APPF ຊຸກຍູ້ການຮ່ວມມືພັດທະນາພາກພື້ນ ອາຊີ - ປາຊີຟິກ

(VOVWORLD) - APPF ໄດ້ຮັບການສ້າງຕັ້ງແຕ່ປີ 1993, ຂອບຂະໜາດຂອງ APPF ເຖິງວ່າບໍ່ໃຫຍ່ຄືສະຫະພັນລັດຖະສະພາສາກົນກໍ່ຕາມ ແຕ່ສະມາຊິກຂອງ APPF ມີປະເທດໃຫຍ່ຫລາຍປະເທດ, ມີບົດບາດ ແລະ ສຽງເວົ້າສຳຄັນໃນການພົວພົນສາກົນຄື: ອາເມລິກາ, ສະຫະພັນ ລັດເຊຍ, ຍີ່ປຸ່ນ, ຈີນ, ອົດສະຕາລີ...
 

ວັນທີ 18 ມັງກອນ, ກອງປະຊຸມປະຈຳປີຄັ້ງທີ 26 ຂອງເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (ເອີ້ນຫຍໍ້ວ່າ APPF) ຈະໄຂຂຶ້ນຢູ່ ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງບັນດາການນຳລັດຖະສະພາປະເທດສະມາຊິກ. ໂດຍໄດ້ດຳເນີນໄປໃນສະພາວະ APPF ຄົບຮອບ 25 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ກອງປະຊຸມໄດ້ວາງອອກຄວາມຮຽກຮ້ອງຕ້ອງປ່ຽນແປງໃໝ່ໂຄງການດຳເນີນງານ, ກຳນົດວິໄສທັດໃໝ່ໃຫ້ APPF ໃນໄລຍະພັດທະນາຕໍ່ໄປ.

APPF ຊຸກຍູ້ການຮ່ວມມືພັດທະນາພາກພື້ນ ອາຊີ - ປາຊີຟິກ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າການກອງປະຊຸມກະກຽມໃຫ້ APPF - 26

        ກອງປະຊຸມປະຈຳປີຄັ້ງທີ 26 ຂອງເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ຈະດຳເນີນແຕ່ວັນທີ 18 – 21 ມັງກອນ ຢູ່ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງການພົວພັນຕ່າງປະເທດສຳຄັນຂອງ ຫວຽດນາມ ໃນປີ 2018. ໃນຂອບເຂດກອງປະຊຸມ, ບັນດາສະມາຊິກລັດຖະສະພາພາຄີເຂົ້າຮ່ວມ 5 ກອງປະຊຸມ: ກອງປະຊຸມສະມາຊິກລັດຖະສະພາຍິງພ້ອມກັບ 4 ກອງປະຊຸມຄົບຄະນະກ່ຽວກັບບັນດາຫົວຂໍ້ວ່າ: ການເມືອງ ແລະ ຄວາມໝັ້ນຄົງ; ເສດຖະກິດ ແລະ ການຄ້າ; ການຮ່ວມມືໃນພາກພື້ນອາຊີ - ປາຊີຟິກ; ບັນດາບັນຫາ APPF. ກອງປະຊຸມກໍ່ຈະຮັບຮອງເອົາມະຕິ ແລະ ຖະແຫຼງການຮ່ວມ.

APPF 26 ເພື່ອການພັດທະນາຂອງພາກພື້ນ

        APPF ໄດ້ຮັບການສ້າງຕັ້ງແຕ່ປີ 1993, ຂອບຂະໜາດຂອງ APPF ເຖິງວ່າບໍ່ໃຫຍ່ຄືສະຫະພັນລັດຖະສະພາສາກົນກໍ່ຕາມ ແຕ່ສະມາຊິກຂອງ APPF ມີປະເທດໃຫຍ່ຫລາຍປະເທດ, ມີບົດບາດ ແລະ ສຽງເວົ້າສຳຄັນໃນການພົວພົນສາກົນຄື: ອາເມລິກາ, ສະຫະພັນ ລັດເຊຍ, ຍີ່ປຸ່ນ, ຈີນ, ອົດສະຕາລີ...

