CPTPP ກຳລັງຫນູນໃຫ້ການຄ້າທົ່ວໂລກ

(VOVWORLD) - ສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ປະຈຸບັນແມ່ນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊີຟິກ (CPTPP) ໂດຍໄດ້ຮັບການລົງນາມຢ່າງເປັນທາງການຈາກ 11 ປະເທດໃນວັນທີ 8 ມີນາ ຢູ່ ປະເທດ ຈີເລ. ສັນຍາສະບັບໃຫມ່ນີ້ ໄດ້ຮັບຄວາມມຸ້ງຫວັງ ຈະນຳມາເຊິ່ງບັນດາກາລະໂອກາດໃຫຍ່ໃນເຂດການຄ້າເສລີ ຈາກ ທະວີບ ອາເມລິກາ ຕະຫລອດຮອດ ອາຊີ, ແມ່ນກຳລັງຫນູນດ້ານການຄ້າທົ່ວໂລກ.

ຜ່ານຜ່າຄວາມຫຍຸ້ງຍາກຫລາຍຢ່າງ, CPTPP ຫລື ເອີ້ນວ່າ TPP -11 ໂດຍ 11 ປະເທດສະມາຊິກ ເປັນເອກະພາບ ທີ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ ຢູ່ ນະຄອນ ດາຫນັງ, ຫວຽດນາມ ຢູ່ ນອກ ກອງປະຊຸມສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊິຟີກ (APEC) ໃນເດືອນພະຈິກປີ 2017. ທີ່ກອງປະຊຸມຂອງ 11 ຫົວຫນ້າຄະນະເຈລະຈາ ຢູ່ໂຕກຽວ ປະເທດ ຍີ່ປຸ່ນ ເມື່ອເດືອນມັງກອນຜ່ານມາ, ບັນດາຝ່າຍ ອີກຄັ້ງຫນຶ່ງໄດ້ເຫັນດີເປັນເອກະພາບບັນດາບັນຫາທີ່ຍັງຄົງຄ້າງ, ດຳເນີນການກວດກາຄືນດ້ານ ນິຕິກຳກໍ່ຄືສຳເລັດບັນດາລະບຽບການພາຍໃນ ເພື່ອລົງນາມໃນສັນຍາສະບັບນີ້ຢ່າງເປັນທາງການ.

        CPTPP ໄດ້ຮັບການສ້າງຂຶ້ນ ແມ່ນບາດລ້ຽວປະຫວັດສາດ ໃນດ້ານການຄ້າໂລກ, ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງບັນດາປະເທດສະມາຊິກ, ນຳຫນ້າແມ່ນປະເທດ ຍີ່ປຸ່ນ, ພາຍຫລັງ ອາເມລິກາ ຖະແຫລງຖອນອອກຈາກສັນຍານີ້.

ລັກສະນະດີເລີດຂອງສັນຍາດການຄ້າລຸ້ນໃຫມ່

ສັນຍາສະບັບໃຫມ່ນີ້ ຈະລົບລ້າງພາສີ ກວ່າ 98% ປະເພດ ຢູ່ເຂດການຄ້າເສລີ ທີ່ມີ GDP 13.000 ຕື້USD, ກວມເອົາ 13,5% ຂອບຂະຫນາດພື້ນຖານເສດຖະກິດທົ່ວໂລກ. ໃນປີ 2017, ການແລກປ່ຽນການຄ້າ ລະຫວ່າງ 11 ປະເທດສະມາຊິກ CPTPP ແມ່ນ ປະມານເກືອບ 360 ຕື້ USD. ເນື້ອໃນຕົ້ນຕໍຂອງ CPTPP ຍັງຄົງຮັກສາບັນດາເນື້ອໃນພື້ນຖານຂອງ TPP, ລວມມີ ຫັນການລົງທຶນເປັນເສລີ, ການປົກປ້ອງນັກລົງທຶນ, ການຊື້ຊັບສິນຂອງລັດຖະບານ, ຊັບສິນທາງປັນຍາ.

