COP – 19 : ບັນດາສັນຍານທີ່ບໍ່ປະເອີບໃຈຈາກ Warsaw

COP – 19 : ບັນດາສັນຍານທີ່ບໍ່ປະເອີບໃຈຈາກ Warsaw - ảnh 1
ທ່ານເລຂາທິການໃຫຍ່ ສ.ປ.ຊ Ban Ki - moon ກ່າວຄຳເຫັນທີ່ກອງ ປະຊຸມສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດຄັ້ງ​ທີ 19
(ພາບ:AFP)

    ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດຄັ້ງ​ທີ 19 (COP-19) ພວມ​ຖືກ​ດຳ​ເນີນ​ຢູ່​ນະຄອນຫຼວງ Warsaw ຂອງໂປໂລຍ ເປັນເວລາ 12 ວັນ, ດ້ວຍ​ຄວາມ​ຫວັງ​ຈະ​ບັນລຸ​ບາດກ້າວ​ໃໝ່​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສັນຍາ​ຕ້ານ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ໃນ​ທົ່ວ​ໂລກ ​ແນ​ໃສ່​ທົດ​ແທນ​ໃຫ້​ອະນຸ​ສັນຍາ Kyoto ຊຶ່ງ​ຈະໝົດ​ກຳນົດ​ເວ​ລາ​ໃນປີ 2020. ​ແຕ່​ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ​ພວມ​ເກີດ​ຂື້ນ​ຢູ່ Warsaw ນັ້ນ, ຫາກ​ສຽງ​ຍາກ​ທີ່​ຈະ​ຄອງ​ຄອຍ​ຕໍ່​ການ​ບັນລຸ​ໝາກຜົນ​ທີ່​ດີ.

    ທີ່​ກອງ​ປະຊຸມ COP – 17 ທີ່​ຈັດ​ຂຶ້ນຢູ່ ດູ​ບານ ປະ​ເທດ​ອາບ​ຟະ​ລິ​ກາ​ໃຕ້​ເມື່ອ​ປີ 2011, ບັນດາ​ປະ​ເທດ​ໄດ້​ກ້າວ​ໄປ​ສູ່​ຄວາມ​ເປັນ​ເອກະ​ພາບກ່ຽວ​ກັບ​​ຄຳ​ໝັ້ນ​ສັນຍາ ໄລຍະ​​ຕໍ່​ໄປ​ຂອງ ອະນຸ​ສັນຍາ Kyoto ນັ້ນ​ແມ່ນ​ແຕ່​ປີ 2013 ຫາ 2015 ​ແລະ ​ເຫັນ​ດີ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ສະບັບໃໝ່ ຊຶ່ງ​ຄາດ​ວ່າ ຈະ​ສ​ໄລັດ​ໃນ​ປີ 2015 ​ແລະ ​ເລີ່ມນຳ​ໃຊ້​ນັບ​ແຕ່​ປີ 2020 ​ໃຫ້​ທຸກໆ​ປະ​ເທດ. ດັ່ງ​ນັ້ນ, ​ເນື້ອ​ໃນ​ຂອງ COP – 19 ຄັ້ງ​ນີ້ ​ແມ່ນ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ມີ​ຄວາ​ມສຳຄັນ​ພິ​ເສດ​ເພາະ​ປີ 2013 ​ແມ່ນ​ຫຼັກ​ໝາຍ​ເ​ລີ່​ມປະຕິບັດອະນຸ​ສັນຍາ Kyoto ​ໄລຍະ​ທີ 2. ພ້ອມ​ກັນ​ນັ້ນ, ປີ 2013 ຍັງ​ແມ່ນ​ປີ​ທີ 2 ທີ່​ບັນດາ​ປະ​ເທດກ້າວ​ເຂົ້າ​ສູ່​ການ​ປຶກສາ​ຫາລືກອບ​ກົດໝາຍ​ທົ່ວ​ໂລກ​ໃໝ່​ຊຶ່ງ​ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2015.

    ສິ່ງ​ກີດຂວາງ​ຈາກ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ...