APPF ຊຸກຍູ້ການຮ່ວມມືພັດທະນາພາກພື້ນ ອາຊີ - ປາຊີຟິກ - ảnh 2 ທ່ານ ຫວູຫາຍຮ່າ ຮອງຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ

        APPF ດຳເນີນພາຍຫລັງກອງປະຊຸມສຸດຍອດ APEC ທີ່ຫາກໍ່ໄດ້ຈັດຕັ້ງສຳເລັດຢ່າງຈົບງາມຢູ່ ດ່າໜັງ, APPF – 26 ມີຫົວຂໍ້ວ່າ: “ການພົວພັນຄູ່ຮ່ວມມືລັດຖະສະພາ ເພື່ອສັນຕິພາບ, ການປະດິດຄິດສ້າງ ແລະ ການພັດທະນາແບບຍືນຍົງ”. ຫົວຂໍ້ດັ່ງກ່າວ ໄດ້ສ່ອງແສງເຖິງທ່າອ່ຽງການພັດທະນາຂອງການພົວພັນຕ່າງປະເທດລັດຖະສະພາສາກົນ, ພິເສດແມ່ນໃນບັນດາເວທີປາໄສຫລາຍຝ່າຍ. ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ແມ່ນຄວາມສົນໃຈລວມຂອງວົງຄະນະຍາດສາກົນໃນສະພາບການປັດຈຸບັນ. ເລື່ອງເລືອກເອົາຫົວຂໍ້ນີ້ ກໍ່ແມ່ນການກະທຳແທດຈິງຂອງລັດຖະສະພາ, ສະມາຊິກລັດຖະສະພາບັນດາປະເທດສະມາຊິກ APPF ແນໃສ່ສະໜັບສະໜູນຖະແຫຼງການ ດ່າໜັງ ຂອງບັນດາການນຳຂັ້ນສູງ APEC ກ່ຽວກັບ “ສ້າງກຳລັງໜູນໃໝ່ ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”. ທ່ານ ຫວູຫາຍຮ່າ ຮອງຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

        “ກ່ຽວກັບບັນຫາເສດຖະກິດການຄ້າ, ກອງປະຊຸມ APEC ມີສານຢ່າງແຮງ ເພື່ອຊຸກຍູ້ເສດຖະກິດໃນພາກພື້ນ. ບັນດາສັນຍານັ້ນ ຄວນໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ, ຄວນຫັນບັນດາເນື້ອໃນຂອງສັນຍາເປັນລະບຽບລະບອບການ. ດັ່ງນັ້ນ ບົດບາດຂອງລັດຖະສະພາສຳຄັນທີ່ສຸດໃນການຫັນເປັນລະບຽບລະບອບການ, ຕິດຕາມ ກວດກາການປະຕິບັດບັນດາຂໍ້ຕົກລົງສາກົນ. ສ່ວນການຮ່ວມມືໃນພາກພື້ນ ແມ່ນບັນດາບັນຫາທີ່ກ່ຽວຂ້ອງເຖິງສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ. ຍ້ອນວ່າ ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປະເທດຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ. ຫຼື ບັນດາບັນຫາການຄ້ຳປະກັນດ້ານສະບຽງອາຫານ, ການປ້ອງກັນ, ຕ້ານການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ ແມ່ນບັນດາບັນຫາໄດ້ຮັບຄວາມສົນໃສ່ທີ່ສຸດຈາກບັນດາສະມາຊິກລັດຖະສະພາ, ໃນໂອກາດນີ້, ຍົກອອກມາດຕະການລະອຽດ, ປະກອບສ່ວນພ້ອມກັນແກ້ໄຂບັນດາບັນຫາຂອງພາກພື້ນ ແລະ ທົ່ວໂລກ”.

