BRICS ຕໍ່ໜ້າກາລະໂອກາດໃຫຍ່

(vovworld) ວັນ​ທີ 15/7, ກອງ​ປະຊຸມ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນຂຶ້ນ BRICS ​ໄດ້​ໄຂ​ຂຶ້ນ​ຢູ່ ບະ​ເລ​ຊິນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ການ​ນຳ​ຂັ້ນ​ສູງ 5 ປະ​ເທດ​ສະມາຊິກ​ຄື: ​ລັດ​ເຊຍ, ອິນ​ເດຍ, ຈີນ, ບະ​ເລ​ຊິນ ​ແລະ ອາ​ຟະ​ລິ​ກາ​ໃຕ້. ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ຮັບຮອງ​ເອົາ​ຂໍ້​ຕົກລົງ​ສຳຄັນ​ຫຼາຍ​ຂໍ້, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ​​ເພື່ອ​ແນ​ໃສ່​ຍົກ​ສູງ​ທີ່​ຕັ້ງ​ຂອງ BRICS ​ໃນ​ຊີວິດ​ທາງ​ດ້ານ​ເສດຖະກິດ - ການ​ເມືອງ​ທົ່ວ​ໂລກ.

BRICS ຕໍ່ໜ້າກາລະໂອກາດໃຫຍ່ - ảnh 1

ການນຳບັນດາປະເທດໃນກຸ່ມ BRICS

(ພາບ: ອິນເຕີແນດ)

BRICS ກວມ​ປະມານ 1/3 ຈຳນວນ​ພົນລະ​ເມືອງ ​ແລະ ກວ່າ 1/4 ​ເນື້ອ​ທີ່​ດິນ​ທັງ​ໝົດ​ຂອງ​ໂລກ. ຕາມ​ກອງ​ທຶນ​ເງິນຕາ​ສາກົນ (IMF), ບັນດາ​ປະ​ເທດ BRICSມີ​ຍອດ​ຈີ​ດີ​ພີ​ກວ່າ 16.000 ຕຶ້ ​ໂດ​ລາ​ສະຫະລັດ​ໃນ​ປີ 2013. ຄາດ​ຄະ​ເນ​ວ່າ, BRICS ສາມາດ​ລື່ນ​ກາຍ​ກຸ່ມ 7 ປະ​ເທດ​ອຸດສາຫະກຳ​ພັດທະນາ (G7) ​ໃນ​ປີ 2027. ​ໃນ​ກຸ່ມ​ປະ​ເທດ​ດັ່ງກ່າວ, ຈີນ​ໄດ້​ຮັບ​ຖື​ວ່າ​ແມ່ນ “​ໂຮງງານ​ຂອງ​ໂລກ“, ​ບະ​ເລ​ຊິນ​ແມ່ນ​ແຫຼ່ງວັດຖຸ​ດິບ​ທີ່​ສຳຄັນ​ໃຫ້​ຕະຫຼາດ​ທົ່ວ​ໂລກ, ລັດ​ເຊຍ​ແມ່ນ “ປຳ້​ນຳ້ມັນ​ຂອງ​ໂລກ“, ສ່ວນ​ອິນ​ເດຍ​ແມ່ນ “ຫ້ອງການ​ຂອງ​ໂລກ“ ​ແລະ ອາ​ຟະ​ລິ​ກາ​ໃຕ້​ແມ່ນ​ສາງ​ຊັບພະຍາກອນ​ຂອງ​ອາ​ຟະ​ລິ​ກາ.