    ອາດ​ຈະ​ເຫັນ​ໄດ້​ຢ່າງ​ງ່າຍ​ດາຍວ່າ ບັນດາ​ກອງ​ປະຊຸມ COP ຄັ້ງ​ກ່ອນໆ​ນີ້, ລ້ວນ​ແຕ່​ຖືກ​ດຳ​ເນີນ​ໃນ​ບັນຍາກາດ​ບັນຍາກາດ​ທີ່​ເຄັ່ງ​ຕຶງ​ຂະນະ​ທີ່​ບັນດາ​ປະ​ເທດ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດສ່ວນ​ຕົວຂອງ​ຕົນ​ຢ່າງ​ຂ້ຽວຂາດ ​ແລະ ບໍ່​ສາມາດ​ບັນລຸ​ສຽງ​ເວົ້າ​ລວມ​ໃນ​ບັນຫາ​ຫຼຸດຜ່ອນ​ປະລິມານ​ອາຍ​ພິດ. ​ແຕ່​ກອງ​ປະຊຸມ COP – 19 ຄັ້ງ​ນີ້ ​ໄດ້​ດຳ​ເນີນ​ກົງ​ກັບ​ຈຸດ​ເວ​ລາ​ທີ່​ພາ​ຍຸ ຮາ​ຍຢານ ຫາ​ກໍ​ພັດ​ຖະຫຼົ່ມ​ຜ່ານ​ປະ​ເທດ​ຟີ​ລິບ​ປິນ ​ແລະ ​ໄດ້​ກໍ່​ຜົນ​ຮ້າຍຢ່າງ​ໜັກໜ່ວງ​ທີ່​ສຸດ, ອັນ​ໄດ້​ປົກ​ຄຸມ​ບັນຍາກາດກອງ​ປະຊຸມດ້ວຍ​ເງົາ​ມືດ, ​ເປັນ​ການ​ຕັກ​ເຕືອນ​ຢ່າງ​ຮຸນ​ແຮງ ​ແລະ ບັງຄັບ​ໃຫ້​ບັນດາ​ປະ​ເທດຕ້ອງ​ມີ​ການ​ກະທຳ​ທີ່​ແຕກ​ຕ່າງ​ກັນ. ​ເພາະສະ​ນັ້ນ, ນອກຈາກ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ສັນຍາ​ເພື່ອ​ທົດ​ແທນ ອະນຸ​ສັນຍາ Kyoto, ກອງ​ປະຊຸມ COP – 19 ​ໄດ້​ຕັ້ງ​ຄວາມ​ຫວັງ​ຊຸກຍູ້​ບັນດາ​ປະ​ເທດ​ພັດທະນາ​ປະຕິບັດ​ຖືກ​ຕາມ​ສັນຍາ​ສະໜອງ​ເງິ​ນ 100 ຕື້ USD/ປີ​ໃຫ້​ແກ່​ບັນດາ​ປະ​ເທດພວມ​ພັດທະນາ ​ເພື່ອ​ຮັບ​ມື​ກັບ​ບັນດາ​ຜົນ​ກະທົບ​ທີ່​ຫຍໍ້​ທໍ້​ຈາກ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ.

