Brexit 2018: ການແຍກຕົວທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ

(VOVWORLD) - ປີ 2018 ໃກ້ຈະໝົດໄປ, ດ້ວຍບັນດາການຜັນແປທີ່ສັບສົນໃນຊີວິດການເປັນຢູ່ທາງດ້ານການເມືອງສາກົນ. ມີບັນດາວິວັດທະນາການໄດ້ບັນລຸຜົນສຳເລັດ, ແຕ່ຍັງມີຫຼາຍວິວັດທະນາການພວມຖືກດຳເນີນໄປຢ່າງຊັກຊ້າ.

ວິວັດທະນາການ Brexit ໃນປີຜ່ານມາອາດ ໄດ້ຮັບຖືວ່າແມ່ນໄລຍະທາງທີ່ຫຍຸ້ງຍາກລຳບາກ ຍ້ອນຮອດຈຸດເວລານີ້, ການແຍກຕົວອອກຍັງບໍ່ທັນໄດ້ຮັບການຕັດສິນເທື່ອ ແລະ ແຜນການ Brexit ອາດຈະປະຕິບັດໃຫ້ສຳເລັດໃນເດືອນມີນາ 2019 ຄືດັ່ງການຄາດຄະເນໃນເບື້ອງຕົ້ນ, ພວມກາຍເປັນບັນຫາຍາກທີ່ຈະປະຕິບັດໄດ້.

        ວິວັດທະນາການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບ ເອີລົບ (ອີຢູ)  (ຫຼືຍັງເອີ້ນວ່າ Brexit) ໄດ້ເລີ່ມມາຈາກການຢັ່ງຫາງສຽງຈາກປະຊາຊົນຢູ່ ອັງກິດ ເມື່ອປີ 2016. ນັບແຕ່ນັ້ນມາຮອດປະຈຸບັນ, ວິວັດທະນາການເຈລະຈາລະຫວ່າງ ອີຢູ ແລະ ອັງກິດ ໄດ້ດຳເນີນໄປແຕ່ບໍ່ໄດ້ຮັບເງື່ອນໄຂສະດວກ, ພິເສດແມ່ນ, ໃນປີ 2018 ນີ້, ບັນດາຄວາມບໍ່ລົງລອຍກັນພາຍໃນ ອັງກິດ ໄດ້ເຮັດໃຫ້ຂໍ້ຕົກລົງຍາກທີ່ຈະໄດ້ຮັບການຮັບຮອງເອົາທີ່ສະພາແຫ່ງຊາດ ແລະ ຕົກເຂົ້າສູ່ສະພາບບໍ່ມີທາງອອກ. ແຜນການ Brexit ບໍ່ມີຂໍ້ຕົກລົງ (No deal), ບໍ່ມີການ Brexit (No Brexit at all) ຫຼື ການຢັ່ງຫາງສຽງຈາກປະຊາຊົນຄັ້ງທີ 2 ພວມໄດ້ຮັບການເຕື້ອງເຖິງຫຼາຍທີ່ສຸດ.

Brexit ບັນລຸໄດ້ຂໍ້ຕົກລົງແຕ່ມີຄວາມຕິດຂັດຢູ່ພາຍໃນ ອັງກິດ

       ເຖິງວ່າວິວັດທະນາການເຈລະຈາປະສົບກັບຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ສິ່ງຄົງຄ້າງຫຼາຍຢ່າງກໍ່ຕາມ, ແຕ່ຍ້ອນບັນດາຄວາມມານະພະຍາຍາມຈາກທັງສອງຝ່າຍ, ພິເສດແມ່ນຊຸມເດືອນທ້າຍປີ 2018 ນີ້, ບາງຂໍ້ຕິດຂັດ, ຄວາມບໍ່ລົງລອຍກັນບາງຢ່າງໄດ້ຮັບການແກ້ໄຂ. ເຖິງວ່າໄດ້ຍົກອອກທັດສະນະທີ່ແຂງກະດ້າງຫຼາຍເທື່ອກໍ່ຕາມ, ແຕ່ທັງ ອັງກິດ ແລະ ອີຢູ ລ້ວນແຕ່ມີຄວາມປະນິປະນອມນຳກັນ.