ປີ 2000, ຈີ​ດີ​ພີ​ຂອງ 5 ພື້ນຖານ​ເສດຖະກິດ​ນີ້​ກວມ​ກວ່າ 8% ​ຈີ​ດີ​ພີ​ທັງ​ໝົດ​ຂອງ​ໂລກ​, ​ແຕ່​ຕາມ​ການ​ຄາດ​ຄະ​ເນ​ຂອງ​ອົງການ (EIU) ຂອງ​ອັງກິດ​ແລ້ວ, ​ຮອດ​ປີ 2016, ອັດຕາ​ປະກອບສ່ວນຂອງ BRICS ​ເຂົ້າ​ໂລກ​ຈະ​ບັນລຸ​ເກືອບ 30%. ​ເຖິງ​ວ່າ​ລະດັບ​ເຕີບ​ໂຕ​​ໃນ​ມໍ່ໆ​ມາ​ນີ້​ຈະ​ຊັກ​ຊ້າ​ກໍ່ຕາມ, ​ແຕ່​ບັນດາ​ພື້ນຖານ​ເສດຖະກິດ BRICS ຍັງ​ຄົງ​ໄດ້​ຮັບ​ຖື​ວ່າ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ໜູນ​ຊ່ວຍ​​ເສດຖະກິດ​ທົ່ວ​ໂລກ.

ສ້າງ​ທ່າ​ໄດ້​ປຽບ​ທາງ​ດ້ານ​ເສດຖະກິດ​ໂລກ

ກ່ອນ​ຈັດ​ກອງ​ປະຊຸມ​ສຸດ​ຍອດ BRICS, ມີ​ຫຼາຍ​ແຫຼ່ງຂ່າວ​ໃຫ້​ຮູ້​ວ່າ, ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ລັດ​ເຊຍ, ອິນ​ເດຍ, ຈີນ, ບະ​ເລ​ຊິນ ​ແລະ ອາ​ຟະ​ລິ​ກາ​ໃຕ້ ຈະ​ເຊັນ​ອະນຸມັດຕໍ່​ເລືອ​ງສ້າງ​ຕັ້ງ​ກອງ​ທຶນ​ສະ​ສົມ​ເງິນຕາ ​ແລະ ທະນາຄານ​ພັດທະນາ​ແຫ່ງ​ໜຶ່ງ. ກ່ອນ​ນັ້ນ, ປີ 2013, ກຸ່ມ BRICS ​ໄດ້​ເປີດ​ເຜີຍ​ໂຄງການ​ສ້າງ​ຕັ້ງ​ທະນາຄາ​ດພັດທະນາ​ແຫ່ງ​ໜຶ່ງ ​ແລະ ກອງ​ທຶນ​ເງິນຕາ​ແຫ່ງ​ໜຶ່ງ​​ເພື່ອ​ແກ່ງ​ແຍ້​ງກັບ​ທະນາຄານ​ໂລກ (WB) ​ແລະ ກອງ​ທຶນ​ເງິນຕາ​ສາກົນ (IMF) ​​ດ້ວຍ​ສາຍ​ເຫດ​, ສອງ​ອົງການ​ນີ້​ຖືກ​ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ​ຄອບ​ງຳ. ດັ່ງ​ນັ້ນ​ເລື່ອງ​ມຸ່ງ​ໄປ​ສູ່​ທະນາຄານ​ລວມ​ແຫ່ງ​ໜຶ່ງ ​ໄດ້​ຮັບຖື​ວ່າ​ແມ່ນມາດ​ຕະການ​ເພື່ອ​ໃຫ້ BRICS ​ມີຜົນ​ສະທ້ອນ​ໃຫຍ່​ກວ່າ​ໃນ​ເວທີ​ສາກົນ.

