ASEAN Summit 37: ປີເປັນປະທານ ອາຊຽນ 2020 ປະສົບກັບສິ່ງທ້າທາຍຫລາຍຢ່າງ

(VOVWORLD) - ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມກ່ຽວຂ້ອງ ໄດ້ໄຂຂຶ້ນໃນວັນທີ 12 ພະຈິກ ຢູ່ ຮ່າໂນ້ຍ ດ້ວຍຮູບການທາງອອນລາຍ. ໂດຍສືບຕໍ່ຫົວເລື່ອງ “ສະຫນິດຕິດພັນ ແລະ ເປັນເຈົ້າການຮັບມື”ຂອງ  ອາຊຽນປີ 2020, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແມ່ນກອງປະຊຸມສຸດຍອດສຸດທ້າຍ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນອາຍຸການເປັນປະທານ ອາຊຽນ 2020 ແມ່ນໂອກາດເພື່ອໃຫ້ ອາຊຽນ ຕີລາຄາໂດຍສັງເຂບກ່ຽວກັບໝາກຜົນແຫ່ງການຮ່ວມມືພາຍໃນກຸ່ມ, ນອກກຸ່ມ ແລະວາງອອກການກຳນົດທິດບຸລິມະສິດໃຫ້ແກ່ໄລຍະຕໍ່ໄປ.

 

ASEAN Summit 37: ປີເປັນປະທານ ອາຊຽນ 2020  ປະສົບກັບສິ່ງທ້າທາຍຫລາຍຢ່າງ - ảnh 1ລາຍການສະແດງສິລະປະທີ່ພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 (ພາບ: baoquocte.vn)

ອາດເວົ້າໄດ້ວ່າ ໃນປະຫວັດສາດ 53 ປີແຫ່ງການສ້າງຕັ້ງຂອງ ອາຊຽນ, ຍັງບໍ່ທັນມີເວລາໃດ ອາຊຽນ ປະສົບກັບສິ່ງທ້າທາຍຫລາຍຢ່າງຄືປະຈຸບັນ. ໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ທຸກວິທີການຮ່ວມມືທີ່ເປັນມູນເຊື້ອຂອງ ອາຊຽນ ຖືກຕ່າວປີ້ນ. ເຖິງຢ່າງໃດກໍຕາມໃນສະພາບການັ້ນ ອີກຄັ້ງຫນຶ່ງ ຄຸນທາດຂອງປະຊາຄົມອາຊຽນ ພັດສະແດງໃຫ້ເຫັນຢ່າງຈະແຈ້ງ, ຄວາມສະຫນິດຕິດພັນຢ່າງແຫນ້ນແຟ້ນລະຫວ່າງບັນດາປະເທດສະມາຊິກ,ສ້າງເປັນກຳລັງແຮງສັງລວມ ເພື່ອຍາດແຍ່ງບັນດາກາລະໂອກາດຢ່າງມີປະສິດທິຜົນ, ມີຄວາມເຂັ້ມແຂງເພື່ອຜ່ານຜ່າສິ່ງທົດສອບ. ຕໍ່ຈາກບັນດາການເຄື່ອນໄຫວ ນັບແຕ່ຕົ້ນປີ ມາຮອດປະຈຸບັນ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແມ່ນໂອກາດເພື່ອໃຫ້ ອາຊຽນ ສືບຕໍ່ຢັ້ງຢືນ ຄວາມສາມັກຄີ, ເຈດຈຳນົງດ້ານການເມືອງຢ່າງເຂັ້ມແຂງ ແລະ ຄວາມຕັດສິນໃຈບືນຕົວຂຶ້ນຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍເພື່ອກ້າວຂຶ້ນ.

ເຂັ້ມແຂງ ເປັນເຈົ້າການ ຮັບມື

ຕໍ່ຫນ້າການກະທົບຈາກໂລກລະບາດໂຄວິດ 19, ອາຊຽນ ໄດ້ສະແດງໃຫ້ເຫັນຄວາມສາມາດຮັບມືຢ່າງວ່ອງໄວ ແລະທັນການ, ສະຫນິດຕິດພັນໃນການສົມທົບນະໂຍບາຍ ແລະ ການກະທຳລະຫວ່າງບັນດາປະເທດສະມາຊິກ. ອາຊຽນ ໄດ້ສ້າງຕັ້ງບັນດາກົນໄກຄື: ກອງທຶນ ອາຊຽນ ຮັບມືກັບ ໂຄວິດ 19, ສ້າງສາງສະສົມອຸປະກອນການແພດ ແລະ ຂັ້ນຕອນຮັບມືກັບບັນດາກໍລະນີສາທາລະນະສຸກສຸກເສີນ, ສູນອາຊຽນ ກ່ຽວກັບການຮັບມືກັບໂລກລະບາດທີ່ເກີດໃຫມ່.