ການປະກອບສ່ວນຢ່າງແທດຈິງຂອງ ຫວຽດນາມ

        ນີ້ເປັນຄັ້ງທີ 2, ສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມປະຈຳປີຂອງ APPF. ບັນດາກອງປະຊຸມປະຈຳປີຂອງເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ໄດ້ດຳເນີນແຕ່ປີ 2006 – 2011  ໄດ້ເຫັນປະຈັກຕາບັນດາການເຄື່ອນໄຫວຕັ້ງໜ້າຂອງສະພາແຫ່ງຊາດ ຫວຽດນາມ. ດ້ວຍຖານະບົດບາດເປັນປະທານ APPF – 26, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຢັ້ງຢືນບົດບາດເປັນເຈົ້າການ, ຕັ້ງໜ້າ, ປະກອບສ່ວນຢ່າງແທດຈິງເຂົ້າໃນເນື້ອໃນຂອງກອງປະຊຸມ, ຮັບປະກັນຄວາມກົມກຽວລະຫວ່າງຜົນປະໂຫຍດຂອງ ຫວຽດນາມ ກັບຜົນປະໂຫຍດລວມຂອງພາກພື້ນ. ດ້ວຍຈິດໃຈນີ້, ຫວຽດນາມ ເປັນເຈົ້າການສະເໜີ ແລະ ສ້າງບາງຮ່າງມະຕິໃນຂອບເຂດກອງປະຊຸມໃຫ້ສຳເລັດ. ສິ່ງທີ່ເປັນໜ້າໃສ່ໃຈ ນັ້ນແມ່ນ ເພື່ອສ້າງຂີດໝາຍໄລຍະພັດທະນາໃໝ່ຂອງ APPF, ທີ່ກອງປະຊຸມ APPF – 26, ສະພາແຫ່ງຊາດ ຫວຽດນາມ ກໍ່ນຳສະເໜີຮ່າງ “ຖະແຫຼງການ APPF ຮ່າໂນ້ຍ - ວິໄສທັດໃໝ່ຂອງການພົວພັນຄູ່ຮ່ວມມືລັດຖະສະພາ ອາຊີ - ປາຊີຟິກ”. ທ່ານ ຫວູຫາຍຮ່າ ຖືວ່າ:

        “ຫວຽດນາມ ໄດ້ແນະນຳຮ່າງມະຕິ 6 ສະບັບທີ່ກ່ຽວຂ້ອງເຖິງບັນດາບັນຫາສັນຕິພາບ, ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມືໃນພາກພື້ນ, ການຄ້ຳປະກັນດ້ານສະບຽງອາຫານ, ການເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳເພື່ອຊຸກຍູ້ການທ່ອງທ່ຽວ. ນັ້ນແມ່ນບັນດາບັນຫາ ບໍ່ພຽງແຕ່ ຫວຽດນາມ ມີຄວາມໃຈເທົ່ານັ້ນ ຫາກຍັງບັນດາປະເທດໃນພາກພື້ນກໍ່ມີຄວາມສົນໃຈທີ່ສຸດອີກດ້ວຍ. ພວກຂ້າພະເຈົ້າກໍ່ສະເໜີກັບບັນດາລັດຖະສະພາສະມາຊິກ ອອກຖະແຫຼງການ ຮ່າໂນ້ຍກ່ຽວກັບວິໄສທັດໃໝ່ໃນການພົວພັນຄູ່ຮ່ວມມືລັດຖະສະພາ ອາຊີ - ປາຊີຟິກ ເພື່ອປະກອບສ່ວນຊຸກຍູ້ບັນດາເປົ້າໝາຍໄດ້ວາງອອກຂອງໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງຂອງ ສະຫະປະຊາຊາດ ກໍ່ຄືບັນດາຄຳໝັ້ນສັນຍາ ເຊິ່ງບັນດາພື້ນຖານເສດຖະກິດສະມາຊິກ ໄດ້ພ້ອມກັນຖະແຫຼງທີ່ກອງປະຊຸມ APEC 2017 ຢູ່ ດ່າໜັງ.

        ຫວຽດນາມ ພ້ອມແລ້ວທີ່ຈະດຳເນີນກອງປະຊຸມປະຈຳປີຄັ້ງທີ 26 ຂອງເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ. ເລື່ອງຈັດຕັ້ງສເຫດການນີ້ຳເລັດຜົນ ແມ່ນຈຸດພົ້ນເດັ່ນສຳຄັນໃນວຽກງານພົວພັນຕ່າງປະເທດຂອງສະພາແຫ່ງຊາດຊຸດທີ 14, ສືບຕໍ່ສະແດງໃຫ້ເຫັນ ຄວາມເປັນເຈົ້າການຂອງ ຫວຽດນາມ ໃນວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