APPF 26: ຂີດໝາຍໃໝ່ໃນການຮ່ວມມືລະຫວ່າງລັດຖະສະພາ

(VOVWORLD) -ກອງປະຊຸມປະຈຳປີ APPF 26 ໂດຍສະພາແຫ່ງຊາດຫວຽດນາມ ເປັນເຈົ້າພາບຈັດຕັ້ງເປັນເທື່ອທີ 2 ບັນລຸໄດ້ຜົນສຳເລັດທີ່ໜ້າປະທັບໃຈຫຼາຍຢ່າງ. ບັນດາມະຕິ, ຖະແຫຼງການໄດ້ຮັບການຮັບຮອງເອົາກໍ່ຄືບັນດາເນື້ອໃນການປຶກສາຫາລືໄດ້ຊີ້ໃຫ້ເຫັນບົດບາດຂອງບັນດາລັດຖະສະພາໃນວິວັດທະນາການປະຕິບັດບັນດາຄຳໝັ້ນສັນຍາສາກົນ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ, ເພື່ອຜົນປະໂຫຍດຂອງປະຊາຊົນໃນພາກພື້ນອາຊີ - ປາຊີຟິກ.
APPF 26: ຂີດໝາຍໃໝ່ໃນການຮ່ວມມືລະຫວ່າງລັດຖະສະພາ - ảnh 1 (APPF 26: ຂີດໝາຍໃໝ່ໃນການຮ່ວມມືລະຫວ່າງລັດຖະສະພາ)

APPF 26 ໄດ້ຮັບຮອງເອົາເອກະສານ 17 ສະບັບ, ດ້ວຍຄວາມເຫັນດີເຫັນພ້ອມສູງຂອງຄະນະຜູ້ແທນບັນດາລັດຖະສະພາສະມາຊິກ, ໃນນັ້ນພົ້ນເດັ່ນແມ່ນຖະແຫຼງການຮ່າໂນ້ຍ ກ່ຽວກັບວິໄສທັດໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືລັດຖະສະພາອາຊີ - ປາຊີຟິກ. ກອງປະຊຸມກໍ່ຮັບຮອງເອົາການສະໜັບສະໜູນຂອງລັດຖະສະພາບັນດາປະເທດສະມາຊິກສຳລັບບົດບາດເປັນປະເທດເຈົ້າພາບຈັດຕັ້ງຂອງຫວຽດນາມ.

ຖະແຫຼງການຮ່າໂນ້ຍ - ວິໄສທັດໃໝ່ໃຫ້ແກ້ການຮ່ວມມືລະຫວ່າງລັດຖະສະພາພາກພື້ນ

        ເລື່ອງຫວຽດນາມ ເປັນເຈົ້າພາບຈັດ APPF 26 ກົງກັບໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງເວທີປາໄສ, ພ້ອມທັງອອກຖະແຫຼງການຮ່າໂນ້ຍ ມີຄວາມໝາຍສຳຄັນພິເສດ, ສ້າງພື້ນຖານການຮ່ວມມືໃໝ່, ກຳນົດວິໄສທັດໃໝ່ໃຫ້ແກ່ການພັດທະນາຂອງເວທີປາໄສໃນອະນາຄົດ. ກ່ອນໜ້ານັ້ນ, APPF ໄດ້ມີຖະແຫຼງການພື້ນຖານ 4 ສະບັບ, ເປັນຂີດໝາຍໃຫ້ແຕ່ລະໄລຍະພັດທະນາທີ່ມີລັກສະນະເປັນບາດລ້ຽວຂອງເວທີປາໄສຮ່ວມມືລັດຖະສະພາພາກພື້ນນີ້.