ໃນຂົງເຂດກໍ່ສ້າງປະຊາຄົມ, ອາຊຽນ ສືບຕໍ່ປະຕິບັດວິໄສທັດປະຊາຄົມ ອາຊຽນ ປີ 2025, ສຳຫຼວດກວດຄືນການປະຕິບັດກົດບັດ ອາຊຽນ, ຖະແຫຼງການວິໄສທັດ ຮ່າໂນ້ຍ ກ່ຽວກັບວິໄສທັດປະຊາຄົມ ອາຊຽນ ປີ 2025, ສະໜິດຕິດພັນການພັດທະນາອະນຸພາກພື້ນກັບປະຊາຄົມ ອາຊຽນ ເພື່ອເປົ້າໝາຍພັດທະນາແບບຍືນຍົງ…ອາຊຽນ ໄດ້ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການປະຕິບັດບັນດາມາດຕະການຍົກເວັ້ນພາສີສຳລັບບັນດາປະເພດສິນຄ້າທີ່ຈຳເປັນ; ຊຸກຍູ້ການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຄາດຄະເນຈະໄດ້ລົງນາມຢູ່ກອງປະຊຸມສຸດຍອດຄັ້ງນີ້. ນີ້ແມ່ນສານຢ່າງແຮງໂດຍຢັ້ງຢືນການສະໜັບສະໜູນຂອງ ອາຊຽນ ສຳລັບລະບົບການຄ້າຫຼາຍຝ່າຍ, ຫັນການຄ້າ ແລະ ການລົງທຶນເປັນເສລີ, ພ້ອມທັງແມ່ນການປະກອບສ່ວນສຳຄັນໃຫ້ວິວັດການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19ຢູ່ພາກພື້ນ.

ການພົວພັນຂອງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກພາກພຶື້ນໃນກ່ວາໜຶ່ງປີຜ່ານມາໄດ້ຮັບການປັບປຸງ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ. ບັນດາກົນໄກຮ່ວມມືຄື ອາຊຽນ+1, ອາຊຽນ+3, ຂັ້ນສູງອາຊີຕາເວັນອອກ (EAS), ເວທີປາໄສພາກພື້ນ (ARF) ສືບຕໍ່ຢັ້ງຢືນບົດບາດເປັນໃຈກາງຂອງ ອາຊຽນ. ພິເສດ, ມີ 3 ປະເທດຕື່ມອີກໄດ້ເຂົ້າຮ່ວມສົນທິສັນຍາໄມຕິຈິດ ແລະ ຮ່ວມມື ອາຊຽນ (TAC) ຢ່າງເປັນທາງການນັ້ນແມ່ນ ໂກລົມບີ, ກູບາ ແລະ ອາຟະລິກາໃຕ້. ການເປີດກ້ວາງສົນທິສັນຍາ TAC ໄດ້ຊີ້ໃຫ້ເຫັນຖານະບົດບາດ ແລະ ບົດບາດສາກົນຂອງ ອາຊຽນ ໃນການເພີ່ມທະວີຮ່ວມມື, ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໂລກ.

ໃນບັນດາບັນຫາພາກພື້ນ ແລະ ສາກົນ, ອາຊຽນ ຍາມໃດກໍ່ຢັ້ງຢືນຄືນໃໝ່ຫຼັກໝັ້ນ ແລະ ຫຼັກການຂອງ ອາຊຽນ ກ່ຽວກັບສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ໃນໂລກ. ກ່ຽວກັບບັນຫາ ທະເລຕາເວັນອອກ, ອາຊຽນ ຍາມໃດຍົກສູງບົດບາດຂອງກົດໝາຍສາກົນ, ບົດບາດສຳຄັນຂອງສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຮຽກຮ້ອງໃຫ້ປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃຫ້ເຂັ້ມງວດ ແລະ ຄົບຖ້ວນ, ຄອງຄອຍ ອາຊຽນ ແລະ ຈີນ ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູທະເລຕາເວັນອອກ (COC) ໃຫ້ສຳເລັດຜົນໂດຍໄວ.

