COC - ມາດຕະການແກ້ໄຂການພິພາດກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ

COC - ມາດຕະການແກ້ໄຂການພິພາດກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ - ảnh 1
(ພາບປະກອບ)

vovworld-ການ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆຢູ່​ທະ​ເລ​ຕາ​ເວັນ​ອອກ(COC)ລະຫວ່າງ​ອາຊຽນ ​ແລະ ຈີນ​ພວມ​ມີ​ສັນຍານ​ທີ່ໜ້າຊື່ນຊົມ, ຂະນະທີ່ ເມື່ອມໍ່ໆມານີ້, ບັນດາເຈົ້າໜ້າທີ່ຂັ້ນສູງ​ຂອງ 2 ຝ່າ​ຍ​ໄດ້​ພົບ​ປະກັນ​ຢູ່​ໄທ ​ຊຶ່ງ​ໄດ້​ພ້ອມ​ກັນ​ຢືນຢັນ​ຄວາມ​ຕັດສິນ​ໃຈດຳ​ເນີນວິວັດທະນາ​ການ​ນີ້​ໂດຍ​ໄວ. ​ເຖິງ​ວ່າ​ຫາງ​ສຽງ​ໃຫ້​ຂໍ້​ສັງ​ເກດ​ວ່າ​ຕ້ອງ​ໃຊ້​ເວລາ​ຫຼາຍ, ​ເອກະສານ​ນິຕິ​ກຳ​ທີ່​ມີ​ລັກສະນະ​ຜູກ​ຮັດ​ນີ້​ຈຶ່ງ​ອາດ​ຈະ​ປະກົດ​ຜົນ​ເປັນ​ຈິງ​ໄດ້, ​ແຕ່​ນິ້ີຖືກ​ຖື​ວ່າ ​ແມ່ນ​ບາດກ້າວ​ເປີດ​ສາກ​ທີ່​ສຳຄັນ​ໃນ​ວິວັດ​ການ​ຊອກ​ຫາ​ວິທີ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ​ຢູ່ ທະ​ເລ​ຕາ​ເວັນ​ອອກ ຊຶ່ງ​ໄດ້​ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ​ໃນ​ໄລຍະ​ທີ່​ຜ່ານ​ມາ.