        ຖະແຫຼງການຮ່າໂນ້ຍ “ວິໄສທັດໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືລັດຖະສະພາອາຊີ - ປາຊີຟິກ” ໄດ້ຍົກອອກບັນດາການກຳນົດທິດໃຫ້ແກ່ການພົວພັນຄູ່ຮ່ວມມືລັດຖະສະພາພາກພື້ນ ດ້ວຍການຢືນຢັນສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງແມ່ນເງື່ອນໄຂຕັດສິນ, ເປັນພື້ນຖານຢ່າງໝັ້ນຄົງໃຫ້ແກ່ການພັດທະນາແບບຍືນຍົງ. ຖະແຫຼງການໃຫ້ຄຳໝັ້ນສັນຍາສືບຕໍ່ປະຕິບັດຕາມເນື້ອໃນຈິດໃຈຂອງບັນດາຖະແຫຼງການ APPF ກ່ອນນີ້, ໜູນຊ່ວຍ ແລະ ເສີມຂະຫຍາຍບັນດາໝາກຜົນຂອງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ດ້ວຍການສະໜັບສະໜູນ ແລະ ຫັນບັນດາຄຳໝັ້ນສັນຍາເຊິ່ງ APEC ບັນລຸໄດ້ເປັນກົດໝາຍ. APPF ເສີມຂະຫຍາຍບົດບາດຕິດຕາມກວດກາຂອງລັດຖະສະພາ ເພື່ອຮັບປະກັນຫັນບັນດາການກຳນົດທິດລວມຂອງພາກພື້ນເປັນຮູບປະທຳ. ທ່ານປະທານກຳມາທິການການຕ່າງປະເທດສະພາແຫ່ງຊາດຫວຽດນາມ ຫງວຽນວັນເຢົ່າ, ຕີລາຄາວ່າ.

        “ຜົນສຳເລັດອັນໃຫຍ່ຫຼວງຂອງ APPF ແມ່ນຮັບຮອງເອົາຖະແຫຼງການຮ່າໂນ້ຍ. ຂີດໝາຍຂອງຖະແຫຼງການຮ່າໂນ້ຍແມ່ນສືບທອດບັນດາຄຳຖະແຫຼງກ່ອນນີ້, ພິເສດຕີລາຄາຄືນໝາກຜົນພາຍຫຼັງ 25 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ຫຼື ເວົ້າແລ້ວອື່ນແມ່ນ ພວກເຮົາເລືອກການຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາຂອງແຕ່ລະປະເທດໃນພາກພື້ນອາຊີ - ປາຊີຟິກ. ຈາກການກຳນົດທິດທີ່ຖືກຕ້ອງນີ້, ຖະແຫຼງການຮ່າໂນ້ຍ ສືບຕໍ່ພັດທະນາຢູ່ໃນໄລຍະໃໝ່ທີ່ເລິກເຊິ່ງ, ກວ້າງຂວາງກວ່າ, ພິເສດແມ່ນນັບແຕ່ນີ້ຮອດປີ 2030. ຖະແຫຼງການໄດ້ຕິດແທດກັບບັນດາຫົວຂໍ້ຕົ້ນຕໍຄື: ຄວາມໝັ້ນຄົງ - ການເນືອງ, ເສດຖະກິດ - ການຄ້າ, ການຮ່ວມມືໃນພາກພື້ນ”.

ບາດກ້າວໃໝ່ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ

        ຂີດໝາຍທີ່ເປັນໜ້າປະທັບໃຈຂອງ APPF 26 ແມ່ນເລື່ອງຫັນບັນດາບົດບາດຂອງບັນດາສະມາຊິກລັດຖະສະພາຍິງເປັນທາງການ. ກອງປະຊຸມໄດ້ປັບປຸງລະບຽບການ APPF, ນຳກອງປະຊຸມລັດຖະສະພາຍິງໃຫ້ກາຍເປັນກົນໄກທາງການຢູ່ບັນດາກອງປະຊຸມປະຈຳປີຂອງ APPF. ນີ້ແມ່ນຄວາມມານະພະຍາຍາມລວມຂອງທຸກປະເທດສະມາຊິກ ບົນພື້ນຖານຂໍ້ລິເລີ່ມຂອງຍີ່ປຸ່ນ ເພື່ອແນໃສ່ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ເພື່ອການພັດທະນາແບບຍືນຍົງ ແລະ ຄວາມວັດທະນາຖາວອນລວມ. ຫົວໜ້າຄະນະຜູ້ແທນຍີ່ປຸ່ນ Takuji Yanagimoto, ປະທານກິຕິມະສັກ APPF, ຖືວ່າ.