ຕາມ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Anton Silouanov ​ແລ້ວ, ​ທະນາຄານ​ພັດທະນາ BRICS ຈະ​ມີ​ຈຳນວນ​ທຶນ​ເບື້ອງ​ຕົ້ນ​ແມ່ນ​ 10 ຕື້ໂດ​ລາ​ສະຫະລັດ, ຫຼັງ​ຈາກ​ນັ້ນ​ອາດ​ຈະ​ເພີ່ມ​ຂຶ້ນ​ເຖິງ 100 ຕື້ໂດ​ລາ​ສະຫະລັດ. ​ແຕ່ລະ​ປະ​ເທດ​ໃນ​ກຸ່ມ​ຈະ​ປະກອບ​ທຶນ​ເທົ່າ​ກັນ. ​ໃນ​ເບື້ອງ​ຕົ້ນ​ແມ່ນ 10 ຕື້ໂດ​ລາ​ສະຫະລັດ​ໃນ​ຮອບ​ເວລາ 7 ປີ. ຫຼັງ​ຈາກ​ນັ້ນ​ຍອດ​ຈຳນວນ​ທຶນ​ຂອງ​ທະນາຄານ​ຈະ​ບັນລຸ 100 ຕື້ໂດ​ລາ​ສະຫະລັດ. ນີ້​ແມ່ນ​ທະນາຄານ​ສະ​ເພາະ​ສຳລັບ​ບັນດາ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ ​ແລະ ຈະ​ເລີ່​ມ​ເຄື່ອນ​ໄຫວ​ນັບ​ແຕ່​ປີ 2016 ​ເປັນ​ຕົ້ນ​ໄປ. ​ທະນາຄານ​ນີ້​ກໍ່ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ​ເຂົ້າ​ຮ່ວມ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ອັນ​ຕາ​ທຶນຂອງ BRICS ຕ້ອງ​ກວມກວ່າ 55%.

ພ້ອມ​ກັບ​ທະນາຄານ​ລວມນັ້ນ, ກອງ​ທຶນ​ສະ​ສົມ​ເພື່ອ​ປົກ​ປ້ອງບັນດາພື້ນຖານ​ເສດຖະກິດ​ໃນ​ກຸ່ມ BRICS ຕໍ່ໜ້າ​ການ​ຜັນ​ແປ​ຂອງ​ຕະຫຼາດ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ດ້ວຍ​ຈຳນວນ​ທຶນ​ໃນ​ເບື້ອງ​ຕົ້ນ​ແມ່ນ 100 ຕື້ໂດ​ລາ​ສະຫະລັດ. ​ໃນ​ນັ້ນ, ຈີນ​ຈະ​ປະກອບ 41 ຕື້ໂດ​ລາ​ສະຫະລັດ; ບະ​ເລ​ຊິນ, ອິນ​ເດຍ ​ແລະ ລັດ​ເຊຍ, ​ແຕ່ລະ​ປະ​ເທດ​ປະກອບ 18 ຕື້ໂດ​ລາ​ສະຫະລັດ, ອາ​ຟະ​ລິ​ກາ​ໃຕ້​ປະກອບ 5 ຕື້ໂດ​ລາ​ສະຫະລັດ. ກອງ​ທຶນ BRICS ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ເພື່ອ​ຊ່ວຍ​ປະ​ເທດຕ່າງໆ​ສ້າງ​ຄວາມ​ດຸນ​ດຽງໃນ​ການ​ຊຳລະ, ບໍ່​ໃຫ້​ສະກຸນ​ເງິນ​ພາຍ​ໃນ​ປະ​ເທດ​ບຸບ​ລາຄາ.

ການ​ທ້າ​ທາຍ​ຫຼາຍ​ຢ່າງ

​ເພື່ອ​ທຳ​ການ​ເຄື່ອນ​ໄຫວ, ທະນາຄານ ​​ແລະ ກອງ​ທຶນ BRICS ຕ້ອງ​ລໍຖ້າ​ ​ອົງການ​ນິຕິບັນ​ຍັດ​ຂອງບັນດາ​ປະ​ເທດ​ສະມາຊິກ BRICS ເຊັນ​ອະນຸມັດ, ດັ່ງ​ນັ້ນ​ຕ້ອງການ​ເວລາ​ຢ່າງ​ໜ້ອຍ​ສຸດ​ແມ່ນ​ໜຶ່ງ​ປີ​ຈຶ່ງ​ສາມາດ​ຜັນ​ຂະຫຍາຍ​ໄດ້. ນັ້ນ​ແມ່ນ​ບໍ່​ທັນ​ເຕື້ອງ​ເຖິງ​ຈຳນວນ​ທຶນ​ປະກອບໃຫ້​ກອງ​ທຶນ BRICS ​ແມ່ນ 100 ຕື້ໂດ​ລາ​ສະຫະລັດ​, ​ກວມ 2.2% ​ ​ຈຳນວນ​ທຶນສະ​ສົມ​ທັງ​ໝົດ​ຂອງ BRICS ແມ່ນ 4,3 ພັນ ຕື້ໂດ​ລາ​ສະຫະລັດ, ຖືກ​ຖື​ວ່າ​ບໍ່​ທັນ​ຫຼາຍ ​ເພື່ອ​ເຮັດ​ໃຫ້​ບັນດາ​ຄາດໝາຍຂອງ​ກອງ​ທຶນ​ປະກົດ​ຜົນ​ເປັນ​ຈິງ.