    ​ໃນ​ການ​ຜັນ​ແປ​ເມື່ອ​ມໍ່ໆ​ມາ​ນີ້, ວັນ​ທີ 30/10, ດ້ວຍ​ຄຳ​ຖະ​ແຫຼ​ງພາຍຫຼັງ​ການ ​ປະຊຸມ​ຢ່າງ​ບໍ່​ເປັນ​ທາງ​ການ​ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ, ບັນດາ ເຈົ້າໜ້າທີ່ຂັ້ນສູງ​ຂອງອາຊຽນ ​ແລະ ຈີນ​ໄດ້​ພ້ອມ​ກັນ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ຖະ​ແຫຼ​ງການກ່ຽວກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຊຶ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ເມື່ອ​ປີ 2002 ຢ່າງ​ເຂັ້ມ​ງວດ, ກໍ​ຄື ​ ສົມທົບກັນ​ສູ້​ຊົນ​ເພື່ອ​ສາມາດ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ວິວັດທະນາ​ການ​ສ້າງ​ ປະມວນ​ຂໍ້​ກຳນົດ​ກ່ຽວກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ​. ຫົວໜ້າ​ຄະນະ​ຜູ້​ແທນ​ປະ​ເທດ​ເຈົ້າພາບ​ໄທ ທ່ານ Sihasak Phuangketkeow ​ໃຫ້​ຮູ້​ວ່າ ບັນດາ​ຝ່າຍ​ໄດ້​ບັນລຸ​ຄວາມ​ເຫ​ັນ​ດີ​ເປັນ​ເອກະສັນ​ທີ່​ສຳຄັນ ​ແລະ ມີ​ຄວາມ​​ເອົາ​ໃຈ​ໃສ່ລວມ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່ ທະ​ເລ​ຕາ​ເວັນ​ອອກ. ​ເພາະວ່າ​ສາຍພົວພັນອາຊຽນ-ຈີນ​ບໍ່​ພຽງ​ແຕ່​ເພື່ອ​ຜົນ​ປະ​ໂຫຍ​ດທີ່​ນຳ​ມາ​ໃຫ້​ແກ່​ທັງ 2 ຝ່າຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເສົາ​ຄ້ຳ​ທີ່​ສຳຄັນ​ໃຫ້​ແກ່​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນອີກ​ດ້ວຍ.ສ່ວນ​ທ່ານ​​ເລຂາທິການ​ໃຫຍ່​ອາ​ຊຽນ ສຸຣິນພິສຸວັນ ​ໄດ້​ຢືນຢັນ​ເມື່ອ​ວັນ​ທີ່ 31/10 ວ່າ ອາຊຽນ ​ແລະ ຈີນ​ພວມ​ສະ​ແດງ​ໃຫ້​ເຫັນ​ສະຕິ​ແບບ​ຮີບ​ດ່ວນ ​ໃນ​ຄວາມ​ມານະ​ພະຍາຍາມ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ. ຕາມ​ທ່ານ​ແລ້ວ, ອາ​ຊຽນ​ໄດ້​ມີ​ບົດຮຽນ​ຂະນະ​ທີ່​ເປັນ​ຄັ້ງ​ທຳ​ອິດ​ໃນ​​ໄລຍະ ປະຫວັດສາດ 45 ປີ, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນສິ້ນ​ສຸດ​ລົງ​ເມື່ອ​ເດືອນ 6/2012, ​ແຕ່​ບໍ່​ສາ​ມາດອອກ​ຖະ​ແຫຼ​ງການ​ຮ່ວມ​ໄດ້​ຍ້ອນ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ວິທີ​ການ​ສຳ​ຜັດ​ກັບ​ບັນຫາທະ​ເລ​ຕາ​ເວັນ​ອອກ. ດັ່ງ​ນັ້ນ, ຈຸດ​ເວລາ​ນີ້ ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ອາ​ຊຽນ​ເຊື່ອມ​ຈອດ, ຊຸກຍູ້​ການ​ເຈລະຈາປະມວນ​ຂໍ້​ກຳນົດ​ກ່ຽວກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆຢູ່​ທະ​ເລ​ຕາ​ເວັນ​ອອກ (COC)ກັບ​ຈີນ, ​ແນ​ໃສ່​ສ້າງ​ກົນ​ໄກ​ເພື່ອ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ກ່ອນ​ໜ້າ​ນັ້ນ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ສິງກະ​ໂປ​ກໍ​ເນັ້ນ​ໜັກ​ວ່າ ຄວາມ​ເປັນ​ເອກະສັນ​ກັນ​ດຳ​ເນີນ​ການ​ເຈລະຈາ COC ​ແມ່ນ​ບາດກ້າວ​ເປີດ​ສາກ​ທີ່​ດີງາມ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ຝ່າຍ​ທີ່​ມີ​ຕໍ່ການ​ແກ້​ໄຂ​ການ​ພິພາດ​ອະທິປະ​ໄຕ​ຜືນ​ແຜ່ນດິນຢູ່ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ. ປະຈຸ​ບັນ, ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ສ້າງ​ສຳ​ເລັດ​ບັນດາ​ປັດ​ໄຈ​ພື້ນຖານ​ໃນ COC ​ແລະ ພວມ​ກະກຽ​ມນຳ​ມາ​ເຈລະຈາ​ກັບ​ຈີນ, ຫຼັງ​ຈາກ​ນັ້ນ,ຈະ​ຍືນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນທີ່​ຈະ​ຈັດ​ຂຶ້ນ​ຢູ່ກຳ​ປູ​ເຈຍ​ໃນ​ທ້າຍ​ເດືອນ​ນີ້.