        ວັນທີ 13 ພະຈິກ 2018, ບັນດານັກເຈລະຈາຂອງທັງ 2 ຝ່າຍສາມາດບັນລຸໄດ້ຮ່າງຂໍ້ຕົກລົງມີປະມານກ່ວາ 500 ໜ້າ, ເຊິ່ງລວມມີ 185 ມາດຕາ, ອະນຸສັນຍາ 3 ສະບັບ ແລະ ມີຂໍ້ເພີ່ມເຕີມຫຼາຍຂໍ້. ຈຸດສຸມຂອງຂໍ້ຕົກລົງ, ນອກຈາກບັນດາບັນຫາກົດລະບຽບກ່ຽວກັບພົນລະເມືອງ ອັງກິດ ແລະ ອີຢູ “ພາຍຫຼັງການແຍກຕົວ”, ຈະມີການຈ່າຍຄ່າແຍກຕົວດ້ວຍມູນຄ່າ 45 ຕື້ ເອີໂຣ. ຈຸດທີ່ໃໝ່ອ່ຽມ ແລະ ກໍ່ແມ່ນຈຸດທີ່ສຳຄັນທີ່ສຸດ, ແມ່ນບັນຫາຊາຍແດນ ອຽກລັງເໜືອ. ເພື່ອຮັບປະກັນໃຫ້ແກ່ການບໍ່ສ້າງຕັ້ງຊາຍແດນທາງບົກຄືນໃໝ່ລະຫວ່າງເຂດດິນແດນ ອຽກລັງເໜືອ ຂຶ້ນກັບລາຊະອານາຈັກ ອັງກິດ ກັບ ປະເທດ ສ. ອຽກລັງ ຂຶ້ນກັບ ອີຢູ ນັ້ນ, ທັງສອງຝ່າຍຕ້ອງຍົກອອກມາດຕະການແມ່ນຮັກສາ ລາຊະອານາຈັກ ອັງກິດ ທັງໝົດ, ຫາກບໍ່ພຽງແຕ່ສະເພາະ ອຽກລັງເໜືອເທົ່ານັ້ນ, ໃນສຳພັນທະພາບພາສີອາກອນ ເອີລົບ ໃນໄລຍະຂ້າມຜ່ານ. ໄລຍະຂ້າມຜ່ານລະອຽດຍັງບໍ່ທັນໄດ້ຍົກອອກມາເທື່ອ ແຕ່ໃນທາງທິດສະດີແມ່ນວ່າຈະແກ່ຍາວໄປຮອດຍາມໃດ ອັງກິດ ແລະ ອີຢູ ປະຕິບັດຂໍ້ຕົກລົງກ່ຽວກັບການພົວພັນດ້ານເສດຖະກິດໃນອະນາຄົດລະຫວ່າງສອງຝ່າຍໄລຍະຫຼັງ Brexit ສຳເລັດ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນໄລຍະຂ້າມຜ່ານນີ້, ນອກຈາກການປະຕິບັດຕາມບັນດາຂໍ້ຕົກລົງຂອງກຸ່ມຕະຫຼາດ ເອີລົບ ແລ້ວ, ອຽກລັງເໜືອ ຈະໄດ້ຮັບການຄຸ້ມຄອງຢ່າງແໜ້ນແຟ້ນກ່ວາກ່ຽວກັບບັນດາຂໍ້ກຳນົດຂອງ ອີຢູ ເມື່ອທຽບໃສ່ພາກສ່ວນຍັງເຫລືອຂອງ ລາຊະອານາຈັກ ອັງກິດ.

        ເລື່ອງ ລອນດອນ ບັນລຸໄດ້ຂໍ້ຕົກລົງກ່ຽວກັບດ້ານເຕັກນິກກັບ ອີຢູ ໄດ້ຮັບຖືວ່າແມ່ນໄຊຊະນະສຳຄັນຕໍ່ລັດຖະບານ ອັງກິດ. ໃນເບື້ອງຕົ້ນ, ຄິດວ່າວິວັດທະນາການນີ້ຈະດຳເນີນໄປຢ່າງສະດວກ ແລະ ບັນລຸຜົນສຳເລັດຖືກຕາມກຳນົດເວລາແມ່ນໃນເດືອນ ມີນາ 2019. ແຕ່ເຖິງຢ່າງໃດກໍ່ຕາມ, ບັນດາສະມາຊິກລັດຖະສະພາ, ນັກການເມືອງຂອງທັງພັກກຳອຳນາດ ແລະ ພັກຝ່າຍຄ້ານລ້ວນແຕ່ໄດ້ຕຳໜິຕິຕຽນຂໍ້ຕົກລົງນັ້ນຢ່າງແຮງ. ເວທີການເມືອງ ອັງກິດ ໄດ້ລຸກຂຶ້ນເປັນໄຟ ເມື່ອມີລັດຖະມົນຕີ 4 ທ່ານໄດ້ຍື່ນໃບສະເໜີລາອອກຈາກຕຳແໜ່ງ ເພື່ອແນໃສ່ຄັດຄ້ານທ່ານນາງນາຍົກລັດຖະມົນຕີ Theresa May ກ່ຽວກັບການເຈລະຈາ Brexit.

        ສິ່ງທີ່ເປັນໜ້າສົນໃຈທີ່ສຸດນັ້ນແມ່ນໝາກຜົນຂອງການຢັ່ງຫາງສຽງ ມີຜູ້ມີສິດເລືອກຕັ້ງ ອັງກິດ ກວມເຄິ່ງໜຶ່ງໄດ້ສະໜັບສະໜູນຈັດຕັ້ງການຢັ່ງຫາງສຽງຈາກປະຊາຊົນເພື່ອເລືອກ ວິວັດທະນາການ Brexit ຄືນໃໝ່ (ການຢັ່ງຫາງສຽງຄັ້ງທີສອງ) ແລະ ພົນລະເມືອງ ອັງກິດ ເກືອບ 50% ບໍ່ຢາກແຍກຕົວອອກຈາກ ອີຢູ. ສະພາບການດັ່ງກ່າວເຮັດໃຫ້ເວທີການເມືອງ ອັງກິດ ຕົກເຂົ້າສູ່ໄລຍະທີ່ຫຍຸ້ງຍາກທີ່ສຸດ.

