CPTPP - ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ການພັດທະນາຂອງຫວຽດນາມ

(VOVWORLD) -ວັນທີ 02 ພະຈິກ ຜ່ານມາ, ທ່ານປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP).
CPTPP - ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ການພັດທະນາຂອງຫວຽດນາມ - ảnh 1 (ພາບປະກອບ: TTXVN)

ນີ້ແມ່ນຂັ້ນຕອນລະບຽບການດ້ານນິຕິທຳສຸດທ້າຍເພື່ອໃຫ້ຫວຽດນາມ ເຂົ້າຮ່ວມໜຶ່ງໃນບັນດາສັນຍາການຄ້າເສລີກ້າວໜ້າ ແລະ ມີຂອບຂະໜາດໃຫຍ່ທີ່ສຸດທົ່ວໂລກນີ້. ໃນກອງປະຊຸມເທື່ອທີ 6 ນີ້, ສະພາແຫ່ງຊາດຫວຽດນາມ ໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລື ກ່ອນທີ່ໃຫ້ສັດຕະຍາບັນສັນຍາດັ່ງກ່າວ.

        CPTPP ໂດຍມີການເຂົ້າຮ່ວມຂອງ 11 ປະເທດແມ່ນ: ອົດສະຕາລີ, ບຣຸໄນ, ການາດາ, ຈີເລ, ຍີ່ປຸ່ນ, ມາເລເຊຍ, ເມັກຊີໂກ, ນິວຊີແລນ, ເປຣູ, ສິງກະໂປ ແລະ ຫວຽດນາມ. CPTPP ໄດ້ຮັບການລົງນາມໃນວັນທີ 09 ມີນາ 2018 ຢູ່ຈີເລ. ນີ້ແມ່ນສັນຍາການຄ້າເສລີມີມາດຕະຖານສູງ, ຍ້ອນມັນບໍ່ພຽງແຕ່ເຕື້ອງເຖິງບັນດາຂົງເຂດທີ່ໄດ້ປະຕິບັດມາແລ້ວຄື: ການຫຼຸດຜ່ອນພາສີອາກອນສຳລັບສິນຄ້າ, ເປີດປະຕູຕະຫຼາດການບໍລິການ, ຊັບສິນທາງປັນຍາ, ຮົ້ວເຕັກນິກທີ່ກ່ຽວຂ້ອງເຖິງດ້ານການຄ້າ… ເທົ່ານັ້ນ, ຫາກຍັງແກ້ໄຂບັນດາບັນຫາໃໝ່, ບໍ່ເປັນທາງການຄື: ແຮງງານ, ສິ່ງແວດລ້ອມ, ການຊື້ປະກອບເຄື່ອງສ່ວນລວມ, ລັດວິສາຫະກິດ… ອີກດ້ວຍ ແລະ CPTPP ບໍ່ພຽງແຕ່ມີຜົນກະທົບເຖິງຂົງເຂດເສດຖະກິດເທົ່ານັ້ນ, ຫາກຍັງສົ່ງຜົນກະທົບຢ່າງຕັ້ງໜ້າເຖິງຫວຽດນາມ ໃນຫຼາຍແງ່ມູມທີ່ແຕກຕ່າງກັນອີກດ້ວຍ.