    ​ແນວ​ຄວາມ​ຄິດ​ກ່ຽວ​ກັບ COC ​ໃຫ້​ແກ່​ພາກ​ພື້ນ ​ໄດ້​ຖືກ​ຍົກ​ອອກ​ມາ​ແຕ່​ດົນ​ນານ​ໃນ​ຖະ​ແຫຼ​ງການ​ອາຊຽນປີ 1992. ​ແຕ່​ຕ້ອງ​ເສຍ​ເວລາ 10 ປີ ດຳ​ເນີນ​ການ​ຂົນຂວາຍ, ​ເຈລະຈາ, ຮອດ​ປີ 2002, ຢູ່​ພະນົມ​ເປັນ​ປະ​ເທດ​ກຳປູ​ເຈຍ, ລັດຖະມົນຕີ​ການ​ຕ່າງປະ​ເທດບັນດາ​ປະ​ເທດ​ອາ​ຊຽນ ​ແລ​ະ ຈີນ​ຈຶ່ງ​ສາມາດ​ກ້າວ​ເດີນ​ໄດ້​ເຄິ່ງໜຶ່ງ​ຂອງ​ໄລຍະ​ທາງ​ດ້ວຍ​ການ​ເຫັນ​ດີ​ເປັນ​ເອກະສັນ​ຮັບຮອງ​ເອົາ DOC . ​ແລະ ກໍ​ຍັງ​ຕ້ອງ​ເສຍ​ເວລາ​ເກືອ​ບສິບ​ປີ​ອີກ, ​ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ລີປະ​ເທດ​ອີນ​ໂດ​ເນ​ເຊຍ​ເມື່ອ​ເດືອນ 11/2011, ລັດຖະມົນຕີ​ການ​ຕ່າງປະ​ເທດບັນດາ​ປະ​ເທດ​ອາ​ຊຽນ ​ແລ​ະ ຈີນຈຶ່ງ​ບັນລຸ​ຄວາມ​ເຫັນ​ດີ​ເປັນ​ເອກະສັນ ​ແລະ ຮັບຮອງ​ເອົາ​ຂໍ້​ກຳນົດ​ແນະນຳ​ການ​ປະຕິບັດ DOC ຢ່າງ​ເປັນທາງ​ການ. ຍ້ອນ ທະ​ເລ​ຕາ​ເວັນ​ອອກມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ​ທາງ​ດ້ານ​ເສດຖະກິດ ​ແລະ ທີ່​ຕັ້ງ​ຍຸດ​ທະ​ສາດ, ດັ່ງ​ນັ້ນ ທະ​ເລ​ຕາ​ເວັນ​ອອກ​ຍາມ​ໃດ​ກໍ​ຊ້ອນ​ແຝງ​ບັນຫາ​ເກີດ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ໃນ​ທຸກ​ເວລາ​ຖ້າ​ຫາກ​ວ່າ​ບັນດາ​ຝ່າຍທີ່​ກ່ຽວຂ້ອງ​ບໍ່​ຍອມ​ເຄົາລົບ​ກົດໝາຍ​ສາກົນ, ​ແລະ​ບໍ່​ຍອມ​ເຄົາລົບ​ປະຫວັດສາດ. ​ເພາະສະ​ນັ້ນ, ຕ້ອງ​​ເຮັດ​ແນວ​ໃດ​ເພື່ອ​ໃຫ້ ທະ​ເລ​ຕາ​ເວັນ​ອອກ​ກາຍ​ເປັນ​ເຂດ​ທະ​ເລ​ສັນຕິພາບ ​ແລະ ຮ່ວມ​ມື ​ແມ່ນ​​ສິ່ງ​ທີ່​ບໍ່​ພຽງ​ແຕ່​​ບັນດາ​ປະ​ເທດ​ມີ​ຝັ່ງ​ທະ​ເລ​ ​ແລະ ບໍ່​ມີ​ຝັ່ງ​ທະ​ເລ​ໃນ​ພາກ​ພື້ນ​ມີ​ຄວາມ​ເປັນ​ຫ່ວງ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ບັນດາ​ປະ​ເທດ​ທີ່​ມີ​ຜົນ​ປະ​ໂຫຍ​ດກ່ຽວຂ້ອງ​ອີກ​ດ້ວຍ.