        “ຂ້າພະເຈົ້າໄດ້ຕີລາຄາສູງຄວາມໝາຍຂອງການນຳກອງປະຊຸມສະມາຊິກລັດຖະສະພາຍິງ ໃຫ້ກາຍເປັນການເຄື່ອນໄຫວທາງການຂອງ APPF. ສິ່ງດັ່ງກ່າວໄດ້ຊ່ວຍຍູ້ແຮງບົດບາດຂອງລັດຖະສະພາຍິງກວ່າອີກ. ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດຕໍ່ການປ່ຽນແປງນີ້ໃນກົດລະບຽບ APPF. ນີ້ແມ່ນພື້ນຖານໃນການເຄື່ອນໄຫວຂອງ APPF ຢ່າງແທ້ຈິງ”.

        ນອກຈາກບັນດາບັນຫາຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລ້ວ, ທີ່ APPF 26 ຍັງມີຫຼາຍຫົວຂໍ້ສົດໆ, ຮ້ອນໆ ໄດ້ຍົກອອກມາເພື່ອປຶກສາຫາລື, ນັ້ນແມ່ນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍສາກົນ ແລະ ອາດຊະຍາກຳຂ້າມຊາດ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມປອດໄພດ້ານສະບຽງອາຫານ ແລະ ການພັດທະນາກະສິກຳແບບຍືນຍົງ… ບັນດາສະມາຊິກລັດຖະສະພາໄດ້ຊີ້ໃຫ້ເຫັນຄວາມສຳຄັນຂອງການແກ້ໄຂເຖິງກົກເຖິງປາຍສາຍເຫດຢ່າງເຖິງທອງຂອງບັນດາບັນຫາດັ່ງກ່າວ ດ້ວຍບັນດານະໂຍບາຍ, ກົດໝາຍ ແລະ ການຈັດແບ່ງແຫຼ່ງກຳລັງຢ່າງລະອຽດ. ພາຍຫຼັງກອງປະຊຸມນີ້, ລັດຖະສະພາບັນດາປະເທດສະມາຊິກ APPF ຈະຜັນຂະຫຍາຍການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຮັບການຮັບຮອງເອົາ; ເນັ້ນໜັກສິ່ງສຳຄັນແມ່ນ “ຕ້ອງນຳບັນດາຄຳໝັ້ນສັນຍາດັ່ງກ່າວເຂົ້າສູ່ຕົວຈິງຢູ່ແຕ່ລະປະເທດ”. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ເນັ້ນໜັກວ່າ.

        “ສະພາແຫ່ງຊາດຫວຽດນາມ ຈະພິຈະລະນາໃຫ້ສັດຕະຍາບັນບັນດາສັນຍາທີ່ໄດ້ລົງນາມແລ້ວໃຫ້ຖືກຕ້ອງຕາມຄຳໝັ້ນສັນຍາສາກົນ ແລະ ກວດກາຄືນລະບົບກົດໝາຍທັງໝົດເພື່ອຮັບປະກັນວ່າ ຫວຽດນາມ ໄດ້ຫັນບັນດາບັນຫາເຊິ່ງຫວຽດນາມ ໃຫ້ຄຳໝັ້ນສັນຍາເປັນກົດໝາຍ. ພວກຂ້າພະເຈົ້າຈະພິຈາລະນາຄວນປັບປຸງ, ເພີ່ມເຕີມບັນດາບັນຫາໃດ ເຊິ່ງໃນວິວັດທະນາການເຊື່ອມໂຍງໃຫ້ຄຳໝັ້ນສັນຍາ ແລະ ຮັບຮອງເອົາບັນດາຖະແຫຼງການ, ບັນດາແຈ້ງການຂອງກອງປະຊຸມພາກພື້ນຄືແນວນີ້ ຫວຽດນາມ ຈະປະຕິບັດຖືກຕ້ອງຕາມໜ້າທີ່ຮັບຜິດຊອບຂອງປະເທດສະມາຊິກ”.

        APPF 26 ໄດ້ສິ້ນສຸດລົງ ດ້ວຍບັນດາຂີດໝາຍສຳຄັນທີ່ກຳນົດວິໄສທັດໃໝ່, ຖານະບົດບາດໃໝ່ຂອງກົນໄກຮ່ວມມືລັດຖະພາພາກພື້ນອາຊີ - ປາຊີຟິກ ພາຍຫຼັງ ¼ ທົດສະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ. ໝາກຜົນດັ່ງກ່າວກໍ່ປະກອບສ່ວນນຳພາກພື້ນອາຊີ - ປາຊີຟິກ ໃຫ້ພັດທະນາຢ່າງໝັ້ນທ່ຽງ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