ຢືນຢັນບົດບາດ, ທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນ

        ສຳລັບຫວຽດນາມ ແລ້ວ, ເລື່ອງຕົກລົງເຂົ້າເປັນສະມາຊິກ, ເຈລະຈາ ແລະ ລົງນາມໃນສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ກ່ອນນີ້ ແລະ ປະຈຸບັນແມ່ນ CPTPP ແມ່ນວິວັດການຢ່າງຍາວນານ, ດ້ວຍການຕັ້ງໜ້າກະກຽມ, ເປັນເຈົ້າການ. ໝາກຜົນຂອງການເຈລະຈາທີ່ບັນລຸໄດ້, ສຳລັບດ້ານພື້ນຖານຮັບປະກັນໄດ້ບັນດາຜົນປະໂຫຍດແກ່ນສານຂອງຫວຽດນາມ ກໍ່ຄືໄດ້ຮັບການສະໜັບສະໜູນ, ມີໄຫວພິບເພື່ອປະຕິບັດສັນຍາຢ່າງມີປະສິດທິຜົນ, ມີຜົນປະໂຫຍດຕໍ່ປະເທດຊາດ. ກ່າວຄຳສະເໜີໃຫ້ສັດຕະຍາບັນສັນຍາ CPTPP ທີ່ສະພາແຫ່ງຊາດ, ທ່ານປະທານປະເທດ ຫງວຽນຟູຈ້ອງ, ຊີ້ແຈ້ງວ່າ.

        “ເລື່ອງເຂົ້າເປັນສະມາຊິກ ແລະ ໃຫ້ສັດຕະຍາບັນສັນຍາ CPTPP ໂດຍໄວ ຈະຊ່ວຍໃຫ້ຫວຽດນາມ ສະແດງໃຫ້ເຫັນການປະຕິບັດຄຳໝັ້ນສັນຍາ ຢ່າງແຮງສຳລັບການປ່ຽນແປງໃໝ່ ແລະ ການເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງ, ກວ້າງຂວາງ; ຢືນຢັນບົດບາດ ແລະ ທີ່ຕັ້ງທາງດ້ານພູມສາດ, ການເມືອງ ສຳຄັນຂອງຫວຽດນາມ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ກໍຄືເຂດອາຊີ - ປາຊີຟິກ, ຍົກສູງທີ່ຕັ້ງຂອງປະເທດຊາດໃນກຸ່ມອາຊຽນ, ໃນພາກພື້ນ ກໍຄືໃນເວທີສາກົນຢ່າງແທ້ຈິງ. ເລື່ອງເຂົ້າຮ່ວມ CPTPP ທັງຊ່ວຍໃຫ້ຫວຽດນາມ ມີເງື່ອນໄຂຍົກສູງກຳລັງແຮງພາຍໃນເພື່ອຮັບມື, ທັງປັບປຸງທີ່ຕັ້ງເພື່ອປະຕິບັດ ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ຫັນເປັນຫຼາຍຮູບຫຼາຍແບບໄປຄຽງຄູ່ກັບການປັບປຸງ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ເມື່ອສັນຍາ CPTPP ໄດ້ຮັບການຜັນຂະຫຍາຍຈະປະກອບສ່ວນເພີ່ມທະວີ ການປະສົມປະສານຜົນປະໂຫຍດ, ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ CPTPP ເລິກເຊິ່ງກວ່າ, ພິເສດແມ່ນ ບັນດາປະເທດສະມາຊິກມີການພົວພັນຄູ່ຮ່ວມມືຍຸດທະສາດ”.

        ຕາມສັນຍາດັ່ງກ່າວແລ້ວ, 100% ອັດຕາພາສີທີ່ຈັດວາງສຳລັບສິນຄ້າທຸກປະເພດຈະຫຼຸດລົງຮອດ 0% ຕາມເສັ້ນທາງ 7 ປີ, ແຕ່ສຳລັບຫວຽດນາມ ໄດ້ປະຕິບັດຕາມເສັ້ນທາງແຕ່ 7 – 10 ປີ. ປະເພດສິນຄ້າອຸດສາຫະກຳຫວຽດນາມ ມີອັດຕາພາສີນຳເຂົ້າສ່ວນຫຼາຍແມ່ນ 0%. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຢືນຢັນວ່າ: CPTPP ໄດ້ຊ່ວຍປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ປັບປຸງສະມັດຕະພາບດ້ານແຮງງານຂອງຫວຽດນາມ.