   ຜ່າ​ນ​ໄລຍະ 10 ປີ ​ແຫ່ງ​ການ​ປະຕິບັດ ຖະ​ແຫຼ​ງການ DOC, DOC ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ບັນດາ​ຈຸດ​ອ່ອນ​ເພາະວ່າ ມັນ​ບໍ່​ແມ່ນ​ສົນ​ທິສັນຍາ​ສາ​ກົນ ​ແລະ ບໍ່​ມີ​ຄຸນຄ່າ​ຜູກ​ຮັດ​ທາງ​ດ້ານ​ນິຕິ​ກຳ. DOC ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເມືອງ​ລະຫວ່າງ​ບັນດາ​ປະ​ເທດ​ເທົ່າ​ນັ້ນ, ພ້ອມ​ກັນ​ນັ້ນ, ມັນ​ກໍ​ບໍ່​ມີ​ກົນ​ໄກ​ຮັບປະກັນ​ການ​ປະຕິບັດ​ຢ່າງ​ໜັກ​ແໜ້ນ. ດັ່ງ​ນັ້ນ, ຄວາມ​ຫວັງ​ໃຫ້​ມີ​ເອກະສານ​ທີ່​ມີລັກສະນະ​ຜູກ​ຮັດ​ດ້ານ​ນິຕິ​ກຳ​ສູງ​ກ່ວາ​ເພື່ອ ​ແກ້​ໄຂ​ການ​ພິພາດ​ອະທິປະ​ໄຕ​ຢູ່ ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ ​ແມ່ນ​ຄວາມ​ຮຽກຮ້ອງ​ໂດຍ​ຈຳ​​ເປັນລະຫວ່າງ​ອາ​ຊຽນ ​ແລ​ະ ຈີນ​ໃນ​ໄລຍະ​ປະຈຸ​ບັນ. ​ແຕ່​ຕາມ​ບັນດາ​ນັກ​ໄຈ້​ແຍກ​ແລ້ວ, ​ເພື່ອ​ໃຫ້ການ​ເຈລະຈາ COC ​ອາ​ຊຽນ ​ແລ​ະ ຈີນ​ໄປ​ສູ່​ເປົ້າ​ໝາຍ​ປາຍທາງ ກໍ​ແມ່ນ​ທັງ​ຂະ​ບວນວິວັດ​ທີ່​ຍາວ​ນານ, ຕ້ອງການ​ມີ​ຄວາມ​ມານະ​ພະຍາຍາມ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ​ລະຫວ່າງ​ທຸ​ກໆຝ່າຍ. ​ອາ​ຊຽນ ​ແລ​ະ ຈີນຕ້ອງ​ເປັນ​ເອກະ​ພາບ​ກັນ​ໂດຍ​ໄວ​ໃນ 3 ບັນຫາ​ໃຫຍ່​, ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ກຳນົດ​ໄດ້​ບໍລິ​​ເວນ​ເກີດ​ກາ​ນພິພາດ ​ແລະ ບໍ່​ພິພາດ, ກຳນົດ​ລະອຽດ​ກ່ຽວ​ກັບ​ບັນດາ​ການ​ກະທຳ​ທີ່​ຕ້ອງ​ເກືອດ​ຫ້າມ ​ແລະ ກົນ​ໄກ​ຕິດຕາມ​ກວດກາ, ​ແກ້​ໄຂ​ການ​ພິພາດ. ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ໃນ​ການ​ສ້າງ COC ​ແມ່ນ​ຈຳ​ເປັນ​ຕ້ອງ​ມີ​ເຈດ​ຕະນາ​ດີ​ໃນ​ການ​ຮ່ວມ​ມື​ຂອງ​ຝ່າຍ​ຕ່າງໆ​ທີ່​ມີ​ສິດຜົນ​ປະ​ໂຫຍ​ດຢູ່ ທະ​ເລ​ຕາ​ເວັນ​ອອກ, ອີງ​ບົນ​ກົດໝາຍ​ສາກ​ົນ, ​ໃນ​ນັ້ນ​ມີ​ກົດໝາຍ​ທະ​ເລ​ຂອງ ສ.ປ.ຊ ປີ 1982. ຖ້າ​ຫາກ​ບັນດາ​ຝ່າຍ​ບໍ່​ເປັນ​ເອກະ​ພາບ​ກັນ​ສຳລັບ​ເນື້ອ​ໃນ​ເຫຼົ້າ​ນັ້ນ, ປະມວນ​ຂໍ້​ກຳນົດ​ກ່ຽວກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຍັງ​ຄົງ​ພຽງ​ແຕ່​ແມ່ນ​ຖະ​ແຫຼ​ງການ​ການ​ເມືອງ​ໂດຍ​ສະ​ໝັກ​ໃຈ ​ແລະ ປຽບ​ເໝືອນ DOC ​ເທົ່າ​ນັ້ນ.

    ປີ​ນີ້, ​ອາ​ຊຽນ ​ແລ​ະ ຈີນຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື, ຈາກ​ບັນດາ​ການ​ຜັນ​ແປ​ໃນ​ປະຈຸ​ບັນ, ຫາງ​ສຽງ​ປາດ​ຖະໜາ​ວ່າ 2 ຝ່າຍ​ຈະ​ບັນລຸ​ບັນດາ​ບາດກ້າວ​ລິ​ເລີ່​ມທີ່​ສຳຄັນ, ສາມາດ​ອອກ​ຖະ​ແຫຼ​ງການຮ່ວມ​ກ່ຽວ​ກັບ​ການ​ສ້າງ COC ​ໂດຍ​ໄວ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນທີ່​ຈະ​ຈັດ​ຂຶ້ນ​ຢູ່ກຳ​ປູ​ເຈຍ​ໃນ​ທ້າຍ​ເດືອນ​ນີ້. ນີ້​ແມ່ນ​ບາດກ້າວ​ເດີນ​ທີ່​ສຳຄັນ​ເພື່ອ​ກ້າວ​ໄປ​ເຖິງ​ພື້ນຖານ​ສັນຕິພາບ​ແບບ​ຍືນ​ຍົງ​ຢູ່ ທະ​ເລ​ຕາ​ເວັນ​ອອກ.

ຕອບກັບ

ຂ່າວ/ບົດ​ອື່ນ