ຕາມນັ້ນແລ້ວ, ບັນດາປະເທດຄວນເປີດປະຕູໃຫ້ແກ່ບັນດາບໍລິສັດ ແລະ ນັກລົງທຶນຂອງບັນດາປະເທດສະມາຊິກ CPTPP. ບັນດາເປົ້າໝາຍນີ້ສາມາດການເຄື່ອນໄຫວຄືກັນກັບຜູ້ຜະລິດ ແລະ ບໍລິສັດສະໜອງການບໍລິການຢູ່ພາຍໃນປະເທດ. ນອກຈາກນັ້ນ, ຕາມຂອບເຂດຂອງ CPTPPແລ້ວ, ບັນດາວິສາຫະກິດຕ່າງປະເທດໄດ້ຮັບການປະພຶດຢ່າງສະເໝີພາບໃນຂົງເຂດຊື້ຊັບສິນຂອງລັດຖະບານ, ລັດວິສາຫະກິດ ແລະ ວິສາຫະກິດພາກເອກະຊົນໄດ້ຮັບສິດຜົນປະໂຫຍດ ແລະ ບູລິມິສິດຄືກັນ, ສ້າງຄວາມແກ້ງແຍ້ງກັນລະຫວ່າງວິສາຫະກິດທັງພາຍໃນ ແລະ ຕ່າງປະເທດຢ່າງປອດໃສ. CPTPP ຍັງມີຫຼາຍມາດຕາເປີດກ້ວາງກາລະໂອກາດວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ, ບັນດາຄອບຄົວ, ຊາວກະສິກອນ, ພໍ່ຄ້າຊາວຂາຍ ແລະ ຜູ້ອຸປະໂພກ, ບໍລິໂພກ.

        ສຳລັບບັນດາປະເທດທີ່ພວມພັດທະນາຄື ມາເລເຊຍ, ຫວຽດນາມ, ສິງກະໂປ, ເປຣູ, ຈີເລ ແລະ ປະເທດອື່ນໆ ເຊິ່ງແມ່ນຈຸດດຶງດູດໃຫຍ່ທີ່ສຸດຂອງ CPTPP ແມ່ນສາມາດເປີດກວ້າງບັນດາຕະຫຼາດສົ່ງອອກ. ກົງກັນຂ້າມ, ບັນດາຂົງເຂດຄືການຊື້ຊັບສິນລັດຖະບານ, ຊັບສິນທາງປັນຍາ ແມ່ນຈຸດດຶງດູດບັນດາປະເທດພັດທະນາ.

ດ້ານອື່ນ, ມາດຕາສຳຄັນ ແລະ ກ້າວໜ້າມາດຕາຫນຶ່ງ ຂອງ CPTPP ແມ່ນເປີດປະຕູໃຫ້ແກ່ບັນດາສະມາຊິກຫາກໍ່ເຂົ້າຮ່ວມ, ນັບທັງບັນດາປະເທດທີ່ບໍ່ນອນໃນພາກພື້ນອາຊີ - ປາຊີຟິກ. ໝາຍຄວາມວ່າ CPTPP ບໍ່ພຽງແຕ່ກຳນົດພາຍໃນ 11 ປະເທດເທົ່ານັ້ນ ຫາງຍັງເປີດກ້ວາງອອກສູ່ພາຍນອກບໍ່ວ່າປະເທດໃດທີ່ເຫັນວ່າມີຜົນປະໂຫຍດ ແລະສິ່ງທີ່ເປັນໜ້າສົນໃຈທີ່ສຸດແມ່ນ CPTPP ຍາມໃດກໍເປີດກວ້າງ ແລະ ເປີດປະຕູຕ້ອນຮັບອາເມລິກາ, ສົ່ງເສີມອາເມລິກາຄິດໄລ່ຊັ່ງຊາເຖິງຜົນປະໂຫຍດທີ່ບໍ່ໄດ້ຮັບ ກ່ອນທີ່ຈະຖອນອອກຈາກສັນຍາການຄ້າກ້າວໜ້າສະບັບທຳອິດຂອງສະຕະວັດ 21 ນີ້.