ວົງ​ການ​ນັກ​ໄຈ້​ແຍກ​ກໍ່​ຖື​ວ່າ, ຈຳນວນ​ທຶນທັງ​ໝົດ​ຂອງ​ທະນາຄານ ​ແລະ ກອງ​ທຶນ BRICS  ​​ແມ່ນບໍ່​ຫຼາຍ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​​ເສດຖະກິດ, ໃນ​ສະພາບບັນດາ​ນັກ​ລົງທຶນ​ຕ່າງປະ​ເທດບໍ່​ສົນ​ໃຈ​ຫຼາຍ, ສ່ວນ​ບັນດາ​ປະ​ເທດ​ສະມາຊິກ​ພັດ​ສຸມ​ໃສ່​ບັນດາ​ບັນ​ຫາ​ພາຍ​ໃນ. ນັກ​ຊ່ຽວຊານ Arvind Subramanian, ທີ່​ຂຶ້ນ​ກັບ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ເສດຖະກິດ​ສາກົນ Peterson ຖື​ວ່າ, ສຳລັບອິນ​ເດຍ, ການ​ເຕີບ​ໂຕ​ເສດຖະກິດ​ແລະ ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້ ມີ​ຄວາມ​ສຳຄັນ​ກວ່າ​ການ​ຮ່ວມ​ມື​ຂອງ BRICS. ສ່ວນ​ລັດ​ເຊຍ​ຫວັງ​ວ່າ​ບັນດາ​ການ​ນຳ BRICS ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ສາກົນ ​ແລະ ຕ້ານ​ຄືນ​ຄຳ​ສັ່ງ​ຂວຳ້​ບາດ​ຈາກ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ.

ປະຈຸ​ບັນ, ບັນດາ​ປະ​ເທດ​ສະມາຊິກ BRICS ພວມ​ຢືນ​ຢູ່​ຕໍ່ໜ້າ​ກາລະ​ໂອກາດ​ໃໝ່ ​ເພື່ອ​ເພີ່ມ​ຜົນ​ສະທ້ອນ​ຂອງ​ຕົນ​ໃນ​ຊີວິດ​ທາງ​ດ້ານ​ເສດຖະກິດ - ການ​ເມືອງ​ໂລກ​ ພາຍຫຼັງ​ວິ​ກິດ​ການ​ການ​ເງິນ​ເມື່ອ​ປີ 2008. ການ​ສ້າງ​ຕັ້ງ​ທະນາຄານ​ພັດທະນາ ​ແລະ ກອງ​ທຶນ​ສະ​ສົມ​ລວມຂອງ BRICS ຈະ​ແມ່ນ​ບາດກ້າວ​ທີ່​ມີ​ລັກສະນະ​ບຸກທະລຸ​ໃນ​ຕະຫຼາດ​ການ​ເງິນ​ທົ່ວ​ໂລກ. ​ ລັດ​ເຊຍ, ອິນ​ໂດ​ເນ​ເຊຍ, ຈີນ, ບະ​ເລ​ຊິນ, ອາ​ຟະ​ລິ​ກາ​ໃຕ້ຈະ​ບໍ່​ພາດ​ໂອກາດ​ນີ້​ໃນ 2 ວັນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ BRICS ຄັ້ງ​ທີ 6 ນີ້ຢ່າງແນ່ນອນ​.



ຕອບກັບ

ຂ່າວ/ບົດ​ອື່ນ