    ​ແຕ່​ມາ​ຮອດ​ຈຸດ​ເວລາ​ນີ້, ​ເຖິວ​ວ່າ​ກອງ​ປະ​ຊູ​ມ​​ໃກ້​ຈະ​ຮອດ​ເວລາ​ສິ້ນ​ສຸດ​ແລ້ວ​ກໍ​ຕາມ, ​ແຕ່​ບັນດາ​ຖະ​ແຫຼ​ງການ​ທີ່​ຖືກ​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ, ​ໄດ້​ເຮັດ​ໃຫ້​ວິວັດທະນາ​ການ​ເຈລະຈາ​ຕົກ​ເຂົ້າສູ່ສະພາບ​ບໍ່​ມີ​ທາງ​ອອກ. ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຍີ​ປຸ່ນ ຊຶ່ງ​ແມ່ນ​ປະ​ເທດຖືກ​ຫຼາຍ​ຜະ​ເທດ​ຝາກ​ຄວາມ​ຫວັງ​ຈະ​ນຳ​ໜ້າ​ໃນ​ການຫຼຸດຜ່ອນ​ປະລິມານ​ອາຍ​ພິດຕາມອະນຸ​ສັນຍາ Kyoto, ​ໄດ້​ເຮັດ​ໃຫ້​ກອງ​ປະຊຸມ​ຄົບ​ຄະນະ​ມີ​ຄວາມ​ຕົກສະ​ເງີ້ ຂະນະ​ທີ່​ໄດ້​ປະກາດ​ເພີ່ມ​ການ​ປ່ອຍປະ​ລິ​ມານ​ອາຍ​ພິດ​ຕື່ມ​ອີກ 3,1% ຊຶ່ງ​​ແມ່ນ​ການ​ກະທຳ​ໄປ​ຝືນ​ກັບ​ຄຳ​ໝັ້ນສັນຍາ​ກ່ອນ​ນີ້​ແມ່ນ​ຫຼຸດຜ່ອນ​ປະລິມານ​ອາຍ​ພິດ 25% ​ໃນ​ປີ 2020. ນອກຈາກ​ນັ້ນ, ຍີ​ປຸ່ນ, ອົດ​ສະ​ຕາ​ລີ ກໍ​ແມ່ນ​​ເລ່ືອງ​ເສຍ​ຫວັງ​ຢ່າງ​ໃຫຍ່​ຫຼວງ​ຢູ່​ທີ່ ກອງ​ປະຊຸມ COP – 19 ຂະນະ​ທີ່​ໄດ້​ປະກາດ​ດັດ​ປັບ ການ​ປ່ອຍປະ​ລິ​ມານ​ອາຍ​ພິດ​ແຕ່ 15-25% ລົງ​ເປັນ 5% ​ໃນ​ປີ 2020(​ເມື່ອ​ທຽບ​ໃສ່​ລະດັບ​ໝັ້ນ​ໝາຍ​ໃນ​ປີ 2020) . ນອກຈາກ​ນັ້ນ, ນາຍົກລັດຖະມົນຕີຂອງປະ​ເທດນີ້ ​ຫາ​ກໍ​ໃຫ້​ຍົກ​ເລີ​ກກົດໝາຍ​ວ່າ​ດ້ວຍ​ການ​ເກັບ​ພາສີ​ອາກອນ​ສຳລັບ​ອາຍ​ ກາກ​ບອນ, ຍຸກ​ເລີກ​ອົງການ​ເສນາ​ທິການ​ກ່ຽວ​ກັບ​ການ​ຫຼຸດຜ່ອນການ​ປ່ອຍປະ​ລິ​ມານ​ອາຍ​ພິດ, ຫຼຸດຜ່ອນ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນດາ​ໂຄງການ​ພະ​ລັງ​ງານ​ຜະລິດ​ຄືນ​ໃໝ່, ​ເປີດ​ຊ່ອງທາງ​ໃຫ້​ແກ່​ບັນດາ​ໂຄງການ​ຂຸດ​ຄົ້ນ​ຖ່ານ​ຫີນ​ທີ່​ມີ​ຂອບ​ຂະໜາດ​​ໃຫຍ່. ​ໃນ​ບົດ​ກ່່າວປາ​ໄສ​ທີ່ ກອງ​ປະຊຸມ COP – 19, ຜູ້ຕາງໜ້າ​ປະ​ເທດ​ອົດ​ສະ​ຕາ​ລີ​ກໍ​ເຄີຍ​ກ່າວ​ຫຼາຍ​ເທື່ອ​ກ່ຽວ​ກັບຄຳ​ວ່າ “ ບໍ່​ສະໜັບ​ສະ​ໜູນ”, “ ບໍ່​ເຫັນ​ດີ” ​ແລະ ພະຍາ​ຍາ​ມ​ໂຈະ​ການ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ການ​ສ້າງ​ກົນ​ໄກ​ໜູນ​ຊ່ວຍ​ຕໍ່​ການ​ເສຍ​ຫາຍ​ຍ້ອນ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດກໍ່​ຂຶ້ນ. ນັບ​ທັງ​ປະ​ເທດ​ເຈົ້າພາບ ​ໂປ​ໂລ​ຍ ກໍ​ຖືກ​ຕ່ຳ​ໜິຕິຕຽນ​ຢ່າງ​ແຮງ​ຢູ່​ທີ່​ກອງ​ປະຊຸມ​ຄັ້ງ​ນີ້​ກ່ຽວ​ກັບ​ເລື່ອງ​ອະນຸຍາດ​ໃຫ້​ບັນດາ​ບໍ່​ລິ​ສັດ​ເຊື້ອ​ໄຟ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຈລະຈາ ຊຶ່ງ​ແມ່ນ​ຫຼັກຖານທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດນີ້​ຍັງ​ຄົງ​ເດີນ​ຕາມບັນດາ​ຮູບ​ແບບ​ນຳ​ໃຊ້​ພະລັງງານ ກາກ​ບອນ.