        “ກ່ຽວກັບທາງດ້ານເສດຖະກິດ, ຕະຫຼາດຂອງບັນດາປະເທດເຂົ້າຮ່ວມ CPTPP ມີຂອບຂະໜາດໃຫຍ່ສຳລັບ GDP ຂອງທັງກຸ່ມ ກວມເອົາ 13,5% GDP ທົ່ວໂລກ, ລວມທັງຍີ່ປຸ່ນ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ໃນໂລກ. ສະນັ້ນ, ເລື່ອງເຂົ້າເປັນສະມາຊິກ CPTPP ສັງເກດລວມແມ່ນສ້າງຜົນປະໂຫຍດໃຫ້ແກ່ຫວຽດນາມ. CPTPP ສາມາດຊ່ວຍໃຫ້ GDP ແລະ ການສົ່ງອອກຂອງຫວຽດນາມ ເພີ່ມເທົ່າທຽບແມ່ນ 1,32% ແລະ 4,04% ຮອດປີ 2035. ຍອດວົງເງິນນຳເຂົ້າອາດສາມາດເພີ່ມຂຶ້ນຕື່ມ 3,8% ຕ່ຳກວ່າລະດັບສົ່ງອອກ, ສະນັ້ນໄດ້ກະທົບສັງລວມເຖິງການຂາດດູນການຄ້າແມ່ນຜົນກຳໄລ. ນອກນັ້ນ, ເລື່ອງໄດ້ລົງນາມໃນສັນຍາເສລີ (FTA) ກັບບັນດາປະເທດ CPTPP ຈະຊ່ວຍໃຫ້ຫວຽດນາມ ມີກາລະໂອກາດສ້າງໂຄງປະກອບພື້ນຖານຕະຫຼາດຂາອອກຂາເຂົ້າຄືນໃໝ່ ຕາມທິດສ້າງຄວາມດຸ່ນດຽງກວ່າ, ຈາກນັ້ນຊ່ວຍໃຫ້ຫວຽດນາມ ຍົກສູງລັກສະນະເອກະລາດ, ເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ”.

ຜ່ານຜ່າບັນດາສິ່ງທ້າທາຍເພື່ອໃຫ້ຫວຽດນາມ ພັດທະນາ

        ຍ້ອນຫວຽດນາມ ໄດ້ລົງນາມໃນ FTA ກັບ 7 ໃນຈຳນວນ 10 ປະເທດສະມາຊິກສັນຍາ CPTPP ແລ້ວ, ສະນັ້ນຄວາມດັ່ນແກ່ງແຍ້ງໄດ້ເພີ່ມຂຶ້ນ ຍ້ອນການເປີດປະຕູຕະຫຼາດພຽງມາຈາກ 3 ປະເທດນັ້ນແມ່ນ: ການາດາ, ເມັກຊີໂກ ແລະ ເປຣູ. ເຖິງຢ່າງໃດກໍ່ຕາມ, ໃນສະພາບຕົວຈິງ ການຄ້າ 2 ຝ່າຍກັບ 2 ປະເທດດັ່ງກ່າວໄດ້ຊີ້ໃຫ້ເຫັນຄວາມດັ່ນຈະບໍ່ແມ່ນຫຼາຍ ຍ້ອນໂຄງປະກອບຂາອອກຂາເຂົ້າຂອງບັນດາປະເທດດັ່ງກ່າວມີລັກສະນະເພີ່ມເຕີ່ມໃຫ້ກັນຫຼາຍກວ່າການແກ່ງແຍ້ງ ດ້ວຍກາລະໂອກາດຂາອອກຂາເຂົ້າຂອງຫວຽດນາມ ແລະ ປະຈຸບັນ, ຫວຽດນາມ ພວມສົ່ງອອກເກີນດຸນໄປຍັງທັງ 3 ປະເທດນີ້. ກ່ຽວກັບຂົງເຂດກະສິກຳ, ເລື່ອງຫວຽດນາມ ພວມມານະພະຍາຍາມສ້າງໂຄງປະກອບພື້ນຖານຂະແໜງກະສິກຳຄືນໃໝ່, ຊຸກຍູ້ການນຳໃຊ້ວິທະຍາສາດ - ເຕັກໂນໂລຊີ… ເພື່ອຍົກສູງສະມັດຕະພາບ ແລະ ຄຸນນະພາບຜະລິດຕະພັນກະສິກຳ, ຈາກນັ້ນມີກຳລັງແກ່ງແຍ້ງຢ່າງພຽງພໍຢູ່ຕະຫຼາດພາຍໃນປະເທດ ແລະ ບືນຕົວອອກສູ່ຕະຫຼາດຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ, ໃຫ້ຮູ້ຕື່ມອີກວ່າ.