ແຜ່ຂະຫຍາຍຈິດໃຈສະຫນິດຕິດພັນ ແລະ ເປັນເຈົ້າການຮັບມື

ASEAN Summit 37: ປີເປັນປະທານ ອາຊຽນ 2020  ປະສົບກັບສິ່ງທ້າທາຍຫລາຍຢ່າງ - ảnh 2ບັນດາການນຳຫວຽດນາມ ແລະ ແຂກສາກົນເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ ອາຊຽນ 37

(ພາບ: VOV) 

ອາດເວົ້າໄດ້ວ່າ ໂລກລະບາດ ໂຄວິດ 19 ແມ່ນຄວາມຫຍຸ້ງຍາກສຳລັບຫວຽດນາມ ໃນຖານະເປັນປະທານ ອາຊຽນ. ເຖິງຢ່າງໃດກໍຕາມ ຫວຽດນາມບໍ່ພຽງແຕ່ສາມາດຄວບຄຸມໂລກລະບາດຢ່າງມີປະສິດທິຜົນເທົ່ານັ້ນ ຫາກຍັງໄດ້ກາຍເປັນແບບຢ່າງໃຫ້ຫລາຍປະເທດ ພ້ອມທັງນຳພາ ອາຊຽນ ຜ່ານຜ່າວິກິດການທົ່ວໂລກ ຕາມເນື້ອໃນຈິດໃຈ “ສະຫນິດຕິດພັນ ເປັນເຈົ້າການຮັບມື”.ອາຊຽນ ຍັງສືບຕໍ່ປະຕິບັດ “ຫນ້າທີ່ຄວບຄູ່” ທັງປ້ອງກັນ ຕ້ານ ໂຄວິດ 19 ທັງຜັນຂະຫຍາຍບັນດາເປົ້າໝາຍວາງອອກ ເພື່ອກໍ່ສ້າງປະຊາຄົມລວມ.

ບົນເນື້ອໃນຈິດໃຈນັ້ນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແມ່ນກອງປະຊຸມສຸດຍອດສຸດທ້າຍ ໂດຍຫວຽດນາມ ເປັນເຈົ້າການຈັດຕັ້ງໃນອາຍຸການປະທານ ອາຊຽນ 2020. ກອງປະຊຸມແມ່ນໂອກາດເພື່ອໃຫ້ ອາຊຽນ ຕີລາຄາໂດຍສັງເຂບໝາກຜົນການຮ່ວມມືພາຍໃນກຸ່ມແລະນອກກຸ່ມ ແລະ ວາງອອກການກຳນົດທິດບຸລິມະສິດໃຫ້ແກ່ໄລຍະຕໍ່ໄປ. ບັນດາການນຳຈະຮັບຮອງເອົາ, ຮັບຮູ້ ແລະປະກາດເອກະສານກວ່າ 80ສະບັບ ຊຶ່ງແມ່ນຈຳນວນເອກະສານຫລາຍສຸດນັບແຕ່ກອ່ນມາຮອດປະຈຸບັນ. ພິເສດ ແມ່ນ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ ແລະຂໍ້ຕົກລົງແລວສັນຈອນໄປມາລະຫວ່າງບັນດາປະເທດໃນອາຊຽນໂດຍໄດ້ຮັບການສ້າງຂຶ້ນໃນໂອກາດນີ້. ຈິດໃຈສະຫນິດຕິດພັນ, ສາມັກຄີ ໃນອາຊຽນ, ເປັນເຈົ້າການຮັບມືກັບສະພາບການໃຫມ່ ສືບຕໍ່ໄດ້ແຜ່ຂະຫຍາຍໃນກອງປະຊຸມຄັ້ງນີ້. ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມກ່ຽວຂ້ອງມີຄວາມໝາຍຫລາຍຢ່າງ, ປິດອາຍຸການເຕັມໄປດ້ວຍຫລາຍຂີດໝາຍຂອງປີ ຊື່ງ ຫວຽດນາມເປັນປະທານອາຊຽນ 2020.

ຕອບກັບ

ຂ່າວ/ບົດ​ອື່ນ