      ການ​ໂຈະ​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ປະກອບສ່ວນ​ດ້ານ​ການ​ເງິນ.

   ໜຶ່ງ​​ໃນ​ບັນດາ​ບັນຫາ​ໄດ້​ຮັບ​ຄວາມ​ຫວັງ​ຈະ​ບັນລຸ​ສັນຍາ​ຢູ່​ທີ່ກອງ​ປະຊຸມ COP – 19 ​ແມ່ນ​ການ​ຕົກລົງ​ທີ່​ກ່ຽວຂ້ອງ​ເຖິງ​ແບບ​ວິທີ​ການ​ໜູນ​ຊ່ວຍບັນດາ​ປະ​ເທດທີ່​ມີ​ຄວາມ​ສ່ຽງ​ຈາກ​ຜົນ​ສະທ້ອນ​ຂອງ ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ລະດົມ​ການ​ເງິນ​ໃຫ້​ແກ່​ກອງ​ທຶນ​ດິນ​ຟ້າ​ອາກາດ​ຂຽວ. ​ແຕ່​ມາ​ຮອດ​ປະຈຸ​ບັນ, ຍັງ​ບໍ່​ທັນ​ມີ​ປະ​ເທດ​ໃດໆ​ທີ່​ຈະ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະກອບສ່ວນ​ດ້ານ​ການ​ເງິນ​ໃຫ້​ແກ່​ໄລຍະ 2013-2020. ນີ້​ແມ່ນ​ສິ່ງ​ກີດຂວາງ​ຢ່າງ​ໃຫຍ່ຫຼວງ​ສຳລັບ​ບັນດາ​ປະ​ເທດ​ພວມ​ພັດທະນາ, ບັນດາ​ປະ​ເທດທີ່​ມີ​ຄວາມ​ສ່ຽງ​ຈາກ​ຜົນ​ສະທ້ອນ​ຂອງການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດຢ່າງ​ແທ້​ຈິງ ຂະນະ​ທີ່​ບໍ່​ຮູ້ຈັກ​ວ່າ​ຕົນ​ເອງ​ມີ​ເງິນ​ເທົ່າ​ໃດ​ເພື່ອ​ສ້າງ​ແຜນການ​ຮັບ​ມື.

  ສິ່ງ​ທີ່​ກີດຂວາງ​ອີກ​ອັນ​ໜຶ່ງ​ທີ່​ພາ​ໃຫ້ກອງ​ປະຊຸມ COP – 19 ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ, ນັ້ນ​ແມ່ນ​ບັນຫາ​ມອບ​ໂອນ​ເຕັກ​ໂນ​ໂລ​ຢີທີ່​ສ້າງ​ສິ່ງ​ແວດ​ລ້ອມ​ທີ່​ດີ. ​ໃນ​ຂະນະ​ທີ່​ບັນດາ​ປະ​ເທດພວມ​ພັດທະນາ​ທ່ວງ​ໃຫ້​ລົບ​ລ້າງທຸກໆ​ຮົ້ວກີດຂວາງ ກ່ຽວ​ກັບ​ສິດ​ຊັບ​ສິນ​ທາງ​ປັນຍານັ້ນ, ບັນດາ​ປະ​ເທດພັດທະນາ​ບໍ່​ຢາກ​ເຮັດ​ຕາມ​ເພາະ​ລາຄາ​ຂອງ​ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຢີນີ້ ອາດ​ຈະ​ນຳ​ມາ​ເຊິ່ງບັນດາ​ແຫຼ່ງລາຍ​ຮັບ​ບໍ່​ໜ້ອຍ.

