ວມ​ມື, ປົກ​ປັກຮັກ​ສາ​ສັນ​ຕິ​ພາບ ”

        ການ​ຕົກ​ລົງເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ APEC 2017 ແມ່ນ​ແຜນ​ນະ​ໂຍ​ບາຍ​ຜັນ​ຂະ​ຫຍາຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ຮອບ​ດ້ານ ແລະ ຍົກ​ລະ​ດັບ​ການ​ພົວ​ພັນຫຼາຍ​ຝ່າຍ​ຂອງ​ຫວຽດ​ນາມ. ​APEC 2017 ຈະ​ນຳ​ມາ​ເຊິ່ງ​ພາ​ບ​ພົດ​ຫວຽດ​ນາມ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ສະ​ໜິດ​ຕິດ​ພັນ, ຮັກ​ແພງ​ແຂກ, ເປັນ​ເຈົ້າ​ການ, ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ສ້າງ​ອາ​ຊີ-ປາ​ຊີ​ຝິກ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​, ເຊື່ອ​ຈອດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ, ການ​ພັດ​ທະ​ນາ, ຮ່ວມ​ສຳ​ພັນ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຝິກ.

ຕອບກັບ

ຂ່າວ/ບົດ​ອື່ນ