        “ມີບາງຂະແໜງຄື: ການບໍລິການໂຄສະນາ, ການບໍລິການ logistics… ອາດຈະປະເຊີນໜ້າກັບສິ່ງທ້າທາຍທາງດ້ານການແກ່ງແຍ້ງ. ເຖິງຢ່າງໃດກໍ່ຕາມ, ນີ້ກໍ່ແມ່ນກາລະໂອກາດໃນການຫຼຸດຜ່ອນລາຍຈ່າຍດຳເນີນທຸລະກິດ, ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດຢູ່ພາຍໃນປະເທດເວົ້າລວມ. ເພື່ອປະຕິບັດຄຳໝັ້ນສັນຍາໃນ CPTPP, ຫວຽດນາມ ຈະດັດປັບ, ປັບປຸງບາງຂໍ້ກຳນົດຂອງກົດໝາຍທາງດ້ານການຄ້າ, ພາສີ, ຊັບສິນທາງປັນຍາ, ແຮງງານ… ຄວາມກົດດັ່ນປ່ຽນແປງລະບົບກົດໝາຍເພື່ອເຄົາລົບບັນດາມາດຕະການໃໝ່ຂອງສັນຍາ ແມ່ນມີ ແຕ່ສາມາດຜ່ານຜ່າໄດ້. ມີຫຼາຍຄຳໝັ້ນສັນຍາໃໝ່ ແຕ່ພັດເໝາະສົມກັບແນວທາງ, ແຜນນະໂຍບາຍຂອງພັກ ກໍຄືກົດໝາຍຂອງລັດ, ສະນັ້ນຄວາມກົດດັ່ນໃນການປ່ຽນແປງລະບົບກົດໝາຍແມ່ນບໍ່ຫຼາຍ. ສຸດທ້າຍ, ຄືບົດຮຽນໃນການເຈົ້າເປັນສະມາຊິກ WTO ໄດ້ຊີ້ໃຫ້ເຫັນ, ດ້ວຍການກະກຽມເປັນຢ່າງດີ ແລະ ດ້ວຍຄວາມມານະພະຍາຍາມສູງ, ຫວຽດນາມ ສາມາດປະຕິບັດສຳເລັດຈຳນວນວຽກງານດັ່ງກ່າວ, ໂດຍສະເພາະແມ່ນເມື່ອພວກເຮົາມີສິດປະຕິບັດຕາມເສັ້ນທາງ”.

        ບັນດາຜົນປະໂຫຍດເຊິ່ງສັນຍາ CPTPP ນຳມາໃຫ້, ບັນດາວິສາຫະກິດຫວຽດນາມ ແລະ ບັນດາປະເທດສະມາຊິກຈະມີກາລະໂອກາດຫຼາຍຢ່າງເພື່ອພັດທະນາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຢູ່ຫວຽດນາມ. ບໍ່ພຽງແຕ່ແມ່ນກາລະໂອກາດທາງດ້ານເສດຖະກິດ, ການເມືອງ ແລະ ການຕ່າງປະເທດເທົ່ານັ້ນ, CPTPP ຍັງແມ່ນໂອກາດເພື່ອໃຫ້ຫວຽດນາມ ປັບປຸງລະບອບລະບຽບການ, ມຸ່ງໄປເຖິງການສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດໃຫ້ສົມບູນແບບກວ່າ, ຍົກສູງກຳລັງແກ່ງແຍ້ງ, ຢືນຢັນບົດບາດ, ທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