ທ່າອ່ຽງ ດ້ານການຄ້າຫລາຍຝ່າຍແມ່ນຄວາມຈຳເປັນ

 ພາຍຫລັງລົງນາມໃນສັນຍາ, CPTPP ຈະມີຜົນສັກສິດຢ່າງເປັນທາງການໃນ 6 ເດືອນຕົ້ນປີ 2019 ເມື່ອມີຢ່າງຫນ້ອຍສຸດ 6 ປະເທດສະມາຊິກສຳເລັດບັນດາລະບຽບການຢູ່ພາຍໃນປະເທດ. ເລື່ອງລົງນາມໃນສັນຍາ CPTPP ຢ່າງເປັນທາງການ ແມ່ນບາດກ້າວເດີນຕັ້ງຫນ້າ. CPTPP ບໍ່ພຽງແຕ່ໄດ້ຮັບຖືວ່າແມ່ນການຟື້ນຕົວຢ່າງໂດດເດັ່ນເທົ່ານັ້ນ

ຫາກຍັງສະແດງໃຫ້ເຫັນຄວາມຕັດສິນໃຈຂອງບັນດາພື້ນຖານເສດຖະກິດ ອາຊີ - ປາຊິຟິກ ໃນການຍູ້ແຮງການຮ່ວມມື ແລະ ເຊື່ອມໂຍງ. CPTPP ໄດ້ພິສູດໃຫ້ເຫັນວ່າ ທ່າອ່ຽງດ້ານການຄ້າຫລາຍຝ່າຍ, ຄວາມເສລີ ແມ່ນປັດໄຈ ແລະ ບໍ່ອາດຕ່າວປີນໄດ້. CPTPP ໄດ້ຮັບການສ້າງຂຶ້ນ ກໍ່ແມ່ນເພື່ອແນໃສ່ຕ້ານຄືນບັ້ນສ້າງບັນດາຂໍ້ຕົກລົງດ້ານການຄ້າເສລີສອງຝ່າຍ (FTA) ຕາມຫລັກທຳ “ປະເທດ ອາເມລິກາ ເໜືອກວ່າສິ່ງໃດໝົດ” ຂອງອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Donald Trump. ເປັນອັນວ່າ CPTPP ນຳຫນ້າໃນການຍູ້ລັດທິອາລັກຂາການຄ້າທີ່ພວມມີທ່າອ່ຽງປະກົດອອກຄືນໃຫມ່ໃນໂລກໃຫ້ຖອຍໄປ.

        ຄຽງຄູ່ກັບບັນດາຜົນປະໂຫຍດດ້ານເສດຖະກິດ ຊື່ງສັນຍາ CPTPP ນຳມາໃຫ້, ສຳຄັນກວ່າ CPTPP ດ້ວຍບັນດາມາດຕະຖານສູງອາດກາຍເປັນແບບຢ່າງໃຫ້ຂໍ້ຕົກລົງດ້ານການຄ້າຫລາຍຝ່າຍອື່ນ, ຕົວຢ່າງຄື ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ພາກພື້ນ (RCEP) ໂດຍ ອາຊຽນ ນຳຫນ້າ. ດ້ວຍອົງປະກອບເປີດ, ຕ້ອນຮັບທັງໝົດປະເທດມີຄວາມສົນໃຈ, CPTPP ຄາດວ່າຈະບໍ່ຢຸດຢູ່ໃນຕົວເລກ 11 ປະເທດສະມາຊິກເທົ່ານັ້ນ. ປະຈຸບັນ ສເກົາຫລີ, ໄຕ້ຫວັນ (ຈີນ), ໄທ, ອິນໂດເນເຊຍ ແລະ ຟິລີບປີນ ພ້ອມແລ້ວຈະເຂົ້າຮ່ວມສັນຍາການຄ້ານີ້. ເລື່ອງເປີດກວ້າງບັນດາປະເທດສະມາຊິກອາດຈະພາໄປເຖິງການພັດທະນາບັນດາລະບົບສະຫນອງໃຫມ່ໃນທົ່ວ ອາຊີ, ຊ່ວຍເພີ່ມຜົນປະໂຫຍດດ້ານເສດຖະກິດຫລາຍພໍສົມຄວນໃຫ້ແກ່ບັນດາຝ່າຍກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