    ຈາກ​ຄວາມ​ຕັດສິນ​ໃຈ​ເຖິງ​ການ​ກະທຳ: ​ແມ່ນ​ຍັງ​ຫ່າງ​ໄກ​ຢູ່.

  ​ເຖິງ​ວ່າກອງ​ປະຊຸມ COP – 19 ​ໄດ້​ຍອມຮັບ​ບັນດາ​ຜົນ​ເສຍ​ຫາຍ​ຍ້ອນການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດກໍ່​ຂຶ້ນ​ນັ້ນ, ພວມ​ກາຍ​ເປັນ​ບັນຫາ​ທີ່​ສັບສົນ​ໃນ​ທົ່ວ​ໂລກກໍຕາມ,  ​ແຕ່ກອງ​ປະຊຸມ COP – 19 ຍັງ​ບໍ່​ສາມາດ​ຊອກ​ຫາ​ໄດ້​ສຽງ​ເວົ້າ​ລວມ​ເພື່ອ​ແກ້​ໄຂ​ບັນດາ​ສິ່ງ​ທີ່​ຍັງ​ຄົງຄ້າງ​ຈາກ​ກອງ​ປະຊຸມ​ຄັ້ງ​ກ່ອນໆ.

    ມີ​ຄວາມ​ມານະ​ພະຍາ​ຍາມຫຼາຍ​ຢ່າງ​ພວມ​ໄດ້​ຮັບ​ການ​ປະຕິບັດ​ເພື່ອ​ນຳ​ມາ​ເຊິ່ງໝາກຜົນ​ລະອຽດ​ຈາກ Warsaw . ຈຳນວນ​ຜູ້​ອົດອາຫານ​ສືບ​ຕໍ່​ເພີ່ມ​ຂຶ້ນ, ປະຊາຊົນ​ນັບ​ໝື່ນ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນປະ​ທ້ວງ​ເພື່ອ​ສະ​ແດງ​ການ​ສະໜັບສະໜູນ​ໃຫ້​ແກ່​ຄວາມ​ຍຸຕິ​ທຳ​ດ້ານ​ດິນ​ຟ້າ​ອາກາດ. ການ​ຕໍ່​ສູ່​ກໍ່​ກຳ​ລັງ​ດັນ​ຈາກ​ປະຊາ​ຄົມ​ພວມ​ຂຶ້ນ​ສູງ​ຍິ່ງ​ກ່ວາ​ເວລາ​ໃດ​ໝົດ ​ແລະ ກອງ​ປະຊຸມ COP – 19 ຍັງ​ອີກ 2-3 ວັນ​ຈະ​ສິ້ນ​ສຸດ​ລົງ. ຄວາມ​ເຈັບ​ປວດ​ຂອງ​ຫົວໜ້າ​ຄະນະ​ຜູ້​ແທນ ຟີ​ລິບ​ປິນ ​ເມື່ອ​ຄຳນຶງ​ເຖິງ​ບັນດາ​ຜູ້​ຮັບ​ເຄາະ​ຮ້າຍຈາກ​ພາຍຸ ຮາ​ຍຢານ ​ແມ່ນ​ໄທບ້ານ​ຂອງ​ຕົນ. ທັງ​ໝົດ​ເຫຼົ່າ​ນັ້ນ​ກໍ​ສາມາດ​ປຸກ​ຕື່ນ​ມະ​ໂມທຳຂອງ​ມວນ​ມະນຸດ​ໄດ້ຫຼື​ບໍ່? ​ແລ​ະ ກອງ​ປະຊຸມ COP – 19 ສາມາດ​ນຳ​ໃຊ້​ກາລະ​ໂອກາດ​ໃນ​ມື້​ສຸດ​ທ້າຍ​ໄດ້ຫຼື​ບໍ່? ຄຳ​ຕອບ​ແມ່ນ​ໄດ້​ມີ​ຢູ່​ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