ຍັງຕັດສິນໃຈບໍ່ທັນໄດ້ເທື່ອວ່າຈະຖອນຕົວ ຫຼືບໍ່ ຖອນຕົວ

       ຕາມແຜນການ Brexit ແລ້ວ, ອັງກິດ ຈະຖອນຕົວອອກຈາກ EU ໃນວັນທີ 29 ມີນາ 2019. ຖ້າຮອດມື້ນັ້ນ, ບໍ່ທັນບັນລຸໄດ້ຂໍ້ຕົກລົງໃດໆ ແລະ ສອງຝ່າຍຈະບໍ່ຕໍ່ກຳນົດເວລາຕື່ມອີກ, ອັງກິດ ຈະກາຍເປັນປະເທດບໍ່ຂຶ້ນກັບ ອີຢູ ແຕ່ບໍ່ມີໄລຍະຂ້າມຜ່ານໃດໆ. ຕາມແຜນການນີ້ແລ້ວ, ພາຍຫຼັງວັນທີ 29 ມີນາ 2019, ລອນດອນ ຈະເສຍສິດສຳຜັດກັບຕະຫຼາດລວມ ເອີລົບ ແລະ ບໍ່ມີລາຍຊື່ໃນບັນດາສັນຍາການຄ້າຂອງ ອີຢູ ກັບປະເທດອື່ນໆອີກ. ຮອດຈຸດເວລານີ້, ເກືອບຄືວ່າ ຄະນະລັດຖະບານ ອັງກິດ ໄດ້ຄຳນຶງເຖິງວິທີການ Brexit ບໍ່ມີຂໍ້ຕົກລົງ, ພ້ອມທັງປະກາດວ່າຈະປ່ອນບັດຮັບຮອງເອົາຮ່າງຂໍ້ຕົກລົງ Brexit ໃນກາງເດືອນ ມັງກອນ ຈະມາເຖິງ. ຖ້າຫາກປະຕິບັດໄດ້ຄືແນວນັ້ນ, ບັນດາຄວາມເສຍຫາຍດ້ານເສດຖະກິດເຊິ່ງວິວັດທະນາການ Brexit ກໍ່ຂຶ້ນໃຫ້ແກ່ພື້ນຖານເສດຖະກິດ ອັງກິດ ແມ່ນບໍ່ສາມາດຄິດໄລ່ໄດ້. ໃນບົດລາຍງານຫຼ້າສຸດຫວ່າງແລ້ວນີ້, ບໍລິສັດຈັດອັນດັບຄວາມໄວ້ວາງໃຈ Fitch ໄດ້ຕີລາຄາລະດັບການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ອັງກິດ ຈະຖືກຊຸດໂຊມປະມານ 4% ໃນຂະນະທີ່ GDP ຂອງ 27 ປະເທດສະມາຊິກ ອີຢູ ຖືກຫລຸດລົງ 0,5%. ນັ້ນແມ່ນຍັງບໍ່ທັນເວົ້າເຖິງການເກີດສະພາບສັບສົນທີ່ພາໄປເຖິງການເກີດການຈາລະຈົນ ແມ່ນສູງທີ່ສຸດ.

        ເພື່ອສາມາດນຳ Brexit ບັນລຸຜົນສຳເລັດນັ້ນ, ກ່ອນອື່ນໝົດ, ທ່ານນາງ Theresa May ຕ້ອງສ້າງຄວາມເຊື່ອໝັ້ນຕໍ່ບັນດາສະມາຊິກລັດຖະສະພາ, ນຳປະເທດ ອັງກິດ ຜ່ານຜ່າຄວາມຫຍຸ້ງຍາກໃນເດືອນທຳອິດຂອງປີໃໝ່ 2019 ນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າບັນດາການຜັນແປໃນປະຈຸບັນ, ເກືອບຄືວ່ານີ້ແມ່ນໜ້າທີ່ຍາກຈະປະຕິບັດໄດ້. ຄືດັ່ງຄຳເວົ້າຂອງເຈົ້າໜ້າທີ່ ອັງກິດ ຜູ້ໜຶ່ງເຄີຍພັນລະນາສະພາບການໃນປະຈຸບັນວ່າ “ຮູ້ສຶກວ່າບໍ່ສາມາດເຮັດຫຍັງໄດ້, ພວກເຮົາຕ້ອງປະເຊີນໜ້າກັບການກຳນົດເວລາ ແລະ ໂມງເວລາທີ່ພວມນັບຖອຍຫຼັງຢ່າງວ່ອງໄວທີ່ສຸດ, ບັນດາພັກຝ່າຍຢາກໃຫ້ສິ່ງໃດໜຶ່ງມີຄວາມແຕກຕ່າງກັນທີ່ສຸດ ແລະ ການເຈລະຈາບໍ່ມີຢູ່ຈິງ”.

ຕອບກັບ

ຂ່າວ/ບົດ​ອື່ນ